ຊາວໂລກຖາມຫາທ່ານ ສົມບັດ

ສິດນີ
2015.12.17
F-Sombat ຊາວໂລກຖາມຫາທ່ານ ສົມບັດ
RFA

ປະຊາຄົມ ສິດທິມະນຸດ ສາກົນ ທົ່ວໂລກ ໃຫ້ ຄວາມສຳຄັນ ຕໍ່ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຄອບຮອບ 3 ປີ ຈາກມື້ ທີ່ທ່ານ ຖືກບັງຄັບ ໃຫ້ ຫາຍສາບສູນ ໃນປ້ອມຍາມ ຕຳຣວດ ຖນົນ ທ່າເດື່ອ ຕົງກັນຂ້າມ ກັບ ວິທຍາລັຍ ການຊ່າງ ລາວ-ເຍັຽຣະມັນ ໃນຕອນແລງ ວັນທີ 15 ທັນວາ ປີ 2012. ເທົ່າ ເຖີງປັດຈຸບັນ ຍັງບໍ່ມີ ຮ່ອງຮອຍ ເລີຍ. ການສືບສວນ ຂອງ ຣັຖບານ ກໍບໍ່ມີ ຄວາມຄືບຫນ້າ ບາງທີ່ ອາດຈະບໍ່ມີການ ສືບສວນ ເລີຍ.

ອົງການ ສາກົນ ດ້ານ ສິດທິມະນຸດ,ອົງການ ທີ່ ບໍ່ຂື້ນກັບ ຣັຖບານ ແລະ ອົງການ ຈັດຕັ້ງ ທາງສັງຄົມ ຈາກຫລາຍ ປະເທດ ໃນໂລກ ສົ່ງຫນັງສື ຫລື ອອກ ຖແລງການ ສະແດງ ຄວາມເປັນຫວ່ງ ໃນບັນຫາ ດັ່ງກ່າວ ຢ່າງໃຫຍ່ ໃນ ປີນີ້ ເລີ້ມຈາກ ອົງການ ນິຣະໂທດກັມ ສາກົນ ຈາກ 48 ປະເທດ ຕົວແທນ ໄດ້ຮ່ວມກັນ ລົງນາມ ໃນຈົດຫມາຍ ເປີດຊອງ ສົ່ງ ມາຫາ ຣັຖບານ ລາວ ໃຫ້ເລັ່ງລັດ ໃນການ ສືບສວນ ແລະ ໃຫ້ຄວາມ ຮ່ວມມື ກັບສາກົນ ໃນການ ແກ້ໄຂ ບັນຫານີ້ ເພື່ອ ໃຫ້ຄອບຄົວ ແລະ ຍາດພີ່ນ້ອງ  ຂອງ ຜູ້ທີ່ໄດ້ ຮັບເຄາະຮ້າຍ ຮູ້ເຖີງ ຊາຕາກັມ ຂອງທ່ານ.

ອົງການ ນິຣະໂທດກັມ ສາກົນ ຖແລງວ່າ ການ ບີບບັງຄັບ ການ ຫາຍສາບສູນ ເປັນຄະດີ ອາຍາ ແລະ ເປັນການ ຣະເມີດ ສີດທິມະນຸດ ຢ່າງຮ້າຍແຮງ ໃນກົດຫມາຍ ສາກົນ ກຸ່ມ ດັ່ງກ່າວ ບອກວ່າ ຈະ ຣົນນະຣົງ ປະຊາຄົມ ໂລກ ບໍ່ວ່າ ຈະຢູ່ ໃນເວທີ ໃດ ແລະ ກອງປະຊຸມ ໃດ ໃຫ້ຮູ້ເຖີງ ບັນຫາ ການ ບີບບັງຄົບ ການ ຫາຍສາບສູນ ໃນໂລກ ທີ່ ຮ່ວມດ້ວຍ ກໍຣະນີ ຂອງ ທ່ານ ສົມບັດ ສົມພອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.