ຊາວລາວຂໍໃຫ້ສະພາ ແກ້ໄຂ ຖນົນຊຸດໂຊມ

ສຸພັດຕາ
2020.10.22
F-road ສະພາບເສັ້ນທາງ ຣະຫວ່າງ ບ້ານນາທົ່ມ-ບ້ານວຽງແກ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ
ນັກຂ່າວພົລເມືອງ

ຊາວລາວຢາກໃຫ້ກອງປະຊຸມສມັຍສາມັນ ເທື່ອທີ 10 ຂອງສະພາ ແຫ່ງຊາດ ຊຸດທີ່ 8 ທີ່ຈະໄຂຂຶ້ນ ໃນຣະຫວ່າງວັນທີ 27 ຕຸລາ ຫາວັນທີ 17 ພຶສຈິກາ 2020 ນີ້ ມີການຫາລືແກ້ໄຂບັນຫາ ເຣື່ອງສະພາບ ຖນົນ ຫົນທາງ ໃນທົ່ວປະເທດຢ່າງຮີບດ່ວນ ຍ້ອນເຫັນວ່າ ເສັ້ນທາງຫຼາຍ ແຫ່ງ ມີສະພາບຊຸດໂຊມ ສ້າງຄວາມເດືອດຮ້ອນ ໃຫ້ແກ່ການເດີນທາງຂອງປະຊາຊົນ ອີກທັງຍັງທໍາລາຍພາບລັກ ການທ່ອງທ່ຽວໃນລາວ ນໍາດ້ວຍ ຈຶ່ງເຫັນວ່າ ຄວນໄດ້ຮັບການແກ້ໄຂຢ່າງຈິງຈັງ ກ່ອນທີ່ຈະເປີດຮັບນັກທ່ອງທ່ຽວ ຕ່າງປະເທດ, ດັ່ງຊາວລາວທ່ານນຶ່ງ ທີ່ບໍ່ປະສົງ ບອກຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ຕຸລານີ້ວ່າ:

“ຢາກໃຫ້ເພິ່ນແກ້ໄຂເຣື່ອງຖນົນ ກະຢາກໃຫ້ຣັຖບານຫັ້ນ ເອົາໃຈໃສ່ຕື່ມເຣື່ອງເສັ້ນທາງ ດຽວນີ້ເບິ່ງແລ້ວ ເສັ້ນທາງບາງເສັ້ນນະເປ່ເພຫຼາຍ ເຮັດໃຫ້ການມາລໍາບາກ ແລ້ວກະເຮັດໃຫ້ແຂກຄົນທຽວທາງ ນີ້ມັນກະ ໜ້ອຍລົງ ໂຕນີ້ນະ ຢາກໃຫ້ຣັຖບານເອົາໃຈໃສ່ ເຣື່ອງສ້ອມແປງທາງ ເສັ້ນທາງຫຼັກໆແຫຼະ.”

ທ່ານກ່າວຕື່ມວ່າ ເສັ້ນທາງທີ່ຢາກໃຫ້ມີການເລັ່ງແກ້ໄຂ ຢ່າງຮີບດ່ວນທີ່ສຸດຄືເສັ້ນທາງເມືອງນານ-ກາສີ ຍ້ອນເຫັນວ່າເປັນເສັ້ນທາງທີ່ເປ່ເພ ໜັກໜ່ວງຫຼາຍທີ່ສຸດໃນລາວ ໂດຍສະເພາະໄລຍະຣະດູຝົນ ຊຶ່ງເຮັດໃຫ້ ການເດີນທາງ ຕິດຂັດເປັນເວລາຫຼາຍຊົ່ວໂມງ ເພາະເສັ້ນທາງ ເປັນຂີ້ຕົມ ແລະມີຫິນເຈື່ອນໃສ່ຫົນທາງນໍາ ຄັນຖ້າເປັນໄປໄດ້ ກໍຢາກໃຫ້ຣັຖບານ ຊອກງົບປະມານມາພັທນາ ເສັ້ນທາງດ່ັງກ່າວ ໃຫ້ໄດ້ ມາຕຖານ ແລະ ຮອງຮັບການເດີນທາງໃນທຸກຣະດູໄດ້ຢ່າງສະດວກ.

ໃນຂນະທີ່ ຊາວລາວອີກທ່ານນຶ່ງ ເວົ້າວ່າ ສໍາລັບກອງປະຊຸມ ສະພາແຫ່ງຊາດລາວ ທີ່ຈະເກີດຂຶ້ນໃນມໍ່ໆນີ້ ຕົນຢາກໃຫ້ມີການຫາລືກ່ຽວກັບ ແຜນການເປີດປະເທດ ແລະເປີດຮັບນັກທ່ອງທ່ຽວ ຕ່າງປະເທດ ຢ່າງຮອບຄອບ ແລະຖີ່ຖ້ວນ ຍ້ອນໃນປະເທດໃກ້ຄຽງ ແລະ ຫຼາຍປະເທດ ຍັງມີຜູ້ຕິດເຊື້ອ ໄວຣັສໂຄວິດ-19 ຢູ່ ທັງນີ້ເພື່ອບໍ່ໃຫ້ເກີດການແຜ່ ຣະບາດ ຂອງໄວຣັສດັ່ງກ່າວ ໃນລາວຕື່ມອີກ, ດັ່ງທ່ານກ່າວວ່າ:

“ເຣື່ອງທ່ອງທ່ຽວນີ້ ກະວ່າບໍ່ຊ່າງເທື່ອແຫຼ້ວ ເພາະວ່າມັນໂຄວິດ ບໍ່ເຊົາເທື່ອຄັນຖ້າສເນີໃຫ້ແກ້ໄຂ ກະໄດກັກໂຕ ຕາມຣະບຽບຂອງບ້ານເມືອງ ເດ້ ບໍ່ກັກໂຕເຮົາກບໍ່ເຊື່ອໝັ້ນປານໃດ ເພາະວ່າ ຕາບໍ່ເຫັນເດ້ ພຍາດໂຕນີ້ນະ ເພິ່ນກະຫະວ່າຊິແກ້ ຢູ່ລາວນີ້ທັນເງື່ອນໄຂບໍ່ພໍ ຄັນຖ້າວ່າມັນ ບໍ່ຣະເບີດຂຶ້ນມາແລ້ວ ເຮົາກະຄ່ອຍເປີດໄປ ດຽວນີ້ປ່ອຍໃຫ້ລາວທ່ອງລາວ.”

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ສະພາແຫ່ງຊາດລາວ ທ່ານນຶ່ງກ່າວວ່າ ໃນກອງປະຊຸມ ສມັຍສາມັນເທື່ອທີ່ 10 ຂອງສະພາແຫ່ງຊາດຊຸດທີ 8 ທີ່ຈະມີຂຶ້ນນີ້ທາງສະພາແຫ່ງຊາດ ກໍໄດ້ຕຽມເປີດສາຍດ່ວນ ເລຂ 156 ຕາມປົກກະຕິ ດັ່ງທີ່ເຄີຍເປີດໃນແຕ່ລະເທື່ອ ຂອງກອງປະຊຸມ ເພື່ອໃຫ້ປະຊາຊົນ ສາມາດໂທຣະສັບ ມາປະກອບສ່ວນຄໍາເຫັນ ຫຼືຮ້ອງຮຽນບັນຫາຕ່າງໆ, ດັ່ງທ່ານກ່າວວ່າ:

“ເປີດຄືກັນ ເລີ່ມເປີດມື້ດໍາເນີນກອງປະຊຸມພຸ້ນແຫຼະ ເປີດກອງປະຊຸມແລ້ວ ກະນໍາໃຊ້ເລີຍ ໝາຍເລຂເກົ່າຫັ້ນແຫຼະ.”

ຢ່າງໃດກໍຕາມ ທາງສະພາແຫ່ງຊາດ ບໍ່ສາມາດເປີດເຜີຍຂໍ້ມູນໄດ້ ວ່າ ໃນໄລຍະກອງປະຊຸມ ສມັຍສາມັນເທື່ອ 9 ຂອງສະພາແຫ່ງຊາດ ຊຸດທີ 8 ໄດ້ມີປະຊາຊົນ ໂທຣະສັບມາປະກອບສ່ວນ ແລະຮ້ອງຮຽນ ບັນຫາຕ່າງໆ ຈໍານວນໜ້ອຍຫຼາຍປານໃດ ແລະສ່ວນໃຫຍ່ ໂທຣະສັບ ມາເວົ້າກ່ຽວກັບບັນຫາອັນໃດແດ່.

ເຖິງແມ່ນວ່າຣັຖບານ ໄດ້ເປີດໂອກາດໃຫ້ປະຊາຊົນ ສາມາດຮ້ອງຮຽນບັນຫາຕ່າໆ ຜ່ານສາຍດ່ວນ ໃນໄລຍະກອງປະຊຸມ ສະພາແຫ່ງຊາດ ກໍຕາມ ແຕ່ກໍມີຊາວລາວສ່ວນນຶ່ງ ບໍ່ກ້າໂທຣະສັບໄປຮ້ອງທຸກ ຫຼືປະກອບສ່ວນຄໍາເຫັນຕ່າງໆ ເພາະຢ້ານວ່າ ຈະເກີດເຣື່ອງບໍ່ພືງປາຖນາ ກັບໂຕເອງ, ດັ່ງຊາວລາວອີກຄົນນຶ່ງ ເວົ້າວ່າ:

“ຄຶດວ່າມັນກະເວົ້າຫຍັງໄປ ກະຄືວ່າແຫຼະເນາະ ມັນຢູ່ລາວ ມັນບໍ່ຄືຢູ່ໄທຍເນາະ ເວົ້າຫຍັງຫຼາຍ ກະເວົ້າບໍ່ໄດ້ນະ ຢູ່ລາວມັນພັກດຽວ ເລີຍ ຕາມເລີຍ ເລີຍລະເນາະ ເຮົາວ່າເຮົາກະມີສໍ່າໃດ ກະຢູ່ສໍ່ານັ້ນແຫຼະ.”

ທາງດ້ານ ແມ່ຍິງວັຍໜຸ່ມລາວ ຄົນນຶ່ງເວົ້າວ່າ ໃນກອງປະຊຸມສະພາ ແຫ່ງຊາດ ທີ່ຈະເກີດຂຶ້ນນີ້ ຕົນກໍບໍ່ໄດ້ສົນໃຈ ຢາກຕິດຕາມເບິ່ງຄວາມ ເຄື່ອນໄຫວແຕ່ຢ່າງໃດ ຄືກັນກັບກອງປະຊຸມ ສະພາແຫ່ງຊາດ ໃນເທື່ອກ່ອນໆ ຍ້ອນວ່າໃນກອງປະຊຸມໄດ້ມີການ ຫາລືແຕ່ເຣື່ອງຂອງພວກ ຜູ້ໃຫຍ່ ໃນຄະນະສະພາແຫ່ງຊາດ ຊຶ່ງຕົນຄິດວ່າ ເປັນເຣື່ອງທັມມະດາ,  ດັ່ງຍານາງ ເວົ້າວ່າ:

“ໂອນ້ອງບໍ່ໄດ້ເບິ່ງ ບໍ່ໄດ້ຕິດຕາມໂຕນີ້ນະ ບໍ່ໄດ້ສົນໃຈເຣື່ອງການເມືອງ ມັນບໍ່ໄດ້ມີຫຍັງເຣື່ອງການເມືອງຢູ່ລາວ ມັນປົກກະຕິນະມີແຕ່ປະຊຸມ ກະປະຊຸມຜູ້ໃຫຍ່ເນາະ ມີແຕ່ອອກຂ່າວ ກະເວົ້າເຣື່ອງເສຖກິຈ ເຣື່ອງອິຫຍັງຊື່ໆ ເປັນເຣື່ອງທັມມະດາ ທາງພັກທາງສະພາ ເພິ່ນລົມກັນເອງນະ.”

ກອງປະຊຸມສມັຍສາມັນເທື່ອທີ່ 10 ຂອງສະພາແຫ່ງຊາດ ຊຸດທີ່ 8 ຈະມີການຮັບຟັງ ການຣາຍງານ, ພິຈາຣະນາ ແລະຕົກລົງບັນຫາສໍາຄັນ ຕ່າງໆ ເປັນຕົ້ນ ພິຈາຣະນາ ຮັບຮອງບົດຣາຍງານ ຂອງອົງການ ກວດສອບ ແຫ່ງຣັຖ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວ ວຽກງານ 5 ປີ, ພິຈາຣະນາຮັບຮອງການສ້າງ ແລະປັບປຸງກົດໝາຍ 5 ສະບັບ ໃນນັ້ນມີກົດໝາຍສ້າງໃໝ່ 4 ສະບັບ, ໄດ້ຮ່າງກົດໝາຍ ວ່າດ້ວຍຊັ້ນນັກການທູດ, ຮ່າງກົດໝາຍວ່າດ້ວຍຊາວໜຸ່ມລາວ, ຮ່າງກົດໝາຍວ່າດ້ວຍ ການຮ່ວມມື ຣະຫວ່າງ ປະເທດທາງອາຍາ, ຮ່າງ ກົດໝາຍ ວ່າດ້ວຍການສຶກສາ ຊັ້ນສູງ ແລະ ກົດໝາຍປັບປຸງ 1 ສະບັບ ໄດ້ແກ່ຮ່າງກົດໝາຍ ວ່າດ້ວຍການປັບປຸງມາຕຣາຂອງກົດໝາຍ ວ່າດ້ວຍການກວດສອບແຫ່ງຣັຖ ແລະປະຊຸມຫົວຂໍ້ອື່ນໆ ອີກຫຼາຍຣາຍການ.

ອີງຕາມການຖແລງຂ່າວ ຂອງ ຍານາງ ສວນສະຫວັນ ວິຍະເກດ, ກັມມະການສໍາຮອງ ສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ຕໍ່ສື່ມວນຊົນລາວ ໃນມື້ວັນທີ 20 ຕຸລາ ປີ 2020.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.