ທາງການລາວປາບຣົດເຖື່ອນ

ໄຊຍາ
2018.10.24
F-cars ໂຕຢ່າງຣົດທີ່ນໍາເຂົ້າ ຈາກປະເທດເພື່ອນບ້ານ ແລ້ວຂາຍຕໍ່ ແບບບໍ່ໄປຂຶ້ນທະບຽນ ເສັຽພາສີ ໃຫ້ຖືກຕ້ອງ: ແຂວງຫຼວງນໍ້າທາ
RFA/VD

ທາງການລາວຍອມຮັບວ່າ ຜ່ານມາ ເຈົ້າໜ້າທີ່ບໍ່ເຄີຍກວດກາ ຣົດນໍາເຂົ້າຢ່າງເຂັ້ມງວດ ແລະ ຣົດທີ່ນໍາເຂົ້າລາວ ສ່ວນຫຼາຍ ຈະມີການ ປອມທະບຽນ ເພື່ອຫຼີກລ້ຽງ ການຈ່າຍພາສີ ເຂົ້າຣັຖ. ຫຼັງຈາກນັ້ນ ກໍ່ໄປໂຄສະນາຂາຍ ໃນຣາຄາຖືກ.

ບັນຫາຣົດເຖື່ອນ ທີ່ນໍາເຂົ້າປະເທດລາວ ແບບບໍ່ຖືກຕ້ອງກວ່າ 30 ພັນຄັນ ໃນທົ່ວປະເທດ, ອີງຕາມຣາຍງານ ຂອງກະຊວງການເງິນໃນປີ 2017 ທາງການລາວເວົ້າວ່າ ຍັງບໍ່ສາມາດແກ້ໄຂ ໃຫ້ໝົດໄດ້ຍ້ອນບໍ່ມີຣະບົບ ຕິດຕາມຂໍ້ມູນການຊື້ຂາຍ ທີ່ຊັດເຈັນ ແລະ ຣົດບາງຄັນກໍ ສວມທະບຽນປອມ ເຮັດໃຫ້ການກວດກາ ຫລ້າຊ້າ. ດັ່ງເຈົ້າໜ້າທີ່ ກວດກາຣົດເຖື່ອນ ກະຊວງການເງິນ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 22 ຕຸລາ ນີ້ວ່າ:

"ເຂົາສະກັດໂຕນັ້ນໄດ້ ກໍຖືວ່າເປັນບັນຫາ ແຕ່ກີ້ເຮົາບໍ່ໄດ້ກວດໄດ້ກາ ຫັ້ນນ່າ ມັນກໍ່ເຮັດໃຫ້ເຂົາ ມີຄວາມກະຕືລືລົ້ນ ແບບວ່າສົນໃຈກ່ຽວກັບ ການນໍາເຂົ້າ ຜ່ານມາມັນປອມເອກສານ ນໍາເຂົ້າ ຫັ້ນ."

ທ່ານກ່າວຕື່ມວ່າ ດຽວນີ້ກຸ່ມນາຍທຶນ ເຊິ່ງເປັນຜູ້ລັກລອບນໍາຣົດເຖື່ອນເຂົ້າປະເທດ ແລະ ເຮັດທະບຽນປອມ ກໍບໍ່ມີໃຫ້ເຫັນແລ້ວ ສ່ວນນຶ່ງ ກໍເປັນຍ້ອນນະໂຍບາຍ ວ່າດ້ວຍການຂຶ້ນທະບຽນ ຕ່າງປະເທດ ແລະ ປັດໃຈທາງສັງຄົມ ເຊັ່ນວ່າ ຜູ້ຊື້ສາມາດ ເຂົ້າໄປຫາຂໍ້ມູນ ຢູ່ຕາມ ອິນເຕີເນັດ ຫຼື ເວັບໄຊຕ່າງໆ ຫຼື ເດີນທາງເຂົ້າໄປຍັງ ສູນຈຳໜ່າຍຣົດ ໄດ້ທັນທີໂດຍຈະແຕກຕ່າງ ຈາກ ທີ່ຜ່ານມາ.

ເດືອນສິງຫາ ປີ 2106 ທາງການລາວ ໄດ້ອອກນິຕິກັມວ່າດ້ວຍການຈັດເກັບພາສີ 10% ຂອງຣາຄາສິນຄ້ານຳເຂົ້າ ທຸກຣາຍການໂດຍມີ ເງື່ອນໄຂວ່າ ຫາກມູນຄ່າການນໍາເຂົ້າ ເກີນ 200 ໂດລ່າ ສະຫະຣັຖ ຈະຕ້ອງເສັຽພາສີ 10% ໃຫ້ກັບຣັຖ ເຊິ່ງເຮັດໃຫ້ ທາງການລາວ ກວດກາສິນຄ້າທີ່ນຳເຂົ້າ ໄດ້ຢ່າງເຂັ້ມງວດຂຶ້ນ ໂດຍສະເພາະ ຣົດທຸກປະເພດ. ດັ່ງທ່ານກ່າວຕື່ມວ່າ:

"ບໍ່ ໆ ບໍ່ໝົດດອກ ແຕ່ວ່າມັນບໍ່ຄືແຕ່ເກົ່າເດ້ ຕົວຕັ້ງຕົວຕີຫັ້ນນ່າ ມັນບໍ່ຢູ່ແລ້ວ ປສບ ກໍ່ເຮັດຫຍັງບໍ່ໄດ້ ໄທເຮົາກໍ່ຂຽນທາງດ້ານນີຕິກັມ ກ່ຽວກັບເສັຽພາສີ ການນໍາເຂົ້າໝາຍຄວາມວ່າ ໄທເຮົາ ສາມາດເຊັກອີ່ຫຍັງໄດ້."

ເມື່ອຕົ້ນປີ 2018 ຜ່ານມາ ແຂວງບໍລິຄຳໄຊ ຢຶດຣົດນໍາເຂົ້າ ທີ່ບໍ່ຖືກຕ້ອງຕາມກົດໝາຍ ຈຳນວນ 647 ຄັນ ໃນນັ້ນເປັນຣົດໃຫຍ່ 174 ຄັນ ແລະ ຣົດຈັກ 473 ຄັນ ສ່ວນຫຼາຍຈະຖືກນໍາເຂົ້າ ມາຈາກປະເທດວຽດນາມ ໄທ ແລະ ຈີນ.

ປີ 2017 ຜ່ານມາ ແຂວງສວັນນະເຂດ ກວດກາຣົດນໍາເຂົ້າທຸກປະເພດ ມີຈຳນວນ 5,700 ປາຍຄັນ ໃນທົ່ວແຂວງ ຂຶ້ນທະບຽນ ແລະ ເສັຽພາສີ ຕາມກົດໝາຍໄປແລ້ວ 2,700 ປາຍຄັນ ແລະ ຍັງເຫຼືອຣົດນໍາເຂົ້າເກືອບ 3 ພັນຄັນ ຍັງບໍ່ມາຂຶ້ນ ທະບຽນ ແລະ ເສັຽພາສີ ຕາມຣະບຽບກົດໝາຍ.

ກະຊວງການເງິນຍັງໃຫ້ອຳນາດ ເຈົ້າໜ້າທີ່ຂັ້ນເມືອງ ແລະແຂວງ ໃນການກວດຄົ້ນຣົດເຖື່ອນ ຢ່າງເຕັມທີ່ ເພາະຣົດເຖື່ອນ ອີກຈຳນວນ ຫຼາຍຄັນ ທີ່ຖືກຊຸກເຊື່ອງ ແລະ ປອມເອກສານ ເພື່ອຫຼີກລ້ຽງ ການເສັຽພາສີ ໃນແຂວງຕ່າງ ໆ ທົ່ວປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.