ລາວ-ວຽດນາມຫາລືຮ່ວມມື ພິເສດ

ຈໍາປາທອງ
2016.09.27
f-ngan ປະທານ ສະພາແຫ່ງຊາຕ ວຽດນາມ ມາດາມ ຫງຽວນ ທີກິມ ຫງານ ໃນວັນຖືກເລືອກຕັ້ງ.
screen capture from Vietnam news

ປະທານ ສະພາ ແຫ່ງຊາຕ ວຽດນາມ ມາດາມ ຫງຽວນ ທິກິມ ຫງານ ທີ່ ເດີນທາງ ມາຢ້ຽມຢາມ ສປປລາວ ໃນວັນທີ 26 ກັນຍາ ນີ້ ໄດ້ພົບພໍ້ ກັບ ປະທານ ປະເທດ ສປປລາວ ທ່ານ ບຸນຍັງ ວໍຣະຈິດ ຫລັງຈາກ ໄດ້ ເຈຣະຈາ ບັນຫາ ການຮ່ວມມື ຕ່າງໆ ກ່ຽວກັບ ຄວາມສັມພັນ ແບບພິເສດ ຮອບດ້ານ ຣະຫ່ວາງ ສອງປະເທດ ກັບ ຍານາງ ປານີ ຢາທໍຕູ ປະທານ ສະພາ ແຫ່ງຊາຕ ສປປ ລາວ.

ມາດາມ ຫງຽວນ ທິກິມ ຫງານ ເວົ້າຕໍ່ ທ່ານ ບຸນຍັງ ວ່າ ສອງຝ່າຍ ໄດ້ບັນລຸ ເຫັນດີເຫັນພ້ອມ ນໍາກັນ ກ່ຽວກັບ ແຜນຈັດຕັ້ງ ປະຕິບັດ ແລະ ການຮ່ວມມື ຣະຫວ່າງ ສອງ ສະພາ ແຫ່ງຊາຕ ຄື: ສອງຝ່າຍ ຈະເພີ້ມ ການແລກປ່ຽນ ຂໍ້ມູນ ແລະ ປະສົບການ ໃນດ້ານ ນິຕິບັນຍັດ ພ້ອມທັງ ການດູແລ ແລະ ການຕັດສິນໃຈ ໃນບັນຫາ ສໍາຄັນ ຂອງຊາຕ ພ້ອມທັງ ຮຽກຮ້ອງ ໃຫ້ຜູ້ນໍາ ສປປລາວ ສນັບສນູນ ຄວາມຜູກພັນ ດ້ານ ນິຕິບັນຍັດ ນີ້ ມາດາມ ຫງຽວນ ທິກິມ ຫງານ ເວົ້າວ່າ ໃນເວລາ ພົບພໍ້ ແລະ ເຈຣະຈາ ກັນນັ້ນ ທັງສອງຝ່າຍ ໄດ້ທົບທວນ ເບິ່ງການຈັດຕັ້ງ ປະຕິບັດ ການຮ່ວມມື ກັນ ໃນຫຼາຍປີ ຜ່ານມາ.

ສອງຝ່າຍ ເຫັນດີ ສືບຕໍ່ ການຝຶກອົບຮົມ ບຸຄລາກອນ ໂດຍສະເພາະ ແລກປ່ຽນ ບົດຮຽນ ດ້ານ ກົດໝາຍ ແລະ ນິຕິກັມ ຕ່າງໆ. ສອງຝ່າຍ ຈະເປັນຄູ່ຮ່ວມ ໃນການເປີດ ສະຖານທີ່ ປະຫວັດສາຕ ການ ປະຕິວັດ ລາວ ແລະ ວຽດນາມ ຢູ່ແຂວງ ເຊິນລາ ພາກ ເໜືອວຽດນາມ ເພື່ອ ສະຫລອງ ຄົບຮອບ 55 ປີ ຂອງ ການພົວພັນ ທາງການທູດ ແລະ ຄົບຮອບ 40 ປີ ຂອງ ສົນທິສັນຍາ ມິຕພາບ ແລະ ການຮ່ວມມື ຮອບດ້ານ.

ໃນປີຜ່ານມາ ໃນເວລາ ຮອງປະທານ ສະພາ ແຫ່ງຊາຕ ວຽດນາມ ໄດ້ມາ ຢ້ຽມຢາມ ລາວ ນັ້ນ ໄດ້ຮຽກຮ້ອງ ໃຫ້ ຝ່າຍລາວ ພິຈາຣະນາ ໃຫ້ ສັນຊາຕ ລາວ ແກ່ ຊາວວຽດນາມ ໃຫ້ໄວ, ສ້າງເງື່ອນໄຂ ທີ່ສະດວກ ໃຫ້ ທຸຣະກິຈ ແລະ ການລົງທຶນ ວຽດນາມ ໃນລາວ, ອໍານວຍ ຄວາມສະດວກ ໃຫ້ຄົນງານ ວຽດນາມ ທີ່ເຮັດວຽກ ໃນລາວ ແລະ ຍູ້ດັນ ໃຫ້ຝ່າຍລາວ ປະຕິບັດ ສັນຍາ ຫຼາຍຢ່າງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.