ຜູ້ຂ້ານັກທຸຣະກິຈຈີນ ຖືກຈັບ ແລ້ວ

ສຸພັດຕາ
2018.09.07
F-Killer ເຈົ້າໜ້າທີ່ ຕຳຣວດລາວ ເຂົ້າລວບຕົວ ຄົນຮ້າຍໄດ້ 1 ຄົນ ທີ່ຕລາດຊັງຈ່ຽງ ໃນນະຄອນຫຼວງວຽງຈັນ
ຮູປພາບຈາກ : ຂ່າວ ພັຍສັງຄົມ

ເມື່ອວັນທີ 5 ກັນຍາ ຜ່ານມານີ້ ເຈົ້າໜ້າທີ່ຕຳຣວດລາວ ສາມາດຈັບຄົນຮ້າຍໄດ້ 1 ຄົນ ທີ່ລົງມືສັງຫານເພື່ອຊິງຊັພ ທ່ານ ໄຊຊະນະ ຍົດສະຫວັດ ຫຼື ທ່ານ ລີ ຈ້າວເຜິງ ນັກທຸຣະກິຈຈີນ ສັນຊາດລາວ ທີ່ມີຊື່ສຽງ. ຄົນຮ້າຍແມ່ນຄົນສັນຊາດຈີນ ຖືກຈັບໄດ້ທີ່ ຕລາດຊັງຈ່ຽງ ໃນນະຄອນຫຼວງວຽງຈັນ, ຕາມຄຳເວົ້າຂອງເຈົ້າໜ້າທີ່ ກົມໃຫຍ່ຕຳຣວດ ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 7 ກັນຍາ ວ່າ:

“ແມ່ນຈັບໄດ້ແລ້ວຢູ່ລາວນີ້ແຫຼະ ຢູ່ນະຄອນຫຼວງ ຢູ່ຊັງຈ່ຽງ ຄົນຈີນຄືກັນ ໃຫ້ເຂົາສືບສວນ-ສອບສວນ ເອົາຂໍ້ມູນ.”

ທ່ານກ່າວຕື່ມວ່າ ສຳລັບຊື່ຂອງຄົນຮ້າຍ ແລະຄຳຮັບສາຣະພາບຂອງຂະເຈົ້ານັ້ນ ຍັງບໍ່ສາມາດເປີດເຜີຍ ໃຫ້ຮູ້ໄດ້ເທື່ອ ຍ້ອນກຳລັງຢູ່ໃນ ຣະຫວ່າງການສອບສວນ ຊື່ງຈະມີການຖແລງຂ່າວ ການຈັບກຸມ ຢ່າງເປັນທາງການໃນໄວໆນີ້ ເນື່ອງຈາກເປັນ ຄະດີໃຫຍ່ ທີ່ຕຳຣວດໃຫ້ ຄວາມສົນໃຈ, ສ່ວນຄົນຮ້າຍທີ່ຮ່ວມກໍ່ເຫດອີກ 1 ຄົນທີ່ກຳລັງຫຼົບໜີຢູ່ນັ້ນ ທາງເຈົ້າໜ້າທີ່ຕຳຣວດ ກໍກຳລັງຊອກຄົ້ນຫາ ຕິດຕາມຈັບຢູ່.

ກ່ອນໜ້ານີ້ ໝູ່ຄົນໃກ້ຊິດຂອງທ່ານ ລີ ຈ້າວເຜິງ ກ່າວຕໍ່ວິທຍຸເອເຊັຍເສຣີ ວ່າຫຼັງເກີດເຫດຄາຕກັມດັ່ງກ່າວ ທາງຄອບຄົວແລະຄົນໃກ້ຊິດ ຂອງ ທ່ານ ລີ ຈ້າວເຜິງ ໄດ້ປະສານໄປຫາ ເຈົ້າໜ້າທີ່ຕຳຣວດລາວ ຮວມທັງຕຳຣວດຈີນ ໃຫ້ຊ່ອຍກັນຕາມລ່າຄົນຮ້າຍ ທີ່ລົງມືກໍ່ເຫດ ພ້ອມທັງມີເງິນ 2 ແສນໂດລາ ສະຫະຣັຖ ໃຫ້ແກ່ຜູ້ທີ່ຮູ້ຂໍ້ມູນ ຂອງຄົນຮ້າຍນັ້ນ.

ເຫດຄາຕກັມດັ່ງກ່າວ ເກີດຂຶ້ນເມື່ອວັນທີ 12 ສິງຫາ 2018 ຢູ່ໃນເຮືອນຂອງ ທ່ານ ລີ ຈ້າວເຜິງ ຢູ່ບ້ານວັດໄຕທົ່ງ ເມືອງສີໂຄດຕະບອງ ຄົນຮ້າຍໄດ້ໃຊ້ປືນຍິງ ທ່ານໃນຫ້ອງນອນ ແລະ ກວາດເອົາຊັພສິນ ຈຳນວນຫຼວງຫຼາຍໄປນຳ ໂດຍກ້ອງວົງຈອນປິດ ສາມາດຈັບຮູບ ຄົນຮ້າຍໄດ້ ສອງຄົນ ທີ່ໃສ່ໝວກປິດບັງໃບໜ້າ ຊ່ອຍກັນຂົນກະເປົ໋າບັນຈຸເຄື່ອງມີຄ່າ ຫຼົບໜີໄປ.

ທ່ານ ລີ ຈ້າວເຜິງ ເປັນນັກທຸຣະກິຈ ທີ່ມີຊື່ສຽງໃນລາວ ແລະເປັນເຈົ້າຂອງໂຮງແຮມຕີ້ຫາວ ຊຶື່ງຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.