ແມ່ຍິງເຊົາຮຽນເພື່ອຊ່ອຍ ຄອບຄົວ

ສິດນີ
2019.02.11
F-women ວຽກງານເສີມ ຂອງແມ່ຍິງລາວ
RFA

ແຂວງຫົວພັນ ມີເດັກນ້ອຍແມ່ຍິງ ທີ່ດ້ອຍໂອກາດ, ຕາມເຂດຊົນນະບົດ ເປັນຈຳນວນຫຼວງຫຼາຍ ຕ້ອງໄດ້ອອກໂຮງຮຽນ ເພື່ອໄປຊອກຫາ ວຽກເຮັດງານທຳ ຕາມຫົວເມືອງຕ່າງໆ, ຍ້ອນວ່າຄອບຄົວ ທຸກຍາກ ບໍ່ມີທຶນການສຶກສາ. ສ່ວນຫຼາຍເປັນເດັກນ້ອຍ ໃນຊັ້ນປະຖົມ, ພວກ ຂະເຈົ້າຈະຫາວຽກງານຫັຖກັມ ແລະອື່ນໆເປັນຕົ້ນ. ຕາມຄວາມເວົ້າຂອງເຈົ້າໜ້າທີ່ ຂແນງປົກປ້ອງແມ່ຍິງແລະເດັກ, ທ່ານນຶ່ງ ຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 08 ກຸມພາ ນີ້ວ່າ:

“ແມ່ຍິງທີ່ດ້ອຍໂອກາດຢູ່ແຂວງຫົວພັນ, ຈະເລັ່ງໃສ່ທາງດ້ານຫັຖກັມແທນ, ສ່ວນຫຼາຍລະແມ່ນມາຈາກຄອບຄົວ ທຸກຍາກລຳບາກ ບໍ່ມີທຶນ ການສຶກສາ. ຄອບຄົວກະບໍ່ມີເງື່ອນໄຂສົ່ງ ລະຂະເຈົ້າຕ້ອງ ປະອອກໂຮງຮຽນ. ຢູ່ໃນຊົນນະບົດ, ຂະເຈົ້າຈະອອກໂຮງຮຽນແຕ່ຂັ້ນປະຖົມ ເລີຍ ເພື່ອໄປຫາວຽກເຮັດງານທຳ ຢູ່ໃນເມືອງ.”

ທ່ານກ່າວຕື່ມວ່າ ການສົ່ງເສີມສີມືແຮງງານຫັຖກັມ, ໃນກຸ່ມແມ່ຍິງດ້ອຍໂອກາດຢູ່ແຂວງຫົວພັນນີ້, ຍັງບໍ່ມີໂຄງການໃດເຂົ້າມາຊ່ອຍເຫຼືອເທື່ອ, ເພື່ອຍົກຣະດັບໃຫ້ຊຸມຊົນມີສິນຄ້າ ODOP ເພາະ ທາງການຍັງບໍ່ມີງົບປະມານພຽງພໍ ມີແຕ່ຊ່ອຍປະຊາສັມພັນໃຫ້ຜລິຕຜ້າໄໝ ສົ່ງຂາຍໃຫ້ ພໍ່ຄ້າ-ແມ່ຄ້າ ເທົ່ານັ້ນ, ຊຶ່ງແມ່ຍິງທີ່ດ້ອຍໂອກາດ ຈະປູກມອນລ້ຽງມ້ອນ ສາວໄໝ ເອງ.

“ໃນໄລຍະຜ່ານມາໂຄງການສົ່ງເສີມດ້ານການຜລິຕຜ້າແພໄໝ, ຍັງຖືວ່າບໍ່ທັນມີຈາກທາງການ ຫຼືວ່າໂຄງການສາກົນ ສ່ວນຫຼາຍເຂດຫ່າງໄກ ສອກຫຼີກ ຂະເຈົ້າກະຜລິຕໃນບ້ານເອງ ລ້ຽງມ້ອນ ສາວໄໝ ເອງ, ແຕ່ວ່າຈຳນວນນຶ່ງ ແມ່ຄ້ານຳເຂົ້າມາແຕ່ ສສ.ວຽດນາມ ລະກະຊື້ຕໍ່ຈາກ ແມ່ຄ້າທ້ອງຕລາດ.”

ທ່ານວ່າ ເປັນບັນຫາຍາກທີ່ຈະແກ້ໄຂໄດ້, ຍ້ອນວ່າທາງການບໍ່ມີງົບປະມານພຽງພໍ ທີ່ຈະຊ່ອຍເຫຼືອ ເຖິງແມ່ນວ່າທະນາຄານ ຈະມີໂຄງການ ໃຫ້ກູ້ຢືມເງິນ ດ້ວຍດອກເບັ້ຍຕ່ຳ ເພື່ອເອົາໄປລົງທຶນ ເຮັດທຸຣະກິດ, ຫລືຜລິດກະສິກັມກໍຕາມ ແຕ່ແມ່ຍິງດ້ອຍໂອກາດ ບໍ່ມີຫລັກຊັບຄ້ຳ ປະກັນ ຕາມເງື່ອນໄຂ ທີ່ທາງທະນາຄານ ກຳນົດໃວ້.

ທ່ານໄດ້ກ່າວມ້ວນທ້າຍວ່າ, ຍັງມີແມ່ຍິງດ້ອຍໂອກາດຫຼາຍຄົນ, ຖືກໃຊ້ເປັນເຄື່ອງມືໃນການຄ້າປະເວນີແລະຄ້າມະນຸສນຳອີກ, ຊື່ງຜ່ານມາ ທາງການ ໄດ້ຊ່ອຍເຫຼືອອອກມາໄດ້ຈຳນວນນຶ່ງ ແລະ ໄດ້ສົ່ງເສີມໃຫ້ມີວຽກເຮັດ ດ້ານຫັຖກັມໃນຂັ້ນພື້ນຖານ ໄປແລ້ວຫລາຍຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.