ຣັຖບານຮັບຟັງພາກສັງຄົມ ຫຼາຍຂຶ້ນ

ສິດນີ
2017.11.29
F-VT ນະຄອນຫຼວງວຽງຈັນ
RFA/SN

ໃນຣະຍະສອງປີຜ່ານມາ ຣັຖບານລາວໄດ້ເປີດໂອກາດ ໃຫ້ບັນດາອົງການຈັດຕັ້ງ ທາງສັງຄົມໃນລາວ ເຂົ້າມາມີບົດບາດ ປະກອບສ່ວນ ວຽກງານ ກັບຣັຖບານຫລາຍຂື້ນ ເປັນຕົ້ນການສເນີ ຄວາມຄິດຄວາມເຫັນຕ່າງໆ ທີ່ຣັຖບານ ຈະເຮັດເພຶ່ອໃຫ້ນຳໄປ ພິຈາຣະນາໃນການ ທົບທວນ. ດັ່ງຄຳເວົ້າຂອງເຈົ້າຫນ້າທີ່ ອົງການຈັດຕັ້ງທາງສັງຄົມ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງ ໃນມື້ວັນທີ 29 ພຶສຈິກາ ນີ້ວ່າ:

"ເລີ້ມມີບົດບາດຂຶ້ນມາແທ້ ປະມານສອງປີນີ້ແຫລະ ຕະກີ້ມັນບໍ່ໄດ້ມີບົດບາດ ຢູ່ໃນເວທີສາກົນ ຫລືເວທີໃດນັ້ນ ແລ້ວກໍບໍ່ມີການໄປເປີດ ກອງປະຊຸມຮ່ວມສະພາ ໃນການປະກອບ ຄວາມຄິດຄວາມເຫັນ ໃນສະພາຫລືປະຊຸມຮ່ວມກັບສະພາ ໃນເຣື້ອງ ການພັທນາ ໃນດ້ານ ອິຫຍັງຕ່າງໆ ດຽວນີ້ຂະເຈົ້າກໍມີຫຍັງ ຂະເຈົ້າກໍເອີ້ນຫາ ພາກປະຊາຊົນເຂົ້າໄປຮ່ວມ ຫລືວ່າຈະໃຫ້ຄວາມຄິດຄວາມເຫັນ ດຽວນີ້ຂະເຈົ້າ ເປີດກວ້າງຫລາຍແລ້ວ."

ທ່ານກ່າວຕື່ມວ່າ ກ່ອນຫນ້ານີ້ ອົງການຈັດຕັ້ງທາງສັງຄົມໃນລາວ ບໍ່ມີສິດມີສຽງຫລາຍ ເຮັດໄດ້ພຽງແຕ່ໃຫ້ຄຳແນະນຳແລະໃຫ້ຂໍ້ມູນແກ່ ຣັຖບານ ກ່ຽວກັບຜົລກະທົບ ຈາກໂຄງການພັທນາ ຫລື ຈາກນະໂຍບາຍ ແຜນການຂອງຣັຖບານ ເທົ່ານັ້ນ ຊຶ່ງໃນ ປັດຈຸບັນ ກໍມີການ ເປີດກວ້າງແດ່ແລ້ວ ເປັນຕົ້ນການເປີດກອງປະຊຸມຮ່ວມ ຣະຫວ່າງ ຣັຖບານ ກັບອົງການຈັດຕັ້ງ ທາງສັງຄົມ ກ່ອນຈະເລີ້ມແຜນພັທນາ ຫລາຍໂຄງການ ຂອງຣັຖບານ. ດັ່ງຕົວຢ່າງກໍຣະນີພູຫີນຫນາມຫນໍ່ ຢູ່ແຂວງຄຳມ່ວນ ທີ່ຣັຖບານ ມີແຜນການຈະຍ້າຍ ປະຊາຊົນຫຼາຍ ພັນຄົນ ອອກຈາກພື້ນທີ່ປ່າ ເພື່ອຕັ້ງເປັນ ອຸທຍານແຫ່ງຊາດ ໃນປີຕົ້ນປີ 2017. ທາງການລາວກໍໄດ້ເຊີນອົງການ ຈັດຕັ້ງທາງສັງຄົມ ດ້ານສິ່ງແວດລ້ອມ ໄປຮ່ວມໃຫ້ຄວາມເຫັນ ໃນບັນຫາດັ່ງກ່າວ ພ້ອມທັງຮັບເອົາ ຂໍ້ສເນີຂອງອົງກອນ ສນັບສນູນ ໃຫ້ປະຊາຊົນຢູ່ບ່ອນເກົ່າ ເພື່ອຊ່ອຍປົກປ້ອງປ່າ ແລະສີ່ງແວດລ້ອມ ທັມມະຊາດ ໃນເຂດນັ້ນ.

ເຖິງຢ່າງໃດກໍຕາມ ເຖິງວ່າຣັຖບານລາວຈະເລີ້ມເປີດກວ້າງ ໃຫ້ອົງການຈັດຕັ້ງທາງສັງຄົມ ມີບົດບາດຫຼາຍຂຶ້ນກໍຕາມ ແຕ່ການເຮັດວຽກ ຂອງເຈົ້າຫນ້າທີ່ ອົງການຈັດຕັ້ງທາງສັງຄົມ ຍັງຖືກຈຳກັດ ແລະ ຖືກກວດສອບ ຢູ່.

"ບັນດາກໍຄືເພິ່ນຢູ່ນຳຕຣອດ ການເຮັດວຽກມັນກໍຍາກ ເພາະວ່າເຮົາບໍ່ສາມາດ ເວົ້າອີ່ຫຍັງທີ່ຂັດ ຍ້ອນວ່າມີເພິ່ນຢູ່ນຳ ຕຣອດເວລາ ສົມມຸດວ່າ ເຮັດປ່າໄມ້ ຮ່ວມງານຂອງເຈົ້າແມ່ນ ກະຊວງກະສິກັມແລະປ່າໄມ້ ເປັນຜູ້ຕິດຕາມ ເປັນຜູ້ກວດກາຕິດຕາມ  ອັນນີ້ເປັນ ບັນຫາອັນນື່ງເລີຍ ຂອງອົງກອນລາວ ທີ່ເຮົາບໍ່ສາມາດ ເຮັດເກີນຂອບເຂດ ທີ່ຂະເຈົ້າກຳນົດໄວ້ໃຫ້ ຫາກວ່າເຮົາມີຂໍ້ມນູວ່າມີ ຄົນລັກຕັດໄມ້ຫັ້ນນ່າ ບໍ່ມີອົງກອນ ໃດເລີຍ ທີ່ກ້າທີ່ຈະລຸກຂຶ້ນມາວ່າ ຂ້ອຍເຫັນຈຳນວນຣົດ ເທົ່ານີ້ທ່ອນໄມ້ເທົ່ານີ້ ທີ່ຖືກແກ່ອອກຈາກປ່າ ແທບຈະບໍ່ມີອົງກອນໃດເລີຍ ທີ່ເວົ້າ ແບບນີ້ຫັ້ນນ່າ."

ເຈົ້າຫນ້າທີ່ ອົງການຈັດຕັ້ງທາງສັງຄົມລາວ ທ່ານນີ້ກ່າວເພີ້ມວ່າ ການທີ່ຣັຖບານເປີດໂອກາດໃຫ້ອົງການ ຈັດຕັ້ງທາງສັງຄົມ ແລະ ສະມາຄົມຕ່າງໆເຂົ້າມາມີສ່ວນຮ່ວມ ເຖິງຂັ້ນສາມາດປ່ຽນຄວາມເຫັນ ຂອງຣັຖບານໃຫ້ໄດ້ຫລາຍກວ່ານີ້ນັ້ນ ຍັງຈະຕ້ອງໃຊ້ເວລາອີກດົນ ທັ້ງໆທີ່ການເປີດໃຫ້ໂອກາດ ບາງເລັກນ້ອຍ ໃນຣະຍະສອງປີ ທີ່ຜ່ານມານີ້ ກໍຍັງຍາກຢູ່ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.