ນັກໂທດສາມຄົນຍັງຖືກ ຫ້າມຢ້ຽມ

ອະວາຣີ
2016.08.04
F-workers ທ້າວ ສຸການ ໃຈທັດ ນາງ ຫລອດຄໍາ ທໍາມະວົງ ແລະ ທ້າວ ສົມພອນ ພິມມະສອນ ທີ່ຍັງຢູ່ໃນຄຸກຄຸມຂັງ ແລະ ຈະຖືກດໍາເນີນ ຄະດີການເມືອງ
citizen Journalist

ຄົນງານລາວສາມຄົນ ທີ່ຕິຕຽນ ຣັຖບານລາວ ທາງ ເຟສບຸກ ຕໍ່ມາ ຖືກຈັບຂັງຄຸກ ໃນ ນະຄອນຫຼວງ ວຽງຈັນ ນັບແຕ່ເດືອນ ກຸມພາ ເປັນຕົ້ນມາ ນັ້ນ ຍັງບໍ່ໄດ້ຮັບ ອະນຸຍາດ ໃຫ້ ພໍ່ແມ່ພີ່ນ້ອງ ເຂົ້າຢ້ຽມໄດ້ເທື່ອ ເພາະ ເຈົ້າໜ້າທີ່ ຕຳຣວດ ຍັງສືບຫາ ສະມາຊິກ ໃນເຄື່ອຂ່າຍ ຂອງເຂົາເຈົ້າ ທີ່ ໂຈມຕີ ຣັຖບານ ໃນຮູບແບບ ດຽວກັນນັ້ນຢູ່. ດັ່ງ ເຈົ້າໜ້າທີ່ ກະຊວງ ປ້ອງກັນ ຄວາມສງົບ ຂອງລາວ ທ່ານນຶ່ງ ເວົ້າເມື່ອ ວັນທີ 3 ເດືອນສິງຫາ ນີ້ວ່າ:

“ໃຫ້ຂັງຢູ່ຫັ່ນແຫຼະ ຍັງໃຫ້ ສົ່ງເຂົ້າສົ່ງນ້ຳ ຢູ່ ເຈົ້າໜ້າທີ່ ພວກເຮົາ ຍັງສືບສວນ ເອົາຄົນ ບາງເທື່ອມັນ ບໍລາຍງານ ໝົດເບາະ ມັນຍັງມີ ໝູ່ຄູ່ພັກພວກ ກຸ່ມແກ໊ງ ມັນຢູ່ໃສ ຢູ່ໃສແດ່ ໃຫ້ມັນຮູ້ແຈ້ງ ໝົດຊະກ່ອນ”.

ເຈົ້າໜ້າທີ່ ທ່ານນີ້ ເວົ້າອີກວ່າ ຜູ້ຕ້ອງຫາ ທັງສາມ ຍັງບໍ່ເປີດເຜີຍ ຄວາມຈິງ ທຸກຢ່າງ ຍັງມີ ຄວາມລັບຢູ່. ເຈົ້າໜ້າທີ່ ເຊື່ອວ່າ ຜູ້ຕ້ອງຫາ ຍັງມີໝູ່ຄູ່ ຫຼາຍຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ໃຊ້ ສື່ສັງຄົມ ອອນລາຍ ໃສ່ຮ້າຍປ້າຍສີ ພັກ-ຣັດ.

ຕໍ່ຄຳຖາມ ທີ່ວ່າ ເປັນຫຍັງ ຕຳຣວດ ບໍ່ອະນຸຍາດ ໃຫ້ພໍ່ແມ່ພີ່ນ້ອງ ໄປຢ້ຽມຢາມ ພວກເຂົາເຈົ້າ ຢູ່ຄຸກ, ເຈົ້າໜ້າທີ່ ທ່ານນີ້ ຕອບວ່າ; ຕາມ ຫລັກການແລ້ວ ໃນລະຍະ ສືບສວນ ເຈົ້າໜ້າທີ່ ຈະບໍ່ ອະນຸຍາດ ໃຫ້ ຜູ້ຕ້ອງຫາ ພົບກັບ ຄົນພາຍນອກ ເພາະ ອາຈສົ່ງຜົນຕໍ່ ການສືບສວນ ແລະ ຮູບຄະດີຄວາມ.

ເມື່ອເດືອນທີ່ແລ້ວ ພໍ່ແມ່ ຂອງຄົນງານຜູ້ນຶ່ງ ຍື່ນຄຳຮ້ອງ ຂໍຢ້ຽມລູກຊາຍ ແຕ່ບໍ່ໄດ້ຮັບ ອະນຸຍາດ, ໃຫ້ໄດ້ພຽງແຕ່ ສົ່ງເຂົ້າສົ່ງນ້ຳ ເທົ່ານັ້ນ. ນັກໂທດ ທັງສາມ ມີຊື່ວ່າ ທ້າວ ສຸກັນ ໃຈທັດ, ນາງຫຼອດຄຳ ທັມມະວົງ ແລະ ທ້າວສົມພອນ ພິມມະສອນ ໄປເຮັດວຽກ ຢູ່ໄທ ແລ້ວກັບຄືນ ສປປລາວ ເພື່ອ ຕໍ່ໜັງສື ຜ່ານແດນ ແຕ່ຖືກຈັບ ຈາກນັ້ນ ທາງການລາວ ກໍເອົາ ພວກເຂົາເຈົ້າ ປະກາດອອກ ທາງ ໂທຣະທັດ ໂດຍ ໃຫ້ຍອມຮັບ ສາຣະພາບ ຕໍ່ຂໍ້ກ່າວຫາ ແລະ ຈົນເຖິງ ປັດຈຸບັນ ກໍຍັງບໍ່ໄດ້ ຖືກດຳເນີນ ຄະດີ ແນວໃດເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.