7 ປີ ສົມບັດ ສົມພອນ ຫາຍສາບສູນ ສາກົລ ທວງຖາມ

ໄຊຍາ
2019.12.17
F-Shui-meng ຍາ​ນາງ ອຶ້ງ-ຊຸຍ​ເມັ້ງ, ພັ​ລ​ຍາ​ຂອງ​ທ່ານ ສົມ​ບັດ ສົມ​ພອນ ໃນ​ຣະ​ຫວ່າງ ເວ​ທີ​ຣຳ​ລຶກ ຄົບ​ຮອບ 7 ປີ ທີ່​ທ່ານ ສົມ​ບັດ ສົມ​ພອນ, ສາ​ມີ​ຂອງ​ຍາ​ນາງ ໄດ້​ຫາຍ​ສາບ​ສູນ​ ໃນ​ປະ​ເທດ​ລາວ ທີ່​ສະ​ໂມ​ສອນ ​ນັກ​ຂ່າວຕ່າງ​ປະ​ເທດ ໃນ​ນະ​ຄອນຫຼວງບາງກອກ ປະ​ເທດ​ໄທ​ຍ (ຮູບ​ຖ່າຍ​ເມື່ອ: ​ວັນ​ທີ 17 ທັນ​ວາ 2019)
RFA

ອົງການຈັດຕັ້ງ ທາງພາ​ກ​ປະ​ຊາ​ສັງ​ຄົມ ຫຼາຍອົງການ ຮວມທັງນັກວິຊາການ ໄດ້ຈັດພິທີຣຳ​ລຶກ ຄົບຮອບ 7 ປີ ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ, ໃນມື້ວັນທີ 17 ທັນວາ ປີ 2019 ທີ່ນະ​ຄອນຫຼວງ ບາງກອກ ປະເທດໄທຍ.  ຍາງນາງ ອຶ້ງ-ຊຸຍເມັ້ງ ພັລຍາຂອງທ່ານ ສົມບັດ ສົມພອນ ໄດ້ໃຫ້ສັມພາດ ຕໍ່ນັກຂ່າວ ເອເຊັຽເສ​ຣີ ວ່າ ມາເຖິງປັດຈຸບັນ, ຍັງບໍ່ມີຄວາມຄືບໜ້າ ຕໍ່ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ. ເຈົ້າໜ້າທີ່ລາວ ບໍ່ໄດ້ໃຫ້ຂໍ້ມູນຫຍັງເລີຍ.

“ຫຼັງຈາກ 7ປີແລ້ວ, ກະບໍ່ມີຫຍັງຄືບໜ້າ ຈັກດີ້ເລີຍ. ທາງການລາວ ກໍບໍ່ໄດ້ຊ່ອຍອີ່​ສັງ, ບໍ່ໄດ້ພົບ ຊຸຍ​ເມັ້ງ ​ນ່າ. ເຈົ້າ​ໜ້າ​ທີ່ ກະບໍ່ໄດ້ພົບ ບໍ່ໄດ້ພົວພັນ ແລະ ບໍ່ໄດ້ໃຫ້ຂໍ້ມູນ ຂ່າວສານ ຈັກດີ້ເລີຍ.”

ຍາງນາງ ອຶ້ງ-ຊຸຍເມັ້ງ ໄດ້ກ່າວຕື່ມວ່າ ໄດ້ພະຍາຍາມ ເຮັດທຸກວິທີ ກັບເຈົ້າໜ້າທີ່ຣັຖ ໃຫ້ມີການສືບຕໍ່ ຊອກຫາທ່ານ ສົມບັດ ສົມພອນ, ແຕ່ບໍ່ສາມາດຕິດຕໍ່ໄດ້. ຄັ້ງຫຼ້າສຸດ ທີ່ໄດ້ພົບກັບ ເຈົ້າໜ້າທີ່ລາວ ແມ່ນ ວັນທີ 21 ເດືອນພຶສຈິກາ ປີ 2017 ຍ້ອນສະຖານທູຕ ສິງກະໂປກົດດັນ ໃຫ້ເຈົ້າໜ້າທີ່ລາວ ເຂົ້າມາພົບ, ແຕ່ກໍຍັງບໍ່ໄດ້ຮັບ ຄຳຕອບທີ່ຈະ​ແຈ້ງ.

“ຄັ້ງສຸດທ້າຍ ແມ່ນວັນທີ 21 ເດືອນ 11 ປີ 2017, ຂ້ອຍ​ໄດ້​ພົບ​ເຈົ້າ​ໜ້າ​ທີ່. ຕອນນັ້ນ ກະ​ເປັນ​ຍ້ອນ​ວ່າ ສະຖານທູຕ ສິງກະໂປ ໄປ​ຜັກດັນ ຮຽກ​ຮ້ອງ ຮ້ອງ​ຂໍ ເຈົ້າ​ໜ້າ​ທີ່ ມາພົບຊຸຍ​ເມັ້ງ. ຕອນນັ້ນພົບ ກໍມີແຕ່ວ່າ ບໍ່ຮູ້ບໍ່ເຫັນບໍ່ຈັກ ຍັງສືບສວນຢູ່ ບໍ່​ມີ​ຈັກ​ດີ້​ເລີຍ.”

ເຖິງແນວໃດກໍຕາມ, ຍານາງ ຍັງຈະສືບຕໍ່ ຊອກຫາທ່ານ ສົມບັດ ສົມພອນ ຈົນກ່ວາຈະຮູ້ວ່າ ແມ່ນຫຍັງເກີດຂຶ້ນ ກັບລາວແທ້? ແຕ່ຢາກຂໍ ຮຽກຮ້ອງໃຫ້ຄົນລາວ ຢູ່ຕ່າງປະເທດ ແລະ ສາກົລ ຊ່ອຍເຫຼືອ ໃນກໍຣະນີ ດັ່ງກ່າວ.

“ສິ່ງທີ່ຂ້ອຍເຮັດໄດ້ ກໍມີແຕ່ ຢາກຮ້ອງຂໍ ສັງ​ຄົມຄົນລາວ ຢູ່ນອກ ແລະ ສາກົລຕ່າງໆ​ ຜູ້​ທີ່​ວ່າ ນັບ​ຖື​ສິ​ທ​ທິ​ມະ​ນຸດ ຊ່່ອຍ ຊຸຍ​ເມັ້ງ ແດ່.”

ນອກ​ຈາກນັ້ນ, ທ່ານ Phil Robertson ຮອງອຳນວຍການ ອົງ​ການສິ້ງຊອມ ດ້ານສິທທິມະນຸດ ປະຈຳຂົງເຂດ ເອເຊັຽ-ປາຊິຟິກ ໄດ້ກ່າວວ່າ ການບັງຄັບ ໃຫ້ຫາຍສາບສູນ ເປັນການລະເມີດ ສັນຍາ ສິດທິມະນຸດ ຂອງສະຫະປະຊາຊາຕ.

“ການບັງຄັບ ໃຫ້ຫາຍສາບສູນ ເປັນອາຊຍະກັມ ສ້າງຄວາມເສັຽຫາຍ ໃຫ້ແກ່ຄອບຄົວ ແລະ ຊີວິດຂອງພວກເຂົາເຈົ້າ. ເປັນອາຊຍາກັມ ເກີດຂຶ້ນຢ່າງຕໍ່ເນື່ອງ, ແຕ່ໜ້າເສັຽດາຍ ທີ່ຣັຖບານລາວ ແລະ ໄທຍ ຍັງໃຊ້ການບັງຄັບ ໃຫ້ຄົນຫາຍສາບສູນຢູ່.”

ເຈົ້າໜ້າທີ່ຫ້ອງການ ສະຫະປະຊາຊາຕ ດ້ານສິທທິມະນຸດ ປະຈຳຂົງເຂດ ເອເຊັຽ-ປາຊິຟິກກ່ຽວກັບ ການບັງຄັບ ໃຫ້ຄົນຫາຍສາບສູນ ວ່າ ເປັນການລະເມີດ ສັນຍາສິທທິມະນຸດ ເປັນອາຊຍາກັມ ທີ່ຮ້າຍແຮງ.

“ການບັງຄັບ ໃຫ້ຄົນຫາຍສາບສູນ ທີ່ບັນທຶກໄວ້ ໃນສັນຍາ ສະຫະປະຊາຊາຕ ດ້ານສິທທິມະນຸດ ເປັນອາຊຍາກັມ ຕໍ່ມະນຸດຊົນ.”

ວັນຄົບຮອບ 7 ປີ ຂອງການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ເປັນສັນຍາລັກ ທີ່ບົ່ງບອກເຖິງວ່າ ອົງການເພື່ອສິທທິມະນຸດ ທົ່ວໂລກ ຍັງບໍ່ໄດ້ຫຼົງລືມ ຕໍ່ເຫຕນີ້. ນອກຈາກນີ້, ຍັງມີບຸກຄົນ ທີ່ຖືກບັງຄັບ ໃຫ້ຫາຍສາບສູນ ທີ່ບໍ່ມີຄໍາຕອບ ຈາກທາງການ ເຊັ່ນ ທ້າວ ອ໊ອດ ໄຊຍະວົງສ໌ ແລະ ທ້າວ ເພັດພູທອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.