ສະພາຈະດັດແປງກົດໝາຍ ແຮງງານ


2013.12.25
F-l pdr ສະພາແຫ່ງຊາດ ສປປ ລາວ
LPDR

 

ສະພາ ແຫ່ງຊາດ ລາວ ພິຈາຣະນາ ດັດແປງ ກົດໝາຍ ແຮງງານ ໃຫ້ສອດຄ່ອງ ກັບ ກົດໝາຍ ແຮງງານ ຂອງ ພູມມີພາຄ ແລະສາກົນ. ໃນ ຕອນເຊົ້າຂອງວັນທີ່ 24 ເດືອນທັນວານີ້ ສະມາຊິກສະພາແຫ່ງຊາດລາວ ໄດ້ປະກອບຄໍາຄິດຄໍາເຫັນ ກ່ຽວກັບ ການດັດແປງ ກົດໝາຍ ແຮງງານ ສະບັບເກົ່າ ຊຶ່ງປະກາດໃຊ້ແຕ່ປີ 2006 ເປັນຕົ້ນມາ.

ນາງໃບຄໍາ ຂັດຕິຍະ ຣັຖມົນຕຣີຊ່ວຍວ່າການກະຊວງແຮງງານແລະສວັດດີການສັງຄົມຂອງລາວກ່າວເຖິງຄວາມຈຳເປັນຕ້ອງປັບປຸງກົດໝາຍ ແຮງງານໃໝ່ຕໍ່ກອງປະ ຊຸມສະພາແຫ່ງຊາດ ເມື່ອວັນອັງຄານ ທີ່ຜ່ານມາວ່າ:

“ໃນເງື່ອນໄຂຂອງການເຊື່ອມໂຍມພາກພື້ນ ແລະສາກົນ ກົດໝາຍວ່າດ້ວຍແຮງງານ ສະບັບປັດຈຸບັນ ຍັງບໍ່ທັນຜັນຂຍາຍ ເນື້ອໃນຂອງສົນທິ ສັນຍາຂອງ ອົງການແຮງງານສາກົນ ທີ່ສປປລາວໄດ້ໃຫ້ ສັດຕະຍາບັນ ໄປແລ້ວເທົ່າທີ່ຄວນ. ການເຂົ້າຮ່ວມເປັນ ປະຊາຄົມເສຖກິດອາຊຽນ ໃນປີ 2015 ຄືດ່ັງທີ່ພວກເຮົາ ໄດ້ຮັບຊາບນໍາກັນແມ່ນ ການສ້າງໃຫ້ເປັນຖານ ການຜລິດອັນດຽວກັນ ແລະຕລາດອັນດຽວກັນ ຊຶ່ງຈະມີການ ເຄື່ອນຍ້າຍໃນຫ້າອົງປະກອບ ຄືການເຄື່ອນຍ້າຍ ສິນຄ້າ ການເຄື່ອນຍ້າຍ ການບໍຣິການ ການເຄື່ອນຍ້າຍທຶນ ການເຄື່ອນຍ້ານການລົງທຶນ ແລະການເຄື່ອນ ຍ້າຍແຮງງານ.”

ນາງໃບຄຳ ກ່າວອີກວ່າ ອາຊຽນ ຈະເປີດໃຫ້ມີການ ເຄື່ອນຍ້າຍແຮງງານ ຢ່າງເສຣີສຳລັບຜູ້ທີ່ມີສີມືໃນເຈັດວິຊາອາຊີບ ຄືພຍາບານ ໝໍແຂ້ວ ໝໍທົ່ວໄປ ວິສວະກອນ ນັກອອກແບບ ນັກສຳຣວດ ແລະນັກບັນຊີ. ສປປລາວ ໃຫ້ສັດຕະຍາບັນ ແກ່ສົນທິສັນຍາແຮງງານສາກົນ ດົນນານ ມາແລ້ວ ແຕ່ຍັງບໍ່ທັນປະຕິບັດຕາມ ສົນທິສັນຍານັ້ນເທື່ອ. ເປັນຕົ້ນມາດຕຣາທີ່ກຳນົດໄວ້ກ່ຽວກັບການໃຫ້ເງິນເດືອນ ການກໍານົດເງິນເດືອນ ຕໍ່າສຸດ ແລະການປົກປ້ອງສິດຜົນປໂຍດຂອງຄົນງານ. ນອກຈາກນັ້ນຢູ່ລາວ ຍັງມີການໃຊ້ແຮງງານເດັກນ້ອຍ ແລະກົດຂີ່ຂົ່ມເຫັງຄົນງານຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.