ຊາວລາວຂໍໃຫ້ເດັດຂາດ ຕໍ່ຄົນງານ ບໍ່ຖືກຕ້ອງ

ຈໍາປາທອງ
2019.01.09
ຄົນງານກໍ່ສ້າງ ຕາມຖນົນຫົນທາງ ຕາມອາຄານບ້ານເຮືອນ ສ່ວນຫຼາຍຈະແມ່ນຄົນວຽດນາມ ທີ່ມີທັງຖືກຕ້ອງ ແລະບໍ່ຖືກຕ້ອງ ປະປົນກັນໄປ
RFA/LX

ຄົນຕ່າງປະເທສ ທີ່ເຂົ້າມາເຄື່ອນໄຫວທຳມາຫາກິນ, ຄ້າຂາຍ ແລະເຮັດວຽກແບບບໍ່ຖືກຕ້ອງຕາມກົດໝາຍ ທັງຍາດແຍ່ງອາຊີບຄົນລາວ ນັບມື້ຫລາຍຂຶ້ນ. ເຖິງວ່າທາງການລາວ ຈະພຍາຍາມແກ້ໄຂ ແຕ່ກໍຍັງບໍ່ສາມາດແກ້ໄຂໄດ້ ເທົ່າທີ່ຄວນ ເຮັດໃຫ້ບັນຫາ ແກ່ຍາວມາໄດ້ ຫລາຍປີ ຈົນເກີດກະແສຮຽກຮ້ອງ ຈາກ ປະຊາຊົນໃຫ້ເລັ່ງແກ້ໄຂ.

ປະຊາຊົນໄດ້ຮ້ອງຮຽນຜ່ານສາຍດ່ວນ ຂອງຣັຖບານ ເພື່ອໃຫ້ຣັຖບານເອົາຈີງເອົາຈັງ ໃນການແກ້ໄຂບັນຫາ ທີ່ສະສົມມາຫລາຍປີແລ້ວນັ້ນ ໃຫ້ຕົກໄປ, ຕໍ່ບັນຫາດັ່ງກ່າວ ທ່ານ ຄຳແພງ ໄຊສົມແພງ ຣັຖມົນຕຣີ ກະຊວງແຮງງານ ແລະສະຫວັດດີການສັງຄົມ ກ່າວຢູ່ໃນກອງປະຊຸມ ປຶກສາຫາລື ກ່ຽວກັບແຜນສືບຕໍ່ແກ້ໄຂຄົນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ໃນທົ່ວປະເທດ ໃນມື້ວັນທີ 8 ມົກກະຣາ ນີ້ວ່າ:

"ຕ້ອງເປັນເຈົ້າການຮັບຜິດຊອບ ຄົນຕ່າງປະເທດທີ່ໄດ້ຮັບການຂຶ້ນທະບຽນ 12,960 ຄົນ ຖ້າພົບເຫັນວ່າບໍ່ຖືກຕ້ອງຕາມຣະບຽບການ ແມ່ນໃຫ້ ປະຕິບັດມາຕການຕາມກົດໝາຍ ແລະ ຣະບຽບການຂອງຂແນງການຂອງຕົນ ຢ່າງເຂັ້ມງວດ ຮັບຜິດຊອບ ໃນການຈຳກັດ ຫລືແນະນຳຂແນງການຂອງຕົນ ບໍ່ໃຫ້ອອກບັດອະນຸຍາດ ເຮັດວຽກໃຫ້ແກ່ຄົນຕ່ງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ຢ່າງເດັດຂາດ."

ທ່ານກ່າວວ່າ ການແກ້ໄຂບັນຫາທີ່ວ່ານັ້ນ ແມ່ນປະຕິບັດຕາມຄຳສັ່ງ ຂອງນາຍົກຣັຖມົນຕຣີ ເລກທີ 62/ນຍ ໂດຍຮ່ວມກັນຣະຫວ່າງ ກະຊວງແຮງງານ ແລະສະຫວັດດີການສັງຄົມ ແລະກະຊວງປ້ອງກັນຄວາມສະຫງົບ. ບັນຫາຄົນຕ່າງປະເທດ ທີ່ເຂົ້າມາ ເຄື່ອນໄຫວ ປະກອບອາຊີບແບບບໍ່ຖືກຕ້ອງ ຕາມກົດໝາຍຢູ່ ສປປລາວ ເປັນບັນຫາຊ້ຳເຮື້ອມາຫຼາຍປີ, ທາງການໄດ້ແກ້ໄຂ ໂດຍການຂຶ້ນທະບຽນ ແລະອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ ມາຫຼາຍຄັ້ງໃນ 2 ຣະຍະທີ່ຜ່ານມາ;

ຄືຣະຍະທີນຶ່ງ ແຕ່ກາງເດືອນທັນວາ 2015 ຫາກາງເດືອນມີນາ 2016 ແລະຣະຍະທີສອງ; ແຕ່ເດືອນກັນຍາ ຫາເດືອນພຶສຈິກາ 2017 ຊຶ່ງທັງສອງຄັ້ງ ສາມາດຂຶ້ນທະບຽນໄດ້ ທັງໝົດ 42,400 ປາຍຄົນ ໃນນັ້ນເປັນຍິງ 11,700 ປາຍຄົນ. ມາເຖິງປັດຈຸບັນ ສາມາດແກ້ໄຂ ຄົນງານຕ່າງປະເທສໄດ້ແລ້ວ 7,500 ປາຍຄົນ. ສ່ວນທີ່ເຫລືອ ແມ່ນຍັງຈະຕ້ອງໄດ້ສືບຕໍ່ແກ້ໄຂ.

ໃນຈຳນວນຄົນຕ່າງປະເທສທັງໝົດ ທີ່ເຄື່ອນໄຫວຜິດກົດໝາຍນັ້ນ ເປັນຄົນງານວຽດນາມ ຫລາຍກວ່າໝູ່ ຄືກວມເອົາ 60 ສ່ວນຮ້ອຍ, ຮອງລົງມາ ກໍແມ່ນຄົນງານຈີນ 30 ສ່ວນຮ້ອຍ.

ກ່ຽວກັບບັນຫານີ້ຫຼາຍຄົນກັງວົນວ່າ ທາງການລາວ ອາດຈະບໍ່ໃຊ້ມາຕການເດັດຂາດ ຕໍ່ພວກຄົນຕ່າງປະເທສ ທີ່ວ່ານັ້ນໄດ້ ເນື່ອງຈາກວ່າ ທັງສອງປະເທດຈີນ ແລະວຽດນາມ ຕ່າງກໍ່ເປັນມິດຍຸທສາດ ຂອງ ສປປລາວ. ຄືດັ່ງທີ່ຜ່ານມາ ຖ້າຈັບຄົນຈີນ ແລະຄົນວຽດນາມ ທີ່ເຮັດຜິດ ກົດໝາຍລາວໄດ້ ກໍ່ມີແຕ່ປັບໃໝ ແລະບໍ່ເປີດເຜີຍ ເຣຶ່ອງການດຳເນີນຄະະດີ ຍ້ອນຢ້ານວ່າ ຈະເປັນການແຕະຕ້ອງ ເຖິງສາຍພົວພັນອັນດີ ຣະຫວ່າງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.