ຢູໂຣບຈະກົດດັນລາວເຣື້ອງ ສິດທິ ມະນຸດ


2013.10.29
F-sombat ຄນະຜູ້ແທນຣັຖສະພາ ຕ່າງປະເທດ ທີ່ເດີນທາງໄປ ສປປລາວ ກໍາລັງມີການ ປະຊຸມນັກຂ່າວ ທີ່ບາງກອກ ປະເທດໄທ ວັນທີ 28 ສິງຫາ 2013
RFA

 


ທ່ານ ແລັງເຫງິນ (Langen) ປະທານຄະນະຜູ້ແທນສະພາຢູໂຣບ ກິຈກັມເອເຊັຽຕະເວັນອອກສ່ຽງໃຕ້ ແລະສະມາຊິກສະພາຢູໂຣບ 3 ທ່ານ ທີ່ເດີນທາງໄປ ນະຄອນຫລວງວຽງຈັນ ເພື່ອພົບປະກັບ ທາງການລາວ ກ່ຽວກັບ ການຮ່ວມມື ລະຫ່ວາງ ຢູໂຣບກັບສປປລາວ ແລະ ໄດ້ຍົກ ເອົາບັນຫາ ສິດທິມະນຸດ ໂດຍສະເພາະ ກໍຣະນີ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນໃນລາວ ໄດ້ຖແລງໃນ ວັນຈັນ ທີ 28 ຕຸລາ ນີ້ວ່າ:

"ພວກທ່ານ ຍັງບໍ່ໄດ້ຮັບຄໍາຕອບ ທີ່ໜັກແໜ້ນແລະເປັນໜ້າເຊື່ອຖືໄດ້ຈາກທາງການລາວ ໃນຄໍາຖາມອັນໃດກໍດີ ກ່ຽວກັບການ ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ". ຕາມລາຍງານອົງການຂ່າວ ເຢັຽຣະມັນ (Deutch press agentur.)

ໃນວັນດຽວກັນ ທາງວິທຍຸເອເຊັຽເສຣີ ກໍໄດ້ໂທຣະຊັບຖາມ ທ່ານ ແລັງເຫງິນ (Langen) ຕື່ມອີກກ່ຽວກັບສະຖານະພາບຂອງ ທ່ານ ສົມບັດ ສົມພອນ ທ່ານກໍຕອບວ່າ ພວກທ່ານໄດ້ຖາມເຣື້ອງນີ້ ຈາກທາງການລາວ ໄດ້ສົນທະນາກັນກ່ຽວກັບ ຮູບພາບ ວີດີໂອ ຕອນທີ່ທ່ານ ສົມບັດ ສົມພອນ ຖືກລັກໂຕໄປ:

"ພວກທ່ານ ບໍ່ໄດ້ຮັບຄໍາຕອບ ວ່າທ່ານສົມບັດສົມພອນ ດຽວນີ້ຢູ່ໃສ, ພວກທ່ານບໍ່ຮູ້ສະຖານະພາບ ອັນແທ້ຈິງ ຂອງ ທ່ານ ສົມບັດ".

ຜ່ານມາ ທາງການລາວ ປະຕິເສດຕລອດມາວ່າ ບໍ່ຮູ້ວ່າທ່ານ ສົມບັດ ສົມພອນ ຢູ່ໃສ. ທ່ານ ແລັງເຫງິນ (Langen) ກ່າວຕື່ມວ່າ:

ພວກທ່ານບອກທາງການລາວ ຢ່າງຊັດແຈ້ງວ່າ: “ຖ້າຫາກກໍຣະນີ ສົມບັດສົມພອນ ບໍ່ຖືກແກ້ໄຂ ລາວ ຈະສູນເສັຽຄວາມເຊື່ອຖືຢູ່ໃນຢູໂຣບ".

ສະຫະພາບຢູໂຣບທີ່ປະກອບດ້ວຍ 27 ປະເທດສະມາຊິກ ເປັນກຸ່ມປະເທດນໍາໜ້າ ໃນການໃຫ້ການຊ່ວຍເຫລືອແກ່ລາວ. ອົງການສິດທິມະ ນຸດ Amnesty International ອົງການຄຣິສຈຽນ ເພື່ອຄວາມສາມັກຄີທົ່ວໂລກ ແລະ ສະຫະພັນ ສັນນິບາດກົດໝາຍສາກົນ ໄດ້ສົ່ງຈົດ ໝາຍ ຮຽກຮ້ອງສະພາຢູໂຣບ ໃຫ້ໃຊ້ສິດອໍານາດ ທີ່ມີຢູ່ ເພື່ອກົດດັນຣັຖບານລາວ ຮັບປະກັນໃຫ້ນໍາເອົາໂຕ ທ່ານ ສົມບັດ ກັບຄືນມາຫາ ຄອບຄົວ ດ້ວຍຄວາມປອດພັຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.