ນາຍົກຣັຖມົນຕຣີ ສັ່ງ ກວດຄືນ ຄ່າໄຟຟ້າ

ອຸ່ນແກ້ວ ສຸກສະຫວັນ
2020.06.09
F-Meter ເມື່ອບໍ່ດົນມານີ້ ມີຂ່າວວ່າ ຣັດວິສາຫະກິດ ໄຟຟ້າລາວ ຈະລົດຄ່າໄຟຟ້າລົງ 50 ເປີເຊັນ ໃຫ້ແກ່ ປະຊາຊົນ ຜູ້ທີ່ໃຊ້ໄຟຟ້າພາຍ ໃນຄົວເຮືອນ
ຮູບຈາກ : ນັກຂ່າວພົລເມືອງ

ໃນກອງປະຊຸມສະໄໝສາມັນ ຂອງຣັຖບານ ໃນວັນທີ 21 ພຶສພາ 2020 ໄດ້ມອບໝາຍໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ກວດຄ່າໄຟຟ້າ ຄືນ. ບົດຣາຍງານຂອງຕອນນຶ່ງ ໄດ້ລະບຸວ່າ:

“ໃຫ້ກະຊວງພະລັງງານ ແລະບໍ່ແຮ່ ກວດກາຄືນກ່ຽວກັບຄ່າກະແສໄຟຟ້າ ເຫັນວ່າສັງຄົມໃຫ້ຄວາມສົນໃຈຫຼາຍ ເນື່ອງຈາກວ່າ ຄ່າບໍຣິການ ຊົມໃຊ້ ກະແສໄຟຟ້າເພີ່ມຂຶ້ນສູງ ພ້ອມນີ້ ກໍໃຫ້ອະທິບາຍຊີ້ແຈງ ຢ່າງສົມເຫດສົມຜົນ ກ່ຽວກັບຄ່າກະແສໄຟຟ້າ ໃຫ້ສັງຄົມມີຄວາມເຂົ້າໃຈ ແລະ ມີຄວາມສງົບ.”

ແຕ່ນັກວິຊາການໃຫ້ຄຳເຫັນວ່າ ການປ່ຽນແປງຄ່າກະແສໄຟຟ້າ ບໍ່ສາມາດເຮັດໄດ້ ດັ່ງທ່ານ ໄດ້ວິຊການລາວ ໃຫ້ສຳພາດວ່າ:

ນັກຂ່າວ: ເປັນຈັ່ງໃດຄ່າໄຟຟ້າເຮົານີ້ ຊ້ວງນີ້?

ນັກວິຊາການ: ສັງຄົມໂດຍລວມກະເຫັນວ່າ ມັນກະທົບຫັ້ນແຫຼະ ມັນກະຂຶ້ນສອງສາມທົບພຸ້ນໃດ. ກະຄືໄດ້ຍິນສຽງຮ້ອງໂຮ ໂອສະການຢູ່ ທາງສື່ອອນລາຍຫັ້ນແຫລະ ສ່ວນຫລາຍແມ່ນຂຶ້ນເກືອບທົບເຄິ່ງ ຫລື ທົບປາຍ ຫລື ວ່າ ຢ່າງໜ້ອຍກະບໍ່ຕ່ຳກ່ວາ 50,000 ກີບ 60,000 ກີບ. ເຄີຍເສັຍຫລາຍກະຕ້ອງໄດ້ເສັຍເພີ່ມຈຳນວນ ຕາມເປີເຊັນ ມັນຫັ້ນນ່າ.

ນັກຂ່າວ: ຄິດວ່າ ເພິ່ນຊິຫລຸດຢູ່ເບາະ ຫລື ວ່າ ມັນຊິຄືເກົ່າ ຂະເຈົ້າປ່ຽນແປງລາຄານີ້?

ນັກວິຊາການ: ຄັນວ່າ ຕາມຣັຖບານ ຕາມນາຍົກສັ່ງ ໃຫ້ກະຊວງພະລັງງານກະວ່າ ໃຫ້ຫລຸດ 50 ເປີເຊັນ ທີ່ອອກຊື່ ຫາກແຕ່ວ່າ ເວລາ ໂຕຈິງລະກະ ຍັງບໍ່ທັນໄດ້ຫລຸດ ຫາກແຖມວ່າ ຄິດໄລ່ໃໝ່ຍິ່ງເພີ່ມໃຫ້ ເພີ່ມຄ່າໃຊ້ຈ່າຍໃຫ້ປະຊາຊົນອີກ ກະຊິເປັນພາລະໜັກ. ແຕ່ວ່າ ໃນ ກອງປະຊຸມຂອງຣັຖບານ ກະເຫັນວ່າ ເຂົາເຈົ້າກະສັ່ງການໃຫ້ກະຊວງພະລັງງານ ແລະບໍ່ແຮ່ ໃຫ້ໄປຄິດໄລ່ຄົ້ນຄວ້າໃໝ່ ແຕ່ວ່າຄວາມຈິງ ນີ້ກະຄິດວ່າ ອຳນາດຂອງຣັຖບານ ຢູ່ນຳນາຍົກ ຖ້າວ່າ ເພິ່ນສາມາດສັ່ງການ ຫລືວ່າ ເພິ່ນຊິສັ່ງການກໍໄດ້ ຖ້າວ່າ ຍັງຢູ່ໃນໂຄວິດ ເດືອນ 3,4,5,6 ຫຼຸດຫັ້ນໂລດ 50 ເປີເຊັນ ສັ່ງການໄປລະກະແລ້ວນະ ແຕ່ວ່າ ເພິ່ນຍັງມອບໃຫ້ໄປຄົ້ນຄວ້າ ບໍ່ຕ້ອງມອບດອກໃນສະຖານະການ ສຸກເສີນ ນາຍົກສາມາດສັ່ງໄດ້.

ນັກຂ່າວ: ແຕ່ໄລຍະຍາວໆ ເດ້ ເພິ່ນຊິຫລຸດໃຫ້ບໍ່ ຫລືວ່າ ຍັງຊິອັນນັ້ນຄືເກົ່າ?

ນັກວິຊາການ: ຄິດວ່າ ຍັງຈະບໍ່ຫລຸດດອກ ໄຟຟ້າລາວ ບໍ່ໄດ້ມີເຂື່ອນເປັນຂອງຕົວເອງ ເພາະວ່າ ຣັຖບານ ພຍາຍາມຫັນເປັນເອກກະຊົນ ລະ ເຂື່ອນນ້ຳງື່ມ 3 ກະຄືວ່າ ໃຫ້ບໍຣິສັດເອກະຊົນໃຫຍ່ໄປຖືຮຸ້ນລະ ຫລາຍໆເຂື່ອນ ຖືວ່າພະນັກງານຣັຖບານ ເສັ້ນສາຍຄອບຄົວຂະເຈົ້າ ລະແບ່ງກັນໝົດລະ ໃຫ້ຜູ້ນັ້ນຜູ້ນີ້ ບໍຣິສັດ ຜູ້ນັ້ນຜູ້ນີ້ ໄປຖືຮຸ້ນລອຍໆໄວ້ ແຕ່ວ່າ ຜູ້ໃຫຍ່ຢູ່ເບື້ອງຫລັງທັງໝົດ ເພາະສະນັ້ນ ໄຟຟ້າລາວ ມີບັນຫາຫຼາຍອັນນີ້ນະ ມີບັນຫາສ້າງເຂື່ອນ ແຕ່ວ່າເຂື່ອນແຕ່ລະເຂື່ອນ ບໍ່ແມ່ນຂອງຕົນເອງ ລະແມ່ນຂອງຕ່າງປະເທດສຳປະທານໝົດ.

ຫລືວ່າ ແມ່ນຂອງຕົນເອງຢູ່ ກະແມ່ນລູກຫລານຂອງນັກປະຕິວັດ ຢູ່ໃນ ກຳມະການສູນກາງພັກ ຫລືວ່າ ທີ່ຢູ່ໃນ ທີ່ເປັນລູກຫລານຂອງເຈົ້າ ນາຍທັງຫຼາຍແລ ພາກັນສຳປະທານໄປໝົດແລ້ວຫັ້ນນ່າມັນລະຍາກ ຣັຖບານ ຫຼືວ່າໄຟຟ້າລາວນີ້ຖືວ່າ ເປັນແຕ່ຊື່ໄດ໋ດຽວນີ້ ຊື່ໄຟຟ້າ ລາວ ບໍ່ໄດ້ມີເຂື່ອນເປັນຂອງຕົນເອງ.

ເພາະສະນັ້ນ ມັນຍາກໃນເລື່ອງການບໍຣິຫານ ຄ່າໄຟ, ຄັນວ່າເຈົ້າບໍ່ເກັບຄ່າໄຟຂຶ້ນ ຊິເອົາເງິນມາແຕ່ທາງໃດມາຖົມ ເຈົ້ານາຍແຕ່ຕ່າງໆ ກໍໃຊ້ໄຟຟຼີ. ຣັຖເປັນໜີ້ລະເກັບນຳໃຜ ກະຂູດນຳປະຊາຊົນນີ້ແຫລະ.

ຕາມແນວໂນ້ມນີ້ ຄືຊິບໍ່ເປັນຕາຫຼຸດດອກ ເພາະວ່າໄຟຟ້າລາວເອງ ກະຄືວ່າຈົນຕາແຈ ລະໂຕເອງ ໂຕເອງ ບໍ່ມີເຂື່ອນເປັນຂອງຕົນເອງເດ້ ມີແຕ່ເຂື່ອນຜູ້ອື່ນ ໂຕເອງລະເປັນຫຸ່ນລອຍຜ່ານຊື່ໆ ເອກກະສົມກະສານໃຫ້ ຄັນເຂື່ອນຕ່າງປະເທດ ເຂົາໃຫ້ສຳປະທານ ເຂົາກະຕ້ອງຄິດໄລ່ ເລື່ອງຜົນປະໂຫຍດຜົນໄດ້ຜົນເສັຽ ເຂົາກະຕ້ອງບີບບັງຄັບ ໃຫ້ເພິ່ນແຫລະບາດນີ້. ເພິ່ນກະຈຳເປັນໃດບາດນີ້ ຈຳເປັນຕ້ອງ ໄດ້ເກັບ ຄ່າໄຟ ນຳປະຊາຊົນ ເອົາໄປເອົາມາ ລະເກັບນຳປະຊາຊົນ ເພື່ອມາໃຊ້ໜີ້ນຳຮູບແບບ ນັ້ນແດ່.

ທຸກແຂວງໆ ຫລາຍຫ້ອງການ ແລະ ທຸກແຂວງ ມັນກະຍັງບໍ່ພໍແຕ່ຊ່ຳນັ້ນ ອີກບາດນີ້ ບັນດາເຈົ້ານາຍຂັ້ນນຳ ຂອງແຂວງ ທີ່ເປັນ ກຳມະການ ສູນກາງພັກນີ້ ຂ້ອຍບໍ່ຮູ້ລະອຽດວ່າ ເປັນແນວໃດ ແຕ່ເທົ່າທີ່ຮູ້ນຳ ພະນັກງານພາຍໃນ ຜແນກພະລັງງານ ບໍ່ແຮ່ນີ້ກະ ພວກເຮົາກະຈະບໍ່ໄດ້ໃຊ້ ໄຟເສັຽເງິນ ໄດ້ໃຊ້ໄຟຟຣີ ອີກຊິນະ ເຈົ້າແຂວງຫົວໜ້າຜແນກການ ບາງອັນຈັ່ງຊິ ເພິ່ນໃຊ້ສິດກໍ້ບ້ານເຮົາ.

ບາດນີ້ ຣັຖຕີ້ຖົມຂຸມບາດນີ້ ຖົມຂຸມລະເຈົ້າເອົາເງິນ ມາແຕ່ທາງໃດ ມັນກະຕ້ອງເກັບຄ່າໄຟຟ້ານີ້ລະມາຄື ໄປເກັບໄຟຟ້າກະ ພະນັກງານ ໄປຈົດກະ ຜິດຮະຜິດຮາມໄປອີກ ບໍ່ທັນສະໄໝໃຊ້ລະບົບມືໂອ້ຍ ຈັ່ງແມ່ນຫຼ້າຫຼັງແທ້ໆບ້ານເຮົາ ເດືອນນີ້ ຖືວ່າ ປະຊາຊົນຈົ່ມໜັກແຫລະ ຣັຖບານໄຟຟ້າລາວນີ້.

ນອກຈາກນີ້ ນັກວິຊາການອີກທ່ານນຶ່ງ ກໍໃຫ້ສໍາພາດວ່າ ຄ່າໄຟຟ້າຄົງຈະບໍ່ຫລຸດ ເພາະວ່າ ມັນເປັນຂອງເອກກະຊົນ.

ນັກວິຊາການ: ຄ່າໄຟຟ້າຢູ່ຫ້ອງການກະຍັງຖືກ ຕູນໂຕດຽວເລີຍຈັ່ງວ່າ.

ນັກຂ່າວ: ທໍ່ໃດລະ?

ນັກວິຊາການ: 700,000 ກີບ ເກືອບເຂົ້າ 700,000 ຂນາດໂຄວິດ. ມັນຄູນ 710 ຕົ່ວ ກະຈັ່ງວ່າໂຫດໂພດ ອັນນັ້ນນ່າ ຕາມເອົາເບິ່ງໜິ ພວກໂຮງຈັກໂຮງງານ ເຂົາຊິໄດ້ຜົນປະໂຫຍດຫລາຍ ສົມມຸດວ່າ ໃຊ້ຫລາຍທໍ່ໃດ ຄູນໂຕ ຄູນ ຍັງ 710 ກີບ ຕໍ່ກິໂລວັດໂມງ. ແຕ່ວ່າ ຜູ້ທີ່ອັບປະໂຫຍດ ຊິແມ່ນຜູ້ອອກແຮງງານຕໍ່ານີ້ ແຖວບ້ານນອກທີ່ໃຊ້ໜ້ອຍຖືວ່າ ດັບເບີ້ນສອງ ດັບເບີ້ນແຫລະ ແຕ່ກີ້ ມີແຕ່ 300 ປາຍ. ດອກໄຟ ມິແຕ່ສອງດອກ ຢູ່ບ້ານນອກນ່າ ເວົ້າງ່າຍໆ ແຕ່ວ່າ  ຂ້ອຍຕ້ອງໄດ້ເສັຍສອງເທົ່າຕົວ ໂຕນີ້ແຫລະ ອັມອັປໂຍດ.

ນັກຂ່າວ: ຢູ່ເຮືອນເຮົາເດ້ເສັຍເທົ່າໃດ?

ນັກວິຊາການ: ແອສອງໜ່ວຍ ເສັຍເປັນລ້ານພຸ້ນ ດຽວນີ້ໜິ້ງກັນເສັຍເງິນ ຢູ່ດຽວນີ້ນະ ເອີ ເສັຽຫຼາຍແທ້ ຫລາຍຊ່ຳດອກໄຟຊື່ ແຖວບ້ານ ນອກກະຊິ ຊື້ໂຊລາເຊວ ຫົວໄຮ່ປາຍນາ ຊື້ໂຊລາເຊວມາໃສ່ເອົາ ເວົ້າໄປຄືເກົ່າຫັ້ນແຫລະ ເຂົາບໍ່ປ່ຽນດອກ.

ນັກຂ່າວ: ກະໄດ້ຍິນວ່າ ສຳນັກງານນາຍົກ ເພິ່ນບໍ່ແມ່ນມີຄຳສັ່ງຢູ່ໃນກອງປະຊຸມ ຣັຖບານປະຈຳເດືອນພຶສພາ ນີ້ເພິ່ນກະວ່າ ມີມະຕິໃຫ້ ກະຊວງພະລັງງານ ແລະ ບໍ່ແຮ່ເບິ່ງຄືນຄ່າໄຟຟ້າຫັ້ນນະ ໂຕນີ້ ຄິດວ່າ ເພິ່ນຊິປັບຢູ່ເບາະ?

ນັກວິຊາການ: ບໍ່ດອກ ເຮັດບໍ່ໄດ້ ມີແຕ່ເວົ້າຊື່ໆ ມີການທົບທວນຫຍັງຕ່າງໆ ບໍ່ໄດ້ດອກເພາະວ່າ ເບື້ອຫລັງແທ້ໆ ມັນກະແມ່ນນັກທຸຣະກິດ ຫົວໜ່ວຍທຸຣະກິດ ລົງທຶນອັນນີ້ ມັນບໍ່ແມ່ນລົງທຶນ ໃຫ້ມັນຫຼຸບເນາະ ລົງທຶນໃຫ້ມັນມີກຳໄລ. ເຮັດບໍ່ໄດ້ດອກຄຳສອກຄຳສັ່ງ ອີ່ຫຍັງຕ່າງໆ ເຮັດບໍ່ໄດ້ດອກ ເພາະວ່າ ຣັຖ ຮຸ້ນມັນໜ້ອຍຢູ່ໃນຫັ້ນ ສ່ວນໃຫຍ່ແມ່ນພາກທຸຣະກິດ ນອກມີສິດຕັດສິນໃຈ ມີຫາງສຽງຄະແນນສຽງຫຼາຍກ່ວາ ມັນກະຄາຄືເກົ່າເນາະ. ແມ່ນໃຜມີຄະແນນສຽງຫລາຍກ່ວາ ມີສິດຕັດສິນໃຈ ຫລາຍກ່ວາແມ່ນຕົ່ວ ເບີເຊັນ ຮຸ້ນເຂົາໃຫຍ່ກ່ວາ ເຂົາກະມີສິດ ຕັດສິນໃຈໃຫຍ່ກ່ວາແຫລະ.

ເພື່ອຖາມຣາຍລະອຽດເພີ່ມເຕີມ ກ່ຽວກັບຄ່າໄຟຟ້າ, ເອເຊັຽເສຣີ ໄດ້ໂທຫາ ເຈົ້າໜ້າທີ່ກະຊວງພະລັງງານ ແລະບໍ່ແຮ່ ແລະ ຜູ້ອຳນວຍການ ຣັຖວິສາຫະກິດໄຟຟ້າລາວ, ແຕ່ ທັງສອງໜ່ວຍງານນີ້ ບໍ່ໃຫ້ສຳພາດ.

ເຖິງຢ່າງໃດກໍຕາມ ໃນເດືອນພືສພາ ທ່ານ ບຸນອູ້ມ ສີວັນເພັງ ອຳນວຍການໃຫຍ່ ຣັດວິສາຫະກິດໄຟຟ້າລາວ ໄດ້ໃຫ້ສຳພາດ ຕໍ່ໂທຣະພາບ ແຫ່ງຊາດ ວ່າ: ການຊົມໃຊ້ໂຄງສ້າງລາຄາໄຟຟ້າໃໝ່ ກໍເປັນລາຄາ ທີ່ແພງຂຶ້ນ ແລະ ຖືກລົງ ຈາກລາຄາເດີມຂອງຜູ້ຊົມໃຊ້ ບາງກຸ່ມ ຕົວຢ່າງ: ຜູ້ຊົມໃຊ້ ໄຟຟ້າ 0-150 kWh ແມ່ນລາຄາ 355 ກີບ/kWh ເຊິ່ງໄດ້ຫລຸດ 50% ຈາກລາຄາ 710 ກີບ/kWh ສ່ວນທີ່ຜູ້ຊົມໃຊ້ 151-461 kWh ແມ່ນລາຄາຈະເພີ່ມຂຶ້ນສະເລ່ຍ 30 ເຖິງ 50.000 ກີບ.

ທ່ານ ບຸນອູ້ມ ສີວັນເພັງ ອຳນວຍການໃຫຍ່ ຣັດວິສາຫະກິດໄຟຟ້າລາວ ໄດ້ຢັ້ງຢືນວ່າ ຣັດວິສາຫະກິດໄຟຟ້າລາວ ບໍ່ໄດ້ມີເຈດຕະນາຕົ້ມຕຸນ ຫລື ຕົວະພໍ່ແມ່ປະຊາຊົນ,

ຖ້າຫາກພໍ່ແມ່ປະຊາຊົນຜູ້ໃດ ຫາກມີຂໍ້ສົງໄສ ຫລື ກວດພົບວ່າການບັນທຶກຕົວເລກ ໝໍ້ນັບໄຟຜິດ ສາມາດສະເໜີຫາຣັດວິສາຫະກິດໄຟຟ້າ ລາວ ເພື່ອໃຫ້ໄປກວດສອບ ຫລື ໂທຣະສັບ ສອບຖາມສູນບໍຣິການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.