ປະທານເວທີປະຊາຊົນ ອາຊຽນ
2015.08.26
ເຈົ້າໜ້າທີ່ ລາວ ທີ່ ເຄື່ອນໄຫວ ກ່ຽວກັບ ກອງປະຊຸມ ເວທີ ປະຊາຊົນ ອາຊຽນ ຫລື APF ກ່າວ ໃນວັນທີ 21 ສິງຫາ 2015 ວ່າ, ໃນປີ 2016 ທີ່ ສປປ ລາວ ຈະເປັນ ປະທານ ວຽນ ອາຊຽນ ນີ້, ທາງ ພາກສ່ວນ ການ ຈັດຕັ້ງ ທາງ ສັງຄົມ ໃນລາວ ຈະ ບໍ່ສາມາດ ເປັນ ເຈົ້າພາບ ຈັດ ກອງປະຊຸມ ນີ້ຂຶ້ນ ເພາະວ່າ, ກອງປະຊຸມ ເວທີ ປະຊາຊົນ ອາຊຽນ, ທີ່ຈັດຂຶ້ນ ຢູ່ ປະເທດ ມາເລເຊັຽ ເມື່ອເດືອນ ເມສາ ຜ່ານມາ ບໍ່ເຫັນດີ ໃຫ້ ສປປ ລາວ ຈັດ. ດັ່ງ ທ່ານ ກ່າວວ່າ:
"ຄືວ່າ ຫລັງຈາກ ກອງປະຊຸມ ຢູ່ ມາເລເຊັຽ ນໍ, ຄນະ ຢູ່ ກອງປະຊຸມ ກ່າມີ ປະເທດ ບໍ່ຢາກໃຫ້ ລາວ ຈັດ ກອງປະຊຸມ ໂຕນີ້, ແຕ່ວ່າ ຄວາມເປັນຈິງ ຫັ້ນ ບັນດາ CSO ມິຫຍັງ ຕ່າງໆຫັ້ນນະ ກ່າມີຄວາມ ຕຣຽມພ້ອມ ແລ້ວ ແຕ່ຕອນນັ້ນ, ວ່າ ພວກເຮົາ ຊິເປັນ ເຈົາພາບ ທີ່ດີ ໃນການຈັດ, ເພື່ອ ເຮັດໃຫ້ ກອງປະຊຸມ ສໍາເຮັດໄປ ດ້ວຍດີ, ແຕ່ວ່າ ບັນດາ ຜູ້ເຂົາຮ່ວມ ກອງປະຊຸມ ກ່າບໍ່ຢາກ ໃຫ້ ລາວ ຈັດ ພວກເຮົາ ກ່າຖື ໃນຄວາມ ຕັດສີນ ຄນະ ມິຫຍັງຫັ້ນ, ແລະ ໃນໄວໆນີ້ ພວກເຮົາ ກ່າຊີ່ມີ ກອງປະຊຸມ CSO ຂອງ ລາວ ທົ່ວ ປະເທດ".
ທ່ານ ບໍ່ໄດ້ ໃຫ້ ຣາຍລະອຽດ ວ່າເປັນຫຍັງ, ບັນດາ ອົງການ ຈັດຕັ້ງ ທາງສັງຄົມ ທີ່ ເຂົ້າຮ່ວມ ກອງປະຊຸມ ຢູ່ ມາເລເຊັຽ, ຈຶ່ງ ບໍ່ໃຫ້ຢາກ ລາວ ຈັດ ກອງປະຊຸມ ນີ້ຂຶ້ນ. ລາຍງານ ຜ່ານມາວ່າ ບັນດາ ອົງການ ຈັດຕັ້ງ ທາງສັງຄົມ ຂອງ ຫຼາຍ ປະເທດ, ສະເໜີ ໃຫ້ ທາງການ ລາວ ຮັບປະກັນ ຄວາມ ປອດພັຍ ແກ່ ອົງການ ຈັດຕັ້ງ ທາງສັງຄົມ ຂອງລາວ ທີ່ ຈະໄປຮ່ວມ ກອງປະຊຸມ, ແລະ ຂໍໃຫ້ ທາງການລາວ ຮັບປະກັນ ໃຫ້ການ ສົນທະນາ ບັນຫາ ຕ່າງໆ ເປັນໄປ ຕາມຮູບແບບ ຂອງ ປະຊາຊົນ ຢ່າງແທ້ຈິງ, ແຕ່ ບໍ່ມີ ຄໍາຕອບ ຈາກ ທາງການ ລາວ.
ໃນເຣື້ອງ ດຽວກັນນີ້ ສະມາຊິກ ອົງການ ຈັດຕັ້ງ ທາງສັງຄົມ ຂອງລາວ ຄົນນຶ່ງ ທີ່ ບໍ່ປະສົງ ອອກຊື່, ກ່າວວ່າ ພວກຕົນ ຍັງບໍ່ຮູ້ວ່າ, ເປັນການ ຕັດສິນໃຈ ຢ່າງເປັນ ທາງການ ແລ້ວ ຫລືຍັງ. ບັນຫາ ນຶ່ງອີກ ແມ່ນ ບໍ່ຮູ້ວ່າ ການຈັດຕັ້ງ ທາງສັງຄົມ ອົງການ ໃດ ຈະເປັນ ໂຕຕັ້ງ ໂຕຕີ ໃນການ ຈັດ ກອງປະຊຸມ ນີ້ຂຶ້ນ, ຮູ້ແຕ່ວ່າ ພາກສ່ວນ ທາງການ ກ່ຽວຂ້ອງ ໃນການ ຈັດ ກອງປະຊຸມ ນີ້, ແມ່ນ ກະຊວງ ການ ຕ່າງປະເທດ ແລະ ກະຊວງ ພາຍໃນ ເປັນຫຼັກ. ຜ່ານມາ ອົງການ ຈັດຕັ້ງ ທາງສັງຄົມ ຂອງລາວ ກໍເຄີຍ ສເນີ ເງື່ອນໄຂ ຕໍ່ທາງການ ມາແລ້ວ ກ່ອນຈະຈັດ ກອງປະຊຸມ ນີ້ ຂຶ້ນ:
"ກ່າມີເງື່ອນໄຂ ຫຼາຍເງື່ອນໄຂ ທີ່ ທາງ ສະມາຄົມ ຕ່າງໆ ທີ່ ສເນີໄປຫາ ຮັຖບານ ເຊັ່ນວ່າ, ຊິ ຮັບປະກັນ ເຣື້ອງ ຫາງສຽງ ຂອງ ປະຊາຊົນ ແທ້ບໍ, ການມີ ສ່ວນຮ່ວມ ຂອງ ປະຊາຊົນ ແທ້ບໍ, ແລະ ກ່າເຣື້ອງ ຄວາມ ປອດພັຍຈັ່ງຊີ້, ຊຶ່ງວ່າມັນ ເປັນເງື່ອນໄຂ ຊື່ໆ ແຕ່ວ່າຍັງ ບໍ່ທັນໄດ້ ລົມກັນ ເປັນ ທາງການ ເທື່ອ, ກ່າບໍ່ຮູ້ວ່າ ມັນອອກມາ ຈັ່ງໃດ ຄັນວ່າ ຣັດ ຊິເຂົ້າມາ ຄວບຄຸມ ມັນກ່າ ຊິເປັນ ຂອງຣັຖໄປ ເປັນອີກ ຮູບນຶ່ງ ຊຶ່ງວ່າ ຕ່າງປະເທດ ເຂົາກ່າມີ ຄວາມເປັນຫ່ວງ ເຣື້ອງນີ້ ຄືກັນ".
ເຈົ້າໜ້າທີ່ ເຄື່ອນໄຫວ ກ່ຽວກັບ ການຈັດ ກອງປະຊຸມ ເວທີ ປະຊາຊົນ ອາຊຽນ ໄດ້ກ່າວ ຢໍ້າ ວ່າ, ເຖິງແມ່ນວ່າ ບັນດາ ອົງການ ສາກົນ ຈະປ່ຽນໃຈ ໃຫ້ລາວ ຈັດຂຶ້ນ ກໍດີ, ລາວ ກໍບໍ່ມີ ຄວາມພ້ອມ ຢູ່ດີ, ແຕ່ ຍິນດີ ຈະ ໄປຮ່ວມ ຖ້າຫາກ ວ່າມີ ປະເທດໃດ ຈັດ ກອງປະຊຸມ ນີ້ຂຶ້ນ.