ທາງການລາວຕົກລົງ ຈະປັບປຸງ ສິດທິ ແມ່ຍິງ,ເດັກນ້ອຍ

ມະນີຈັນ
2019.08.28
ທ່ານ ຟີລ ໂຣເບີຣ໌​ທເຊິ໊ນ (Phil Robertson), ຮອງຜູ້ອຳນວຍການອົງການສິດທິມະນຸດ (Human Rights Watch) ປະຈຳພາກພື້ນເອເຊັຽຕາວັນອອກ
RFA

ສປປລາວ ແລະ ອອສເຕຣເລັຽ ເຫັນພ້ອມນໍາກັນ ຢູ່ໃນການເຈຣະຈາທີ່ນະຄອນ ຫລວງ Canberra ປະເທດອອສເຕຣເລັຍ ໃນມື້ວັນທີ 12 ສິງຫາ 2019 ກ່ຽວກັບບັນຫາ ສິດທິມະນຸດ ນັ້ນວ່າ ຈະປັບປຸງສະພາບສິດທິ ຂອງແມ່ຍິງ, ສິດທິ ເດັກນ້ອຍ ແລະ ສິດທິຊົນເຜົ່າຕ່າງໆ ໃນປະເທດລາວ ໄຫ້ດີຂຶ້ນ.

ໃນຣະຫວ່າງການເຈຣະຈາກັນນັ້ນ ທາງຝ່າຍອອສເຕຣເລັຽ ໄດ້ຍົກກໍຣະນີສ່ວນບຸກຄົນ ທີ່ຕົນກັງວົນນໍານັ້ນ ຂຶ້ນຫາຣື ແລະ ທາງຝ່າຍ ສປປລາວ ກໍໃຫ້ຂໍ້ມູນກ່ຽວກັບ ຄວາມຄືບໜ້າ ແລະ ອະທິບາຍເຖິງສະພາບ ຂອງແຕ່ລະກໍຣະນີ ທີ່ທາງຝ່າຍອອສເຕຣເລັຽ ສົນໃຈ ໂດຍຢືນຢັນວ່າ ທັງໝົດນັ້ນໄດ້ດໍາເນີນການ ຕາມຂັ້ນຕອນທຸກຢ່າງ ບົນພື້ນຖານກົດໝາຍ ແລະ ນະໂຍບາຍຂອງລາວ.

ພ້ອມດຽວກັນນັ້ນ ທັງ 2 ຝ່າຍ ສປປລາວ ແລະ ອອສເຕຣເລັຽ ກໍໄດ້ປຶກສາຫາລືກັນ ເຖິງການສົ່ງເສີມຄວາມສເມີພາບ ຍິງ-ຊາຍ ແລະ ການຫຼຸດຜ່ອນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ ຊຶ່ງທາງຝ່າຍລາວກໍໄດ້ເວົ້າວ່າ ສະພາແຫ່ງຊາດຂອງລາວ ຢູ່ໃນຣະຫວ່າງ ການກະກຽມຮ່າງກົດໝາຍ ວ່າດ້ວຍສົ່ງເສີມຄວາມສເມີພາບ ທາງເພດຢູ່.

ໃນຣະຫວ່າງກອງປະຊຸມ ທັງ 2 ຝ່າຍໄດ້ເນັ້ນເຖິງຄວາມສໍາຄັນ ຂອງການຮ່ວມມືກັນ ເພື່ອແກ້ໄຂບັນຫາ ທ້າທາຍ ດ້ານສິດທິມະນຸດ ໂດຍສະເພາະການປັບປຸງສິດທິ ຂອງກຸ່ມຄົນ ທີ່ຖືກແຕະຕ້ອງໄດ້ງ່າຍ ອັນມີຮວມທັງກຸ່ມຫລາກຫລາຍ ທາງເພດ ຫລື LGBTI ແລະ ກຸ່ມຄົນພິການນໍາດ້ວຍ.

ກ່ຽວກັບການເຈຣະຈາບັນຫາ ສິດທິມະນຸດຣະຫວ່າງ ລາວ ແລະ ອອສເຕຣເລັຽ ຄັ້ງທີ 6 ນີ້ ທ່ານ ຟຽວ ໂຣເບີດເສິນ ຮອງຜູ້ອໍານວຍ ການອົງການສິດທິມະນຸດ Human Rights Watch ປະຈໍາຂົງເຂດເອເຊັຽ-ແພຊີຟິກ ກໍໃຫ້ຄໍາຄິດເຫັນຕໍ່ RFA ໃນວັນທີ 28 ສິງຫານີ້ວ່າ:

"ພວກເຮົາເປັນຫ່ວງນໍາເຣື່ອງ ການທີ່ຣັຖບານລາວ ໃຫ້ຄໍາໝັ້ນສັນຍາວ່າ ຈະເຮັດຫຼາຍຢ່າງ ແຕ່ບໍ່ຈັດຕັ້ງປະຕິບັດ ຢ່າງແທ້ຈິງຈັກຢ່າງ. ນອກຈາກນີ້ພວກເຮົາ ກໍຫວັງວ່າ ໃນການເຈຣະຈາກັນນັ້ນ ລາວ ແລະ ອອສເຕຣເລັຽ ໄດ້ເວົ້າກັນເຖິງເຣື່ອງ ການຫາຍສາບສູນຂອງ ທ່ານ ສົມບັດ ສົມພອນ ແລະ ຄົນອື່ນໆ, ບັນຫາການຈໍາກັດສິດທິພົລເຮືອນ ແລະສິດທິທາງການເມືອງ, ການຈໍາກັດເສຣີພາບ ໃນດ້ານການ ປາກເວົ້າ ການອອກຂ່າວ ການສ້າງຕັ້ງສະມາຄົມ ການໂຮມຊຸມນຸມ ແລະ ບັນຫາການຍຶດທີ່ດິນ ການສູນເສັຽທີ່ດິນ ໃຫ້ແກ່ໂຄງການສ້າງ ເຂື່ອນ."

ແລະທ່ານ Andrea Giogetta ຜູ້ອໍານວຍການສະຫະພັນສາກົລ ເພື່ອສິດທິມະນຸດ ທີ່ມີຫ້ອງການ ຢູ່ບາງກອກ ປະເທດໄທ ກໍກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ:

"ພວກເຮົາເຄີຍເຫັນການຫາຣື ກ່ຽວກັບ ບັນຫາສິດທິມະນຸດ ຣະຫວ່າງຣັຖບານລາວ ແລະ ອອສເຕຣເລັຽ ແລະ ຄູ່ຮ່ວມພັທນາອື່ນໆ ເຊັ່ນ ສະຫະພາບຢູໂຣບ ແຕ່ໃນພາກປະຕິບັດຕົວຈິງ ບໍ່ມີຜົລສໍາເຣັດ ແລະຄວາມກ້າວໜ້າ ແນວໃດເລີຍ."

ຖແລງການກ່ຽວກັບການເຈຣະຈາ ບັນຫາສິດທິມະນຸດ ຣະຫວ່າງລາວ ແລະອອສເຕຣເລັຽ ຄັ້ງທີ 6 ນີ້ ຣະບຸວ່າ ທັງສອງຝ່າຍ ຈະສືບຕໍ່ ຄົ້ນຄວ້າ ຂົງເຂດສິດທິມະນຸດ ຊຶ່ງສາມາດຮ່ວມມືກັນໄດ້ໃນຂັ້ນຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.