ຄົນພະມ້າໄດ້ກັບປະເທດ ຍ້ອນບໍ່ມີ ອະນຸຍາດ

ສຸພັດຕາ
2020.07.13
F-Burma-W ຄະນະສະເພາະກິຈ ຄວບຄຸມພຍາດໂຄວິດ-19 ສົ່ງແຮງງານພະມ້າ ເຮັດວຽກໃນເຂດເສຖກິຈພິເສດ ຄິງໂຣມັນ ກັບຄືນປະເທດ
ນັກຂ່າວພົລເມືອງ

ທາງການແຂວງບໍ່ແກ້ວ ແຈ້ງວ່າການສົ່ງຄົນງານພະມ້າຈໍານວນ 184 ຄົນກັບຄືນປະເທດ ໃນວັນທີ 24 ເດືອນ ມິຖຸນາ ຜ່ານມານັ້ນ ບໍ່ແມ່ນ ຍ້ອນຕິດເຊື້ອ ພຍາດໂຄວິດ-19, ແຕ່ຍ້ອນ ພວກເຂົາເຈົ້າ ລັກລອບເຂົ້າເຂດເສຖກິຈພິເສດ ໂດຍບໍ່ມີເອກກະສານ ແລະ ໃບອະນຸຍາດຖືກ ຕ້ອງ ເຊິ່ງການສົ່ງໂຕຄົນງານພະມ້າ ກັບຄືນປະເທດເທື່ອນີ້ ຕ້ອງຜ່ານປະເທດທີ່ສາມ ກໍຕ້ອງໃຊ້ເວລາເດີນທາງຫຼາຍມື້ ຈຶ່ງຈະຮອດປະເທດ ພະມ້າ ດັ່ງນັ້ນ, ຢືນຢັນວ່າ ບໍ່ຕິດເຊື້ອພຍາດໂຄວິດ-19 ຢູ່ລາວ ແນ່ນອນ, ດັ່ງເຈົ້າໜ້າທີ່ ແຮງງານ ແລະສວັດດີການສັງຄົມ ແຂວງບໍ່ແກ້ວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ກໍຣະກະດາ ນີ້ວ່າ:

“ບໍ່ແມ່ນຕິດເຊື້ອເດ້ ມີແຕ່ລັກລອບເຂົ້າມາເນາະ ກະຫຼາຍ ຢູ່ແຮງງານພະມ້າ ບໍ່ມີບັດ ແບບບໍ່ມີໃບ ບໍ່ໄດ້ຜ່ານການອະນຸຍາດ ປະຕູເຂົ້າມີຫຼາຍ ບ່ອນເນາະຂ້າມບ່ອນໃດກະໄດ້ ແລ້ວກະມາ ລີ້ມາຊ້ອນ ຕາມກາຊິໂນນີ້ ມີໜ່ວຍງານກວດກາຄືນ ຮວບຮວມເກັບສົ່ງກັບປະເທດຄືນ ຢູ່ຫັ້ນ ສະຖານທີ່ ກວ້າງຂວາງ ການຄຸ້ມຄອງກໍຍາກໆ ໜ້ອຍນຶ່ງມັນກະມີ ການສັບສົນມີທັງຈີນມີທັງ ພະມ້າ.”

ໃນວັນທີ 4 ກໍຣະກະດາຜ່ານມາ ທາງການພະມ້າໄດ້ແຈ້ງການ ໃຫ້ທາງການແຂວງບໍ່ແກ້ວ ຮູ້ວ່າມີຄົນງານພະມ້າ ທີ່ກັບມາຈາກເຂດເສຖກິຈ ພິເສດ ຕິດເຊື້ອພຍາດໂຄວິດ-19 ນຶ່ງຄົນ ຊື່ ທ້າວ ອຸມິນມິນ ອາຍຸ 43 ປີ, ຈາກນັ້ນ ຄະນະສະເພາະກິຈ ຂັ້ນແຂວງ ຈຶ່ງໄດ້ສົມທົບ ກັບ ເຈົ້າໜ້າທີ່ກ່ຽວຂ້ອງ ຂອງເມືອງຕົ້ນເຜິ້ງ ແລະ ເຈົ້າໜ້າເຂດເສຖກິຈພິເສດ ລົງໄປຫາບຸກຄົນ ໃກ້ຊິດກັບ ທ້າວ ອຸມິນມິນ ຢູ່ພາຍໃນເຂດ ບ້ານພັກ ເສຖກິຈພິເສດ ເພື່ອແຍກດ່ຽວ ແລະນໍາໂຕໄປກັກບໍຣິເວນ ເຊິ່ງພົບຄົນງານພະມ້າ 4 ຄົນ ທີ່ເຄີຍອາສັຍ ຮ່ວມກັບທ້າວ ອຸມິນມິນ ທີ່ຕິດ ເຊື້ອພຍາດໂຄວິດ-19 ດັ່ງນັ້ນ, ຈຶ່ງນໍາໄປກັກໂຕຢູ່ບ່ອນຫ່າງໄກຈາກຊຸມຊົນ ໂດຍມີເຈົ້າໜ້າທີ່ ສັບປ່ຽນເວນຍາມ ທາງເຂົ້າ-ອອກ ພ້ອມກັບເຈາະເລືອດໄປ ວິເຄາະ ຜົລອອກມາເປັນ ລົບ ແລະເພື່ອຄວາມແນ່ນອນ ທິມແພດ ກໍໄດ້ວັດແທກອຸນຫະພູມ ທຸກໆເຊົ້າແລະແລງ ເຫັນວ່າອາການປົກກະຕິ:

“ຈາກນັ້ນເຮົາກໍໄດ້ແຕ່ງຕັ້ງ ໜ່ວຍກວດກາໄປກວດຢູ່ເຂດຫັ້ນ ການເຄື່ອນໄຫວຂອງລາວ ລາວເຄີຍໄປພົວພັນທາງໃດ ບາດນີ້ບ່ອນທີ່ລາວ ສະນິດ ມັນມີຢູ່ 4 ຄົນ ຈາກນັ້ນກໍເອົາ 4 ຄົນ ນັ້ນມາກວດ ເຂົ້າໄປກາຊິໂນ ໄປກວດກະບໍ່ມີຄວາມໝັ້້ນໃຈອີກ ກະເລີຍສົ່ງໄປກວດຢູ່ສູນ ກາງຫັ້ນແຫຼະ ແລ້ວວັນທີ່ 7 ຜົນຕອບວ່າລົບ ບໍ່ມີ.”

ຕໍ່ເຫດການດັ່ງກ່າວນີ້ ຊາວບ້ານຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ສ່ວນນຶ່ງ ກໍຢ້ານເຊື້ອພຍາດໂຄວິດ-19 ເຂົ້າມາຣະບາດຢູ່ ພາຍໃນແຂວງ ເຖິງແມ່ນວ່າທາງການໄດ້ ກັກໂຕຜູ້ໃກ້ຊິດກັບ ທ້າວ ອຸມິນມິນ ແລະກວດວັດແທກ ອຸນຫະພູມ ວ່າບໍ່ມີເຊື້ອພຍາດນັ້ນແລ້ວກໍ ຕາມ, ແຕ່ກໍໄດ້ຍິນຂ່າວວ່າ ແຮງງານພະມ້າຍັງ ພຍາຍາມ ລັກລອບເຂົ້າມາລາວເພື່ອ ຈະເຂົ້າມາເຮັດວຽກຢູ່ພາຍໃນເຂດ ເສຖກິຈພິເສດ ເຊິ່ງມີຫຼາຍຊ່ອງທາງ ທີ່ຈະເຂົ້າໄປພາຍໃນເຂດໄດ້:

“ກະກັງວົນຢູ່ຢ້ານ ຢ້ານຈະລັກເຂົ້າມາກະບໍ່ຮູ້ເດ້ ຂ່າວລັກເຂົ້າມານິ່ກະມີ ເຂົາກະຈັບໄດ້ຫຼາຍ ມັນມີຊ່ອງວ່າງເຂົ້າຢູ່ ເຂົາກະມີເຂັ້ມງວດແບບ ຄົນຕ່າງປະເທດ ບໍ່ໄດ້ເຂົ້າ ບາງຈຸດທີ່ບໍ່ມີ ເຈົ້າໜ້າທີ່ກໍ ເຂົ້າໄດ້ ເຂົາເຈົ້າເຂົ້າມາເຮັດວຽກ ຢູ່ໃນເຂດຫັ້ນແຫຼະ.”

ຊາວບ້ານອີກຄົນນຶ່ງເວົ້າວ່າ ກະບໍ່ກັງວົນຫຼາຍ ເພາະຢູ່ນອກເຂດເສຖກິຈພິເສດ ບໍ່ໄດ້ມີຄົນພະມ້າ ສ່ວນໃຫຍ່ຄົນງານພະມ້າຈະຢູ່ແຕ່ໃນເຂດ ເສຖກິຈພິເສດ, ແຕ່ຖ້າຫາກ ມີເຊື້ອພຍາດ ໂຄວິດ-19 ຣະບາດພາຍໃນ ແຂວງບໍ່ແກ້ວ ກໍຕ້ອງຫຍຸ້ງຍາກຫຼາຍ, ແຕ່ປັດຈຸບັນ ເຈົ້າໜ້າທີ່ກໍ ເຂັ້ມງວດຫຼາຍຂຶ້ນ ຜູ້ໃດບໍ່ມີບັດ ຫຼືບໍ່ມີວຽກກ່ຽວຂ້ອງ ກໍເຂົ້າໄປພາຍໃນ ເຂດເສຖກິຈພິເສດ ບໍ່ໄດ້.

“ເຮົາທັມມະດາ ແຕ່ບໍ່ໄດ້ເຕັມລ້ອຍ ຄືຜ່ານມາ ຢູ່ບໍ່ແກ້ວ ເຮົາບໍ່ມີເດ່ພະມ້າ ມີແຕ່ວ່າ ຢູ່ເຂດເສຖກິຈພິເສດ ມີເນາະເພາະຊ້ວງນີ້ເຂົາເຈົ້າຍັງ ບໍ່ທັນປົດລ໋ອກ ມັນຍັງມີແຈ້ງການຢູ່ເນາະ ເຂດເສຖກິຈພິເສດ ເຂົາບໍ່ໃຫ້ຄົນນອກເຂົ້າເດ່ ມັນຕ້ອງມີເອກກະສານ, ມີບັດ, ມີການກວດ ສຸຂພາບ ຢ່າງດີ.”

ນອກຈາກນີ້ຢູ່ ແຂວງຫຼວງນໍ້າທາ ທີ່ຕິດກັບຊາຍແດນພະມ້າ ອີກແຂວງນຶ່ງ ກໍບໍ່ພົບເຫັນຄົນງານພະມ້າ ລັກເຂົ້າມາພາຍໃນແຂວງມີແຕ່ຄົນ ຈີນ ທີ່ລັກເຂົ້າມາ ໃນໄລຍະທີ່ມີການແຜ່ ຣະບາດຂອງໄວຣັສ ໂຄວິດ-19 ຈໍານວນ 200 ປາຍຄົນ, ເຈົ້າໜ້າທີ່ຈັບໄດ້ ແລະກໍນໍາໄປກັກໂຕ ກວດເຊື້ອໄວຣັສໂຄວິດ-19 ຄົບ 14 ມື້ແລ້ວກໍນໍາສົ່ງໂຕກັບຄືນປະເທດ, ດັ່ງເຈົ້າໜ້າທີ່ແຮງງານ ແລະສວັດດີການສັງຄົມແຂວງຫຼວງນໍ້າທາ ກ່າວວ່າ:

“ແຮງງານພະມ້າບໍ່ມີ ມີແຕ່ແຮງງານຈີນ ຈີນເຂົາຢາກຜ່ານໄປຄືວ່າ ໄປປະເທດໄທຍ ໄປປະເທດທີສອງ ທີສາມໄປຊັ້ນແຫຼະ ໂອ້ ມີປະມານ 2 ຮ້ອຍປາຍສະສົມມາຊ່ວງໂຄວິດນີ້ແຫຼະ ເອົາໂຕຢ່າງແລ້ວກັກກັນ 14 ມື້ ແລ້ວເອົາຈັ່ງມາສ່ົງ ດຽວນີ້ ຖືວ່າເຮົາກະເຂັ້ມງວດ ຕັ້ງດ່ານເພີ້ມ ຂຶ້ນອີກ.”

ທ່ານກ່າວມ້ວນທ້າຍວ່າ ແຕ່ລະດ່ານ ທີ່ມີຊາຍແດນຕິດກັບປະເທດຈີນ ແລະພະມ້າ ກໍມີການເຂັ້ມງວດກວດກາຄັກແນ່ ເຊິ່ງປັດຈຸບັນກໍມີແຕ່ ນັກວິຊາການ ແລະຄົນງານຈີນເຂົ້າມາເຮັດ ວຽກກ່ຽວກັບທາງຣົດໄຟເທົ່ານັ້ນ ແຕ່ລະຄົນເຂົ້າມາກໍຈະຕ້ອງມີໃບອະນຸຍາດ ແລະໃບກວດເຊື້ອ ໄວຣັສ ໂຄວິດ-19 ແລະ ຖືກກັກໂຕ 14 ມື້ ຕາມມາຕການປ້ອງກັນ ໄວຣັສໂຄວິດ-19.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.