ສະຖາບັນຂົງຈຶເຜີຍແຜ່ ພາສາຈີນ

ໄມຊູລີ
2019.01.07
ມະຫາວິທຍາໄລ ສຸພານຸວົງ ແຂວງຫຼວງພຣະບາງ
ຮູປຈາກ : ນັກຂ່າວພົລເມືອງ

ສະຖາບັນຂົງຈຶຂອງຈີນ ເປິດສອນພາສາຈີນຢູ່ ມະຫາມິທຍາລັຍ ສຸພານຸວົງ ແຂວງຫຼວງພຣະບາງ ເປັນເທື່ອທໍາອິດ ເປັນຫຼັກສູດຣະຍະສັ້ນ 120 ຊົ່ວໂມງ ພາຍໃນ 3 ເດືອນ ແລະເກັບຄ່າຮຽນ 3 ແສນກິບ ຕໍ່ນັກສຶກສາຜູ້ນຶ່ງ ເພື່ອຜລິດນັກສຶກສາເຂົ້າສູ່ຕລາດ ແຮງງານພາຍໃນ ປະເທດ, ຫລັງຈາກເຂົ້າໂຄງການຄວາມຮ່ວມມື ຣະຫວ່າງ ລາວ-ຈີນ ຂອງກະຊວງສຶກສາທິການ ແລະກິລາຂອງລາວ ມີນັກສຶກສາສົນໃຈ ເຂົ້າຮຽນເຕັມຫ້ອງ. ດັ່ງອາຈານ ມະຫາວິທຍາລັຍ ສຸພານຸວົງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ຕອນນື່ງວ່າ:

“ພາສາຈີນນີ້ເຂົາຫາກໍເປິດຮຽນ ປີນີ້ ແຕ່ເປັນອົບຮົມ ໃນຣະຍະສັ້ນຊື່ໆ ກໍເຫັນວ່າມີ 2-3 ຫ້ອງເຂົາເຈົ້າເປັນໂຄງການມາ ຢູ່ສະຖາບັນຂົງຈຶ ເປັນການຮ່ວມມືຣະຫວ່າງ ລາວກັບຈີນ ນີ້ແຫລະ ອາຈານສອນພາສາຈີນແດ່ ແລະຄົນລາວ ທີ່ສອນພາສາຈີນ ແດ່ ເພາະວ່າຊາວຕ່າງ ປະເທດ ທີ່ເປັນເກົາຫລີ ວຽດນາມ ທີ່ເຂົ້າມາລາວນີ້ ຈໍານວນເພີ້ມຂຶ້ນ ຢູ່ຫລວງພຣະບາງ; ສະນັ້ນຢູ່ໃນການຮອງຮັບ ທາງດ້ານໂຮງແຮມ ຮ້ານອາຫານ ການທ່ອງທ່ຽວ ໄກ້໌ ນໍາທ່ຽວ ເຂົາເຈົ້າຕ້ອງການ ຜູ້ທີ່ຮູ້ພາສາ ດັ່ງກ່າວ.”

ທ່ານກ່າວຕໍ່ໄປວ່າ ມະຫາວິທຍາລັຍ ສຸພານຸວົງ ແມ່ນໃຫ້ຄວາມສໍາຄັນ ດ້ານການທ່ອງທ່ຽວ ເພາະສະນັ້ນ ພາສາຈີນເປັນສ່ວນນຶ່ງໃນການ ສົ່ງເສິມເສຖກິດການທ່ອງທ່ຽວລາວ, ຈຶ່ງໄດ້ຂຽນແຜນເປິດຫລັກສູດຂັ້ນ ປຣິນຍາຕຣີ ຣະຍະຍາວ ພາກວິຊາພາສາຈີນ ພາສາເກົາຫລີ ແລະ ພາສາວຽດນາມ ລົງໃສ່ຄນະອັກສອນສາດ ເພີ້ມໃນປີໜ້າ:

”ມະຫາວິທຍາລັຍເຮົາມັນ ເນັ້ນໜັກທາງ ດ້ານການທ່ອງທ່ຽວ ຄັນຊັ້ນ ການທ່ອງທ່ຽວນີ້ ພາສາຕ່າງປະເທດ ນີ້ຕ້ອງເປັນພື້ນຖານ ໃນການ ຂັບເຄື່ອນ ແລະກໍຮອງຮັບ. ປີຕໍ່ໄປນີ້ກໍາລັງຕຽມຢູ່ ຕຽມຫລັກສູດ ວຽດນາມກັບຈີນ ພາສາເກົາຫລີນີ້ ອາດຈະແມ່ນ ຕື່ມອີກ ປີນື່ງສອງປີ ກໍອາດຈະເປິດໄດ້ ແລ້ວ.”

ທີ່ຜ່ານມາ ມະຫາວິທຍາລັຍ ສຸພານຸວົງ ຄນະອັກສອນສາດ ເປິດຫລັກສູດ ສອນພາສາ ພາສາອັງກິດ ແລະ ຮັບນັກສຶກສາປີລະ 40 ຄົນ ເທົ່ານັ້ນ ຍ້ອນວ່າ ມະຫາວິທຍາລັຍ ມີຈໍານວນຄຣູສອນຈໍາກັດ ເຮັດໃຫ້ບໍ່ສາມາດຮັບເອົາ ຈໍານວນນັກສຶກສາຮຽນພາສາອັງກິດໄດ້, ປີໜ້າ ຈຶ່ງມີແຜນເປິດສອນຫລັກສູດ ພາສາອັງກິດເພີ້ມ.

ໃນສ່ວນທຶນສົ່ງເສິມການຮຽນພາສາ ມີທຶນຈາກ ອະເມຣິກາ ແລະເກົາຫລີ ສົ່ງເສິມການຮຽນ ພາສາອັງກິດ ຂອງນັກສຶກສາ ທີ່ຮຽນເກັ່ງ ຄະແນນດີ ຈໍານວນ 3 ທຶນ ເທົ່ານັ້ນ ສ່ວນທຶນ ສົ່ງັເສິມນັກສຶກສາ ໂດຍມະຫາວິທຍາລັຍນັ້ນ ບໍ່ມີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.