ພະນັກງານຣັດສໍ້ໂກງ ຖືກໂທດ

ໄຊຍາ
2018.10.23
F-corruption ກົມກວດກາພາຍໃນ ເພື່ອ "ສະກັດກັ້ນ" ແລະ "ຕ້ານ" ການສໍ້ຣາສບັງຫລວງ
RFA/LX

ຄນະກວດກາປະຈຳພັກແຂວງ ໄຊຍະບູລີ ໄດ້ກວດພົບ ພະນັກງານສໍ້ຣາດບັງຫຼວງ ຈຳນວນ 24 ຄົນ ໃນໄລຍະ 3 ປີ ຜ່ານມາ ສ້າງຄວາມເສັຍຫາຍເຖິງ 208 ຕື້ກີບ. ຕໍ່ກໍຣະນີດັ່ງກ່າວນີ້ ໄດ້ດຳເນີນການ ຕັດສິນໄປແລ້ວ 2 ຄົນ  ສ່ວນທີ່ເຫຼືອຍັງຢູ່ ໃນຂັ້ນຕອນ ປະກອບສຳນວນຄະດີ. ດັ່ງເຈົ້າໜ້າທີ່ ຄນະກວດກາພັກຣັຖ ແຂວງໄຊຍະບູລີ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 23 ຕຸລາ ນີ້ວ່າ:

"ຈຳນວນນຶ່ງກາໄລ່ອອກ ຈຳນວນນຶ່ງກາປະຕິບັດວິນັຍ ຕາມຣະບຽບກົດໝາຍ ຕາມກົດໝາຍກວດກາຣັຖ ກະດຳເນີນຄະດີ ຢູ່ສອງຄົນ ກວດແຕ່ລະປີແຫຼະ ກວດເພື່ອຣາຍງານສະພາ ງົບປະມານທີ່ເສັຍໄປ ສ່ວນຫຼາຍກູ້ຄືນໄດ້ ຍັງຈຳນວນນຶ່ງ ສຶບຕໍ່ເກັບກູ້ ຫັ້ນແຫຼະ."

ທ່ານກ່າວຕື່ມວ່າ ພະນັກງານ 24 ຄົນທີ່ຖືກກວດພົບ ໃນຄະດີສໍ້ຣາດບັງຫຼວງ 10 ເຣື່ອງ ໃນນັ້ນຫຼາຍທີ່ສຸດ ແມ່ນພົບເຫັນຢູ່ ທະນາຄານ ສົ່ງເສີມກະສິກັມ ແຂວງໄຊຍະບູລີ ຮວມມູນຄ່າຄວາມເສັຍຫາຍ 143 ຕື້ ປາຍກີບ ໂດຍສາມາດ ເກັບກູ້ຄືນໄດ້ 8,74 ຕື້ກີບແລະຍັງຄ້າງຢູ່ 134 ຕື້ປາຍກີບ ນອກຈາກນັ້ນຍັງມີເງິນໄທ ອີກ 260 ລ້ານບາດ.

ຕະຫຼອດໄລຍະ 3 ປິ ຜ່ານມາ ຄນະພັກ ອົງການປົກຄອງ ແລະ ຄນະກວດກາ ແຕ່ລະຂັ້ນໄດ້ເຄື່ອນໄຫວ ຕິດຕາມກວດກາ ສະກັດກັ້ນ ແລະ ຕ້ານການສໍ້ຣາດບັງຫຼວງ ຕໍ່ສະມາຊິກພັກ, ພະນັກງານ ທີ່ມິພຶດຕິກັມ ສໍ້ຣາດບັງຫຼວງ ຕາມກົດໝາຍເຊັ່ນ ການດຳເນີນ ການແຈ້ງ ຊັບສິນ ແລະລາຍຮັບ ຂອງພະນັກງານຣັຖກອນ ທົ່ວແຂວງ ໃນຮອບທີ 2 ປີ 2017 ເຊິ່ງເປົ້າໝາຍການແຈ້ງຊັບສິນ ແລະລາຍຮັບທັງໝົດ 10,800 ປາຍຄົນ ໄດ້ຮັບເອກສານແຈ້ງຊັບສີນ ແລະລາຍຮັບຕົວຈິງ ຈຳນວນ 10,800 ປາຍຄົນ.

ເຖິງຢ່າງໃດກໍ່ຕາມ ສຳຣັບລາຍຊື່ ແລະຕຳແໜ່ງຂອງ ພະນັກງານ ທີ່ຖືກກວດພົບ ຖານສໍ້ຣາດບັງຫຼວງ ນັ້ນ ທາງຄນະກວດກາແຂວງ ບໍ່ໄດ້ເປີດເຜີຍ ລາຍຊື່. ການສໍ້ຣາດບັງຫຼວງ ເຮັດໃຫ້ຣັຖບານລາວ ຕ້ອງສູນເສັຍ ງົບປະມານ ເປັນຈຳນວນຫຼາຍ ດັ່ງໃນປີ 2017 ອີງຕາມການການຣາຍງານ ຂອງຄນະກວດກາ ສູນກາງພັກ ຣັຖບານລາວ ສູນເສັຍງົບປະມານ 404 ຕື້ກີບ ຍ້ອນການສໍ໊ຣາດບັງຫຼວງ ແລະ ເກັບກູ້ຄືນໄດ້ 317 ຕື້ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.