ຄຣູແລະອາຈານລາວໄດ້ຮັບ ເງິນເດືອນຊ້າ


2013.08.27
F-teacher ນາຍຄຣູລາວ ໃນເຂດ ຊົນນະບົດ
Wikimedia

 

ຢູ່ລາວ ຄຣູແລະອາຈານ ໄດ້ຮັບເງິນເດືອນຊ້າ ເຊັ່ນນາຍຄຣູ ແຂວງສວັນນະເຂດ ຍັງບໍ່ທັນໄດ້ ຮັບເງິນສຳຣັບເດືອນ ກໍຣະກະດາ ນັ້ນເທື່ອ. ດັ່ງນາຍຄຣູ ຜູ້ນຶ່ງເວົ້າວ່າ:

“ຊ້າເດີທຽບໃສ່ ຜ່ານມາ ກໍຖືວ່າຊ້າ ຊ້າຫລາຍ ສົມມຸດວ່າ ຄືເດືອນເຈັດນີ່ ກໍໝົດເດືອນເຈັດ ແລ້ວເດ່ເນາະ ເດືອນແປດ ມັນກໍສິໝົດ ແລ້ວເດ່ ກໍຖືວ່າ ຍັງບໍ່ທັນ ເຫັນເທື່ອ ຕົວນີ້ກໍເວົ້າ ກັນຢູ່ ຢູ່ໃນ ກອງປະຊຸມ ຜູ້ບໍຣິຫານ ຂັ້ນແຂວງ ແລະ ຊ້ານີ່ ຈຳນວນນຶ່ງ ກໍຢູ່ສຳຣັບ ການເງິນ ຫ້ອງການ ແຕ່ລະເມືອງ.”

ຄຣູຜູ້ນີ້ເວົ້າອີກວ່າ ເມື່ອບໍ່ໄດ້ຮັບເງິນເດືອນ ພວກຄຣູ ກໍບໍ່ມີເງິນກິນ ຈຳເປັນຕ້ອງໄປ ຫາກິນກຸ້ມຕົວເອງ ເຊັ່ນບາງຄົນ ກໍເຮັດນາ ເຮັດສວນ ລ້ຽງສັດ ແລະ ຫາປາ. ພວກເຂົາຢາກໃຫ້ ເຈົ້າໜ້າທີ່ ທາງການແກ້ໄຂບັນຫາດັ່ງກ່າວ ໂດຍດ່ວນ. ສ່ວນເຈົ້າໜ້າທີ່ແຂວງ ສວັນນະເຂດ ເວົ້າ ວ່າ ທາງແຂວງໄດ້ ສົ່ງງົບປະມານໄປໃຫ້ຂັ້ນເມືອງແລ້ວ ແລະ ຂື້ນກັບທາງເມືອງ ເປັນຜູ້ເບີກຈ່າຍ. ເຈົ້າໜ້າທີ່ ຂັ້ນເມືອງຜູ້ນຶ່ງ ອະທິບາຍ ສາເຫດວ່າ:

“ພະນັກງານຣັຖກອນ ຮັບເງິນເດືອນລ່າຊ້າ ສາເຫດທີ່ໄດ້ ເງິນຊ້ານະບໍ່ ແຜນເພິ່ນ ບໍ່ຖືກຫລືວ່າ ເຂົາເຮັດແຜນມາບໍ່ຖືກຫລາຍເທື່ອ ກໍກັບມາ ແກ້ກັບໄປກັບມາ ສ່ວນຫລາຍ ມັນຈະເປັນ ຖ້າວ່າມັນມີ ພະນັກງານໃໝ່ ແລະ ຂະເຈົ້າ ຈະບໍ່ຮູ້ ວິທີໄລ່ ທຳອິດມັນ ກໍມີທີ່ິ ຜິດພາດຕ້ອງໄດ້ ກັບໄປ ກັບມາອີກ.”

ບໍ່ພຽງແຕ່ຢູ່ ແຂວງສວັນນະເຂດ ເທົ່ານັ້ນ ທີ່ບັນດາຄຣູ ບໍ່ໄດ້ຮັບ ເງິນເດືອນ ຄຣູ ຢູ່ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ກໍບໍ່ໄດ້ ຮັບເງິນເດືອນ ເຊັ່ນກັນ. ຄຣູຫລາຍຄົນ ລົງຂ່າວທາງ Facebook ວ່າ ເງິນເດືອນ ສຳຣັບເດືອນ ທີ່ແລ້ວ ຍັງບໍ່ທັນໄດ້ ເທື່ອ ແລະ ເດືອນນີ້ກໍໃກ້ ຈະໝົດ ແລ້ວ ຄົງຈະບໍ່ໄດ້ຮັບ ເງິນເດືອນງ່າຍໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.