ຄົນງານປະມົງລາວ 11 ຄົນ ຈະໄດ້ມາບ້ານແລ້ວ

ສຸພັດຕາ
2021.06.10
ຄົນງານປະມົງລາວ 11 ຄົນ  ຈະໄດ້ມາບ້ານແລ້ວ ຄົນງານລາວ ທີ່ຖືກກັກຕົວ ຢູ່ປະເທດມາເລເຊັຽ 11 ຄົນ ຄາດວ່າຈະໄດ້ ກັບມາຫາຄອບຄົວ ຢູ່ລາວ ໃນວັນທິ 13 ມິຖຸນາ ນີ້.
ນັກຂ່າວພົລເມືອງ

ຄົນງານປະມົງລາວ ຈໍານວນ 11 ຄົນ ທີ່ຖືກເຈົ້າໜ້າທີ່ຕໍາຣວດ ຕ.ມ ຢູ່ສນາມບິນມາເລເຊັຽຈັບ ໃນມື້ວັນທີ 24 ກຸມພາ 2021 ນັ້ນ ປັດຈຸບັນ ພວກເຂົາເຈົ້າ ແມ່ນລໍຖ້າຢູ່ໃນແຄ້ມ ສໍາລັບສົ່ງຄົນອອກນອກປະເທດ ຊຶ່ງຈະໄດ້ກັບເມືອລາວ ໃນມື້ວັນທີ 13 ມິຖຸນາ 2021 ນີ້.

ເມື່ອເອເຊັຽເສຣີ ໄດ້ຮູ້ຂ່າວດັ່ງກ່າວ ຈຶ່ງໄດ້ຕິດຕໍ່ໄປຍັງ ສະຖານທູດລາວ ປະຈໍາມາເລເຊັຽ ເພື່ອຂໍການຢືນຢັນຢ່າງເປັນທາງການ ຈາກ ເຈົ້າໜ້າທີ່ຢູ່ສະຖານທູດ ຜູ້ທີ່ໄດ້ພົວພັນກັບ ຝ່າຍເຈົ້າໜ້າທີ່ ທາງການຂອງມາເລເຊັຽ ໃນການຈັດສົ່ງຄົນງານທັງ 11 ຄົນນັ້ນ ກັບຄືນ ປະເທດລາວ, ດັ່ງທີ່ເຈົ້າໜ້າທີ່ ປະຈໍາສະຖານທູດລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 9 ມິຖຸນາ ນີ້ວ່າ:

“ອັນນ່າ ມີແຜນຊິເອົາຂະເຈົ້າເມືອ ວັນທີ 13 ນີ້ ເດ້ນ້ອງ ຄັນວ່າບໍ່ມີຫຍັງເຫດເຫຼືອວິໃສວ່າ ຄັນປິດບໍ່ໃຫ້ເຂົ້າ ວ່າຣະບາດຄືນ ກະຊິວ່່າ ອ້າຍຕົວະໃດ໋ລະ, ເອີ່...ບາດສົມມຸດວ່າ ລາວເຮົາ ບ້ານຣະບາດຂຶ້ນອີກ ເພິ່ນກະຊິບໍ່ໃຫ້ເຂົ້າ ມັນກະຊິວ່າບໍ່ອັນນັ້ນ ມັນກະບໍ່ໄດ້ເນາະ ອັນນີ້ມັນແລ້ວແຕ່ ແຕ່ວ່າ ພວກເຮົາ ຕາມແຜນ ຕາມຈັ່ງຊັ້ນແຫຼະ ກະຊິໃກ້ໆນີ້ເນາະ ກະເປັນສິ່ງທີ່ພວກເຮົາກະພູມໃຈ ທີ່ສາມາດ ເອົາຂະເຈົ້າເມືອໄດ້ ອັນນັ້ນກະເປັນສິ່ງພູມໃຈ ໃນພວກເຮົາ ໃນການເຮັດວຽກ.”

ກ່ຽວກັບເຣື່ອງນີ້ ທາງຄອບຄົວ ຜູ້ເປັນພໍ່-ແມ່ ແລະເມັຽ ຂອງຄົນງານລາວ ທີ່ຮູ້ຂ່າວຕ່າງກໍດີໃຈຫຼາຍ ແລະຫວັງວ່າ ທັງ 11 ຄົນນັ້ນ ຄົງຈະໄດ້ກັບມາລາວ ຕາມມືື້ນັດໝາຍ ທີ່ທາງສະຖານທູດບອກມາ, ດັ່ງຜູ້ເປັນພໍ່ ຂອງຄົນງານລາວຜູ້ນຶ່ງ ເວົ້າກັບວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເອີ່ດີໃຈຫຼາຍ ພໍ່ຢູ່ທາງພີ້ກະດາຍ ພໍດີກະໄດ້ຍິນຂ່າວວ່າ ເພິ່ນກະໂທມາບອກຢູ່ ວ່າເພິ່ນຍ້າຍໄປວັນທີ 13 ແລ້ວ ວ່າຊັ້ນເວົ້າຫັ້ນນ່າ ໂອ້...ຈັ່ງໃດກະຈໍາເປັນແຫຼ້ວເນາະ ເພິ່ນກະຊິກວດກາເບິ່ງວ່າ ຖ້າວ່າຜູ້ໃດສຸຂພາບແຂງແຮງ ກະຊິໄດ້ມາ ອີກຢ່າງນຶ່ງ ປະເທດເຂົາ ກະ ກໍາລັງລ໊ອກດາວເບາະ ເວົ້າຫັ່ນນ່າ.”

ພໍ່ຂອງຄົນງານລາວ ຜູ້ນີ້ ກ່າວຕື່ມວ່າ ຫາກວ່າເທື່ອນີ້ ລູກບໍ່ໄດ້ມາ ຍ້ອນເພິ່ນມີເຫດຜົລຈໍາເປັນທີ່ຫຼີກລ້ຽງບໍ່ໄດ້ ກໍຈໍາເປັນຕ້ອງໄດ້ ລໍ ຖ້າໄປຕື່ມອີກ:

“ຄັນເພິ່ນເວົ້າມີເຫດຜົນເນາະ ເຫດຜົນທີ່ວ່າຈໍາເປັນທີ່ສຸດຫັ່ນນ່າ ອັນນັ້ນກະຈໍາເປັນ ອັນນັ້ນນ່າ ຄັນເວົ້າແບບວ່າ ລັກສະນະບໍ່ມີ ເຫດ ຜົນພຽງພໍແນ່ ທາງພີ້ ກະຄິດວ່າ ບໍ່ເຊື່ອໝັ້ນຫັ່ນແຫຼະ ບໍ່ເຊື່ອໝັ້ນທາງເພິ່ນຫັ້ນແຫຼະໄປ ເພາະວ່າຄວາມຫວັງຂອງເຮົາ ກະມີແຕ່ເພິ່ນ ຜູ້ດຽວ ຄັນວ່າມັນເປັນ ຮູບການນັ້ນ ກະດີກ່ອນເຮົາບໍ່ຮູ້ຈັກຫຍັງ ອັນນີ້ຍັງໄດ້ຍິນຂ່າວ ວ່າວັນນັ້ນວັນນີ້ ເຮົາຍັງມີຄວາມຫວັງແນ່ເນາະ.”

ຜູ້ເປັນເມັຽ ຂອງຄົນງານລາວ ຜູ້ນຶ່ງເວົ້າວ່າ ສໍາລັບຕົນເອງແລ້ວ ກໍບໍ່ໝັ້ນໃຈ ວ່າຜົວຂອງຕົນ ຈະໄດ້ມາລາວ ໃນມື້ວັນທີ່ 13 ນີ້ແທ້ ເພາະວ່າ ຮູ້ຂ່າວວ່າກ່ອນໜ້ານີ້ ວ່າຊິໄດ້ມາມື້ວັນທີ 6 ມິຖຸນາ ແຕ່ພໍໃກ້ຮອດມື້ ເພິ່ນພັດເລື່ອນອອກໄປຕື່ມອີກ:

“ເພິ່ນໂທມາສົ່ງຂ່າວວ່າ ເລື່ອນໄປອີກວັນທີ 13 ທີ່ແລກເພິ່ນວ່າວັນທີ 6 ເພິ່ນເວົ້າຄືໝັ້ນໃຈແລ້ວວ່າ ກະຄືຊິໄດ້ມາອິຫຼີ ບາດນີ້ ວັນທີ 4 ຫວາ ແມ່ປ້າໂທຫາວ່າ ເລື່ອນໄປອີກວັນທີ 13 ວ່າຍົນບໍ່ມີ.”

ນາງເວົ້າຕື່ມວ່າ ເຖິງຢ່າງໃດກໍຕາມ ຕົນກໍດີໃຈ ຄັນຫາກໃນມື້ວັນທີ 13 ມິຖຸນານີ້ ຜູ້ເປັນຜົວ ແລະຄົນງານປະມົງລາວຄົນອື່ນໆ ທີ່ຖືກ ຈັບໃນມື້ດຽວກັນນັ້ນ ຈະໄດ້ມາລາວແທ້:

“ດີໃຈຫັ່ນແຫຼະ ຄັນວ່າຊິໄດ້ມາວັນທີ 13 ອິຫຼີນ່າ ແນວລໍຟັງຖ້າ ແບບຖ້າລໍຄວາມຫວັງຕລອດ.”

ສ່ວນຜູ້ເປັນແມ່ ຂອງຄົນງານລາວ ອີກຄົນນຶ່ງກໍເວົ້າວ່າ ຕົນເອງຍັງຄຶດກັງວົນ ແລະ ຄິດຮອດລູກຫຼາຍ ເພາະບໍ່ຮູ້ວ່າມາຮອດມື້ນັ້ນ ແລ້ວລູກຈະໄດ້ມາລາວແທ້ຫຼືບໍ່ ເພາະໃກ້ຮອດມື້ ຢ້ານເພິ່ນຊິເລື່ອນອອກໄປອີກ:

“ຄວາມຮູ້ສຶກຂອງເອື້ອຍ ກະດີໃຈຫັ້ນແຫຼະ ແຕ່ວ່າ ເອື້ອຍຫາກຄຶດໄປອີກຂໍ້ນຶ່ງອີກ ຢ້ານເພິ່ນເລື່ອນອີກຫັ້ນນ່າ ເພາະວ່າ ເຄີຍເລື່ອນ ມານິ່ ມັນເປັນ 3 ເທື່ອລະເນາະ ທີແລກວ່່າວັນທີ 24 ເດືອນ 4 ເນາະ ບາດນີ້ ພັດມາເລື່ອນອີກ ວ່າວັນທີ 23 ເດືອນ 5, ບາດຮອດ ວັນທີ 23 ລະວ່າວັນທີ 6 ເດືອນ 6 ລະເອື້ອຍລະເປັນແບບທໍ້ແທ້ນະຫັ່ນນະ ໃຈກະເວ່ງກະວ່າງ ຄຶດຮອດລູກແຮງ ຄິດຮອດແບບວ່າ ເຂົາບໍ່ຕິດຕໍ່ມາ ລະຢ້ານແບບວ່າ ເຂົາຖືກນັ້ນຖືກນີ້ ຫຼືວ່າເຂົາກັກຂັງເຂົາຕີ ເຂົາຫຍັງເບາະຫຼືຈັ່ງໃດຫັ້ນນ່າ ແບບໃຈກະໂອນເອນ ຈັ່ງ ໃດບຸແຫຼະ ຄິດໄປ ຫຼາຍອັນຫຼາຍແນວ.”

ແມ່ຂອງຄົນງານລາວ ຜູ້ນີ້ ກ່າວຕື່ມວ່າ ຖ້າຫາກວ່າລູກບໍ່ໄດ້ມາ ຫຼືຖືກເລື່ອນມື້ຶອອກໄປອີກນັ້ນ ກໍຢາກໃຫ້ໄດ້ເວົ້າ ໄດ້ລົມກັບລູກແດ່ ເພື່ອຄວາມສະບາຍໃຈ:

“ຄັນວ່າຖ້າຫາກແມ່ນເຂົາເລື່ອນ ຫາກແມ່ນລູກລົມມາໂທມາວ່າ ເອີ່ເພິ່ນເລື່ອນມື້ໄປ ມື້ນັ້ນມື້ນີ້, ແຕ່ວ່າລູກກະຢູ່ດີມີແຮງ ບໍ່ເປັນອິຫຍັງ ແຫຼະ ເອີ່ກະຍັງວ່າ ສະຖານນຶ່ງ ອັນນີ້ພໍຍ້າຍໄປປືບ ບໍ່ໂທມາຫາເລີຍ ເພາະປານວ່າ ຕາຍຈາກກັນເນາະ, ຖ້າວ່າຫວິດໂທດ ຫວິດ ຫຍັງ ກະຢາກໃຫ້ລູກທາງນັ້ນຫັ່ນສົ່ງຂ່າວມາ ຈັກນ່ອຍນຶ່ງແຫຼະເນາະ.”

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ສະຖານທູດລາວ ປະຈໍາມາເລເຊັຽ ທ່ານດຽວກັນນີ້ ອະທິບາຍໃຫ້ຮູ້ວ່າ:

“ເຮົາກະຕ້ອງນັບຖື ໃນຣະບຽບ ທາງໜ້າທີ່ຂອງເຈົ້າໜ້າທີ່ ຂອງມາເລເຊັຽ ຊຶ່ງພວກເຮົາສະຖານທູດ ບໍ່ສາມາດປະສານເຮັດຫຍັງໄດ້ ພວກເຮົາກະຂໍຮ້ອງສຸດຂີດເນາະ, ແມ່ນແຕ່ພວກເຮົາເອງ ກະບໍ່ສາມາດທີ່ຈະລົມກັບຂະເຈົ້າໄດ້ ເຮົາກະລົມໄດ້, ໄປຢ້ຽມຢາມບໍ່ໄດ້ ຈະລົມໄດ້ ກະແຕ່ທາງອອນລາຍ ມັນກະຍາກຂະເຈົ້າ ໄລຍະນີ້ ຕ້ອງເຂົາໃຈວ່າ ຂະເຈົ້າຕ້ອງເຮັດວຽກ from home ຄວາມເຂົ້າໃຈ ຂອງຄອບຄົວ ເຮົາກະເປັນຫ່ວງ ແຕ່ວ່າເຮົາກະໄດ້ຖາມໂຕນີ້ ຂະເຈົ້າກະວ່າ ສຸຂພາບແຂງແຮງດີ ເຂົາເວົ້າຈັ່ງຊັ້ນ ເຮົາກະຕ້ອງ ໄດ້ ນັບຖືໃນສາຍຂອງເພິ່ນ ບໍ່ວ່າຢູ່ປະເທດໃດ ເພິ່ນກະມີຣະບຽບຂອງເພິ່ນ.”

ເມື່ອວັນທີ 24 ເດືອນກຸມພາ 2021 ນີ້ ຄົນງານປະມົງລາວ ຈາກຄອງບ້ານໃຕ້ ຈໍານວນ 11 ຄົນ ທີ່ຕົກຄ້າງ ຢູ່ປະເທດມາເລເຊັຽ ແລະຈະເດີນທາງ ກັບເມືອລາວ ດ້ວຍຍົນໂດຍສານ ຂອງສາຍການບິນ ແອຣ໌ເອເຊັຽ ໃນມື້ນັ້ນ, ແຕ່ຖືກເຈົ້າໜ້າທີ່ຕໍາຣວດ ຕ.ມ ຢູ່ ສນາມບິນກັກໂຕໄວ້ ຍ້ອນວ່າ ເອກກະສານບໍ່ຖືກຕ້ອງຕາມກົດໝາຍ ຄື: ຈໍ້າກາເຂົ້າ-ອອກປອມ.

ດັ່ງນັ້ນ ຈຶ່ງຖືກທາງການມາເລເຊັຽຈັບ ແລະຖືກສານຕັດສິນໃຫ້ຈໍາຄຸກ ເປັນເວລາ 2 ເດືອນ ຄື ນັບຕັ້ງແຕ່ມື້ຖືກຈັບ ຈົນຄົບກໍານົດ 2 ເດືອນ ຫຼືຖ້າມີເງິນຈ່່າຍຄ່າປະກັນໂຕ ແມ່ນມູລຄ່າ 10,000 ລີ້ງກິດ ຫຼື ປະມານ 2,400 ປາຍໂດລາສະຫະຣັຖ ຕໍ່ຄົນ, ແຕ່ຄົນງານ ເຫຼົ່ານັ້ນ ຍອມຖືກຂັງຄຸກແທນ.

ອີງຕາມການຣາຍງານຂ່າວ ຈາກ ກົວລາລຳເປີ, ໃນມື້ວັນທີ 28 ພຶສພາ ຜ່ານມາ ຣະບຸວ່າ, ທ່ານ ມູຢິດດິນ ຢາຊິນ (Muhyiddin Yassin), ນາຍົກຣັຖມົນຕຣີ ມາເລເຊັຽ ອອກຖແລງການ ປະກາດປິດປະເທດ ຫຼື (Lock down) ຣະຫວ່າງ ວັນທີ 1-14 ມິຖຸນາ 2021 ເພື່ອຄວບຄຸມການແຜ່ຣະບາດຂອງເຊື້ອ ໂຄວິດ-19 ຊຶ່ງມາຕການດັ່ງກ່າວ, ຈະຈຳກັດທຸກກິຈກັມທົ່ວປະເທດ ໂດຍຈະມີພຽງ ແຕ່ພາກເສຖກິຈ ແລະ ບໍຣິການທີ່ມີຄວາມຈໍາເປັນ ເທົ່ານັ້ນ ທີ່ຈະສາມາດ ດຳເນີນການຕໍ່ໄປໄດ້ ແລະທຸກພາກສ່ວນ ທີ່ກ່ຽວຂ້ອງ ກໍຫວັງວ່າ ສິ່ງທີ່ກ່າວມານີ້ ຈະບໍ່ເປັນອຸປສັກ ໃນການເດີນທາງກັບປະເທດ ຂອງຄົນງານລາວທັງ 11 ຄົນ ໃນເທື່ອນີ້.

ແຕ່ເຖິງຢ່າງໃດກໍດີ ບັນຫາໃຫຍ່ຂອງຄົນງານທັງ 11 ຄົນ ທີ່ຜິດຕໍ່ກົດໝາຍຂອງປະເທດມາເລເຊັຽນັ້ນ ກໍໄດ້ຖືກແກ້ໄຂ ແລະ ໄດ້ຜ່ານ ພົ້ນໄປແລ້ວ ສ່ວນທາງການລາວ ກໍໄດ້ຮັບຮູ້ ທັງອະນຸຍາດ ໃຫ້ເຂົ້າປະເທດລາວແລ້ວ, ທາງຝ່າຍຄອບຄົວ ແລະ ຍາດພີ່ນ້ອງ ຕ່າງກໍ ພາກັນນັບມື້ນັບເວັນ ທີ່ທຸກຄົນຈະໄດ້ມາຫາຄອບຄົວ ແລະຢູ່ພ້ອມໜ້າພ້ອມຕາກັນຄືເກົ່າ ບໍ່ໄດ້ໄປຕົກຄ້າງຢູ່ເມືອງອື່ນປະເທດອື່ນເຂົາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.