ເມືອງເຟືອງເກັບເງິນເພື່ອຈັດ ກອງປະຊຸມ

ສຸພັດຕາ
2018.10.11
f-kip ທະນາບັດ ເງິນກີບ ສປປ ລາວ
Public Domain

ອໍານາດການປົກຄອງ ເມືອງເຟືອງ ແຂວງວຽງຈັນ ໄດ້ອອກແຈ້ງການ ຂໍເກັບເງິນຈາກ ຫຼາຍພາກສ່ວນພາຍໃນເມືອງ ເປັນຕົ້ນ ພະນັກງານຣັຖກອນ ຕລອດຈົນເຖິງບັນດາ ນັກທຸຣະກິຈ ເພື່ອນໍາມາໃຊ້ ຈັດກອງປະຊຸມໃຫຍ່ ຂອງອົງການຈັດຕັ້ງ ມະຫາຊົນເມືອງ.

ສາເຫດທີ່ຕ້ອງອາສັຍ ການເກັບເງິນດັ່ງກ່າວ ຍ້ອນທາງການເມືອງ ຂາດງົບປະມານ. ດັ່ງເຈົ້າໜ້າທີ່ ເມືອງເຟືອງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ່ 10 ຕຸລາ ນີ້ວ່າ:

“ກອງປະຊຸມຂອງອົງການໃຫຍ່ ຈັດຕັ້ງມະຫາຊົນ ທາງດ້ານງົບປະມານນີ້ ມັນກໍບໍ່ພຽງພໍ ເປັນກອງປະຊຸມ ຂັ້ນເມືອງ ໄທເຮົາກໍ ພ້ອມກັນ ແຜ່ສະ ແຜ່່ນໍານັກທຸຣະກິດ ຕລອດທັ້ງພະນັກງານ ຣັຖກອນ ທົ່ວເມືອງ ນີ້ຫັ້ນນະ ມີຄວາມຈໍາເປັນ ແນວນັ້ນ.”

ໃນແຈ້ງການສະບັບດັ່ງກ່າວ ຣະບຸວ່າ ພະນັກງານຣັຖກອນ ໃນເມືອງເຟືອງ ຈະເກັບຄົນລະ 30 ພັນກີບ, ການຈັດຕັ້ງຊາວໜຸ່ມບ້ານ ແລະ ໂຮງຮຽນ ໃນທົ່ວເມືອງເກັບ ຄົນລະ 5 ພັນກີບ, ນັກຮຽນຍິງ ແລະແມ່ຍິງ ທີ່ເປັນສະມາຊິກ ຊາວໜຸ່ມບ້ານ ເກັບຄົນລະ10 ພັນກີບ, ສະມາຊິກ ສະຫະພັນນັກຣົບເກົ່າຄົນລະ 5 ພັນກີບ, ນັກທຸຣະກິຈ ທັງພາຍໃນ ແລະຕ່າງປະເທດ ແລະ ໜ່ວຍບໍຣິການຕ່າງໆ ມີບັນຊີ ເກັບເງິນ ຕ່າງຫາກ.

ການເກັບເງິນສໍາລັບ ຈັດກອງປະຊຸມໃຫຍ່ ຂອງອົງການຈັດຕັ້ງມະຫາຊົນ ເມືອງເຟືອງ ໃນເທື່ອນີ້ ໄດ້ເກັບມາຕັ້ງແຕ່ ວັນທີ່ 4 ຕຸລາ ແລະ ຈະເກັບໄປຈົນຮອດ ວັນທີ່ 25 ຕຸລາ ນີ້.

ກ່ຽວກັບເຣື້ອງນີ້ ວິທຍຸເອເຊັຍເສຣີ ກໍໄດ້ຕິດຕໍ່ໄປຍັງ ພະນັກງານຣັຖກອນ ແລະ ເຈົ້າຂອງຮ້ານຂາຍເຄື່ອງ ຢູ່ເມືອງເຟືອງ ເພື່ອຂໍຄວາມເຫັນ ກ່ຽວກັບເຣື້ອງດັ່ງກ່າວ ແຕ່ບໍ່ມີໃຜ ໃຫ້ຄວາມເຫັນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.