ມາຟັງນໍາກັນ 12/01/19

ໄຊຍາ ແລະ ພູວົງສ໌
2019.12.02
"ມາ​ຟັງ​ນຳ​ກັນ" ແມ່ນ​ຣາຍ​ການສົນ​ທະ​ນາ ບັນ​ຫາສັງ​ຄົມ ທີ່​ຕ້ອງ​ການ ພາກ​ສ່ວນ​ກ່ຽວ​ຂ້ອງ ເອົາ​ໃຈ​ໃສ່​ແກ້​ໄຂ, ອອກ​ອາ​ກາດ ທຸກໆວັນອາທິດ ເວ​ລາ 6:00 ແລງ ແລະ ເຊົ້າ​ວັນ​ຈັນ ເວ​ລາ 7:00 (ພູວົງສ໌ (ຊ້າຍ) ແລະ ໄຊຍາ).
RFA

ມະ​ຫະ​ກັມ​ກິ​ລາ​ຊີ​ເກມ​ສ໌ ຄັ້ງ​ທີ 30 ທີ່​ປະ​ເທດ​ຟິ​ລິບ​ປິນ​ສ໌ ໃນ​ປີນີ້, ມີ​ກຳ​ນົດ​ເປີດ​ສາກ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 30 ເດືອນ​ພຶ​ສ​ຈິ​ກາ ຫາ ວັນ​ທີ 11 ເດືອນ​ທັນ​ວາ, ເຊິ່ງທັບ​ນັກ​ກິ​ລາ​ລາວ ກໍ​ໄດ້ສົ່ງ​ນັກ​ກິ​ລາ​ເຂົ້າ​ຮ່ວມໃນ 24 ປະ​ເພດ​ກິ​ລາ ແລະ ມີ​ນັກ​ກິ​ລາ​ເຂົ້າ​ຮ່ວມ​ເຖິງ 300 ປາຍ​ຊີ​ວິ​ຕ. ໃນ​ຂ​ນະ​ດຽວ​ກັນ, ວົງ​ການ​ກິ​ລາ​ລາວ ຍັງ​ມີຫຼາຍ​ດ້ານ​ທີ່​ລົ້ມ​ລຸ​ກ-ຄຸກ​ຄານ ຫຼື​ຂ​ຍາຍ​ໂຕ​ຢ່າງ​ຊ້າໆ. ຫຼ້າ​ສຸດ, ໃນ​ກອງ​ປະ​ຊຸມ​ສ​ພາ​ແຫ່ງ​ຊາ​ຕ​ລາວ ສ​ມັຍ​ສາ​ມັນ​ເທື່ອ​ທີ 8 ຂອງ​ສ​ພາ​ແຫ່ງ​ຊາ​ຕ​ຊຸດ​ທີ 8 ກໍ​ໄດ້​ມີ​ການ​ສ​ເນີ​ກົດ​ໝາຍ​ ວ່າ​ດ້ວຍ ກິ​ລາ​ກາຍ​ກັມ ສ​ບັບ​ປັບ​ປຸງ ດ້ວຍ​ຄວາມ​ຫວັງ​ວ່າ​ ຈະພັ​ທ​ນາ​ກິ​ລາ​ລາວ ​ໃຫ້​ກ້າວ​ໜ້າສູ່​ຄວາມ​ເປັນ​ເລີດ ແລະ ແກ້​ໄຂ​ບັນ​ຫາ​ທີ່​ເຄີຍ​ເປັນ​ບັນ​ຫາ​ໃຫ​ຍ່​ມາ​ກ່ອນ​ໜ້ານີ້.

ທ່ານ ຊົມ​ພູ ພົງ​ສາ, ຜູ້​ຊ່ອຍ​ຣັ​ຖ​ມົນ​ຕ​ຣີ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ເພິ່ນ​ກໍ​ໄດ້​ຍອມ​ຮັບ​ກາງ​ປະ​ຊຸມ​ສ​ພາ​ແຫ່ງ​ຊາ​ຕ​ລາ​ວ ສ​ມັຍ​ສາ​ມັນ​ເທື່ອ​ທີ 8 ທີ່​ພວມ​ດຳ​ເນີນ​ໄປ​ຢູ່ນີ້​ວ່າ ການ​ລົ້ມ​ກິ​ລາ​ເຕະ​ບານ ຫຼື​ເຕະ​ບານ​ຕົ້ມ ແມ່ນ​ມີ​ແທ້ ແລະ ກໍ​ພວມ​ມີ​ການ​ປັບ​ປຸງ​ກົດ​ໝາຍ ເພື່ອ​ປ້ອງ​ກັນ​ບັນ​ດັ່ງ​ກ່າວ​ໃນ​ອະ​ນາ​ຄົດ. ກົດ​ໝາຍ​ທີ່​ວ່ານີ້ ກໍ​ແມ່ນ​ກົດໝາຍ​ ວ່າ​ດ້ວຍ ກິ​ລາ​ກາຍ​ກັມ ສ​ບັບ​ປັບ​ປຸງ. ໂດຍ​ແມ່ນ​ຍາ​ນາງ ແສງ​ເດືອນ ຫຼ້າ​ຈັນ​ທະ​ບູນ, ຣັ​ຖ​ມົນ​ຕ​ຣີ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ເປັນ​ຜູ້​ສ​ເນີໃຫ້​ ສ​ສ​ຊ ມີ​ຄວາມ​ເຫັນ, ປັບ​ປຸງ ແລະ ພິ​ຈາ​ຣະ​ນາຮັບ​ຮອງເອົາ.

“​​ຢູ່ໃນນີ້ ຕໍ່ກັບລົ້ມກິລານີ້ ພວກເຮົາໄດ້ເຫັນຢ່າງຈະແຈ້ງແລ້ວ ຈຶ່ງຂໍເອົາຂໍ້ມາດຣານີ້ ເຂົ້າມາເພີ້ມໃສ່ສະເພາະວ່າ ຖ້າວ່າຍັງມີການລົ້ມກິລາຢູ່ນີ້ ເຮົາຈະບໍ່ສາມາດພັທນາ ຈະມີເງິນຫຼາຍປານໃດກໍຢ່າ. ການແຊກຊຶມໃນການລົ້ມກິລານີ້ ມັນບໍ່ແມ່ນໂຕນັກກິລາຢາກລົ້ມ. ຂໍອະທິບາຍ, ຜູ້ຊື້ຈ້າງຈອບອອຍຢູ່ຕ່າງປະເທດພຸ້ນ ຫາກບໍ່ແມ່ນແຕ່ຢູ່ພາຍໃນ ເຂົາສົ່ງສັນຍານກັນ​​ ໂດຍສາຍໂທຣະສັບ ໂດຍທີ່ເຮົາບໍ່ຮູ້ ແລະ ການກວດກາໃນຄັ້ງສຸດທ້າຍນີ້ ແມ່ນຍ້ອນ FIFA ຣະບຸມາໃຫ້ເຮົາເຫັນ, ເຮົາຍັງບໍ່ສາມາດເຫັນໄດ້. ຈຶ່ງຂໍໃສ່ວ່າ ການລົ້ມກິລາ, ສ່ວນວ່າປະເພດກິລາ ບໍ່ວ່າຈະແມ່ນເຕະບານ ເຮົາກະວ່າເຕະບານ ແລະ ຂໍໃຫ້ຣະບຸເອົາໃສ່. ບາດນີ້ໃຫ້ມັນສອດຄ່ອງຍັງ? ໃຫ້ມັນສອດຄ່ອງກັບກົດໝາຍທາງອາຍາ ແລະ ປະມວນກົດໝາຍທາງອາຍາ. ສ່ວນເປັນລັກສະນະແພ່ງຫັ້ນ ຂໍໃຫ້ເປັນແຕ່ລະກໍຣະນີ.”

ໂຕ​ແທນ​ນັກ​ເຕະ​ບານ​ທີມ​ຊາ​ຕ​ລາວ​ ທ່ານ​ນຶ່ງ ​ໄດ້​ໃຫ້​ສັມ​ພາດ​ແກ່​ສື່ມວນ​ຊົນ​ທ້ອງ​ຖິ່ນ​ວ່າ ໃນ​ການ​ແຂ່ງ​ຂັນ​ຄັ້ງ​ນີ້ ຕ້ອງ​ໄດ້​ຕັ້ງ​ໃຈ​ແບບ​ນັດ​ຕໍ່​ນັດ ຈະ​ຕັ້ງ​ຄວາມ​ຫວັງຫຼາຍ​ກໍ​ບໍ່​ໄດ້ ເພາະ​ຢູ່​ຮ່ວມ​ສາຍກັບ​ທີມ​ທີ່​ແຂງ ເປັນ​ຕົ້ນ​ກໍ​ແມ່ນ​ໄທຍ ແລະ ຫວຽດ​ນາມ ພ້ອມ​ທັງ​ຂໍ​ກຳ​ລັງ​ໃຈ​ຈາກ​ແຟນ​ບານ​ພາຍ​ໃນ​ຊາ​ຕ ໃຫ້​ເຊັ​ຽຊ່ອຍກັນ.

“​​ສຳລັບ ເອງແມ່ນ ຕັ້ງຄວາມຫວັງວ່າ ນັດຕໍ່ນັດ, ແຕ່ວ່າ ສູ້. ແຕ່ລະເທື່ອ ບໍ່ໃຫ້ວ່າສູ້ເທື່ອດຽວໃຫ້ຕັ້ງໃຈໃສ່ນັດນີ້ 100% ນັດໜ້າຕ້ອງ 100% ເພື່ອແບບວ່າ ບໍ່ໃຫ້ຜິດຄວາມຫວັງຂອງໂຕເອງ, ຫັ້ນນ່າ. ໃຫ້ສູ້ເທື່ອລະນັດ ໃຫ້ສົ່ງແຮງເຊັຽແຮງໃຈໃຫ້ພວກເຮົາເນາະ ເພາະວ່າພວກເຮົາກະເຮັດວຽກມາໜັກ, ຊ້ອມມາໜັກທຸກຢ່າງ ເພື່ອປະເທດ. ບໍ່ໄດ້ເຮັດເພື່ອສ່ວນໂຕດອກ, ໃຫ້ເຮັດເພື່ອທຸກຄົນທີ່ບໍ່ໄດ້ໄປຮ່ວມເນາະ ຂ້ອຍສູ້ເພື່ອພວກເຈົ້າ, ພວກເຈົ້າສົ່ງແຮງໃຈໃຫ້ຂ້ອຍ ພວກຂ້ອຍຊິສູ້ເພື່ອພວກເຈົ້າຕໍ່ໄປ.”

ຄ​ຣູ​ເຝິກ​ນັກ​ກິ​ລາ ຢູ​ໂດ່, ກໍ​ໄດ້​ໃຫ້​ສັມ​ພາດ​ແກ່​ສື່ມວນ​ຊົນ​ທ້ອງ​ຖິ່ນ​ວ່າ ໃນການສົ່ງ​ນັກ​ກິ​ລາ​ເຂົ້າ​ແຂ່ງ​ຂັນເທື່ອນີ້ ກໍ​ມີ​ຫວັງ​ເຖິງຫຼຽນ​ຄຳ ຈາກ​ນັກ​ກິ​ລາເພດ​ຊາຍ 2 ຄົນ ຄື ທ້າວ ສຸກ​ພະ​ໄຊ ແລະ ທ້າວ ຈິ​ດຕະ​ກອນ.

“​​​ຖ້າຄາດຫວັງຫຼັກໆເນາະ ນັກກິລາຈະມີ 2 ຄົນທີ່ໂຕຣູເຝິກເອງໄດ້ຄາດຫວັງ ມີລຸ້ນ -66 ກິໂລ, ທ້າວ ສຸກພະໄຊ ກັບ ທ້າວ ຈິດຕະກອນ ລຸ້ນ -81 ກິໂລເນາະ. ແມ່ນ 2 ຄົນຜູ້ຊາຍນີ້ ຄຶດວ່າ ຫວັງວ່າ ເຂົາເຈົ້າອາໄປຮອດຫຼຽນຄຳໄດ້.”

ຕໍ່​ການ​ແຂ່ງ​ຂັນ​ກິ​ລາ​ຊີ​ເກມ​ສ໌ ຄັ້ງ​ທີ 30 ນີ້, ຊາວ​ລາວ​ຫຼາຍ​ຄົນ ກໍ​ຕິດ​ຕາມຊ່ອຍ​ເຊັ​ຽ​ນຳກັນໃນຫຼາຍ​ປະ​ເພດ​ກິ​ລາ. ໃນ​ນັ້ນ, ຊາວ​ລາວ​ໃນ​ນະ​ຄອນຫຼວງວຽງ​ຈັນ​ທ່ານ​ນຶ່ງ ກໍ​ໄດ້​ໃຫ້​ສັມ​ພາດ​ແກ່​ ຂ​ພ​ຈ ໃນ​ມື້​ວັນ​ທີ 27 ພຶ​ສ​ຈິ​ກາ ນີ້​ວ່າ ກິ​ລາ​ທີ່​ທ່ານ​ເຊັຽ ແມ່ນ​ກິ​ລາ ເປ່​ຕັ້ງ ແລະ ທ່ານ​ກໍ​ໃຫ້​ທັ​ສ​ນະ​ ຕາມ​ທີ່​ທ່ານ​ໄດ້​ສັງ​ເກດວ່າ ກິ​ລາ​ປະ​ເພດນີ້ ໜ້າ​ຈະ​ມີ​ລຸ້ນ​ເຖິງຫຼຽນ​ຄຳ.

“​ກະໄດ້ເບິ່ງໄດ້ເຊັຽ ບາງຣາຍການເນາະ. ສ່ວນຫຼາຍກະແມ່ນກິລາເປ່ຕັ້ງເນາະ, ລະກະ ເທັກຄວັນໂດ້, ຢູ່ໂດ່ ປະມານນີ້ ລະກະກະຕໍ້ຫວາຍຫັ້ນ​. ກິລາທີ່ມັກກ່ອນໝູ່ ສ່ວນຫຼາຍກະແມ່ນເປ່ຕັ້ງ ກັບກະຕໍ້ຫວາຍຫັ້ນ. ຄຶດວ່າມັນກໍໜ້າຈະມີລຸ້ນຢູ່ເນາະ ສັງເກດເບິ່ງວ່ານຶ່ງມາ ຟອມນ້ອງໆມານີ້ ກະຕິດນຶ່ງໃນສາມເນາະ ສຳລັບເປ່ຕັ້ງ ທີ່ ຕິດຕາມມາ. ໜ້າຈະມີສິລຸ້ນຫຼຽນຄຳ ບໍ່ຫຼຽນຄຳກະຫຼຽນເງິນເນາະ ທີ່ຈະເອົາກັບມາຝາກປະເທດຊາຕບ້ານເມືອງເນາະ.​”

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.