ທາງການສັ່ງໃຫ້ ສື່ສັງຄົມ ອອນລາຍ ຈົດທະບຽນ

ໄຊຍາ
2019.07.18
F-Social-media ຮູບພາບ ເຫດການຕ່າງໆ ທີ່ອົງກອນຂ່າວ, ສະມາຄົມສົງເຄາະ, ຮ່ວມທັງສ່ວນຕົວບຸກຄົນ ນໍາມາອອກເຜີຍແຜ່ ແຊກັນ ໃຫ້ປະຊາຊົນ ໄດ້ຮັບຮູ້ນໍາກັນວ່າ ໃນແຕ່ລະມື້ ມີຫຍັງເກີດຂຶ້ນ ຊຶ່ງສ່ວນໃຫຍ່ ຈະອອກໄວກ່ອນ ສື່ ຈາກສາຍຫຼັກ
RFA/FB/Citizen journalist

ກະຊວງຖແລງຂ່າວ ວັທນະທັມ ແລະ ການທ່ອງທ່ຽວ ປະກາດໃຫ້ ສື່ສັງຄົມອອນລາຍ ຈົດທະບຽນ ກັບທາງການ. ຜູ້ບໍຣິຫານເພຈ ຫຼື ແອັດມິນເພຈ (Page Admin) ໃນລາວທ່ານນຶ່ງ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ກໍຣະກະດາ ນີ້ວ່າການ ປະກາດນັ້ນ ຈະຈຳກັດສິດເສຣີພາບ ໃນການປາກເວົ້າອອກຂ່າວ:

“ຄວາມຄຶດເຫັນເຮົາກະ ຄັນແມ່ນຣັຖບານເພິ່ນບໍ່ກີດກັນ ຫຼືວ່າໃຊ້ສິທທິອຳນາດຜູກຂາດ ຫຼາຍກະມັນຊິມີບັນຫາຫຍັງເນາະ, ແຕ່ວ່າຄັນເພິ່ນ ເຮັດ ເຮົາກະຊິຫຼຸດໜ້ອຍຖອຍລົງ ຫາງສຽງຂອງເຮົາຫັ້ນແຫຼະ. ເຮົາຊິບໍ່ມີສິທອອກຂ່າວໄດ້ເຕັມທີ່ນ່າ ທຸກຂ່າວຕ້ອງ ຖືກກັ່ນກອງ.”

ເຊັ່ນດຽວກັນ ດຣ. ບຸນທອນ ຈັນທະລາວົງ ວີເຊີ, ປະທານ ພັນທມິຕ ເພື່ອ ປະຊາທິປະຕັຍ ໃນລາວ ທີ່ມີສຳນັກງານໃຫຍ່ ຕັ້ງຢູ່ປະເທສ ເຢັຽຣະມັນ ກໍອອກຖແລງການ ປະນາມການຈຳກັດ ສື່ສັງຄົມອອນລາຍ ໃນລາວ ແລະໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ກໍຣະກະດາ ນີ້ຕອນນຶ່ງວ່າ:

“ພວກເຮົາ, ອົງການພັທມິຕ ເພື່ອ ປະຊາທິປະຕັຍ ໃນລາວ ເຫັນວ່າ ທາງການເພິ່ນແຈ້ງວ່າ ເພິ່ນຈະມີການໃຫ້ໄປລົງທະບຽນ ໃນການ ຕັ້ງເວັບໄຊ໋ ຫຼືວ່າການອອກຂ່າວອັນໃດ ທີ່ວ່າເປັນທາງການ, ແຕ່ວ່າເນຶ້ື້ອແທ້ແລ້ວແມ່ນ ເປັນການຈຳກັດສິທຂອງ ປະຊາຊົນທາງດ້ານ ຂ່າວສານ, ຈຳກັດສິທຂອງປະຊາຊົນ ໃນການສະແດງຄວາມຄິດຄວາມເຫັນ. ອັນນີ້ພວກເຮົາເຫັນວ່າແນວນັ້ນ.”

ເຖິງຢ່າງໃດກໍຕາມ ເຈົ້າຂອງສື່ສັງຄົມອອນລາຍຫຼາຍຄົນ ກໍບໍ່ຂັດຂ້ອງຫຍັງ ເພິ່ນໃຫ້ລົງທະບຽນ ກໍລົງ, ດ່ັງຜູ້ບໍຣິຫານເພຈ ຫຼືແອັດມິນເພຈ ໃນລາວທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ກໍຣະກະດາ ນີ້ວ່າ: ທ່ານກໍໄດ້ໄປຈົດທບຽນ ຮຽບຮ້ອຍແລ້ວ ແລະ ຍອມປະຕິບັດຕາມເງື່ອນໄຂ ຂອງທາງການທຸກຢ່າງ:

“ພວກເຮົາຈົດທະບຽນຖືກຕ້ອງຕາມຣະບຽບກົດໝາຍ ຮຽບຮ້ອຍແລ້ວ. ຖ້າໂຕໃດທີ່ມັນຈະປ່ອຍອອກໄປ ເຮົາກະຕ້ອງແມ່ນເປັນມູນຕາມມູນ ຄວາມຈິງ ເນາະ ແລະ ໄດ້ຮັບການຢັ້ງຢືນ ລະເຮົາຄຶດເຫັນວ່າ ມັນເປັນຂ່າວທີ່ບໍ່ມີຜົລ ກະທົບທາງດ້ານ ຜົລເສັຽຫາຍ ຕໍ່ທັງສອງຝ່າຍ ທັງຜູ້ອ່ານຂ່າວ ແລະ ຜູ້ຂຽນຂ່າວ ແມ່ນພວກເຮົາຈະດຳເນີນງານ ເປັນແບບນັ້ນ. ພວກເຮົາເຮັດຖືກຕ້ອງຕາຣະບຽບກົດໝາຍ ພວກເຮົາ ກະບໍ່ມີຫຍັງທີ່ຈະກັງວົນ.”

ກ່ຽວກັບເຣື້ອງນີ້, ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມໄປຍັງ ກົມສື່ມວນຊົນ, ກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ  ໃນຕອນບ່າຍຂອງມື້ວັນທີ 18 ກໍຣະກະດາ ນີ້, ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ຍັງບໍ່ສາມາດໃຫ້ຣາຍລະອຽດໄດ້.

ກ່ອນໜ້ານີ້, ທ່ານ ປິ່ນປາດຖະໜາ ພັນທະມາລີ, ຫົວໜ້າກົມສື່ມວນຊົນ, ກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ກໍໄດ້ຊີ້ແຈງ ຕໍ່ຜູ້ສື່ຂ່າວທ້ອງຖິ່ນວ່າ:

“ຖ້າວ່າເຮົາເປັນແອັດມິນ ເຮົາເປັນເຈົ້າຂອງບັນຊີເຫຼົ່ານັ້ນ, ເຮົາຫາກຈະດຳເນີນການສນອງຂໍ້ມູນ ດ້ານການເມືອງ, ເສຖກິຈ-ສັງຄົມ, ວັທນະທັມ ໃຫ້ແກ່ສັງຄົມແລ້ວ ເຮົາຈະຕ້ອງໄດ້ຈົດທບຽນ ເພື່ອຮັບປະກັນວ່າ ຂໍ້ມູນຂ່າວສານເຫຼົ່ານັ້ນ ບໍ່ເປັນຂໍ້ມູນ ທີ່ມີພິດ-ມີພັຍຕໍ່ສັງຄົມ. ເປັນຕົ້ນແມ່ນແອັດມິນນັ້ນ ຈະຕ້ອງຖືກປົກປ້ອງຕາມກົດໝາຍ, ກົດໝາຍໄດ້ຣະບຸແລ້ວ ບຸກຄົນອື່ນ ການຈັດຕັ້ງອື່ນ ບໍ່ມີສິທມາຂົ່ມຂູ່ ບໍ່ມີສິທມາເຮັດຕາມລຳພັງໃຈ. ອັນທີ 2 ຄຳຖາມໄດ້ຖາມວ່າ ອ່າວ! ມັນບໍ່ກີດກັ້ນການຮັບຂໍ້ມູນຂ່າວສານບໍ? ບໍ່ໄດ້ກີດຈັກໜ້ອຍ.”

ອົງການນັກຂ່າວໄຮ້ພົມແດນ ຣາຍງານທຸກໆປີວ່າ ສປປລາວ ເປັນປະເທດນຶ່ງ ທີ່ຈຳກັດສິດເສຣີພາບ ໃນປາກເວົ້າອອກຂ່າວເຂັ້ມງວດ ໃນນັ້ນລວມທັງການ ຈຳກັດສື່ສັງຄົມອ່ອນລາຍນຳ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.