ກອງປະຊຸມ ເພື່ອສັນຕິພາບ, ປະຊາທິປະໄຕ, ສິທທິມະນຸດ

ຈຳ​ປາ​ທອງ
2019.10.21
F-oudong ທ່ານ ອຸດົງ ໄຊຊະນະ (ຊ້າຍ), ຜູ້ຕາງໜ້າ ຣັຖບານແຫ່ງຣາຊອານາຈັກລາວ ສມັຍຮື້ຟື້ນ, ໃຫ້​ສັມ​ພາດ ກັບ ຈຳ​ປາ​ທອງ (ຂວາ), ນັກ​ຂ່າວ​ວິ​ທ​ຍຸ ເອ​ເຊັຽ​ ເສ​ຣີ, ກ່ຽວ​ກັບ ກອງປະຊຸມ ເອ​ເຊັຽ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເພື່ອສັນຕິພາບ, ປະຊາທິປະໄຕ ແລະ ສິດທີມະນຸດ ທີ່ ຫ້ອງ​ສ​ມຸດ ພາກ​ພື້ນ ຈັອດ​ຈ໌ ແມ​ເຊິນ, ເມືອງ​ອາ​ນັນ​ເດວ​ລ໌ ຣັດເວີ​ຈີ​ເນັຽ (George Mason Regional Library, Annandale, VA), (ວັນ​ທີ 18 ຕຸ​ລາ 2019)
RFA

ກອງປະຊຸມ ເອເຊັຍຕາເວັນອອກສ່ຽງໃຕ້ 2019 ທີ່ເຄືອຂ່າຍ ປະຊາຊົນຂແມ ເພື່ອກັມພູຊາ ໂດຍການຮ່ວມມື ກັບອົງການ ຈັດຕັ້ງຕ່າງໆ ຂອງລາວ ແລະ ຂແມ ຈັດຂຶ້ນ ຢູ່ຂົງເຂດນະຄອນຫລວງ ວໍຊິງຕັນ ດີຊີ ສະຫະຣັຖ ອາເມຣິກາ 3 ມື້ ໃນມື້ວັນທີ 18, 19 ແລະ 21 ຕຸລາ 2019. ກອງປະຊຸມ 2 ມື້ທຳອິດ ໄດ້ຄົ້ນຄວ້າ ຫຼາຍບັນຫາ ເປັນຕົ້ນ ບັນຫາສັນຕິພາບ, ປະຊາທິປະໄຕ ແລະ ສິດທີມະນຸດ ຢູ່ລາວ ແລະ ກັມພູຊາ ແລະ ສັນຍາສັນຕິພາບ ປາຣີສ໌ ກ່ຽວກັບ ກັມພູຊາ ປີ 1991 ແລະ ຣະບອບລ່າເມືອງຂຶ້ນ ແບບໃໝ່ ຂອງພວກຄອມມິວນິສ ວຽດນາມ ທີ່ມີຕໍ່ 2 ປະເທດ ດັ່ງກ່າວ.

ເວົ້າເຖິງ ກອງປະຊຸມ ເອເຊັຽຕາເວັນອອກສ່ຽງໃຕ້ 2019 ນີ້, ຍານາງ ບຸນຈັນ ເສນທະວົງ ປະທານ ອົງການ ພະລັງຮ່ວມຊາດລາວ ໃຫ້ສັມພາດ ວິທຍຸ ເອເຊັຽ ເສຣີ ພາຍຫລັງ ກອງປະຊຸມມື້ ທີ 2 ສິ້ນສຸດລົງ ແລະ ມີມະຕິ ກອງປະຊຸມນັ້ນວ່າ ກອງປະຊຸມນີ້ ມີຄວາມໝາຍ ແລະ ຄວາມສໍາຄັນຫລາຍ ແລະ ໄດ້ຮັບຜົລເກີນຄາດໝາຍ.

(ສຽງ​ສັມ​ພາດ)

ແລະ ທ່ານ ຕຸງ ຢັບ (Tung Yap) ປະທານ ອົງການ ກັມພູຊາ-ອາເມຣິກັນ ເພື່ອສິທທິມະນຸດ ແລະ ປະຊາທິປະໄຕ ກໍໄດ້ກ່າວເຖິງ ສັນຍາສັນຕິພາບປາຣີສ໌ ກ່ຽວກັບ ກັມພູຊາ ປີ 1991 ວ່າ:

“ສັນຍາ ສັນຕິພາບປາຣີສ໌ ກ່ຽວກັບ ກັມພູຊາ ປີ 1991 ໂດຍພື້ນຖານແລ້ວ ແມ່ນເພື່ອຍຸຕິສົງຄາມ ຊຶ່ງກັມພູຊາ ເຂົ້າກ່ຽວຂ້ອງ ເປັນເວລາຫລາຍປີນັ້ນ, ແລະ ກໍເປັນສັນຍາ ທີ່ຈະເຮັດໃຫ້ ກັມພູຊາ ເປັນປະເທດ ປະຊາທິປະໄຕ ແລະ ນັບຖືສິດທິມະນຸດ ບົນພື້ນຖານ ປະກາດຖແລງການ ສິທທິມະນຸດສາກົນ.”

ແລະ ເມື່ອຖາມວ່າ ກອງປະຊຸມມື້ນີ້ ເປັນໄປຕາມ ທີ່ທ່ານຄາດຫວັງ ເອົາໄວ້ ຫຼື ແນວໃດນັ້ນ ທ່ານຕອບວ່າ:

“ມື້ນີ້ ພວກເຮົາຈັດກອງປະຊຸມຮ່ວມກັນກັບລາວ ຊຶ່ງພວກເຮົາຕ່າງກໍມີເຫດຜົນແນວດຽວກັນ ແລະ ກໍເປັນ ບັນຫາກ່ຽວຂ້ອງກັບເຣື່ອງ ປະຊາທິປະໄຕແລະສິດທິມະນຸດ ແລະທັງກໍາພູຊາ ແລະລາວ ກໍມີວຽດນາມ ທີ່ຄ້າຍໆກັບເປັນຜູ້ລ່າເມືອງຂຶ້ນ ຊຶ່ງພວກເຮົາມີຄວາມກັງວົນ ອັນດຽວກັນ.”

ເວົ້າເຖິງ ການດໍາເນີນ ກອງປະຊຸມ ທ່ານ ອຸດົງ ໄຊຊະນະ, ຜູ້ຕາງໜ້າ ຣັຖບານ ແຫ່ງຣາຊອານາຈັກລາວ ສມັຍຮື້ຟື້ນ, ກໍໃຫ້ສັມພາດ ວິທຍຸ ເອເຊັຽ ເສຣີ ພາຍຫລັງ ກອງປະຊຸມວ່າ ເປັນໄປ ຢ່າງມີ ປະສິດທິພາບ ທັງລາວ ແລະ ກໍັມພູຊາ ຮ່ວມມືກັນ ເປັນຢ່າງດີ.

(ສຽງ​ສັມ​ພາດ)

ສ່ວນ ຍານາງ ລິນດາ ລີ, ຜູ້ຕາງໜ້າ ຣັຖບານແຫ່ງຣາຊອານາຈັກລາວ ສມັຍຮື້ຟື້ນ ຈາກຣັຖ ຢູທາຮ໌, ກໍມີ ຄຳເຫັນ ກ່ຽວກັບ ກອງປະຊຸມນັ້ນວ່າ:

(ສຽງ​ສັມ​ພາດ)

ແລະ ທ່ານ ບຸນເຖິງ ນ້ອຍມະນີ, ຜູ້ຕາງໜ້າ ຣັຖບານແຫ່ງຣາຊອານາຈັກລາວ ສມັຍຮື້ຟື້ນ ຈາກຣັຖເທັກຊັດສ໌, ກໍກ່າວເຖິງ ກອງປະຊຸມນັ້ນວ່າ ມີຄວາມເຂົ້າອົກເຂົ້າໃຈກັນສູງທີ່ສຸດ:

(ສຽງ​ສັມ​ພາດ)

ກອງປະຊຸມ ເອເຊັຽຕາເວັນອອກສ່ຽງໃຕ້ 2019 ຖືກຈັດຂຶ້ນ ຢູ່ຂົງເຂດນະຄອນຫລວງ ວໍຊິງຕັນ ດີຊີ ສະຫະຣັຖ ອະເມຣິກາ ໃນມື້ວັນທີ 18, 19 ແລະ 21 ຕຸລາ 2019, ມີ 14 ອົງການຈັດຕັ້ງ ເຂົ້າຮ່ວມ.

ອົງການຈັດຕັ້ງ ຂອງຊຸມຊົນຊາວລາວ ມີອົງການ ພະລັງຮ່ວມຊາດລາວ, ສູນສຶກສາ ແລະ ຄົ້ນຄວ້າກ່ຽວກັບລາວ ແລະ ເອເຊັຽ, ຣັຖບານ ແຫ່ງຣາຊອານາຈັກລາວ ສມັຍຮື້ຟື້ນ. ອົງການຈັດຕັ້ງ ຂອງກັມພູຊາ ມີ 11 ອົງການ ຮວມທັງ ອົງການກອບກູ້ກັມພູຊາ, ອົງການຊາຍແດນ ກັມພູຊາ, ພັນທະມິດກັມພູຊາ ເພື່ອສິດທິມະນຸດ ແລະ ປະຊາທິປະໄຕ, ມູ​ລນິທິ ພັນທະມິດຂແມ.

ໃນ​ມື້ວັນທີ 21 ຕຸລານີ້ ເປັນມື້ສຸດທ້າຍ ຂອງກອງປະຊຸມ, ຊຶ່ງໃນພາກເຊົ້າ ຄະນະນຳ ກອງປະຊຸມ ໄປກະຊວງ ການຕ່າງປະເທດ ສະຫະຣັຖ ອາເມຣິກາ ແລະ ຕອນບ່າຍ ໄປຣັຖສະພາ ສະຫະຣັຖ, ຊຶ່ງມີການພົບພໍ້ ແລະ ທັງສລອງ ວັນຄົບຮອບ 28 ປີ ຂອງສັນຍາ ສັນຕິພາບປາຣີສ໌ ກ່ຽວກັບ ກັມພູຊາ 1991 ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.