ກອງປະຊຸມເທືຶ່ອທີ 5 ສະພາ ແຫ່ງຊາດ ຊຸດທີ 8

ຈໍາປາທອງ
2018.06.04
F-NAS ສະຖາບັນສູງສຸດ ສະພາ ແຫ່ງຊາຕ ສປປລາວ ທີ່ ນະຄອນຫຼວງວຽງຈັນ
Public Domain

ສະພາແຫ່ງຊາດຊຸດທີ 8 ຂອງສປປລາວ ເປີດກອງປະຊຸມສມັຍສາມັນເທືຶ່ອທີ 5 ຂອງຕົນໃນມື້ວັນທີ 5 ມິຖຸນາ 2018 ແລະຈະດຳເນີນໄປ ເຖິງວັນທີ 28 ຂອງເດືອນດຽວກັນ.

ກອງປະຊຸມເທື່ອນີ້ ຈະພິຈາຣະນາ ແລະຮັບຮອງເອົາຫຼາຍບັນຫາ ທັງແຜນພັທນາເສຖກິດ-ສັງຄົມ, ແຜນງົບປະມານແຫ່ງຣັຖ ປະຈໍາປີ ຜ່ານມາ, ແຜນພັທນາເສຖກິດ-ສັງຄົມ ແລະແຜນງົບປະມານແຫ່ງຣັຖ ປະຈໍາປີຕໍ່ໜ້າ; ແຜນການເຄື່ອນໄຫວວຽກງານ ປະຈໍາປີຜ່ານມາ ແລະທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີຕໍ່ໜ້າຂອງຫົວໜ້າອົງການອັຍການປະຊາຊົນສູງສຸດ ຂອງປະທານສານປະຊາຊົນ ສູງສຸດ ແລະຂອງປະທານອົງການກວດສອບແຫ່ງຣັຖ ແລະຂອງສະພາແຫ່ງຊາດແລະບັນຫາອື່ນໆ ຮວມທັງຮ່າງກົດໝາຍຮວມກັນທັງໝົດ 13 ສະບັບ.

ໃນນັ້ນຣັຖບາລຈະສເນີຮ່າງກົດໝາຍ 11 ສະບັບຮວມທັງຮ່າງກົດໝາຍສະບັບປັບປຸງ 2 ສະບັບຄື: ຮ່າງກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດ -ແຍ່ງ ທາງດ້ານເສຖກິດ ແລະຮ່າງກົດໝາຍ ວ່າດ້ວຍອາກອນ ມູນຄ່າເພີ້ມ ແລະຮ່າງກົດໝາຍໃໝ່ 2 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍ ການຈັດສັນພູມລຳເນົາ ແລະອາຊີບ ແລະຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງໜີ້ສາທາຣະນະ ແລະທັງຮ່າງແຜນແມ່ບົດຈັດສັນທີ່ດິນແຫ່ງ ຊາດແລະກົດໝາຍອີກ 2 ສະບັບ ຊຶ່ງແມ່ນສູນກາງແນວລາວສ້າງຊາດ ແລະສະຫະພັນ ນັກຣົບເກົ່າເປັນຜູ້ຮ່າງ ແລະຈະເປັນຜູ້ສເນີ.

ຮ່າງກົດໝາຍຕ່າງໆທີ່ຣັຖບາລ ສປປລາວ ຈະນຳສເນີຕໍ່ກອງປະຊຸມສະພານັ້ນແມ່ນ ຂແນງການແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ຣາຍງານໃຫ້ ຄນະປະຈຳສະພາແຫ່ງຊາດ ພິຈາຣະນາກ່ອນແລ້ວ.

ມາເຖິງປັດຈຸບັນຢູ່ສປປລາວ ມີກົດໝາຍທັງໝົດ 132 ສະບັບແລ້ວ ແຕ່ກົດໝາຍເລົ່ານັ້ນບໍ່ໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ເກີດຜົລເປັນຈິງ ໄດ້ພໍເທົ່າໃດຍ້ອນສັງຄົມມີການໃຊ້ສິດໃຊ້ອໍານາດເກີນຂອບເຂດ; ດັ່ງເຈົ້າໜ້າທີ່ ເມືອງໄກສອນ ພົມວິຫານ ແຂວງສວັນນະເຂດ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 2 ມິຖຸນາ ນີ້ວ່າ:

"ກົດໝາຍຫລາຍສະບັບທີ່ເພີ່ນໄດ້ຮັບຮອງເອົາ ທີ່ຜ່ານມາກະມີຫລາຍອັນແຕ່ ໃນທາງປະຕິບັດແລ້ວ ແມ່ນຍັງບໍ່ທັນເຄັ່ງຄັດປານໃດ ເປັນຕົ້ນກະແມ່ນ ທາງເຈົ້າໜ້າທີ່ເຮົານີ້ ແລະຖ້າສົມທຽບໃສ່ ກົດໝາຍຂອງປະເທດອື່ນແມ່ນຍັງເຫັນວ່າໄກກັນຫລາຍ ຕົວຢ່າງກົດໝາຍ ການຄຸ້ມຄອງສີ່ງແວດລ້ອມ ການຄຸ້ມຄອງໂຮງຈັກ ໂຮງງານຕ່າງໆ ກະຍັງເຮັດບໍ່ໄດ້ ກະຄືເຮົາຮູ້ນຳກັນຫັ້ນແຫລະ.”

ກອງປະຊຸມສະພາແຫ່ງຊາດສປປລາວ ເທື່ອນີ້ຫລາຍຄົນເວົ້າວ່າ ຄົງດຳເນີນໄປໃນບັນຍາກາດ ທີ່ບໍ່ແຈ່ມໃສພໍເທົ່າໃດຍ້ອນມີຫຼາຍບັນຫາ ອັນບໍ່ດີ ທີ່ສະມາຊິກສະພາ ບໍ່ຮູ້ວ່າເກີດຂຶ້ນ ຢູ່ພາຍໃນເຂດເລືອກຕັ້ງຂອງຕົນ ເພາະບໍ່ໄດ້ລົງໄປພົບພໍ້ກັບ ປະຊາຊົນ ທີ່ວ່າເລືອກເອົາຕົນມາ, ແມ່ນແຕ່ກອງປະຊຸມສະພາແຫ່ງຊາດ ຈະເປີດ ປະຊາຊົນກໍຍັງບໍ່ຮູ້; ດັ່ງປະຊາຊົນ ເມືອງສິງ ແຂວງຫຼວງນໍ້າທາ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 2 ມິຖຸນານີ້ວ່າ:

"ພວກເຮົາຍັງບໍ່ຮູ້ຊໍ້າວ່າ ກອງປະຊຸມສະພາແຕ່ລະເທື່ອເພິ່ນເປີດມື້ໃດ ແລະກະແຕ່ລະເທື່ອເພິ່ນເວົ້າອີຫຍັງແດ່ ສ່ວນຫຼາຍປະຊາຊົນບ້ານເຮົາ ເຂົາບໍ່ຄ່ອຍຊິສົນໃຈປານໃດ ບາງຄົນກະຍັງບໍ່ຮູ້ຊໍ້າວ່າ ສະມາຊິກສະພາແມ່ນໃຜ ມັນບໍ່ມີການລົງມາໂຄສະນາ ເຜີຍແຜ່ອິຫຍັງເລີຍ."

ແມ່ນແຕ່ຊາວນະຄອນຫລວງວຽງຈັນ ຜູ້ຂໍສງວນຊື່ແລະສຽງ ກໍຍັງບອກໃຫ້ຮູ້ໃນມື້ດຽວກັນນີ້ວ່າ ບໍ່ຮູ້ວ່າກອງປະຊຸມສະພາແຫ່ງຊາດ ເພິ່ນຈະ ເປີດຂຶ້ນມື້ໃດບໍ່ໄດ້ຍິນຂ່າວນີ້ ໄດ້ຍິນແຕ່ຂ່າວກ່ຽວກັບການຂັດແຍ່ງ ທາງດ້ານຊາຍແດນ ທີ່ວ່າຮຸນແຮງຫຼາຍຂຶ້ນ ຣະຫວ່າງລາວແລະກໍາພູຊາ.

ກອງປະຊຸມເທື່ອນີ້ດໍາເນີນໄປຖ້າມກາງ ທີ່ສັງຄົມຢູ່ ສປປລາວ ເຕັມໄປດ້ວຍບັນຫາຊໍາເຮື້ອ ທີ່ແກ່ຍາວມາຫຼາຍປີ ຊຶ່ງຜູ້ນໍາພັກ ປະຊາຊົນ ປະຕິວັດລາວ ຜູ້ຜູກຂາດອໍານາດ ຜະເດັດການບໍ່ພຽງແຕ່ບໍ່ສາມາດ ຈໍາກັດໃຫ້ຫລຸດລົງໄດ້ ແຕ່ບັນຫານັ້ນຍັງເປັນພັຍ ອັນໜັກໜ່ວງໃຫ້ແກ່ ປະເທສຊາດ ແລະປະຊາຊົນລາວ ເປັນຕົ້ນຜູ້ທຸກຍາກລໍາບາກຂາດເຂີນ ຄືການໃຊ້ສິດອໍານາດເກີນຂອບເຂດ, ການສໍ້ຣາດບັງຫລວງ, ບັນຫາຢາເສບຕິດ, ບັນຫາທີ່ດິນຂອງປະຊາຊົນ ທີ່ຖືກທາງການຍຶດຄອງເອົາ ແລະທີ່ເກີດຈາກ ຣັຖບາລສປປລາວ ອະນຸມັດໃຫ້ບໍຣິສັດ ຕ່າງປະເທສ ເປັນຕົ້ນວຽດນາມ ແລະຈີນ ເຂົ້າມາລົງທຶນ ໃນຂແນງການຕ່າງໆ ຮວມທັງການສ້າງເຂື່ອນໄຟຟ້າ, ການຂຸດຄົ້ນບໍ່ແຮ່ ແລະ ການປູກພືດອຸດສາຫະກັມ, ສ້າງເຂດເສຖກິດຕ່າງໆ ທີ່ເຮັດໃຫ້ປະຊາຊົນລາວ ເປັນຕົ້ນຊາວໄຮ່ ຊາວນາຢູ່ເຂດຊານເມືອງ ແລະຕາມ ທ້ອງຖິ່ນ ແລະຊົນນະບົດ ຕັ້ງແຕ່ເໜືອຕລອດໃຕ້ ເສັຽໄຮ່ເສັຽນາ ເສັຽຮົ້ວເສັຽສວນຕລອດເຖິງບ້ານເຮືອນ ທີ່ພວກເຂົາເຈົ້າໄດ້ພຍາຍາມ ບຸກບືນທຸ້ມເທເຮື່ອແຮງ ບໍ່ຈັກວ່າເທົ່າໃດກ່ອນຈະໄດ້ມາ ໂດຍທີ່ທາງການ ສປປລາວ ໃຫ້ຄ່າຊົດເຊີຍແບບບໍ່ກູ້ມຄ່າ, ໃຫ້ຕາມໃຈມັກ ແບບບໍ່ ຍຸຕິທັມ, ໂຮງຈັກໂຮງງານເຮັດໃຫ້ເກີດມົລພິດ, ໃຊ້ສານເຄມີແບບຊະຊາຍ ເປັນຕົ້ນໃນສວນກ້ວຍຈີນ ແລະອື່ນໆ ທີ່ເປັນພິດພັຍຕໍ່ສຸຂພາບ ຂອງປະຊົນ ແລະຕໍ່ສິ່ງແວດລ້ອມ ຊຶ່ງຫລາຄົນເວົ້າວ່າ ໃນກອງປະຊຸມສະພາ ເທື່ອທີ 5 ນີ້ ສະມາຊິກສະພາແຫ່ງຊາດ ຄົງຈະຮຽກຮ້ອງ ແລະທວງໃຫ້ຣັຖບາລ ສປປລາວ ພິຈາຣະນາແກ້ໄຂບັນຫາ ດັ່ງກ່າວໃຫ້ຫລຸດໜ້ອຍລົງ ແລະໝົດຊິ້ນໄປໃນທີ່ສຸດ, ເຮັດໃຫ້ສົມກັບວ່າ ເປັນຕົວແທນຂອງ ປະຊາຊົນ ເພື່ອສິດແລະຜົລປໂຍດ ຂອງປະຊາຊົນລາວ ແລະສະພາແຫ່ງຊາດ ເປັນອົງການສູງສຸດແຫ່ງອໍານາດຣັຖ ກ້າເວົ້າກ້າວ່າທັງສິ່ງທີ່ດີ ແລະສິ່ງທີ່ບໍ່ດີ ທີ່ເກີດຂຶ້ນໃນສັງຄົມລາວ ດັ່ງ ດຣ. ສາສດາຈານ ຄໍາເຜີຍ ປານມະໄລທອງ ເວລາທີ່ທ່ານເປັນ ກັມການສູນກາງພັກປະຊາຊົນປະຕິວັດລາວ, ເປັນຫົວໜ້າສະຖາບັນວິທຍາສາດສັງຄົມແຫ່ງຊາດ, ເປັນສະມາຊິກ ສະພາແຫ່ງຊາດ ຊຸດທີ 7, ເຂດ 1, ນະຄອນຫຼວງວຽງຈັນ ຊຶ່ງຫຼາຍຄົນເວົ້າວ່າ ທ່ານເສັຍສລະຜົລປໂຍດ ສ່ວນຕົວ ເພື່ອສ່ວນລວມ, ເພື່ອຊາດ ແລະປະຊາຊົນລາວ ສົມກັບເປັນຕົວແທນ ຂອງປະຊາຊົນລາວທີ່ແທ້ຈິງ, ບໍ່ແມ່ນເປັນຕົວແທນ ຂອງພັກປະຊາຊົນປະຕິວັດລາວ ທີ່ຮັບໃຊ້ສິດ ແລະຜົລປໂຍດ ຂອງຜູ້ນໍາພັກເປັນຕົ້ນຕໍ.

ແຕ່ເຖິງຢ່າງໃດກໍຕາມ ໃນກອງປະຊຸມສມັຍສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດນີ້ ຫລາຍຄົນກໍຝາກຄວາມຫວັງໄວ້ນໍາ ສະມາຊິກ ສະພາ ທີ່ວ່າຈະເປັນຕົວແທນ ເປັນກະບອກສຽງຂອງຕົນຢ່າງແທ້ຈິງ ໃນການສເນີໃຫ້ມີການແກ້ໄຂບັນຫາ ອັນບໍ່ດີຕ່າງໆ ທີ່ເກີດຂຶ້ນໃນ ສັງຄົມລາວ ຊຶ່ງໃນນັ້ນ ນັກທຸຣະກິດລາວ ທີ່ຫລວງພະບາງ ເວົ້າກັບວິທຍຸເອເຊັຍເສຣີ ໃນມື້ວັນທີ 2 ມິຖຸນານີ້ວ່າ:

"ຢາກໃຫ້ປັບປຸງຫລາຍບັນຫາເປັນຕົ້ນກະການດຳເນີນທຸຣະກິດໃນລາວ ເຮົາຢາກໃຫ້ມັນ ວ່ອງໄວນ້ອຍນື່ງ ໃນການແລ່ນເອກສານຕ່າງໆ ຜ່ານມາຍັງຊັກຊ້າ ແລະກະຫລາຍຂັ້ນຕອນໂພດ.”

ຊາວນະຄອນຫຼວງວຽງຈັນ ທ່ານດຽວກັນນັ້ນກໍເວົ້າວ່າ ຢາກໃຫ້ທາງຂັ້ນເທິງເພິ່ນແກ້ໄຂບັນຫາຮ່ອງນໍ້າເໜົ່າເໝັນ ໃນກໍາແພງນະຄອນຫຼວງ ຮວມທັງນໍ້າຮ່ອງແຊງ ທີ່ມີກິ່ນເໝັນຫລາຍນັ້ນນໍາດ້ວຍ ແລະບັນຫາຢາເສບຕິດ ກໍຢາກໃຫ້ເພິ່ນແກ້ແຂ້ໄວໆ ຍ້ອນວ່າມັນເປັນບັນຫາຊໍາເຮື້ອ ທີ່ໜັກໜ່ວງ ທີ່ມີທັງຢູ່ໃນຕົວເມືອງ ແລະຢູ່ຕາມບ້ານນອກຂອກຄາເມ, ມີທັງຜູ້ເຖົ້າ, ຜູ້ໜຸ່ມແລະເດັກນ້ອຍ ພາກັນເສບຢາເສບຕິດຢ່າງ ຫຼວງຫຼາຍ. ມັນເປັນບັນຫາໜັກໜ່ວງໃນສັງຄົມລາວ ທີ່ຍັງແກ້ບໍ່ຕົກ ຈັບຫຼາຍເທົ່າໃດ ກໍຍິ່ງມີການຜລິດຢາເສບຕິດ ເປັນຕົ້ນຢາບ້າອອກມາ ຫລາຍຂຶ້ນ ຊຶ່ງສະມາຊິກສະພາແຫ່ງຊາດ ຄວນຍົກຂຶ້ນເວົ້າຢູ່ໃນກອງປະຊຸມ.

ກອງປະຊຸມສມັຍສາມັນຂອງສະພາແຫ່ງຊາດ ສປປລາວ ແມ່ນປີນຶ່ງມີ 2 ເທື່ອ. ສໍາລັບເທື່ອທີ 1 ຂອງປີ 2018 ນີ້ ແມ່ນມີສິດແລະໜ້າທີ່ ພິຈາຣະນາແລະຮັບຮອງເອົາ 7 ເຣຶ່ອງ ຕາມທີ່ກໍານົດໄວ້ຢູ່ໃນມາດຕຣາ 59 ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ຊຶ່ງໃນນັ້ນມີທັງການ ພິຈາຣະນາ ແລະຮັບຮອງເອົາ ບົດຣາຍງານຂອງຣັຖບາລ ກ່ຽວກັບການຈັດຕັ້ງປະຕິບັດແຜນພັທນາ ເສຖກິດ-ສັງຄົມ, ແຜນງົບປະມານ ແຫ່ງຣັຖປະຈໍາປີຜ່ານມາ ແລະແຜນປະຈໍາປີຕໍ່ໜ້າ; ບົດຣາຍງານກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ ຜ່ານມາ ແລະທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີຕໍ່ໜ້າຂອງຫົວໜ້າອົງການອັຍການປະຊາຊົນສູງສຸດ, ປະທານສານປະຊາຊົນ ສູງສຸດ, ປະທານອົງການກວດສອບແຫ່ງຣັຖ ແລະຂອງສະພາແຫ່ງຊາດ; ພິຈາຣະນາ, ຮັບຮອງເອົາກົດໝາຍ; ຊັກຖາມຄນະນໍາຣັຖ ຕັ້ງແຕ່ ປະທານປະເທສ, ປະທານສະພາ, ນາຍົກຣັຖມົນຕຣີ ຕລອດເຖິງສະມາຊິກຣັຖບາລ, ຫົວໜ້າອົງການຕຸລາການ ແລະປະທານອົງການ ກວດສອບແຫ່ງຣັຖນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.