ພະນັກງານອາສາສມັກ ໝົດຫວັງ ໄດ້ເປັນຣັຖກອນ

ໄຊຍາ
2019.11.18
F-worker ຊາຍໜຸ່ມລາວຫຼາຍໆຄົນ ທີ່ ຮຽນພາສາເກົາຫຼີ ແລ້ວໄປເຮັດວຽກ ຢູ່ເກົາຫຼີໃຕ້
RFA/SY

ບັນຫາ ພະນັກງານອາສາເກີດເປັນປະເດັນໃຫຍ່ ສຳລັບອົງກອນຂອງຣັຖ ໂດຍສະເພາະໃນປີນີ້ ທາງການລາວໄດ້ອອກປະກາດຢ່າງເປັນ ທາງການ ບໍ່ວ່າຈະເປັນກໍຣະນີຄຣູອາສາ ບໍ່ໃຫ້ຣະດົມເຂົ້າມາ ຫຼື ຈຳເປັນແມ່ນໃຫ້ຢຸດຮັບເອົາຄຣູອາສາ. ນອກຈາກນີ້ ຍັງມີແພດອາສາ ພຍາບານອາສາ ທີ່ເປັນບັນຫາຄຸມເຄືອຄ້າຍຄືກັບ ຄຣູອາສາ ແລະ ພະນັກງານອາສາ ໃນຂແນງການຕ່າງໆຂອງຣັຖ ໃຫ້ຊອກວຽກໃໝ່ເຮັດ ບໍ່ໃຫ້ຄອງຄອຍການບັນຈຸເຂົ້າເປັນຣັຖກອນ.

ປັຈຈຸບັນຄົນລາວຍຸກໃໝ່ ຮຽນຈົບມາແລ້ວ ເລືອກທີ່ຈະເປັນພະນັງານຣັຖ ຍ້ອນວ່າກຸ່ມຄົນເລົ່ານີ້ ເຊື່ອວ່າມີຄວາມໝັ້ນຄົງ ແລະມີໜ້າມີຕາ ໃນສັງຄົມ. ດັ່ງເຊັ່ນ ຄຣູອາສາຄົນນຶຶ່ງ ທີ່ແຂວງໄຊຍະບູລີ ເປັນຄຣູອາສາ ມາໄດ້ 3 ປີ ຈຳເປັນຕ້ອງປ່ຽນອາຊີບ ໄປເຮັດວຽກເປັນຊ່າງ ຢູ່ປະເທດເກົາຫຼີໃຕ້. ໃນຂນະທີ່ເປັນຄູອາສາ ບໍ່ມີເງິນເດືອນ ມີແຕ່ເງິນອຸດໜູນ ແຕ່ກໍ່ບໍ່ພຽງພໍກັບຣາຍຈ່າຍ ປະຈຳວັນ, ດັ່ງ ຄຣູອາສາຄົນນີ້ ໃຫ້ສຳພາດຕໍ່ນັກຂ່າວ ເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ:

"ກ່ອນທີ່ນ້ອງຈະມາທຳງານຢູ່ເກົາຫຼີນີ້ ນ້ອງເຮັດອາຊີບກ່ຽວກັບຄຣູອາສາສມັກ ກ່າທີ່ເປັນຄຣູສອນເຂົ້າໃຈວ່າ ເປັນຄຣູສອນອາສາສມັກ ກ່າບໍ່ ມີເງິນ ທາງພາກຣັຖເອົາໃຫ້ເນາະ ມີແຕ່ໂຮງຮຽນເຂົາເຈົ້າເກັບກັບນັກຮຽນ ຜູ້ລະເລັກລະນ້ອຍລະເປັນເງິນ ເດືອນ ໃຫ້ກັບຄຣູອາສາສມັກ ທີ່ວ່າບໍ່ໄດ້ເຂົ້າໂຄຕ້າຫັ້ນລະ. ຜ່ານມາກາເປັນເວລາສາມປີເນາະ ຄ່ານໍ້າມັນຣົຖຄ່າໃຊ້ຈ່າຍຕ່າງໆ ກະຖືວ່າບໍ່ພຽງພໍ ກາເລີຍວ່າຕັດສິນໃຈອອກ. ຢູ່ເກົາຫຼີນີ້ຈຸດດີຂອງມັນ ນຶ່ງ, ເງິນເດືອນກາໂອເຄເນາະ ລະກາຄ່າຄອງຊີບຢູ່ປະເທດນີ້ ກາບໍ່ສູງເຮົາໃຊ້ຈ່າຍ ແຕ່ລະເດືອນ ບາງທີ່ເຮົາໃຊ້ ຈ່າຍປະຢັດກາບໍ່ຮອດແສນ."

ສ່ວນຄຣູອາສາອີກຄົນນື່ງທີ່ເມືອງຊະນະສົມບູນ ແຂວງຈຳປາສັກໄດ້ກ່າວວ່າ ເປັນຄຣູສອນທີ່ໂຮງຮຽນປະຖົມ ບ້ານຜັງຮາມ ເມືອງເລົ່າງາມ ແຂວງສາລະວັນ ມາໄດ້ 6 ປີແລ້ວ ແຕ່ຍັງບໍ່ມີໂອກາດຈະໄດ້ເຂົ້າເປັນຣັຖກອນ. ໃນຂນະທີ່ພຍາບານອາສາ ຜູ້ສງວນຊື່ໄດ້ກ່າວຕໍ່ນັກຂ່າວ ເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າເປັນພຍາບານອາສາ ຢູ່ແຂວງອຸດົມໄຊ ມາຫຼາຍປີ ເພິ່ນເອົາເງິນໃຫ້ເດືອນລະ ສອງແສນກີບແຕ່ສາມເດືອນ ຈ່າຍເທື່ອນຶ່ງ ນອກຈາກບໍ່ໄດ້ເປັນຣັຖກອນແລ້ວໂຊກຮ້າຍ ຕົກເຮືອນ ກາຍເປັນຄົນ ເສັຽອົງຄະ.

"ເຮັດວຽກປີ່ນປົວພຍາດພາຍໃນ ພາຍນອກ ປີ່ນປົວຊ່ອຍທ່ານໝໍ ທົ່ວໄປເພີ່ນໄລ່ ໃຫ້ເດືອນນຶຶ່ງໄດ້ແຕ່ສອງແສນກີບ ພໍໃສ່ນໍ້າມັນຣົຖ ແຕ່ວ່າ ສາມເດືອເພິ່ນຈຶ່ງເບີກ ເທື່ອນຶ່ງເຮົາເຮັດໄດ້ສາມປີ ຊິເຂົ້າປີທີ 4 ເພາະນ້ອງເຮັດປີ 2015 ບໍ່ໄດ້ເສັງຣັຖກອນ ບໍ່ໄດ້ເສັງຫຍັງເລີຍໄລຍະສາມ ປີ ໂຄຕ້າຣັຖກອນ ບໍ່ມາເລີຍ ນ້ອງເກີດເຫດກ່ອນອ້າຍ ໂຄຕ້າຣັຖກອນມາລະບໍ່ໄດ້ເສັງນໍາໝູ່, ຕົກເຮືອນພິການ ຂານ້ອງກາໄດ້ຮັບການ ຜ່າຕັດລະ ແຕ່ວ່າຍັງຍ່າງບໍ່ໄດ້ ຄືເກົ່າພໍແຕ່ເໜັງເໜັງນັ້ນ ໄດ້ພໍແຕ່ຊ່ອຍເຫຼືອ ໂຕເອງ ໄດ້ນ້ອຍນຶ່ງ."

ຕໍ່ບັນຫາເຣື່ອງພຍາຍານອາສາ ຍານາງ ສົມຈັນ ຈິດວົງເດືອນ ສສຊ ເຂດ 4 ແຂວງອຸດົມໄຊ ໄດ້ໃຫ້ສຳພາດຕໍ່ສື່ທ້ອງຖິ່ນວ່າ, ປີ 2019 ແຂວງອຸດົມໄຊໄດ້ຮັບໂຄຕ້າແພດ ພຽງແຕ່ 20 ຄົນ ສ່ວນຄຣູອາສາ ທີ່ຍັງບໍ່ໄດ້ບັນຈຸເຂົ້າຣັຖກອນຈຳນວນ 850 ຄົນ.

ປັຈຈຸບັນ ສຸຂສາລາ ຫຼາຍແຫ່ງພາຍໃນແຂວງອຸດົມໄຊ ຍັງມີແພດອາສາ ຈຳນວນຫຼວງຫຼາຍ ບໍ່ໄດ້ບັນຈຸເປັນຣັຖກອນ ແຕ່ແພດອາສາເລົ່ານີ້ ຍັງປີ່ນປົວຄົນເຈັບ ຢູ່ໃນສຸຂສາລາຕ່າງໆ ໂດຍໄດ້ຮັບແຕ່ເບັ້ຽອຸດໜູນ ສອງແສນ ຫາ ສາມແສນກີບຕໍ່ຄົນ.

ມາເຖີງເຫດການຫຼ້າສຸດ ໃນເດືອນພືສຈິການີ້ ກະຊວງການເງີນແນະນຳ ໃຫ້ອາສາສມັກຈຳນວນ 1,547 ຄົນ ຊອກວຽກໃໝ່ເຮັດ. ເນື່ອງຈາກປີໜ້າທາງພາກຣັຖ ໄດ້ປະກາດຮັບເອົາ ພະນັກງານຣັຖພຽງ 2,000 ຄົນ ສັງລວມໂຕເລກແລ້ວ ແມ່ນບໍ່ພຽງພໍ ເພາະໂຄຕ້າ ສ່ວນຫຼາຍຈະແບ່ງໃຫ້ ກະຊວງສຶກສາ ກະຊວງສາທາ ເປັນສ່ວນຫຼາຍ. ໂດຍປີຜ່ານມາ ກະຊວງການເງິນໄດ້ໂຄຕ້າ 50 ຄົນ ແລະ ປີໜ້າໄດ້ໂຄຕ້າພຽງແຕ່ 25 ຄົນ.

ຕໍ່ເຫດການດັ່ງກ່າວ ທາງການລາວກໍຍັງບໍ່ມີທາງອອກ ນອກຈາກຈະອອກມາຕການໃຫ້ຫລຸດການຮັບເອົາຈຳນວນ ພະນັກງານຣັຖ ໃນແຕ່ລະ ປີ, ດັ່ງ ທ່ານ ສົມດີ ດວງດີ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີກະຊວງການເງີນ ໄດ້ກ່າວໃນກອງປະຊຸມສະພາ ແຫ່ງສມັຍສາມັນຄັ້ງທີ 8 ທີ່ກຳລັງດຳເນີນ ຢູ່ໃນຂນະນີ້ວ່າ: ເນືອງຈາກປີນີ້ມີພະນັກງານ ອອກບຳນານເຖິງ 4,000 ຄົນ ອີງຕາມໂຕເລກ ກະຊວງພາຍໃນຣາຍງານ ນັ້ນ ທາງພາກຣັຖໄດ້ປະກາດເອົາ ຣັຖກອນໃນປີ 2020 ພຽງ 2,000 ຄົນ ເທົ່ານັ້ນ. ເມື່ອສົມທຽບເຫັນວ່າ ໂຕເລກຮັບເອົາຣັຖກອນ ຫລຸດລົງມານັບ ແຕ່ປີ 2017 ຮັບເອົາ 3,000 ຄົນ ມາປີ 2018 ຮັບເອົາ 1,500 ຄົນ ເຊັ່ນດຽວກັບປີ 2,019 ຮັບເອົາ 1,500 ຄົນ.

ກະຊວງພາຍໃນຣາຍງານວ່າປັຈຈຸບັນ ມີຣັຖກອນເຖິງ 184,000 ຄົນ ເທົ່າກັບ 2,8% ຂອງປະຊາກອນ. ຕໍ່ກັບຈຳນວນໂຕເລກນີ້ ຣັຖບານລາວ ຍັງເຫັນວ່າເປັນໂຕເລກ ທີ່ສູງຢູ່ ປັດໃຈທີ່ເຮັດໃຫ້ເປັນເຊັ່ນນັ້ນ ຍ້ອນງົບປະມານຂອງຣັຖເຂົ້າຂັ້ນວິກິດ ນະໂຍບາຍ ຂອງ ຣັຖກອນຫຼາຍຢ່າງ ຈຳເປັນຕ້ອງໄດ້ຕັດອອກ ເພາະຕ້ອງໄດ້ດຸ່ນດ່ຽງ ງົບປະມານເອົາໄປໃຊ້ໜີ້ ສາທາຣະນະ ແລະຊໍາລະໜີ້ໃຫ້ໂຄງການ ຕ່າງໆ.

ແລະອີກມາຕການນຶ່ງ ທີ່ຣັຖບານໃຊ້ເພື່ອບໍ່ໃຫ້ງົບປະມານ ເງິນເດືອນຮົ່ວໄຫຼ ຣັຖບານກຳລັງດຳເນີນມາຕການກຳຈັດຣັຖກອນຜີ ທີ່ມີຊື່ກິນ ເງິນເດືອນ ແຕ່ບໍ່ມີໂຕຕົນ ໂດຍໃນໄລຍະຜ່ານມາກະຊວງພາຍໃນ ຍັງກວດພົບເຫັນບາງກະຊວງໂອນເງິນເດືອນ ເຂົ້າບັນຊີພະນັກງານ ຜີ ທີ່ມີແຕ່ຊື່ບໍ່ໄດ້ເຮັດວຽກ ຫຼືວ່າລາອອກໄປແລ້ວ. ດ້ວຍການເຮັດບັດຣັຖກອນ ແບບໃໝ່ ແລະ ຈະໂອນເງິນເດືອນ ຜ່ານທາງເອທີເອັມ. ດັ່ງເຈົ້າໜ້າທີ່ກົມປະຊາສຳພັນ ກົມບໍຣິຫານຈັດການ ພະນັກງານຣັຖ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ເອເຊັຍເສຣີ ໃນວັນທີ 12 ພືສຈິກາວ່າ:

"ຍົກໂຕຢ່າງວ່າພະນັກງານ ທີ່ວ່າອອກໄປແລ້ວ ແຕ່ເຂົາຍັງມີຣາຍຊື່ ກິນເງິນດ້າມເງິນເດືອນຢູ່ ມີຊື່ອອກເປັນພະນັກງານ ເບັ້ຽບຳນານໄປແລ້ວ ແຕ່ກໍສິຍັງຢູ່ ຫຼືວ່າເຂົາເອົາລູກຫຼານ ເຂົ້າມາເປັນຣາຍຊື່ ໂຕຢ່າງວ່າມາເປັນພະນັກງານຂ້ອຍ ແຕ່ລູກຫຼານເຈົ້າ ບໍ່ໄດ້ຢູ່ຫັ້ນນ່າ ແຕ່ໃນຣາຍຊື່ ຍັງມີ, ແລ້ວກິນເງິນເດືອນຂອງຣັຖ ໄປເລື້ອຍໆ. ຮູບແບບຂອງຂະເຈົ້າມັນ ກໍຫາກມີຢູ່ດອກ ເພາະວ່າຣາຍເຊັນຢູ່ນໍາເຂົາ ການເບີກຈ່າຍຢູ່ ນໍາເຂົາ ການກວດກາຢູ່ນໍາເຂົາ ແຂວງເຂດນອກ ກະແຂວງທາງພາກເໜືອ ທາງພາກໃຕ້ ບໍ່ ແຂວງນອກພຸ້ນນ່າ ຄືຢ່າງຫຼວງນໍ້າທາ, ຜົ້ງສາລີ, ອຸດົມໄຊ, ທາງໃຕ້ກໍ ອັດຕະປື, ຈຳປາສັກ, ຄຳມ່ວນ, ໄປຊັ້ນລະ."

ຕໍ່ບັນຫາຄວາມຕ້ອງການເຂົ້າເປັນຣັຖກອນ ໄວໜຸ່ມອີກຄົນນຶ່ງຂໍສະຫງວນຊື່ ທີ່ເຄີຍຜິດຫວັງແຕ່ຫັນໄປເຮັດວຽກເອກກະຊົນ ຈົນໄດ້ດີ ກໍ່ໄດ້ໃຫ້ເຫດຜົລ ຕໍ່ກັບບັນຫານີ້ວ່າ:

"ເຮັດວຽກັບຣັຖນີ້ນ່າ ມັນບໍ່ໄດ້ຖືກສນັບສະນູນ ຢ່າງເຕັມທີ່ຄືກັນກັບພາກ ເອກກະຊົນ ໂດຍສະເພາະ ພາກເອກກະຊົນ ຄັນເຮົາເຮັດວຽກດີ ເຮັດວຽກເກັ່ງ ເຮົາມີຄວາມສາມາດ ແທ້ໆນີ້ເຮົາຈະຖືກໂປຣໂມດ ເຮົາຈະຖືກຍົກຂຶ້ນ ວ່າຊັ້ນສາເນາະ ຈາກພະນັກງານທົ່ວໄປ ກາຊິເປັນ ຫົວໜ້າໜ່ວຍງານ ເປັນຜູ້ຈັດການ ເປັນອີ່ຫຍັງໄປ ແຕ່ວ່າພາກຣັຖ ມັນປັຈໃຈ ແລະອົງປະກອບຫຼາຍອັນ ເຮັດໃຫ້ຫຼາຍຄົນ ຮູ້ສຶກບໍ່ທຸ່ນຖ່ຽງ ວ່າຊັ້ນສະ."

ທ່ານໄດ້ກ່າວຕື່ມວ່າ ການທີ່ຄົນລາວຍຸກນີ້ ເລືອກເຮັດວຽກກັບຣັຖ ແມ່ນຫຼາຍຄົນຄິດວ່າ ມີຄວາມໝັ້ນຄົງ ເຮັດວຽກສະບາຍ ບໍ່ໄດ້ກັງວົນ ຫຍັງຫຼາຍ ຕ່າງຈາກເອກກະຊົນ ທີ່ຕ້ອງໄດ້ແຂ່ງກັບເວລາ ເຊີ່ງຄົນສ່ວນຫຼາຍບໍ່ມັກ.

ເຖິງແນວໃດກໍຕາມ ຣັຖບານໄດ້ປະກາດແບບປະຕິເສດ ພະນັກງານອາສາສມັກໄປໃນໂຕ ຍ້ອນການຂາດເຂີນງົບປະມານ ແຕ່ສະພາບ ໂດຍລວມ ຣັຖບານກໍ່ຍັງບໍ່ມີທາງອອກ ໃນເຣື່ອງນີ້ໃຫ້ກັບສັງຄົມວ່າ ຈະມີມາຕການແບບໃດ ເພາະຮຽນຈົບມາແລ້ວ ກໍ່ຢາກໃຊ້ວິຊາທີ່ຮຽນມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.