ຊາວລາວອາສັຍ ສື່ອອນລາຍ ເພື່ອນບ້ານ ເປັນຫຼັກ

ໄຊຍາ
2020-01-16
Share
F-Media ສື່ ແລະ ຂ່າວສານ ໃນ ສປປ ລາວ
ຮູບຈາກ : ນັກຂ່າວພົລເມືອງ

ສື່ກະແສຫຼັກ ບໍ່ວ່າຈະເປັນໜັງສືພີມ, ວິທຍຸ, ໂທຣະທັດ ແລະ ສື່ສັງຄົມອອນລາຍ ຈະຣາຍງານຂ່າວພິທີການ ຂອງພາກຣັຖບານ ກວມເອົາ ສ່ວນຫຼາຍ.

ສ່ວນຂ່າວທີ່ປະຊາຊົນໄດ້ຮັບຜົລກະທົບ ເຊັ່ນພັຍພິບັດເຂື່ອນແຕກ ນໍ້າຖ້ວມ ການສໍ້ຣາດບັງຫຼວງ ອາຊຍາກັມ ຢາເສບຕິດ ການຍາດແຍ່ງ ທີ່ດິນ, ຜົລກະທົບຈາກພຶດຕິກັມ ຂອງຄົນຈີນ ແລະ ວຽດນາມ ທີ່ກະທຳຕໍ່ຄົນລາວ ເຊັ່ນການໂກງຄ່າແຮງງານ, ການມາຕັ້ງຖີ່ນຖານ ຍາດ ອາຊີບໃນລາວ ຂ່າວເລົ່ານີ້ນ້ອຍຫຼາຍ ທີ່ຈະເຫັນອອກທາງສື່ຫຼັກ. ດັ່ງ ປະຊາຊົນທີ່ຕິດຕາມຂ່າວໄດ້ ໃຫ້ຄວາມເຫັນຕໍ່ນັກຂ່າວ ວິທຍຸ ເອເຊັຽ ເສຣີ ເມື່ອຕົ້ນເດືອນມົກຣາວ່າ; ຂ່າວພາຍໃນລາວສ່ວນຫຼາຍ ຍັງມີການນໍາສເນີ ແບບຈຳກັດຢູ່.

"ທາງໂທຣະພາບນີ້ ເພີ່ນຂ້ອນຂ້າງຈຳກັດຂໍ້ມູນ ຈຳກັດຂ່າວຍົກໂຕຢ່າງກ່ຽວກັບພວກຢາເສບຕິດ ກ່ຽວກັບປະເທດຊາດທຸກຂ່າວທີ່ມັນບໍ່ ສາມາດຣະບຸໄດ້ວ່າ ໂຕໃດແທ້ທີ່ເພີ່ນເຈາະຈົງ ຖ້າສິ່ງໃດທີ່ບໍ່ແນ່ນອນ ເພິ່ນກາບໍ່ຢາກໃຫ້ອອກ ຂ່າວອອນລາຍຈຳກັດ ບໍ່ໄດ້ ແຕ່ລະທີ່ມັນບໍ່ ສາມາດ ຈຳກັດໄດ້ຂໍ້ມູນ ມັນຈາກຫຼາຍຕົ້ນສະບັບ."

ສ່ວນປະຊາຊົນອີກທ່ານນຶ່ງ ໃຫ້ຄວາມເຫັນວ່າ ໂລກອອນລາຍນີ້ມັນໄວກ່ວາໂທຣະທັດ ເຮັດໃຫ້ສັງຄົມທັງພາຍໃນ ແລະພາຍນອກໄດ້ຮັບຮູ້ ດັ່ງເຊັ່ນເຫດການເຂື່ອນ ເຊປຽນ-ເຊນໍ້ານ້ອຍແຕກ ເມື່ອປີ 2018 ຜ່ານມາ.

"ສັງຄົມຮູ້ນີ້ຕ້ອງໂລກອອນລາຍ ມັນໄວກວ່າຄືນໍ້າຖ້ວມອັດຕະປື ຫວ່າງກີ້ນີ້ ແມ່ນບໍ່ເປັນຫຍັງຄົນໄທ ເຂົາຮູ້ຄົນເສັຽຊີວິດມີຈັກຄົນ ຄົນລອດ ຊີວິດມີຈັກຄົນ ປະເທດລາວ ຄືປິດບັງເປັນຫຍັງຣັຖບານລາວ ຄື6ບໍ່ເປີດເຜີຍ."

ໃນຂນະທີ່ກະຊວງຖແລງຂ່າວ ວັທທັມແລະທ່ອງທ່ຽວ ທີ່ມີພາລະບົດບາດຊີ້ນໍາວຽກງານ ສື່ມວນຊົນໂດຍກົງ ດັ່ງທ່ານ ສວັນຄອນ ຣັຖມົນຕຣີ ຮອງຣັຖມົນຕຣີກະຊວງຖແລງຂ່າວວັທນະທັມ ແລະທ່ອງທ່ຽວ ໄດ້ກ່າວໃນກອງປະຊຸມ ສຳມະນາວິທຍາສາດ ຄຸ້ມຄອງ ແລະ ການນໍາໃຊ້ ສື່ ເມື່ອທ້າຍເດືອນທັນວາຜ່ານມາ. ປັດຈຸບັນສື່ມວນຊົນລາວ ມີທັງ ສື່ສິ່ງພິມ, ສື່ອີເລັກໂທຣນິກ, ສື່ສັງຄົມອອນລາຍ ແລະ ຣັຖບານລາວ ກໍໄດ້ ສຸມທຶນໃສ່ ເພື່ອພັທນາຈາກຮູບແບບອານາລອກ ໄປຊູ່ຣະບົບດີຈິຕອນ ທີ່ທັນສມັຍ ຄືກັນກັບບັນດາ ປະເທດຕ່າງໆ.

"ປັດຈຸບັນນີ້ ສື່ໄດ້ມີການເຕີບໃຫຍ່ ຂຍາຍໂຕ ມີທຸກຮູບແບບທຸກຊນິດ ເຊິ່ງແຕ່ລະສື່ ກໍໄດ້ມີການເຕີບໃຫຍ່ຂຍາຍໂຕເປັນກ້າວໆມາ ສຳລັບ ສື່ໃໝ່ ກໍໄດ້ນໍາໃຊ້ກັນຢ່າງກວ້າງຂວາງ ແລະເປັນທີ່ນິຍົມຢູ່ໃນສັງຄົມ ປະຊາຊົນລາວພວກເຮົາໄດ້ມີຫຼາຍຊ່ອງທາງ ໃນການບໍຣິໂພກຂໍ້ມູນ ຂ່າວສານ ທີ່ເປັນປໂຍດເຂົ້າໃນການພັທນາ ແລະປົກປັກຮັກສາປະເທດຊາດ. ສື່ມວນຊົນຂອງພວກເຮົາ ກໍໄດ້ມີຣະບົບການຈັດຕັ້ງ ມີການ ຄຸ້ມຄອງທີ່ຮັດກຸມໜັກແໜ້ນ ມີຄວາມເຂັ້ມແຂງ ມີຄວາມເປັນເຈົ້າຕົນເອງ ໃນການເຄື່ອນໄຫວ ເຮັດໜ້າທີ່ການເມືອງ ຢ່າງວ່ອງໄວ ເຮັດໃຫ້ ຂໍ້ມູນຂ່າວສານໄປເຖິງທຸກທ້ອງຖິ່ນທົ່ວປະເທດ ແລະ ອອກສູ່ຕ່າງປະເທດ ຢ່າງວ່ອງໄວ ພໍທັນການຢ່າງສົມຄວນ."

ສ່ວນບັນນາທິການຂ່າວທ່ານນຶ່ງໄດ້ໃຫ້ຄວາມເຫັນວ່າ ການພັທນາການຂ່າວ ເພື່ອສນອງໃຫ້ສັງຄົມ ຫຼັກສຳຄັນແມ່ນຕ້ອງອີງໃສ່ການຊີ້ນຳ ຂອງການນໍາທີ່ຢູ່ໃນຂແນງການນັ້ນ.

"ຢູ່ໃນຂ່າວ ໃຫ້ມັນຄົມຊັດກວ່າເກົ່າ ບໍ່ແມ່ນວ່າຊິແຈ້ງຂ່າວ ແບບວິຊາການຕາຍໂຕບໍ່ແມ່ນ, ໃຫ້ມີລັກສນະແຕກຕ່າງໄປເລື້ອຍໆແຫຼະ ແຕ່ວ່າ ມີຂໍ້ມູນຄົບຖ້ວນ ອາດຈະເປັນໄປໄດ້ ແຕ່ວ່າຕ້ອງແມ່ນປະທານຜູ້ຊີ້ນຳ ຄືເຈົ້າເມືອງເຈົ້າແຂວງ ເພິ່ນອານຸຍາດ ເປີດເຜີຍ ກາຈຶ່ງໄດ້ເປີດເຜີຍ ໃດ໊."

ໃນຂນະທີ່ນັກຂ່າວທ່ານນຶ່ງ ໃຫ້ຄວາມເຫັນຕໍ່ການຣາຍງານຂ່າວວ່າ ພວກເຮົາມີສິດເສຣີພາບ ຣັຖບານກໍ່ບໍ່ໄດ້ບີບບັງຄັບເຮົາ ແຕ່ຖ້າຣັຖບານ ບໍ່ເຫັນດີ ພວກເຮົາກໍອອກບໍ່ໄດ້.

"ເຂົາເຈົ້າເວົ້າໄປນັ້ນອ້າຍກາບໍ່ຄ່ອຍສົນໃຈດອກເນາະ ຄືພວກອ້າຍນີ້ເພິ່ນວ່າສື່ສັງຄົມນີຍົມຮັບໃຊ້ພັກ ໃຊ້ຣັຖບານຫັ້ນ ເພິ່ນຈັດອັນດັບໃຫ້ ພວກເຮົາ ຂາດສິດເສຣີພາບ ຕົກຢູ່ເທົ່ານັ້ນເທົ່ານີ້ ເຮົາບໍ່ເຊື່ອດອກ ເຮົາຮູ້ສຶກວ່າ ເຮົາເຮັດວຽກ ມີຄວາມສຸກຣັຖບານ ກາບໍ່ໄດ້ບີບບັງຄັບວ່າ ເຮົາຕ້ອງຈັ່ງຊັ້ນ ເຮົາຕ້ອງຈັ່ງຊີ້ ຍົກໂຕຢ່າງ ມີຂ່າວຣັຖບານວ່າມີຂ່າວນີ້ ຍັງບໍ່ສາມາດອອກໄດ້ ມັນກາອອກບໍ່ໄດ້ແມ່ນຕົ໋ວ."

ສ່ວນນັກຂ່າວທ່ານນີ້ກໍໄດ້ກ່າວໃນທຳນອງດຽວກັນວ່າ ພວກເຮົາມີສິດເສຣີພາບ ໃນການຂຽນຂ່າວ ແລະ ໄດ້ຮັບການຄຸ້ມຄອງ ຈາກກົດໝາຍ ສື່ມວນຊົນ.

"ຄຶດວ່າການຂຽນຂ່າວພວກເຮົາກາມີເສຣີພາບ ເພາະວ່າ ພວກເຮົາມີກົດໝາຍ ສື່ມວນຊົນ ທີ່ຣະບຸໄວ້ວ່າ ສື່ມວນຊົນມີເສຣີພາບ ໃນການນໍາ ສເນີຂ່າວ ສະແດງຄວາມຄິດຄວາມເຫັນ ຕໍ່ກັບບັນຫາຕ່າງໆ."

ເມື່ອພວກເຮົາມາຊັ່ງຊາເບິ່ງວ່າ ການຂຽນຂ່າວຂອງນັກຂ່າວ ມັນກໍມີຫຼາຍປັດໃຈ ທີ່ມາຈຳກັດເຮັດໃຫ້ນັກຂ່າວລາວ ທີ່ເຮັດວຽກໂຕຈິງບໍ່ ສາມາດຣາຍງານຂ່າວກ່ຽວກັບ ຜົລກະທົບຂອງສັງຄົມໄດ້ ຢ່າງເຕັມສ່ວນ. ດັ່ງພະນັກງານບຳນານທ່ານນຶ່ງ ໄດ້ອະທີບາຍ ວ່າໂຄງສ້າງ ຂອງການຂ່າວລາວ 80% ແມ່ນຂຶ້ນກັບຣັຖບານ ແລະ ພະນັກງານກໍ່ແມ່ນ ພະນັກງານຣັຖ ກິນເງີນເດືອນກັບຣັຖ ເພາະສະນັ້ນເປັນໄປ ບໍ່ໄດ້ ທີ່ຈະໃຫ້ນັກຂ່າວເລົ່ານັ້ນ ຂຽນຂ່າວທາງດ້ານລົບໃຫ້ກັບ ພັກ-ຣັຖ.

ອີກດ້ານນຶ່ງ ຜູ້ບໍຣິຫານ ຫຼື ນັກຂ່າວໃນອົງກອນ ກໍເປັນສະມາຊິກພັກ ເຊິ່ງກໍ່ໝາຍເຖິງອານາຄົດທາງດ້ານການຮັບໃຊ້ ແນວທາງການເມືອງ ຂອງພັກ. ເພາະສະນັ້ນບໍ່ມີໃຜ ຈະຊຽ່ງເຮັດຂ່າວໃນດ້ານລົບ ຂອງພັກ-ຣັຖ ເດັດຂາດ.

ທ່ານໄດ້ອະທິບາຍຕື່ມວ່າ ສວ່ນຫຼາຍເນື່ອໃນຂ່າວທີ່ສເນີ ກໍ່ຈະຮູ້ແຕ່ວ່າ ເຣື່ອງຫຍັງ, ຢູ່ໃສ ໃຜເຂົ້າຮ່ວມ ແລະກໍເນື້ອໃນທີ່ມີລັກສນະຍ້ອງຍໍ ຜູ້ຢູ່ໃນຂ່າວເທົ່ານັ້ນ ແຕ່ຣາຍລະອຽດລົງເລິກ ແມ່ນບໍ່ມີໃຫ້ເຫັນ ຫຼືເອີ້ນວ່ານັກຂ່າວບໍ່ໄດ້ ເຈາະຂໍ້ມູນດ້ານອື່ນ ນອກຈາກເອົາໃບຂ່າວ ທີ່ ພາກສ່ວນນັ້ນພີມໄວ້ ແລ້ວມາກອບປີ້ຄືນ.

ເຊິ່ງມັນແຕກຕ່າງຈາກ ສື່ສັງຄົມອອນລາຍ ທີ່ຂ່າວມາຈາກປະຊາຊົນ ມັນເຫດການໂຕຈີງ ວ່ອງໄວທັນເວລາ ເຊິ່ງສື່ເລົ່ານີ້ ຣັຖບານບໍ່ສາມາດ ກວດສອບໄດ້ ຈຶ່ງໄດ້ເຮັດໃຫ້ສັງຄົມໄດ້ຮັບຂ່າວສານ ທີ່ປະຊາຊົນໄດ້ຮັບຜົລກະທົບ ແຕ່ກໍມີບາງກໍຣະນີເຈົ້າໜ້າທີ່ ກໍໄດ້ສັ່ງປິດບາງເຟສເພາະ ໄປແຕະຕ້ອງຜົລປໂຍດ ຫຼື ຈຳກັດຄຸກດ້ວຍຂໍ້ຫາຕໍ່ຕ້ານຣັຖບານ ເຊັ່ນ ນາງຮວຍເຮືອງ ໄຊຍະບູລີ ຫຼື ນາງໝວຍທີ່ອອກຄຳເຫັນ ຜ່ານທາງ ສື່ອອນລາຍ ແລະ ກໍຣະນີອື່ນໆ ທີ່ເກີດຂຶ້ນ.

ຫຼ້າສຸດ ທ່ານ ທອງໃສ ຊານໄຊຍະ ຮອງຣັຖມົນຕຣີກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ຣາຍງານເມື່ອປີ 2018 ວ່າ: ໃນລາວມີຜູ້ໃຊ້ເຟສບຸກ ເຖິງ 2,4 ລ້ານບັນຊີ ໃນນັ້ນໃຊ້ຜ່ານໂທຣະສັບ ມືຖື 92% ໂຕເລກ ນີ້ເພີ່ມຂຶ້ນ 6 ແສນບັນຊີ ໃນໄລຍະ 1 ປິ. ສ່ວນອັນດັບສອງ ແມ່ນຢູ່ທູບ 1ລ້ານ 5 ແສນບັນຊີ ແລະ ຊື່ອື່ນໆ ຕາມລຳດັບ.

ເບິ່ງຈາກໂຕເລກນີ້ແລ້ວ ເຫັນວ່າ ສື່ສັງຄົມອອນລາຍ ມີອິດທິພົນ ຕໍ່ການຕິດຕາມຂ່າວ ຂອງຄົນລາວ ແລະ ຂ່າວກໍຈະມາຈາກ ສື່ສັງຄົມ ອອນລາຍຫຼາຍຂຶ້ນ ອັນສ້າງຜົລກະທົບໃຫ້ສື່ຫຼັກ ເຖິງແມ່ນວ່າຈະມີການພັທນາ ແຕ່ວ່າເນື່ອໃນ ຂອງສື່ຫຼັກຍັງບໍ່ຕອບໂຈດ ຄວາມຕ້ອງການ ຂອງປະຊາຊົນ.

ອີກດ້ານນຶ່ງກໍ່ຕ້ອງຍອມຮັບວ່າ ສ່ວນຫຼາຍຄົນ ທີ່ກ້າເວົ້າກ້າວ່າ ກໍ່ບໍ່ກ້າທີ່ຈະຣາຍງານ ຈະຣາຍງານຂ່າວດ້ານລົບ ຕໍ່ຣັຖບານເພາະຢ້ານມີ ຜົລກະທົບ.

ເນື່ອງດ້ວຍໄລຍະປີນີ້ຣັຖບານລາວ ກໍໄດ້ເຄັ່ງຄັດ ແລະມີການກວດສອບເພສເລົ່ານີ້ຢູ່ ຈົນເຮັດໃຫ້ຫຼາຍເພສທີ່ເວົ້າເຖິງຣັຖບານ ຕ້ອງໄດ້ ລະມັດລະວັງ ແລະ ກໍປິດໄປເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.