ການປູກຝັງ ໃນເນື້ອທີ່ກວ້າງ ບໍ່ວ່າ ຢູ່ບ່ອນໃດ ກໍມີຄວາມຫຍຸ້ງຍາກ ແຕ່ຄວາມຫຍຸ້ງຍາກ ຢູ່ແຕ່ລະບ່ອນນັ້ນ ຈະແຕກຕ່າງກັນໄປ ຂຶ້ນຢູ່ກັບ ຫລາຍປັດຈັຍ ຮວມທັງ ສະພາບພື້ນທີ່, ດິນຟ້າອາກາດ, ສັດຕຣູພືດ ຢູ່ເຂດນັ້ນໆ ແລະ ເຣື່ອງການຂົນສົ່ງ ຜົລຜລິດຂາຍ. ສໍາລັບ ຊາວກະສິກອນລາວ ທີ່ໄດ້ປູກຜັກ ຫລາຍຊນິດ ເປັນເວລາຫລາຍປີ ຄື ຍາເອື້ອຍ ຫວັນ ເດດອຸດົມ ແສງພະຈັນ ຢູ່ເມືອງ ເຊມີແນຣີ, ຣັຖ ຟລໍຣີດ໋າ (Florida) ສະຫະຣັຖ ອາເມຣິກາ ທີ່ມີສວນປູກ ພືດຜັກຂາຍ ທັງຂາຍ ຢູ່ພາຍໃນຣັຖ ຟລໍຣີດ໋າ ແລະ ຂາຍສົ່ງໄປ ຕ່າງຣັຖ ກໍມີຄວາມສະດວກ ແລະ ຂໍ້ຫຍຸ້ງຍາກ ສົມຄວນ ທັງເຣື່ອງ ການຫົດນໍ້າຜັກ ແລະ ການສົ່ງຂາຍ ໄປຕ່າງຣັຖ. ຍາເອື້ອຍໃຫ້ ສັມພາດ ວິທຍຸເອເຊັຍເສຣີ ໃນມື້ວັນທີ 22 ມິຖຸນາ 2021 ຊຶ່ງເບື້ອງຕົ້ນ ຍາເອື້ອຍກ່າວເຖິງ ການຫົດນໍ້າຜັກ ຂອງຊາວສວນວ່າ ແມ່ນຫົດ ຍາມກາງຄືນ ຍ້ອນກາງເວັນ ອາກາດຮ້ອນ ຖ້າຫົດມັນລວກຜັກ ຜັກຈະໝາດ.
(ສຽງ ສັມພາດ...)
ເມື່ອເວົ້າເຖິງ ສະພາບດິນຟ້າອາດາດ ຢູ່ສະຫະຣັຖ ອາເມຣິກາ ໂດຍປຽບທຽບ ສະເພາະ ຣັຖຟລໍຣີດ໋າ ພາກໃຕ້ສຸດ ກັບຣັຖຕ່າງໆ ຢູ່ພາກເໜືອ ຂອງປະເທດ ຍາເອື້ອຍ ຫວັນ ເວົ້າວ່າ ຢູ່ຣັຖນີ້ຮ້ອນ ແຕ່ມີລົມ ບໍ່ໜຽວໂຕ.
ຍາເອື້ອຍ ຫວັນ ເດດອຸດົມ ແສງພະຈັນ ພ້ອມສາມີ ໄດ້ອອກຈາກ ສປປລາວ ໄປຢູ່ສູນ ອົພຍົບ ອຸບົນ ປະເທດໄທຍ ໃນປີ 1979 ແລະ ໃນປີດຽວກັນນັ້ນ ກໍໄດ້ເດີນທາງ ມາຢູ່ຣັຖຄອນເນັກຕິກັດ (Connecticut) ສະຫະຣັຖອາເມຣີກາ ແລະ ໄດ້ຍ້າຍໄປຢູ່ຣັຖໂຣດ ໄອແລນ (Rhode Island) ບ່ອນທີ່ ຍາເອື້ອຍ ເກີດລູກສາວກົກ ໃນປີ 1980 ແລະ ໄດ້ຢູ່ຣັຖນັ້ນ ຈົນເຖິງປີ 1990 ເວລາທີ່ ຄອບຄົວ ຂອງຍາເອື້ອຍ ມີລູກ 5 ຄົນ: ຍິງ 3 ຄົນ ແລະ ຊາຍ 2 ຄົນ ກ່ອນທີ່ ຈະໂຍກຍ້າຍ ລົງມາຢູ່ ຣັຖຟລໍຣີດ໋າ ທີ່ຕັ້ງຢູ່ ພາກຕາເວັນອອກສ່ຽງໃຕ້ ສຸດຂອງປະເທດ, ເປັນຣັຖ ທີ່ມີດິນຟ້າອາກາດ ຄ້າຍໆ ຄືກັນກັບ ຢູ່ປະເທດລາວ ຄືອາກາດຮ້ອນ ເໝາະສົມສໍາລັບ ການປູກຝັງ, ແຕກຕ່າງກັນຫລາຍ ກັບຢູ່ພາກເໜືອ ຂອງສະຫະຣັຖ ທີ່ມີອາກາດໜາວເຢັນ ຈົນວ່າ ຍາເອື້ອຍໄດ້ໂຍກຍ້າຍ ມາຢູ່ຣັຖຟລໍຣີດ໋າ ບ່ອນທີ່ໄດ້ຢູ່ ແລະ ທໍາມາຫາກິນ ດ້ວຍຄວາມເບີກບານ ຊຶ່ງມາຮອດດຽວນີ້ ກໍເຖິງ 30 ປາຍປີແລ້ວ... ສະບາຍໃຈ.