ຊາວບ້ານຢຶບຖືກຂັງ ຄະດີ ບໍ່ ໂປ່ງໃສ

ໄຊຍາ
2018.11.02
F-Sekong ແຂວງເຊກອງ ໃນເຂດບ້ານຢຶບ ທີ່ຊາວບ້ານ ເສັຽພື້ນທີ່ດິນ ໃຫ້ບໍຣິສັດວຽດນາມ ປູກຢາງພາລາ ແລ້ວຂຸດຮ່ອງ ອ້ອມເຂດປູກຕົ້ນຢາງ ເພື່ອບໍ່ໃຫ້ ງົວ-ຄວາຍ ເຂົ້າໄປໄດ້.
RFA

ໃນກໍຣະນີ ທາງການແຂວງເຊກອງ ຈັບຊາວບ້ານຢຶບເມືອງທ່າແຕງ ແຂວງເຊກອງ 14 ຄົນ ໃນປີ 2017 ທີ່ຜ່ານມານັ້ນ ມີຜູ້ເສັຽຊີວິດ 1 ຄົນ ຢູ່ໃນຄຸກ, ຖືກປ່ອຍອອກ 3 ຄົນ, ປັດຈຸບັນ ຍັງເຫລືອ 10 ຄົນ ທີ່ຖືກຂັງຢູ່.

ກ່ຽວກັບເຣື້ອງນີ້ ອົງການຈັດຕັ້ງທາງສັງຄົມຂອງລາວ ໄດ້ຮຽກຮ້ອງໃຫ້ທາງການ ມີການເປີດເຜີຍ ກ່ຽວກັບການດຳເນີນຄະດີ ໃຫ້ມີຄວາມ ໂປ່ງໃສ, ດັ່ງເຈົ້າໜ້າທີ່ ອົງການຈັດຕັ້ງ ທາງສັງຄົມ ໄດ້ກ່າວຕໍ່ເອເຊັຽເສຣີ ວັນທີ 2 ພຶສຈິກາ ນີ້ວ່າ:

"ຢາກເຫັນການຊີ້ແຈງ ຖືກຫລືຜິດ ກະໜ້າຊິມີກາຊີ້ແຈງ ອອກມາ ອັນນີ້ ຂ້າພະເຈົ້າບໍ່ໄດ້ໝາຍຄວາມວ່າ ຜູ້ໃດຖືກຜູ້ໃດຜິດ ແຕ່ຄວາມ ເປັນຫ່ວງ ບໍ່ວ່າອົງການສາກົນ ແຕ່ຍາດພີ່ນ້ອງ ວົງສາຄະນະຍາດ ຫລືວ່າ ນັກວິຊາການຫລາຍໆ ຄົນກໍຕິດຕາມ ແຕ່ບໍ່ເຫັນ ຄຳຕອບ."

ການດຳເນີນຄະດີ ຕ້ອງມີຂັ້ນຕອນ ແລະ ມັນຢູ່ໃນຄວາມຮັບຜິດຊອບຂອງໃຜ, ດັ່ງ ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ:

"ທັມມະດາອາຍຸຄວາມການດຳເນີນຄະດີ ມັນມີ ນຶ່ງ ສອງ ສາມ ມັນຢູ່ໃນຂອບເຂດຂອງໃຜ ຂອບເຂດຂອງ ເຈົ້າໜ້າທີ່ສລຸບແລ້ວບໍ; ຂອບເຂດຂອງ ອັຍການສລຸບແລ້ວບໍ; ຖ້າບໍ່ຮອດໃຜທວງໃຜຖາມ ທັມມະດາມັນກະມີຂັ້ນຕອນຂອງມັນ ຂ້າພະເຈົ້າ ກະບໍ່ຢາກເວົ້າຫລາຍ ແຕ່ວ່າ ອັນນີ້ງຽບ."

ນອກຈາກນີ້, ຍາດພີ່ນ້ອງຂອງຊາວບ້ານ ຜູ້ທີ່ຖືກຈັບ ກ່າວຕໍ່ເອເຊັຽເສຣີ ວ່າ ເຈົ້າໜ້າທີ່ ອະນຸຍາດໃຫ້ຜູ້ຖືກຈັບ ໄດ້ພົບກັບ ຍາດພີ່ນ້ອງ, ແຕ່ວ່າ ຜູ້ທີ່ຖືກຂັງຄຸກ ມີຊີວິດການເປັນຢູ່ ທີ່ລຳບາກ ຍ້ອນວ່າອາຫານການກິນບໍ່ພຽງພໍ ການກິນຢູ່ແມ່ນອີງໃສ່ ອາຫານ ທີ່ເຈົ້າໜ້າທີ່ຕຳຣວດ ເອົາໃຫ້ກິນ ບາງຄາບກໍໄດ້ກິນ ບາງຄາບກໍບໍ່ໄດ້ກິນ, ແລະ ສະພາບຢູ່ໃນຄຸກເປື້ອນເປີ.

ຍາດພີ່ນ້ອງກ່າວຕື່ມອີກວ່າ ໃນການໄປພົບແຕ່ລະຄັ້ງຕ້ອງໄດ້ເສັຍເງິນ 20 ພັນກີບ ໃຫ້ເຈົ້າໜ້າທີ່ຕຳຣວດ ຊຶ່ງການຢ້ຽມຢາມນັ້ນ ຂຶ້ນກັບວ່າ ຖ້າເຂົາເຈົ້າມີເງິນກໍໄດ້ໄປ ແຕ່ ຖ້າບໍ່ມີເງິນ ກໍບໍ່ໄດ້ໄປ ເພາະວ່າ ຕ້ອງໄດ້ຊື້ອາຫານການກິນໄປສົ່ງ ແລະເສັຍຄ່າ ໃຫ້ ເຈົ້າໜ້າທີ່ຕຳຣວດອີກ.

ກ່ຽວກັບເລື້ອງນີ້ ທ່ານ ເຫລັກໄຫລ ຮອງເຈົ້າແຂວງເຊກອງ ໄດ້ອອກມາປະຕິເສດ ໃນເດືອນພຶສພາ ວ່າບໍ່ໄດ້ຈັບ ຊາວບ້ານ ທັ້ງໆທີ່ກອນໜ້ານັ້ນ ທ່ານ ກໍອອກມາຍອມຮັບວ່າ ຈະມີການປ່ອຍຕົວຊາວບ້ານ ຜູ້ທີ່ຖືກຈັບ ທີ່ຍັງເປັນເດັກນ້ອຍ ອາຍຸບໍ່ເຖິງ 18 ປີ.

ໃນເບື້ອງຕົ້ນ ມີຊາວບ້ານຖືກຈັບທັງໝົດ 14 ຄົນ, ຕໍ່ມາ ທ້າວ ສົມສະຫວັນ ໄດ້ເສັຽຊີວິດໃນຄຸກ ແລະ  ທ້າວ ວິຫານ ຖືກປ່ອຍຕົວ, ແລະຫລ້າສຸດ ວັນທີ 1 ມິຖຸນາ ທີ່ຜ່ານມາ ທາງການແຂວງເຊກອງ ກໍປ່ອຍຕົວ ນາງນີ ແລະ ທ້າວນາກ.

ປັດຈຸບັນ ເຫລືອຊາວບ້ານອີກ 10 ຄົນ ທີ່ຍັງຄົງຖືກຂັງຄຸກຢູ່ ລວມມີ: 1. ທ້າວ ສຸວັນ, 2. ທ້າວ ບຸນແທ່ນ, 3. ທ້າວ ໂປະ, 4. ທ້າວ ໄນ, 5. ທ້າວ ສົນ, 6. ທ້າວ ບຸນສົດ, 7. ທ້າວ ວິຄຳ, 8. ທ້າວ ບຸນແລງ, 9. ທ້າວ ບຸນປົກ, 10. ທ້າວ ບຸນເຕັ້ຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.