ນາຍົກສັ່ງຢຸດອະນຸຍາດ ຂຸດແຮ່

ມະນີຈັນ
2016.06.23
F-Thongloun ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປລາວ ທີ່ກໍາລັງ ທໍາການປະຕິຮູປ ເຣື້ອງຕັດໄມ້ ຂຸດຄົ້ນແຮ່ທາດ ຢ່າງເອົາໃຈໃສ່
Screen captured LNTV video

ນາຍົກ ຣັຖມົນຕຣີລາວ ທ່ານ ທອງລຸນ ສີສຸລິດ ກ່າວຢູ່ແຂວງ ອັຕຕະປື ເມື່ອວັນທີ 16 ມິຖຸນາ ນີ້ວ່າ, ປັຈຈຸບັນ ມີຫຼາຍ ບໍຣິສັດ ສເນີຂໍ ອະນຸຍາດ ສໍາຣວດ ຂຸດຄົ້ນແຮ່ທາດ ຄັ້ງໃໝ່ ໃນລາວ, ແຕ່ທ່ານວ່າ ເດັດຂາດ ຈະຍັງບໍ່ ອະນຸມັດ ໃຫ້. ສໍາລັບ ສ່ວນທີ່ ທີ່ໄດ້ ອະນຸມັດ ໄປແລ້ວ ກໍໃຫ້ມີ ການຄຸ້ມຄອງ ຕິດຕາມ ກວດກາ ເບິ່ງວ່າໄດ້ ປະຕິບັດ ຢ່າງຖືກຕ້ອງ ຫລືບໍ່:

"ແຈ້ງຕໍ່ບັນດາ ສະຫາຍ ວ່າດຽວນີ້ ເຂົາມາສເນີ ຫຼາຍລະ ຂຸດບໍ່ໃໝ່ນີ້ນະ ສເນີນັ້ນ ສເນີນີ້, ບໍ່ອະນຸຍາດ ໃຫ້ໃຜເທື່ອ ປິດສະກ່ອນ ເຣື່ອງບໍ່ ນີ້, ຣັຖບານ ຈະເດັດຂາດ ຄືກັນ ບໍ່ທັນ ອະນຸຍາດ ໃຫ້ໃຜເທື່ອ ປິດສະກ່ອນ ຣັຖບານ ຈະເດັດຂາດ ຄືກັນ ບໍ່ທັນ ອະນຸຍາດ ໃຫ້ໃຜ ສໍາຣວດ ຂຸດຄົ້ນ ອັນໂຕໃໝ່. ສ່ວນໂຕເກົ່ານີ້ ດໍາເນີນໄປ ແຕ່ວ່າ ກວດກາ ຄຸ້ມຄອງ ຕິດຕາມ ວ່າເຂົາເຮັດ ໄປຕາມ ຖືກບໍ່".

ພ້ອມດຽວກັນນັ້ນ ທ່ານ ທອງລຸນ ກໍເຕືອນ ທາງການ ທ້ອງຖິ່ນ ໃຫ້ຣະວັງ ຜູ້ທີ່ມາສເນີ ຂໍອະນຸມັດ ໂດຍມີ ຂໍ້ອ້າງຕ່າງໆ ຮວມທັງ ເຣື່ອງ ວຽກເຮັດ ງານທໍາ ການຂຸດຄໍາ ຕົກຂ້ອນ ການໃຊ້ເຄື່ອງ ຈັກນ້ອຍ. ແລະ ທ່ານບໍ່ໃຫ້ ທາງແຂວງ ອັຕຕະປື ນໍາສເນີ ເຣື່ອງການ ຂໍອະນຸມັດ ສໍາຣວດ ຂຸດຄົ້ນ ແຮ່ທາດ ຊຸດໃໝ່ ນັ້ນເຖິງ ຣັຖບານ:

"ຢຸດສາກ່ອນ ສໍາຣວດ ຄົ້ນຄວ້າ ເບິ່ງສະກ່ອນ ເບິ່ງເຂົາເຮັດ ອັນທີ່ຜ່ານມາ ມັນເປັນສໍ່າໃດ ເຮົາຄິດວ່າ ໄດ້ເງິນໄດ້ຄໍາ ບໍ່ໄດ້ຊະ ສໍາຣວດ ໄປເລີຍໆ ບໍ່ສເນີຂຸດຄົ້ນ ຕັ້ງໂຮງງານ ຈັກເທື່ອ ສຸດທ້າຍ ລະວ່າແລ້ວເດີ ສໍາຣວດ ບໍ່ມີ ປະສິດທິຜົລ ເປັນແນວນັ້ນ ຕົ໊ວ ຫວ່າງທີ່ຜ່ານມາ ເຮົາຕ້ອງ ເຄັ່ງຄັດ".

ຢ່າງໃດກໍຕາມ ເຈົ້າໜ້າທີ່ ແຂວງ ອັຕຕູປື ທ່ານນຶ່ງ ທີ່ບໍ່ປະສົງ ອອກຊື່ ໄດ້ກ່າວຕໍ່ RFA ໃນວັນທີ 22 ມີຖຸນາ ນີ້ວ່າບັນຫາ ການຂຸດຄົ້ນ ຄໍາຕົກຂ້ອນ ຢູ່ລໍານໍ້າ ເຊກອງ ແລະ ເຊກະໝານ ຜ່ານມາ ໄດ້ສົ່ງຜົລ ກະທົບ ຕໍ່ ປະຊາຊົນ ຫລາຍ ຊຶ່ງເຮັດໃຫ້ ນໍ້າຂຸ່ນ ສານເຄມີ ຕົກຄ້າງ ປະຊາຊົນ ບໍ່ສາມາດ ໃຊ້ນໍ້າໄດ້ ເດັກນ້ອຍ ລົງອາບນໍ້າ ກໍເປັນຕຸ່ມ.

ປັດຈຸບັນ ເຖິງແມ່ນ ມີການຢຸດເຊົາ ການຂຸດຄົ້ນ ຄຳ ຢູ່ລໍານ້ຳ ເຊກອງ ແລະ ເຊກະໝານ ແລ້ວ, ແຕ່ຢູ່ ໜອງຟ້າ ໜອງໄກ່ໂອກ ເຂດ ວັງຕັດ ຢູ່ ເມືອງຊານໄຊ ກໍຍັງມີ ການຂຸດຄົ້ນ ຢູ່ ໂດຍແມ່ນ ບໍຣິສັດ ບໍ່ແຮ່ ຂອງທະຫານ ວຽດນາມ ຮ່ວມກັບ ກອງສຳຣວດ ບໍ່ແຮ່ ກະຊວງ ປ້ອງກັນ ປະເທດ ຂອງລາວ ເປັນຜູ້ ຂຸດຄົ້ນມາ ໄດ້ປະມານ 6 ປີ, ເຮັດໃຫ້ ນ້ຳຢູ່ໃນໜອງ ດັ່ງກ່າວ ຂຸ່ນ ແລະ ເກີດມີສານ ປົນເປື້ອນ. ອີງຕາມ ຄໍາບອກເລົ່າ ຂອງ ເຈົ້າໜ້າທີ່ ຄົນນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.