ຂ.ອຸດົມໄຊບໍ່ມີຫ້ອງຮຽນ ພຽງພໍ


2014.02.16
f-students ເດັກນ້ອຍນັກຮຽນ ທີ່ຕ້ອງການ ການຊ່ອຍເຫລືອ ໃນການສຶກສາ ຮໍ່າຮຽນ
Friends/fb

 

ປັດຈຸບັນໂຣງຮຽນມັທຍົມຕົ້ນຢູ່ແຂວງອຸດົມໄຊບາງເຂດບໍ່ພຽງພໍສໍາລັບ ນັກຮຽນ ເຮັດໃຫ້ໂຮງຮຽນມັທຍົມຕົ້ນ ຫຼາຍແຫ່ງຕ້ອງໄດ້ຮັບນັກຮຽນ ຫລາຍເກີນຄວນ ຈົນເຖິງຂັ້ນໄດ້ຮຽນແອອັດກັນ. ນາຍຄຣູກໍມີໜ້ອຍ ຕ້ອງໄດ້ສອນຫລາຍວິຊາ ເປັນຕົ້ນວິຊາເລກ ຟິຊິກ. ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງ ທ່ານນຶ່ງເວົ້າວ່າ:

"ມີບາງເຂດ ນັກຮຽນກໍຍັງລົ້ນຫ້ອງຢູ່ ສ່ວນຫລາຍ ດຽວນີ້ ມັນໄປລົ້ນ ຫ້ອງ ຢູ່ມັທຍົມຕອນຕົ້ນເນາະ ມັນໜ້ອຍແລ້ວ ກໍເຮົາບໍ່ທັນ ໄດ້ມີທຶນ ການກໍ່ສ້າງ ເຮົາບໍ່ມີ ໂຄງການໃດເຂົ້ານໍ ມີແຕ່ຖ້າອາສັຍ ຣັຖບາລ ນະໂຍບາຍ ຂອງຣັຖ ເຮົາປະຕິບັດ ນັ້ນນະ ການສຶກສາປະຖົມ ພາກ ບັງຄັບ ມັທຍົມຍັງບໍ່ທັນມີ ໂຄງການ ເຂົ້າມາຊ່ວຍເຫລືອ".

ທ່ານເວົ້າ ຕໍ່ໄປວ່າ ຫລັງຈາກ ທີ່ຣັຖບາລ ມີນະໂຍບາຍ ການສຶກສາ ພາກບັງຄັບ ໃຫ້ເດັກນ້ອຍທຸກຄົນຮຽນຈົບຊັ້ນປະຖົມນັ້ນຢູ່ ແຂວງອຸດົມ ໄຊ ມີນັກຮຽນຈົບ ຊັ້ນປະຖົມ ຫລາຍເພີ່ມຂຶ້ນ. ແຕ່ຈໍານວນໂຮງຮຽນ ມັທຍົມຕົ້ນ ຍັງເທົ່າເກົ່າ ເຮັດໃຫ້ເກີດ ມີບັນຫາ ຄືທີ່ວ່າມານັ້ນ.

ນອກຈາກຈໍານວນບໍ່ພຽງພໍແລ້ວໂຮງຮຽນມັທຍົມສ່ວນຫຼາຍເປັນໂຮງຮຽນເກົ່າແບບປະຖົມປະຖານແລະຫຼາຍແຫ່ງເສັຍຫາຍ ຍ້ອນນໍ້າຖ້ວມຈົນມາ ເຖິງດຽວນີ້ ກໍຍັງສ້ອມແປງ ບໍ່ແລ້ວ.

ເຈົ້າໜ້າທີ່ທ່ານດຽວກັນນີ້ ເວົ້າຕື່ມອີກວ່າ ປັດຈຸບັນ ແຂວງອຸດົມໄຊ ຕ້ອງການໂຮງຮຽນ ຊຶ່ງເປັນບັນຫາ ມາໄດ້ປີສອງປີແລ້ວ ຂນະທີ່ທາງແຂວງ ໄດ້ຮັບ ການຊ່ວຍເຫຼືອ ຈາກອົງການ ຈັດຕັ້ງສາກົນ ໃນການສ້າງຫໍສມຸດ ແລະປື້ມແບບຮຽນ ໃນທີ່ຜ່ານມາກໍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.