ປະຊາຊົນລາວ ບໍ່ມີສິດ ປົກປ້ອງສິດຂອງຕົນ

ມະນີຈັນ
2018.12.10
f-sekong ພື້ນທີ່ດິນ ທີ່ ບໍຣິສັດວຽດນາມ ປູກຢາງພາລາ ແລະຂຸດຮ່ອງ ອ້ອມເຂດປູກຢາງໄວ້ ເພື່ອບໍ່ໃຫ້ ງົວ-ຄວາຍ ເຂົ້າໄປໄດ້
RFA

ປະຊາຊົນລາວ ຍັງຖືກຣະເມີດສິດທິມະນຸດ ຫຼາຍຢູ່ ໂດຍສະເພາະແມ່ນເຣື່ອງ ການຖືກຍຶດເອົາ ທີ່ດິນທໍາກິນ ຂອງພວກເຂົາເຈົ້າ ໄປໃຫ້ ນັກລົງທຶນຕ່າງປະເທດ, ການຖືກບັງຄັບ ໃຫ້ໂຍກຍ້າຍ ບ້ານເຮືອນ, ການຖືກປະຕິບັດ 2 ມາຕຖານ ແລະ ການນັບຖືສາສນາ ດັ່ງເຈົ້າໜ້າທີ່ ອົງການສິດທິມະນຸດ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ທັນວານີ້ວ່າ:

“ສເລັ່ຽແລ້ວມັນແທບ ບໍ່ໄດ້ມີຫຍັງ ປ່ຽນແປງ ຖ້າເບິ່ງຕາມ ຄວາມເປັນຈິງແລ້ວ ມັນກໍມີແຕ່ການລົນນະລົງ ຫລືວ່າ ການເວົ້າກັນວ່າ ມັນກໍມີ ແຕ່ວ່າ ໃນການປະຕິບັດ ຂັ້ນຕອນຕົວຈິງ ມັນກໍຍັງຄືເກົ່າ ປະຊາຊົນ ກໍຍັງບໍ່ໄດ້ສິດທິ ເຕັມຮ້ອຍ ທີ່ຂະເຈົ້າຄວນຈະໄດ້ຮັບ ຕົວຢ່າງ ເຊັ່ນກໍຄື ການຍ້າຍທີ່ດິນບໍ່ ເຄື່ອງປູກຂອງຝັງບໍ່ ປະຊາຊົນ ຂຶ້ນມາປົກປ້ອງສິດທິ ຄວນຈະໄດ້ຮັບ ຂອງຕົນເອງ ແຕ່ກໍຖືກຄັດຄ້ານ ຫລືວ່າ ຖືກໂຈມຕີ ຫລືວ່າ ຖືກເວົ້າ ໂດຍຣັຖບານ.”

ແຕ່ເຖິງຢ່າງໃດກໍຕາມ, ທ່ານກໍກ່າວວ່າ ໃນຣະຍະ 3 ປີມານີ້ ຄືວ່າ ຣັຖບານ ສປປລາວ ໃຫ້ຄວາມສໍາຄັນ ເຣື່ອງສິດທິມະນຸດ ຫຼາຍຂຶ້ນ ກວ່າເກົ່າ, ມີການໂຄສະນາ ເຣື່ອງສິດທິ ໃຫ້ປະຊາຊົນຮູ້ ແລະ ມີການຈັດກອງປະຊຸມ ຮ່ວມກັບ ອົງການສິດທິມະນຸດ ໃນລາວຫຼາຍຂຶ້ນ. ທັງນີ້ ກໍຍ້ອນວ່າ ອົງການສະຫະປະຊາຊາດ ເຄີຍໄດ້ສເນີ ໃຫ້ຣັຖບານ ສປປລາວ ປະຕິບັດ ຕາມຂໍ້ແນະນໍາ 196 ຂໍ້ ຂອງສະພາສິດທິມະນຸດ ສະຫະປະຊາຊາດ ເປັນຕົ້ນ ການເປີດໃຫ້ ປະຊາຊົນ ມີສິດສເນີຄໍາຄິດເຫັນ ກ່ຽວກັບ ການເຮັດວຽກ ຂອງຣັຖບານ ແລະ ເປີດໃຫ້ ສື່ມວນຊົນ ນໍາສເນີ ຂ່າວໄດ້ຢ່າງເສຣີ ແລະ ໃຫ້ສືບສວນ ຫາທ່ານ ສົມບັດ ສົມພອນ ທີ່ຖືກບັງຄັບໃຫ້ ຫາຍສາບສູນ ຢ່າງຈິງຈັງ.

ແຕ່ວ່າ ໃນການປະຕິບັດຕົວຈິງ ແທບຈະບໍ່ມີເຣື່ອງໃດເລີຍ ທີ່ຣັຖບານ ສປປລາວ ຈະປະຕິບັດ ໄດ້ຕາມເປົ້າໝາຍ. ແຕ່ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ກະຊວງນຶ່ງ ຢູ່ນະຄອນຫລວງວຽງຈັນ ກໍຊີ້ແຈງ ກ່ຽວກັບ ເຣື່ອງນີ້ ຕໍ່ວິທຍຸເອເຊັຽເສຣີວ່າ:

"ສິດທິມະນຸດສາກົລນີ້ນະເນາະ ເຮົາເຂົ້າໃຈວ່າ ຂະເຈົ້າ ຜັກດັນ ຢາກໃຫ້ຣັຖບານເຄົາຣົບສິດທິມະນຸດນໍ ມີສິດທີ່ຈະເວົ້າ ມີສິດທີ່ຈະເວົ້າ ໃນສິ່ງ ທີ່ເຮົາສະແດງ ຄວາມຄິດເຫັນ ຂອງເຮົາ ອອກໄປເຣື່ອງ ການເມືອງ ແຕ່ວ່າ ເຮົາຄິດວ່າ ວິທີການເຮັດກັບເຮົາ ຕ້ອງຄ່ອຍເປັນຄ່ອຍໄປ ແລ້ວກໍຕ້ອງເຂົ້າໃຈວ່າ ຣະບອບ ຂອງເຮົາ ມັນບໍ່ແມ່ນ ຣະບອບ ເສຣີປະຊາທິປະຕັຍນໍ ການທີ່ຈະມາປ່ຽນແປງ ຜັກດັນໃຫ້ເກີດແບບມີສິດ ເສຣີພາບ ເວົ້າຢ່າງດຽວເລີຍຫັ້ນນະ ກໍແບບນີ້ ມັນກໍຂ້ອນຂ້າງທີ່ຈະຍາກ."

ກ່ຽວກັບ ເຣື່ອງສິດທິມະນຸດ ຢູ່ ສປປລາວ, ໃນມື້ວັນທີ 15 ແລະ ວັນທີ 16 ກໍຣະກະດາ 2018 ອົງການສະຫະປະຊາຊາດ ປະຈໍາລາວ ໄດ້ສເນີໃຫ້ ຣັຖບານລາວ ເປີດໂອກາດໃຫ້ປະຊາຊົນ ມີເສຣີພາບ ໃນການອອກຄວາມຄິດຄວາມເຫັນ ເຣື່ອງການເຮັດວຽກ ຂອງຣັຖບານ ແລະ ໃຫ້ສື່ມວນຊົນ ສາມາດເຮັດຂ່າວໄດ້ ຢ່າງເສຣີ. ແຕ່ຣັຖບານ ຍັງບໍ່ສາມາດ ປະຕິບັດ ຕາມການສເນີນັ້ນໄດ້. ເຊັ່ນເມື່ອ ປະຊາຊົນ ເວົ້າເຖິງ ບັນຫາ ການສໍ້ຣາສບັງຫລວງ ຮວມທັງ ການຊື້ຈ້າງເຂົ້າຮຽນ ກໍຖືກຕໍານິ ຕົວຢ່າງ ກໍຣະນີ ເຈ໊ນາງ ເປັນຕົ້ນ.​

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.