ຊາຍແດນລາວ-ກຳປູຊາ ຍັງຕ້ອງ ຫາລື

ມະນີຈັນ
2017.04.20
f-laos-cambodia ການກໍ່ສ້າງໃນເຂດຊາຍແດນ ທີ່ທາງຝ່າຍລາວ ເວົ້າວ່າເປັນການສ້ອມແປງ ອາຄານເກົ່າ ທີ່ຊຸດໂຊມ ບໍ່ແມ່ນສ້າງຂຶ້ນໃໝ່ - ແຕ່ຕໍ່ມາຕ່າງຝ່າຍ ກໍມີຄໍາເຫັນ ທີ່ ແຕກຕ່າງກັນ
RFA

ຈາກກໍຣະນີ ທີ່ສຳນັກຂ່າວ ພນົມເປັນໂພສ ໄດ້ຣາຍງານເມື່ອວັນທີ 4 ແລະ 6 ເມສາ 2017 ແລະ ສື່ທ້ອງຖິ່ນຂອງທາງການ ກຳປູຊາ ໄດ້ຣາຍງານກ່ຽວກັບ ເຫຕການຂໍ້ຂັດແຍ້ງ ກັນທາງຊາຍແດນ ຣະຫວ່າງ ທະຫານລາວ ແລະທະຫານກຳປູຊາ ນັ້ນ, ເຈົ້າໜ້າທີ່ຣະດັບສູງ ປກຊ-ປກສ, ແຂວງຈຳປາສັກ ຜູ້ຂໍສງວນຊື່ ແລະສຽງທ່ານນຶ່ງ ໄດ້ກ່າວຕໍ່ນັກຂ່າວ ເອເຊັຽເສຣີ ເມື່ອວັນທີ 19 ເມສາ 2017 ນີ້ວ່າ, ບັນຫາ ດັ່ງກ່າວ ຍັງຈະຕ້ອງໄດ້ເວົ້າກັນໃໝ່ ແລະພາກສ່ວນກ່ຽວຂ້ອງ ຈະສເນີໄປຫາທາງຂັ້ນເທິງ ເພື່ອຫາທາງແກ້ໄຂ ເນື່ອງຈາກວ່າ ຂັ້ນທ້ອງຖິ່ນ ເວົ້າກັນບໍ່ໄດ້ຢ່າງຂາດໂຕ. ດັ່ງທີ່ທ່ານກ່າວຕອນນຶ່ງວ່າ:

"ຫວ່າງວັນທີ 5 ເມສາ ທີ່ຜ່ານມາ, 2 ກອງບັນຊາການຂັ້ນທ້ອງຖິ່ນ ພວກເຮົາເລີຍວ່າປະສານກັນ ເພື່ອຕົກລົງກັນວ່າ ຕໍ່ໄປບໍ່ໃຫ້ມີ ຂ່າວວ່າມີຄວາມເຄັ່ງຕຶງ ກັນອີກສາ. ໃນເມື່ອ ເວົ້າກັນແລ້ວ, ແຕ່ທຸກຢ່າງຍັງຄືເກົ່າ ລະແລ້ວປີໃໝ່ລາວນີ້ ພວກເຮົາກະຊິໄດ້ສເນີ ທາງຂັ້ນເທິງ ເພື່ອແກ້ໄຂ ປັບຄວາມເຂົ້າໃຈກັນ ເຣື້ອງບັນຫາ ຊາຍແດນຣະຫວ່າງ ລາວ-ກຳປູຊາ”.

ທ່ານກ່າວຕື່ມວ່າການນຳສເນີຂ່າວ ຂອງສື່ມວນຊົນທ້ອງຖິ່ນ ຝ່າຍກຳປູຊາ ພຽງຝ່າຍດຽວນັ້ນ, ເປັນສິ່ງທີ່ຂາດຂໍ້ມູລຄວາມຈິງ, ການນຳ ກຳລັງ ທະຫານ 400 ຄົນ ມານາບຂູ່ ຝ່າຍກຳປູຊາ ແລະ ການປິດດ່ານຊາຍແດນເວີນຄາມ. ຂໍ້ມູລຕ່າງໆມີແຕ່ນັກຂ່າວທ້ອງຖິ່ນເພິ່ນ ສເນີຂ່າວ ຣາຍວັນເອງ ພວກເຮົາບໍ່ໄດ້ ຮັບຮູ້ນຳ. ເຈົ້າໜ້າທີ່ທັງສອງຝ່າຍ ບໍ່ໄດ້ເຮັດຫຍັງ. ເປັນຕົ້ນກະແມ່ນຢູ່ເຂດຊຽງແຕງ ໄດ້ຣາຍ ງານວ່າພວກເຮົາ ມີການເພີ້ມກຳລັງ ທີ່ແທ້ພວກເຮົາບໍ່ໄດ້ເຮັດຫຍັງ. ກະມີແຕ່ລາດຕະເວນຕາມປົກກະຕິ”.

ເຈົ້າໜ້າທີ່ທ່ານນີ້ ກ່າວມ້ວນທ້າຍວ່າ ປະຈຸບັນ ສພາບການຕ່າງໆຕາມຊາຍແດນ ລາວ-ກຳປູຊາ ໃນເຂດພື້ນທີ່ ດ່ານເວີນຄາມ ແລະ ແຂວງຊຽງແຕງ ແມ່ນປົກກະຕິທຸກຢ່າງ, ບໍ່ໄດ້ມີການປິດດ່ານຊາຍແດນ ຕາມທີ່ທາງສື່ມວນຊົນທ້ອງຖິ່ນ ໄດ້ກ່າວແຕ່ຢ່າງໃດ. ຊາວບ້ານທັງ ລາວແລະກຳປູຊາ ຍັງສາມາດເດີນທາງເຂົ້າ-ອອກ ຕາມດ່ານເວີນຄາມ ເພື່ອໄປທຳມາຫາກິນ ຫຼື ຂີ່ເຮືອຂຶ້ນລ່ອງ ຕາມແມ່ນ້ຳສາຍຕ່າງໆ ຣະຫວ່າງຊາຍແດນ ເພື່ອຫາປາໄດ້ຕາມ ປົກກະຕິ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.