ສ​ລອງ ວັນເດັກນ້ອຍ ສາກົລ

ມະນີຈັນ
2019.06.01
ເດັກນ້ອຍລາວ ໃນເຂດຊົນບົດ
Citizen Journalist

ເດັກນ້ອຍນັກຮຽນປະຖົມ ທົ່ວນະຄອນຫຼວງ ວຽງຈັນ 2 ພັນປາຍຄົນ ພາກັນມ່ວນຊື່ນ ພາຍຫຼັງ ສອບເສັງແລ້ວ ຍ້ອນວ່າ ໂຮງຮຽນຣັຖ ແລະ ໂຮງຮຽນ ເອກຊົນຫຼາຍແຫ່ງ ຈັດກິຈກັມ ສົ່ງເສີມໃຫ້ ເດັກນ້ອຍ ມີເວທີສະແດງຄວາມສາມາດ ແລ້ວໄດ້ຮັບລາງວັນ ເປັນສິ່ງຕອບແທນ ໃນງານ ສເລີມສລອງ ວັນເດັກນ້ອຍສາກົລ ວັນທີ 1 ມິຖຸນາ, ຊຶ່ງໃນນັ້ນ ມີທັງຟ້ອນ, ລໍາ, ຮ້ອງເພັງ, ຕອບຄໍາຖາມ, ອ່ານນິທານ, ແຕ້ມຮູບ ແລະ ແຂ່ງຂັນ ກິລາຕ່າງໆ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກສຶກສາ ນະຄອນຫຼວງວຽງຈັນ. ທ່ານກ່າວວ່າ:

“ວັນເດັກນ້ອຍສາກົລ ເປັນວັນນຶ່ງ ທີ່ວ່າສໍາຄັນທີ່ສຸດ ຕໍ່ເດັກນ້ອຍເນາະ ເພາະວ່າ ເດັກໃນວັນນີ້ ຄືຜູ້ໃຫຍ່ໃນວັນໜ້າຫັ້ນນະ ມ່ວນຫຼາຍເນາະ ເດັກນ້ອຍມ່ວນຫຼາຍ ບັນດານ້ອງນ້ອຍເຮົາ ມາສະແດງ ຄວາມຮູ້ຄວາມສາມາດ ຂອງເຂົາເຈົ້າເນາະ ກໍມອບຂອງຂວັນ ໃຫ້ເຂົາເຈົ້າ ເປັນປຶ້ມ ເປັນສໍ ເປັນເຂົ້າຕົ້ມເຂົ້າໜົມ.”

ນອກຈາກ ກິຈກັມ ສົ່ງເສີມໃຫ້ເດັກນ້ອຍ ມີເວທີສະແດງ ຄວາມສາມາດ ແລ້ວຍັງມີກິຈກັມ ເພື່ອສຸຂພາບ ທີ່ຜແນກສຶກສາ ນະຄອນຫຼວງ ສົມທົບ ກັບຜແນກ ສາທາຣະນະສຸຂ ໃຫ້ຢອດຢາຂ້າແມ່ທ້ອງ, ໄວຕາມິນເອ ບໍາຣຸງສາຍຕາ ແກ່ເດັກນ້ອຍ. ພ້ອມດຽວກັນ ກໍມີກິຈກັມ ໃຫ້ຄວາມຮູ້ ແກ່ພໍແມ່ຜູ້ປົກຄອງ ບໍ່ໃຫ້ຕີເດັກນ້ອຍ ໃຫ້ສິດເດັກນ້ອຍ ຕາມຫຼັກສິດທິເດັກນ້ອຍ 4 ສິດ, ທ່ານກ່າວ:

“ເດັກນ້ອຍ ຄວນໄດ້ຮັບສິດທິ ຂອງເຂົາເຈົ້າຄື 4 ສິດຄືສິດໃນການຢູ່ລອດ ກໍຂະເຈົ້າໄດ້ກິນ ໄດ້ຢອດຢາ ກໍສິດໃນການປົກປ້ອງ ບໍ່ວ່າ ແຕ່ມື້ນີ້ມື້ ໃດໆຄືກັນ ພໍ່ແມ່ ຈະບໍ່ໄດ້ຕີເດັກນ້ອຍ ແລະ ກໍສິດ ໃນການມີສ່ວນຮ່ວມ ກໍເຮັດ ກິຈກັມ ຕາມທີ່ເຂົາເຈົ້າ ຕ້ອງການ, ສິດໃນການພັທນາ ຄື ເຂົາເຈົ້າໄດ້ ພັທນາ ຕົນເອງ ແລະ ກໍໄດ້ຮ່ວມກັບໝູ່ ຮ້ອງ ອ່ານປຶ້ມ ທາສີລະບາຍສີ ອີ່ຫຍັງຕ່າງໆ ກັບໝູ່.”

ທ່ານກ່າວຕື່ມວ່າ ພາຍໃນງານ ວັນເດັກນ້ອຍສາກົລ ຍັງມີ ກິຈກັມປູກຕົ້ນໄມ້ ແທນຕົ້ນໄມ້ ທີ່ຖືກຕັດໄປ ຊຶ່ງທາງຜແນກສຶກສາ ສົມທົບກັບ ຜແນກ ກະສິກັມປ່າໄມ້ ແລະ ຢາຍເຂົ້າຕົ້ມ ເຂົ້າໜົມ ຂອງຫລິ້ນ ອຸປກອນ ການຮຽນຕ່າງໆ ໃຫ້ເດັກນ້ອຍນໍາດ້ວຍ. ວັນເດັກນ້ອຍສາກົລ ວັນທີ 1 ມິຖຸນາ ເປັນວັນທີ່ສະແດງອອກ ເຖິງການຄຸ້ມຄອງ ສິດທິທຸກດ້ານ ໃນຊີວິດ ຮວມທັງ ສຸຂພາບ ແລະ ການສຶກສາ ຂອງເດັກນ້ອຍທົ່ວໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.