ສະຫະຣັຖ ຣາຍງານ ການລະເມີດ ສິດທິມະນຸສ, ລວມທັງລາວ

ອຸ່ນແກ້ວ
2022.04.14
ສະຫະຣັຖ ຣາຍງານ ການລະເມີດ ສິດທິມະນຸສ, ລວມທັງລາວ ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນອາວຸໂສລາວ, ໄດ້ຮັບລາງວັນ ແມັກໄຊໄຊ ປີ 2005 ຖືກຫາຍສາບສູນ ໃນປີ 2012 ຈົນຮອດປັຈຈຸບັນ.
ພາບປະກອບ: ຈາກ ສົມບັດ ສົມພອນ ເວັບໄຊທ໌

ໃນ​ວັນທີ 12 ເມສາ ທີ່ຜ່ານມາ, ກະຊວງການຕ່າງປະເທດສະຫະຣັອາເມຣິກາ ໄດ້ອອກບົດຣາຍງານກ່ຽວກັບສິດທິມະນຸສ ປະຈຳປີ 2021.

ເນື້ອ​ໃນບົດຣາຍງານ ເວົ້າເຖິງບັນຫາ ການ​ລເມີດສິດທິມະນຸສ ຂອງແຕ່ລະປະເທດໃນໂລກ ທັງໝົດ 198 ປະເທດ ລວມທັງ ເຂດປົກຄອງຕົນເອງ.

ບົດ​ຣາຍງານສິດທິມະນຸສ ໄດ້ຍົກໃຫ້ເຫັນເຖິງບັນຫາສິດທິມະນຸສ ແລະ ປະຊາທິປະໄຕ ຖືກຄຸກຄາມ ຢູ່ປະເທດຕ່າງໆ ໂດຍສະເພາະເຈົ້າໜ້າທີ່ຣັ​ ​ໄດ້ກັກຂັງປະຊາຊົນແບບບໍ່ເປັນທັມ, ທໍຣະມານ, ຫຼື ສັງຫານນັກການເມືອງຝ່າຍຄ້ານ, ນັກເຄື່ອນໄຫວ, ນັກປົກປ້ອງສິດທິມະນຸສ ຫຼື ນັກຂ່າວ.

ການ​ແລງຂ່າວ ວັນທີ 12 ເມສາ 2022 ທີ່ຜ່ານມາ, ​ເຈົ້າໜ້າທີ່​ລດັບສູງ ຂອງກະຊວງການຕ່າງປະເທດ ສະຫະຣັອາເມຣິກາ ຂອງນຶ່ງໃນປະເດັນ ການ​ລເມີດສິດທິມະນຸສ ທີ່ກະຊວງການຕ່າງປະເທດ ສະຫະຣັອາເມຣິກາ ໃຫ້ຄວາມສຳຄັນ ກໍຄື ຣັສເຊັຽ​​ເຂົ້າມາເຮັດສົງຄາມ ໃນປະເທດຢູເຄຣນນັ້ນ ນຳໄປສູ່ການ​ລເມີດສິດທິມະນຸ.  

ທ່ານ ແອນໂທນີ ບລິງເຄນ (Anthony J. Blinken) ຣັມົນຣີຕ່າງປະເທດ ສະຫະຣັອາເມຣິກາ ໄດ້ແລຕໍ່ສື່ມວນຊົນ ໃນວັນທີ 12 ເມສາ 2022 ຕອນນຶ່ງວ່າ:

ຣັສເຊັຽມາເຮັດສົງຄາມໂຫດໃນຢູເຄຣນ ນັ້ນຄືຄວາມຈິງ ໂດຍສະເພາະໃນຫຼາຍອາທິດມານີ້​, ຍ້ອນວ່າ ທະຫານຣັເຊັຽຖືກຜັກດັນ ໃຫ້ຖອຍອອກຈາກຕົວເມືອງ ທີ່ເຄີຍຢຶດຄອງ ຫຼື ປິດລ້ອມ,  ຫຼັກຖານຄວາມ​​ປ່າເຖື່ອນ ກໍປະກົດໃຫ້ເຫັນ. ສິ່ງທີ່ພວກເຮົາເຫັນ ຈົນຕົກໃຈກໍຄື ສົບຄົນເສັຽຊີວິດ, ມີການມັດມື, ຢູ່ຖນົນ, ຢູ່ໂຮງລະຄອນ ແລະ ສຖານນີຣົໄຟ, ​ຕຶກອາຄານທີ່ພັງລົງມາ ທີ່ມີພົເຮືອນຕິດຢູ່ໃນນັ້ນ. ພວກເຮົາໄດ້ຍິນຄຳໃຫ້ການ ຈາກແມ່ຍິງ ແລະ ເດັກຍິງ ທີ່ຖືກ​​ຂົ່ມຂືນ ແລະ ໄດ້ຍິນວ່າ ມີການປິດລ້ອມພົເຮືອນໃຫ້ໜາວຕາຍ.”     

ບົດ​ຣາຍງານຍັງໄດ້​ລບຸວ່າ ຣັບານທີ່ການ​ລເມີສິດທິມະນຸສ ເຫັນອັນດັບຕົ້ນໆຂອງໂລກ ລວມມີ ຣັເຊັຽ, ຈີນ, ເກົາຫຼືເໜືອ, ນິຄາກວາ ແລະ ຊີເຣັຽ, ພະມ້າ, ເປຣາຣູ, ຄິວບາ, ຮົງກົງ ແລະ ຊູດານ.  

ຢູ່​ໃນປະເທດລາວ, ບັນຫາການ​​ບັງຄັບໃຫ້ບຸກຄົນຫາຍສາບສູນ, ການສັງຫານຊາວມົ້ງ ແລະ ສະພາບຄ້າຍຄຸມຂັງ ທີ່ຂາດຫຼັກອະນາໄມ ຍັງເປັນບັນຫາອັນພົ້ນເດັ່ນ ທີ່ກະຊວງການຕ່າງປະເທດ ສະຫະຣັອາເມຣິກາ ໄດ້ລະບຸຢູ່ໃນບົດາຍງານ ບັນຫາສິທິມະນຸ.

ບົດ​ຣາຍງານ ກະຊວງການຕ່າງປະເທດ ສະຫະຣັອາເມຣິກາ ໄດ້ລະບຸວ່າ ໃນເດືອນເມສາ ຜູ້ຣາຍງານພິເສດ ສະຫະປະຊາຊາດຫຼາຍທ່ານ ໄດ້ຂຽນຈົດໝາຍສະແດງຄວາມເປັນຫ່ວງ ຕໍ່ຣັບານລາວ ກ່ຽວກັບການສັງຫານ ທ່ານ Chue Youa Vang (ຈື ຢົວ ວ່າງ) ທີ່ເປັນຍາດພີ່ນ້ອງ ຂອງຊາວມົ້ງ 2 ຄົນໃນຈຳນວນຊາວມົ້ງ 4 ຄົນ ທີ່ຫາຍສາບສູນໃນເດືອນ ມີນາ 2020 ທີ່ຜ່ານມາ.

ເນື້ອ​ໃນຈົດໝາຍ ຍັງລະບຸວ່າ ທ່ານ ຈື ຢົວ ວ່າງ ຖືກຍິງ ແລະ ສັງຫານ ໂດຍທະຫານ ເພື່ອເປັນການແກ້ແຄ້ນ ທີ່ ທ່ານ Chue Youa Vang ແລະ ສະມາຊິກຄອບຄົວ ຂອງລາວ ໄດ້ປະກາດທວງຖາມຫາຍາດພີ່ນ້ອງ ຜູ້​​ທີ່ຫາຍາບສູນໄປ.

ເຈົາ​ໜ້າທີ່ທາງການລາວ ບໍ່ມີການຣາຍງານຄວາມຄືບໜ້າ ກ່ຽວກັບບຸກຄົນທີ່ຫາຍສາບສູນ ແບບຖືກບັງຄັບ.

ກໍ​ລະນີ ທ່ານ ສົມບັດ ສົມພອນ ນັກພັນາອາວຸໂສດີເດັ່ນ ຂອງລາວ ທີ່ຖືກບີບບັງຄັບໃຫ້ຫາຍສາບສູນ ໃນປີ 2012. ທ່ານ ສົມບັດ ສົມພອນ ຖືກລັກພາໂຕ ຢູ່ຕໍ່ໜ້າປ້ອມຍາມຕຳຣວດ ຢູ່ນະຄອນຫລວງວຽງຈັນ ໂດຍ ມີເຈົ້າໜ້າທີ່ໄດ້ຢຸດຣົຂອງທ່ານ.

ອົງ​ການຈັດຕັ້ງພາກປະຊາສັງຄົມທັງຫຼາຍໃຫ້ຄວາມສົນໃຈຕໍ່ກໍຣະນີ ທ່ານ ສົມບັດ ສົມພອນ ໃນຂະນະທີ່ ນັກການທູດຫຼາຍປະເທດ ກໍໄດ້ທວງຖາມຣັບານລາວ ກ່ຽວກັບຄວາມຄືບໜ້າ ການຊອກຫາໂຕ ທ່ານ ສົມບັດ ສົມພອນ

ນອກ​ຈາກນີ້ ໃນເດືອນ ພຶຈິກາ ທີ່ຜ່ານມາ ພັຍາຂອງທ່ານ ສົມບັດ ຄື ຍານາງ ອິງຊຸຍເມັງ ກໍໄດ້ຮັບແຈ້ງຈາກເຈົ້າໜ້າທີ່ ວ່າເຈົ້າໜ້າທີ່ ອາຍັດ ຊັບສິນຂອງ ທ່ານ ສົມບັດ ສົມພອນ ເອົາໄວ້ຈົນກະທັ້ງ ທ່ານສົມບັດ ໄດ້ຫາຍສາບສູນເປັນເວລາຮອດ 10 ປີ ເຊິ່ງເຈົ້າໜ້າທີ່ ອ້າງວ່າ ເຮັດໄປຕາມຂັ້ນຕອນຂອງກົດໝາຍ, ແຕ່ ທະນາຍຄວາມຂອງພັຍາ ທ່ານ ສົມບັດ ໄດ້ຣາຍງານວ່າ ເຂົາເຈົ້າບໍ່ເຫັນກົດໝາຍ ມາດຣາໃດທີ່ກຳນົດໄວ້ແນວນັ້ນ.  

ຜູ້​ຣາຍງານພິເສດ ສະຫະປະຊາຊາດ ໃນເດືອນເມສາ ໄດ້ອອກຈົດໝາຍ ສະແດງຄວາມເປັນຫ່ວງ ກ່ຽວກັບການດຳເນີນດີ ແລະ ຄຳໃຫ້ການທີ່ເວົ້າເຖິງ ກໍຣະນີການທໍຣະມານ, ການ​ລເມີດສິດທິມະນຸສຮຸນແຮງ, ການ​ລເມີທາງເພດ ທີ່ທະຫານຂອງທາງການລາວ ເປັນຜູ້ກະທຳ ຢູ່ໃນ ເຂດແຂວງຊຽງຂວາງ ບ່ອນທີ່ມີຊາວມົ້ງອາສັຍຢູ່ຫຼາຍ.    

ມີ​ການຣາຍງານວ່າ ປັດຈຸບັນ ຍັງບໍ່ມີສະຖິຕິຈຳນວນ ຜູ້ທີ່ໄດ້ຮັບການຝາກ (ຫຼື ພາກໂທດຕາມຄຳເວົ້າຂອງທາງການ​). ກົມສືບສວນ ຂອງກະຊວງປ້ອງກັນຄວາມງົບ ຍັງຄົງອະນຸຍາດໃຫ້ ປະຊາຊົນຂຽນຄໍຮ້ອງທຸກ ສົ່ງຜ່ານທາງເວັບໄຊທ໌ ແລະ ຕູ້ຮັບຄຳຮ້ອງທຸກ ຢູ່ໃນທົ່ວປະເທດ, ແຕ່ວ່າຍັງບໍ່ມີຣາຍລະອຽດການໃຊ້ຂໍ້ມູນດັ່ງກ່າວ ຜ່ານທາງເວ​ັໄຊທ໌ ແລະ ຕູ້ຮັບຄຳຮ້ອງທຸກ.   

ຣັ​ບານລາວ ບໍ່ມີການເປີດເຜີຍຂໍ້ມູນ ກ່ຽວກັບການດໍເນີນງານ ຂອງອົງການ​​ສືສວນ-ສອບສວນ, ການສວຍໃຊ້ອຳນາດ ຂອງເຈົ້າໜ້າທີ່ຄວາມງົບ.

ນອກ​ຈາກນີ້ ສະພາບຄຸກ, ສູນກັກກັນ ມີຄວາມແຕກຕ່າງກັນ ແລະ ຄຸກບາງແຫ່ງ ມີອາຫານບໍ່ພຽງພໍ, ມີສະພາບແອອັດ, ຂາດຫຼັກອະນາໄມທີ່ເໝາະສົມ.

ຄຸກ​ມີສະພາບແອອັດ ບໍ່ມີຕຽງນອນຄວາມກວ້າງ ບໍ່ເກີນເຄິ່ງແມັດ. ມີຣາຍງານວ່າ ມີການຂັງນັກໂທດທີ່ເປັນເຍົາວະຊົນ ປົນກັບນັກໂທດຜູ້ໃຫຍ່ ເຖິງວ່າຈະບໍ່ມີການຣາຍງານໂຕເລກ ຢ່າງເປັນທາງການກ່ຽວກັບ ຈຳນວນນັກໂທດທັງໝົດ ລວທັງເຣື່ອງການແຍກເພດ ຂອງນັກໂທດ ຍ້ອນວ່າສຖານທີ່ບໍ່ພຽງພໍ ສະນັ້ນ ຜູ້ທີ່ຖືກຂັງ ລໍຖ້າສານຕັດສິນ ແລະ ນັກໂທດທີ່ຖືກສານຕັດສິນ ຈຶ່ງຖືກນຳມາໄວ້ລວມກັນໝົດ

ບໍ່​ມີຂໍ້ມູນກ່ຽວກັບ ການເສັຽຊີວິດຂອງນັກໂທດ ຢູ່ໃນຄຸກ ຫຼື ຢູ່ໃນສູນກັກຂັງພາງສະພາບແອອັດຂອງຄຸກ ເປັນເຫດເຮັດໃຫ້ ມີນັກໂທດຫຼາຍ 100 ປາຍຄົນຕິດໂຄວິດ-19 ຢູ່ ແຂວງສວັນນະເຂດ.

ນັກ​ໂທດ ຕ້ອງຈ່າຍເງິນ ເສັຽເງິນຊື້ອາຫານ-ການກິນ ເພື່ອໃຫ້ເອົາເຂົ້າມາກິນ ຢູ່ໃນຄຸກໄດ້. ໂດຍທົ່ວໄປແລ້ວ ຄຸກຢູ່ປະເທດລາວ ສນອງອາຫານການກິນ ທີ່ບໍ່ເໝາະສົມ ສະນັ້ນ ຄອບຄົວ ແລະ ໝູ່ເພື່ອນຂອງນັກໂທດຈະຕ້ອງໄດ້ຈ່າຍເພີ່ມ ເພື່ອຊື້ອາຫານການກິນໃຫ້ນັກໂທດ.

ກົດ​ໝາຍຫ້າມບໍ່ໃຫ້ມີການຈັບກຸມ ແລະ ກັກຂັງກໍຣະນີທີ່ມີຂໍ້ພິພາດກັນ, ແຕ່ ເຈົ້າໜ້າທີ່ຣັບາງຄົນ ບໍ່ເຄົາຣົບກົດໝາຍ ແລະ ມີການສັ່ງຈັບ ແລະ ກັກຂັງທີ່ພົວພັນກໍຣະນີພິພາດກັນ. ກົດໝາຍໄດ້ໃຫ້ສິດຜູ້ທີ່ຖືກກັກຂັງ ໄດ້ຕໍ່ສູ້ຄະດີ, ແຕ່ວ່າ ບໍ່ປະກົດມີກໍ​ຣນີດັ່ງກ່າວ.

ເຈົ້າ​ໜ້າທີ່ຕຳຣວດ ແລະ ທຫານ ໄດ້ມີອຳນາດໃນການຈັບກຸມປະຊາຊົນ ເຖິງວ່າ ໂດຍທົ່ວໄປແລ້ວ ມີພຽງແຕ່ເຈົ້າໜ້າທີ່ຕຳຣວດເທົ່ານັ້ນ ທີ່ສາມາດຈັບກຸມໄດ້. ໃນກົດໝາຍລະບຸວ່າ ເຈົ້າໜ້າທີ່ດຳເນີນການ ຈັບກຸມແລ້ວ ຈະຕ້ອງແຈ້ງຂໍ້ກ່າວຫາພາຍໃນເວລາ 24 ຊົ່ວໂມງ, ແຕ່ໃນໂຕຈິງບໍ່ເປັນແນວນັ້ນ ໂດຍສະເພາະຢູ່ເຂດທີ່ຢູ່ຫ່າງໄກສອກຫຼີກ.

ບົດ​ຣາຍງານ ຍັງລະບຸເຖິງການຈຳກັດສິດທິ ການສະແດງຄວາມຄິດເຫັນ ໂດຍ ສະເພາະເຈົ້າໜ້າທີ່ທາງການລາວ ໄດ້ຈັບໂຕນາງ ຮ່ວຍເຮືອງ ໄຊຍະບູລີ ຫຼື ນາງ ໝວຍ ໃນປີ 2019 ແລະ ຕັດສິນຈຳຄຸກເປັນເວລາ 5 ປີ ໃນຂໍ້ຫາໃສ່ຮ້າຍປ້າຍສີປະເທດຊາດ ໂດຍ ທີ່ນາງ ໝວຍໄດ້ອອກມາ ວິພາກວິຈານຣັບານ ຜ່ານທາງເຟບຸກຄ໌.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.