ຣັຖບານລາວດັດແກ້ ຮັບຮອງ ກົດໝາຍ

ອຸ່ນແກ້ວ ສຸກສວັນ
2014.04.15
f-nas ສະຖາບັນ ສູງສຸດ ສະພາ ແຫ່ງຊາດ ສປປ ລາວ
LPDR

 

ຣັຖບານ ລາວ ໄດ້ ຮັບຮອງ ເອົາຮ່າງ ກົດໝາຍ ແລະ ມີການ ດັດແກ້ ກົດໝາຍ ຫລາຍ ສະບັບ ທີ່ ຈຳເປັນ ຕໍ່ການ ພັທນາ ປະເທດ ແລະ ການ ຮ່ວມເຂົ້າ ຝນນ ປະຊາຄົມ ເສຖກິດ ອາຊຽນ. ອີງຕາມ ຣາຍງານ ຂອງ ສຳນັກ ຂ່າວ ຊິນຫົວ ຂອງຈີນ.

ທີ່ຜ່ານມາ ສປປລາວ ໄດ້ມີການ ດັດແກ້ ກົດໝາຍ ວ່າດ້ວຍ ມາຕຖານ ສິນຄ້າ ນັບແຕ່ ກົດໝາຍ ດັ່ງກ່າວ ໄດ້ຖືກ ຮັບເອົາ ໃນປີ 2007 ຍ້ອນວ່າ ເນື້ອໃນ ບາງຕອນ ຂອງ ກົດໝາຍ ບໍ່ຣະອຽດ ແລະ ບໍ່ ແທດເໝາະ ກັບ ສະພາບ ຕົວຈິງ ຢູ່ພາຍໃນ ປະເທດລາວ. ການດັດແກ້ ກົດໝາຍ ດັ່ງກ່າວ ແມ່ນເລັງໃສ່ ການກຳນົດ ຫລັກການ, ການຣະບຸ ເຖີງ ບົດບາດ ຂອງ ພາກສ່ວນ ຕ່າງໆ ເພື່ອໃຫ້ ມີການ ປັງຄັບໃຊ້ ມາຕຖານ ຂອງ ສິນຄ້າ ໃຫ້ເຄັ່ງຄັດ ຂຶ້ນກວ່າເກົາ.

ຣັຖບານ ລາວ ໄດ້ຮັບຮອງ ເອົາຮ່າງ ກົດໝາຍ ວ່າດ້ວຍ ການ ກວດສອບ ທີ່ ເປັນ ເອກຣາດ ຊຶ່ງ ກົດໝາຍ ດັ່ງກ່າວ ແມ່ນມີ ເປົ້າໝາຍ ເພື່ອແກ້ໄຂ ບັນຫາ ໃນການ ຄຸ້ມຄອງ ງົບປະມານ ຂອງ ພາກສ່ວນ ຕ່າງໆ ແລະ ສ້າງຄວາມ ໝັ້ນໃຈ ໃຫ້ ຫົວໜ່ວຍ ທຸຣະກິຈ ພາຍໃນ.

ນອກຈາກ ນີ້ ຍັງມີການ ດັດແກ້ ກົດໝາຍ ວ່າດ້ວຍ ອາກອນ ມູນຄ່າ ເພີ່ມ ໂດຍແມ່ນ ກະຊວງ ການເງິນ ເປັນຜູ້ ຮັບຜິດຊອບ ແລະ ຖືກ ຮັບຮອງ ເອົາໂດຍ ສະພາ ແຫ່ງຊາດ ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.