ສປປລາວມີເອກຣາດສົມບູນ

ຈໍາປາທອງ
2016.01.06
F-Choummaly ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ສປປລາວ
Citizen Journalist

ເມື່ອ ມໍ່ໆມານີ້ ທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຽ່ ຄນະ ບໍຣິຫານ ງານ ສູນກາງພັກ ປະຊາຊົນ ປະຕິວັດ ລາວ ຜູ້ ຜູກຂາດ ອຳນາດ ຢູ່ໃນລາວ ກ່າວ ໃນໂອກາດ ສລອງວັນ ສ້າງຕັ້ງ ສປປລາວ ຄົບຮອບ 40 ປີວ່າ ປະເທດຊາດ ມີ ເອກກະຣາດ, ອະທິປະຕັຍ ແລະ ຜືນແຜ່ນດິນ ອັນຄົບຄ້ວນ, ໄດ້ຮັບການ ພັທນາ ຈະເຣີນ ກ້າວໜ້າ ແລະ ມີຖານະບົດບາດ ສູງເດັ່ນຂຶ້ນ ໃນເວທີ ສາກົນ, ໃນຂະນະທີ່ ນັກວິເຄາະ ສະພາບການ ໃນລາວ ຜູ້ ຂໍສະຫງວນ ຊື່ ທີ່ ສະຫະຣັຖ ອະເມຣິກາ ເຫັນວ່າ ມັນເປັນໄປ ບໍ່ໄດ້ ຊຶ່ງ ທ່ານ ເລີ້ມຕົ້ນ ໃນເຣຶ່ອງ ການພັທນາຢູ່ ສປປລາວ ວ່າ ເປັນການ ພັທນາ ທີ່ບໍ່ພຽງແຕ່ ບໍ່ເພື່ອຜົລປໂຍດ ຂອງ ປະຊາຊົນລາວ ເທົ່ານັ້ນ ແຕ່ຫາກຍັງ ຂຸດຄົ້ນເອົາ ຊັພຍາກອນ ທັມຊາດ ອັນລ້ຳຄ່າ ຂອງຊາດ ອອກໄປຂາຍ ໃຫ້ຕ່າງປະເທສ ເປັນຈຳນວນ ຫຼວງຫຼາຍ ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.