ສະຫະຣັດຍົກຣະດັບ ຮ່ວມມື ລຸ່ມນໍ້າຂອງ

ຈໍາປາທອງ
2020.09.16
F-MK-Life ຊີວິດຂອງປະຊາຊົນ ທີ່ ອາສັຍຢູ່ຕອນລຸ່ມ ແມ່ນໍ້າຂອງ, ສາຍນໍ້າຄືສາຍລໍ່ລ້ຽງຊີວິດ ນັບຫຼາຍສິບລ້ານຄົນ
RFA

ກອງປະຊຸມທາງໄກ ຣະດັບຣັຖມົນຕຣີກະຊວງການຕ່າງປະເທດ ຄັ້ງທໍາອິດ ຂອງ ຄູ່ຮ່ວມພັທນາສະຫະຣັຖອາເມຣິກາ ແລະ 5 ປະເທດ ລຸ່ມແມ່ນໍ້າຂອງ ໄດ້ຈັດຂຶ້ນແຕ່ວັນທີ 9 ຫາ ວັນທີ 12 ກັນຍານີ້ ພາຍໃຕ້ການເປັນປະທານ ຂອງວຽດນາມ.

ໃນມື້ວັນທີ 11 ກັນຍາ ສະຫະຣັຖອາເມຣິກາ ຮ່ວມກັບລາວ, ກໍາພູຊາ, ໄທ, ພະມ້າ ແລະວຽດນາມ ປຶກສາຫາລືກັນ ກ່ຽວກັບຍົກຣະດັບ ການຮ່ວມມື ລຸ່ມແມ່ນໍ້າຂອງ ແລະ ສະຫະຣັຖ ອາເມຣິກາ ຫຼື Mekong-U.S. Partnership ໂດຍທີ່ ສະຫະຣັຖອາເມຣິກາ ຈະຈັດສັນ ງົບປະມານຫລາຍກວ່າ 150 ລ້ານໂດລາ ສະຫະຣັຖ ໃຫ້ແກ່ບັນດາ ປະເທດລຸ່ມແມ່ນໍ້າຂອງ ໃນການລົງທຶນເບື້ອງຕົ້ນ ເພື່ອຊຸກຍູ້ສົ່ງເສີມ ແລະ ພັທນາຂົງເຂດນີ້ ໃຫ້ເຕີບໂຕຫລາຍຂຶ້ນ ຊຶ່ງໃນ 11 ປີ ຜ່ານມາ ໄດ້ຊ່ອຍເຫລືອ ເກືອບເຖິງ 3 ຕື້ກັບ 500 ລ້ານໂດລາ ສະຫະຣັຖ, ດັ່ງທີ່ ມາດາມ Morgan Ortagus ໂຄສົກກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາຖແລງຜ່ານ Twitter ໃນມື້ວັນທີ 14 ກັນຍາ 2020 ນີ້ວ່າ:

ມາດາມກ່າວວ່າ “ສະຫະຣັຖອາເມຣິກາ, ກໍາພູຊາ, ລາວ, ພະມ້າ, ໄທ ແລະວຽດນາມ ເປີດການຮ່ວມມື ລຸ່ມແມ່ນໍ້າຂອງ-ສະຫະຣັຖ ອາເມຣິກາ ເທື່ອໃໝ່ ຈາກຜົລລສໍາເຣັດໃນ ໄລຍະ 11 ປີ ຜ່ານມາ ພາຍໃຕ້ຂໍ້ລິເລິ່ມ ລຸ່ມແມ່ນໍ້ນຂອງ ທີ່ໄດ້ຮັບການຊ່ອຍເຫລືອ ຈາກ ສະຫະຣັຖ ອາເມຣິກາ ທັງໝົດເກືອບຖິງ 3 ຕື້ກັບ 500 ລ້ານໂດລາ ສະຫະຣັຖ, ເຂດແມ່ນໍ້າຂອງ ກໍາລັງ ເຕີບໂຕຢ່າງໄວວາ ແລະ ແມ່ນໍ້າຂອງ ຖືເປັນເສັ້ນເລືອດໃຫຍ່ ຂອງຂົງເຂດ ທີ່ມີຄວາມສໍາຄັນ ຕໍ່ການດໍາລົງຊີວິດ ຂອງປະຊາຊົນຫລາຍກວ່າ 60 ລ້ານຄົນ ທີ່ ເພິ່ງພາແມ່ນໍ້າຂອງ ໃນເຮຶ່ຶອງນໍ້າ, ອາຫານ ແລະ ພະລັງງານ”

ມາດາມກ່າວຕື່ມອີກວ່າ ການຮ່ວມມືຄັ້ງໃໝ່ ຂອງສະຫະຣັຖອາເມຣິກາ ໃຫ້ຄວາມສໍາຄັນຫຼາຍ ໃນການເອົາຊນະຄວາມທ້າທາຍທີ່ຊັບຊ້ອນ ຢູ່ໃນຂົງເຂດລຸ່ມແມ່ນໍ້າຂອງ.

ດັ່ງນັ້ນຈຶ່ງຈະຕ້ອງມີການເຮັດວຽກຮ່ວມກັນຢ່າງໃກ້ຊິດ ແລະວ່າ ການຮ່ວມມືແມ່ນໍ້າຂອງ-ສະຫະຣັຖ ອາເມຣິກາ ຍັງຈະປົກປ້ອງຄຸນນະພາບ ແມ່ນໍ້າຂອງ ທີ່ຫລໍ່ລ້ຽງປະຊາຊົນຫຼາຍກວ່າ 60 ລ້ານຄົນຕໍ່ໄປ ແລະຈະຂຍາຍຂອບເຂດ ໃຫ້ຄວບຄຸມທຸກດ້ານ ທັງດ້ານເສຖກິດ, ຄວາມໝັ້ນ ຄົງ, ຄວາມເປັນຕົນເອງ, ສາທາຣະນະສຸຂ ແລະສິ່ງ ແວດລ້ອມ ຊຶ່ງເໝາະກັບການ ຮ່ວມມື ໃນການແກ້ໄຂບັນຫາ ທີ່ກໍາລັງປະເຊີນຮ່ວມກັນ ໃນຂົງເຂດ ນັບຕັ້ງແຕ່ພັຍແຫ້ງແລ້ງ ໄປເຖິງບັນຫາ ຢາເສບຕິດ.

ກ່ຽວກັບການຮ່ວມກັນ ທີ່ວ່ານີ້ ຊາວລາວຄົນນຶ່ງ ຜູ້ຂໍສງວນຊື່ ໃນນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 15 ກັນຍາ ນີ້ວ່າ ຈຸດປະສົງ ການຮ່ວມມືຂອງ ສະຫະຣັຖ ອາເມຣິກາ ກັບບັນດາປະເທດ ລຸ່ມແມ່ນໍ້າຂອງ ກໍອາຈເບິ່ງໄດ້ຫຼາຍແງ່ມຸມ ແຕ່ ໃນຖານະ ປະຊາຊົນລາວ ຕົນເຫັນວ່າເປັນເຣຶ່ອງດີ ທີ່ຕ່າງປະເທດເຂົ້າ ມາຊ່ອຍເຫລືອ ເພາະເຫັນວ່າ ນັບຕັ້ງແຕ່ເກີດການຣະບາດ ຂອງ ໄວຣັສ ໂຄວິດ-19 ມານີ້ ເສຖກິດ ແລະ ຄຸນນະພາບຊີວິດ ຂອງຜູ້ຄົນ ໃນບັນດາປະເທດລຸ່ມ ແມ່ນໍ້າຂອງ ນີ້ຕົກຕໍ່າລົງຫລາຍ ດັ່ງທີ່ທ່ານກ່າວວ່າ:

“ຈຸດປະສົງຂອງເຂົາຊ່ອຍເຫຼືອ ມັນກະເຮັດຫຼາຍແງ່ຫັ້ນແຫຼະ ເຂົາເຫັນດີຈະຊ່ອຍເຫຼືອ ກະເປັນໂອກາດດີຫັ້ນແຫຼະ ເພາະວ່າມາເບິ່ງແລ້ວ ເຣຶ່ອງຊີວິດການເປັນຢູ່ ຂອງປະຊາຊົນ ສະເພາະປະເທດ ທີ່ວ່າຢູ່ລຸ່ມແມ່ນໍ້າຂອງ ມັນກະຝືດເຄືອງຫລາຍ ນັບຕັ້ງແຕ່ເກີດ ໄວຣັສໂຄວິດ ນີ້ທ່ານຈະມີຜົລປໂຍດດີ ອັນນຶ່ງ.”

ແລະຊາວລາວອີກທ່ານນຶ່ງ ຜູ້ຂໍສງວນຊື່ຄືກັນ ຢູ່ແຂວງຈໍາປາສັກ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າເຫັນດີນໍາທີ່ສຸດ ທີ່ສະຫະຣັຖ ອາເມຣິກາ ຈະຊ່ອຍເຫລືອປະເທດລຸ່ມ ແມ່ນໍ້າຂອງ ແລະຢາກໃຫ້ຊ່ອຍຊາວບ້ານ ຊອກຫາແຫລ່ງນໍ້າ ເພື່ອໃຊ້ໃນ ຣະດູແລ້ງ:

”ໂອເຄໆ ດີໆ ເອົາມາການພັທນາເດ ຊ່ອຍຊາວປະຊາຊົນ ຊອກແຫຼ່ງນໍ້າເຮົາໃຊ້ທຶນໜ້ອຍ ແຕ່ວ່າມັນໄດ້ປໂຍດຫລາຍຫັ້ນນະ ການກັກຂັງ ນໍ້າເພື່ອສນອງຍາມແລ້ງ.”  

ກ່ຽວກັບເຣຶ່ອງທີ່ວ່ານີ້ ຍານາງ ເປຣມຣຶດີ ດາວເຣືອງ ຈາກເຄືອຂ່າຍຈັບຕາເບິ່ງການລົງທຶນ ສ້າງເຂື່ອນໃນລາວ ຫລື LDIM ປະເທດໄທຍ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 15 ກັນຍາ ນີ້ວ່າ ການຮ່ວມມືຂອງ ສະຫະຣັຖ ອາເມຣິກາ ກັບປະເທດລຸ່ມ ແມ່ນໍ້າຂອງ ຈະເອີ້ນວ່າ ເປັນເກມການເມືອງ ຣະຫວ່າງ ສະຫະຣັຖ ອາເມຣິກາ ແລະຈີນ ກໍວ່າໄດ້:

ຍານາງກ່າວວ່າ “ຈະເອີ້ນວ່າເກມການເມືອງກະໄດ້ ແຕ່ວ່າເຈຕນາລົມ ຂອງຄວາມພຍາຍາມ ທີ່ຈະມີອິດທິພົນ ໃນພູມີພາກນີ້ ມັນບໍ່ແມ່ນ ເຈຕນາ ທີ່ມັນແບບວ່າ ຕອບສນອງ ຄວາມຕ້ອງການ ຂອງ ປະຊາຊົນ ໃນພື້ນທີ່ ທີ່ມັນຍັງເຈືອປົນໄປດ້ວຍ ບໍຣິບົດທາງການເມືອງ.”   

ແລະ ທ່ານ ສຸວິດ ກຸຫຼາບວົງ ຜູ້ປະສານງານເຄືອຂ່າຍປະຊາຊົນລຸ່ມນໍ້າຂອງອີສານ ປະເທດໄທຍ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນ ນີ້ວ່າການຊ່ອຍເຫລືອ ຂອງ ສະຫະຣັຖ ອາເມຣິກາ ເປັນເກມການເມືອງ ຫລາຍກວ່າ ຫາກສະຫະຣັຖ ອາເມຣິກາ ຕ້ອງການພັທນາ ປະເທດລຸ່ມແມ່ນໍ້າຂອງ ແທ້ຄວນຈະເຮັດ ນະໂຍບາຍ ທີ່ຈະແຈ້ງ ເປັນຮູບປະທັມຫຼາຍກວ່ານີ້ ເປັນຕົ້ນການສົ່ງເສີມງານວິໃຈ ດ້ານສິ່ງແວດ ລ້ອມ ໃນແມ່ນໍ້າຂອງ, ໃຫ້ຊຸມຊົນມີສ່ວນຮ່ວມ ໃນນະໂຍບາຍ ແລະສ້າງຂະບວນການຮຽນຮູ້ໃໝ່ໆ ໃຫ້ກັບຊຸມຊົນ ເພື່ອໃຫ້ເກີດຜົລປໂຍດ ຕໍ່ຊຸມຊົນລຸ່ມແມ່ນໍ້າຂອງ ຫຼາຍທີ່ສຸດ ດັ່ງທີ່ທ່ານກ່າວວ່າ:

ທ່ານກ່າວວ່າ “ມັນເປັນເກມການເມືອງ ຢູ່ແລ້ວແຫຼະ ກໍຣະນີທີ່ຈະຊ່ອຍເຫລືອ ບ່ອນນີ້ ຣະບຸໄປເລີຍວ່າ ຈະໄປສູ່ການຟື້ນຟູຊຸມຊົນ ລຸ່ມແມ່ ນໍ້າຂອງ ແລະ ຈະສນັບສນູນຫຍັງ ແບບໃດ ກິຈກັມ ຫຍັງຊຸມຊົນສາມາດ ເຂົ້າເຖິງແນວໃດ ຫລືນໍາໄປສູ່ການສ້າງຄວາມຮູ້ ສນັບສນູນ ວຽກງານນັກວິຊາການ ເພື່ອນໍາໄປສູ່ການວິໃຈ ທີ່ເປັນກາງ ສຶກສາຂໍ້ເທັດຈິງ ໃຫ້ມັນເກີດ ການປ່ຽນແປງ ຂອງ ແມ່ນໍ້າຂອງໄດ້.”

ສໍາລັບຈີນ ແມ່ນລົງທຶນຢ່າງມະຫາສານ ຮວມທັງການສ້າງເຂື່ອນ, ເຂດເສຖກິດພິເສດ ແລະທາງຣົດໄຟຄວາມໄວສູງ ແລະໃຫ້ການຊ່ອຍ ເຫລືອປະເທດລຸ່ມແມ່ນໍ້າຂອງ ຫຼາຍຕາມ ຂໍ້ລິເລິ້ມໂຄງການ 1 ແລວ 1 ເສັ້ນທາງຂອງຈີນ.

ອີງຕາມຖແລງການຂອງກະຊວງການ ຕ່າງປະເທດ ສະຫະຣັຖ ອາເມຣິກາ ວັນທີ 14 ກັນຍາ 2020 ທີ່ຣະບຸວ່າ ພວກເຮົາຕ້ອງເອົາຊະນະ ຄວາມທ້າທາຍ ທີີ່ພວກເຮົາປະເຊີນ ແລະ ເອົາຊະນະ ຄວາມທ້າທາຍ ຈາກ ພັກຄອມມິວນິສຈີນ ທີ່ ຄຸກຄາມສະພາບແວດລ້ອມ ທາງ ທໍາມະຊາດ ໃນແມ່ນໍ້າຂອງ ແລະ ຄວາມເປັນອິສຣະ ທາງດ້ານເສຖກິດ.

ພ້ອມກັນນັ້ນ ສະຫະຣັຖ ອາເຣິກາ ຍັງໃຫ້ຄໍາໝັ້ນສັນຍາວ່າ ຈະຮ່ວມກັບຂົງເຂດ ແລະຄະນະກໍາມາທິການ ແມ່ນໍ້າຂອງສາກົນ ຫລື MRC ໃນການຮຽກຮ້ອງໃຫ້ຈີນແບ່ງປັນ ຂໍ້ມູນກ່ຽວກັບ ການໄຫລຂອງນໍ້າໃນແມ່ນໍ້າຂອງ ຕລອດທັງປີຢ່າງໂປ່ງໃສ ຮວມທັງການປ່ອຍນໍ້າອອກຈາກ ເຂື່ອນຕ່າງໆ ໃນແມ່ນໍ້າຂອງຕອນເທິງ ເພື່ອຮ່ວມກັນບໍຣິຫານຈັດການນໍ້ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.