ຣັຖບານລາວບ່າຍບ່ຽງເຣື້ອງ ທ.ສົມບັດ

ຈໍາປາທອງ
2016.12.18
F-Gov2 ຫ້ອງວ່າການຣັຖບານ ສປປ ລາວ
L PDR

ຣັຖບານສປປລາວ ຍັງບໍ່ຊີ້ແຈງ ເຣື່ອງ ການສືບສວນ ສອບສວນ ຫຼື ຜົລຂອງການ ສືບສວນ ສອບສວນ ໃນກໍຣະນີ ການລັກພາຕົວ ທ່ານສົມບັດ ສົມພອນ ນັກພັທນາ ຊຸມຊົນດີເດັ່ນ ຂອງລາວ ໄປຈາກກາງ ນະຄອນຫຼວງ ວຽງຈັນ ເມື່ອວັນທີ 15 ທັນວາ ປີ 2012 ຈົນຮອດ ທຸກມື້ນີ້. ເຖິງແມ່ນວ່າ ຈະມີຫລັກຖານ ຂໍ້ມູນ ເພີ່ມຕື່ມ ຈາກ ກ້ອງວົງຈອນປິດ ທີ່ສະແດງ ໃຫ້ເຫັນວ່າ ເຈົ້າໜ້າທີ່ ຕໍາຣວດ ມີສ່ວນຮູ້ເຫັນ ນໍາກໍຕາມ. ອີງຕາມ ຄໍາເວົ້າຂອງ ຍານາງ Emilie Pradichit ຜູ້ອໍານວຍການ UPR Info ປະຈໍາ ພາກພື້ນເອເຊັຽ ຫຼື UPR Info Asia Foundation ຕໍ່ RFA ໃນວັນທີ 18 ທັນວາ ໃນໂອກາດ ຄົບຮອບ 4 ປີ ຂອງການ ລັກພາຕົວ ທ່ານສົມບັດ ສົມພອນ:

"ຣັຖບານລາວ ບໍ່ເວົ້າ ບໍ່ອະທິບາຍ investigation ມື້ນີ້ເຮົາຮູ້ຕື່ມ evidence showing that ຕໍາຣວດ ຈັບສົມບັດ ລະກະມາຈັບ ໄປໃສ່ ຣົດ ລະກະ disappearance ເພາະວ່າ ມີວີດີໂອ. ມາຮອດມື້ນີ້ ເຮົາຍັງບໍ່ຮູ້ ວ່າຣັຖບານລາວ investigation ຈັ່ງໃດ ເພາະວ່າ ບໍ່ມີໜັງສື ອີ່ຫຍັງ ມີແຕ່ເວົ້າວ່າ ເຂົາເຮັດແລ້ວ ເຂົາລົມນໍາແມ່ Shui Meng ແລ້ວ ແຕ່ວ່າອັນນີ້ ມັນບໍ່ແມ່ນ investigation ບໍ່ແມ່ນ international investigation".

ຍານາງ Emilie ກ່າວຕື່ມຕອນນຶ່ງວ່າ ມາຮອດມື້ນີ້ ບໍ່ມີໃຜຮູ້ວ່າ ຣັຖບານລາວ ເຮັດຫຍັງແດ່ ກ່ຽວກັບເຣື່ອງນີ້, ແຕ່ແນວໃດ ຣັຖບານລາວ ກໍຈະຕ້ອງໄດ້ ຕອບ ຄໍາຖາມ ຂອງນາໆປະເທດ ໃນການທົບທວນ ເຣື່ອງການ ປະຕິບັດ ສິດທິມະນຸດ ຄັ້ງທີ 3 ທີ່ ນະຄອນ Geneva ປະເທດ Switzerland ໃນປີ 2020. ພາຍຫລັງ ທີ່ ໄດ້ທົບທວນ UPR ຄັ້ງທີ 2 ເມື່ອປີ 2015 ນັ້ນ ຣັຖບານລາວ ໄດ້ຮັບຄໍາສເນີແນະ ໃຫ້ ປະຕິບັດ 196 ຂໍ້ ຊຶ່ງມີ 22 ຂໍ້ກ່ຽວກັບ ການບັງຄັບ ໃຫ້ຫາຍສາບສູນ. ແລະໃນ  22 ຂໍ້ນັ້ນ ມີ 10 ຂໍ້ ກ່ຽວຂ້ອງກັບ ກໍຣະນີ ທ່ານ ສົມບັດ ສົມພອນ ໂດຍສະເພາະ.

ກ່ຽວກັບເຣຶ່ອງນີ້ ຍານາງ Emilie Pradichit ກໍໄດ້ມີຂໍ້ຄວາມ ເຖິງ ຣັຖບານລາວ ວ່າ ມີຄວາມສຳຄັນຫຼາຍ ທີ່ຣັຖບານລາວ ຄວນຈະ ປະຕິບັດ:

ຍານາງກ່າວວ່າ ມັນສໍາຄັນຫຼາຍ ທີ່ ຣັຖບານລາວ ຈະ ປະຕິບັດຕາມ UPR ແລະສໍາຄັນ ແມ່ນຮູ້ວ່າ ຣັຖບານລາວ ເປັນພຽງ ປະເທດດຽວ ທີ່ໄດ້ຮັບ ຂໍ້ສເນີແນະ ຈາກ UPR ໂດຍຣະບຸ ຊື່ບຸກຄົນ ທີ່ ຖືກຫາຍສາບສູນ ນີ້ເປັນເຣື່ອງ ສໍາຄັນ ແລະ ຈິງຈັງຫຼາຍ. ແລະ ທົ່ວໂລກ ກໍ ກໍາລັງ ຈັບຕາເບິ່ງວ່າ ຣັຖບານລາວ ຈະປະຕິບັດ ແນວໃດ ເຣື່ອງທ່ານ ສົມບັດ ສົມພອນ.

ໃນຈໍານວນ 12 ຂໍ້ທີ່ທາງ UPR ໃຫ້ຣັຖບານລາວ ປະຕິບັດ ໃນພາກຕົວຈິງ ກໍມີທັງ ຂໍ້ກ່ຽວກັບ ການສືບສວນ ສອບສວນ ແບບເປັນ ເອກຣາດ ແລະ ໜ້າເຊື່ອຖື ຢ່າງ ຮີບດ່ວນ ກໍຣະນີ ການລັກພາຕົວ ທ່ານ ສົມບັດ ສົມພອນ. ຍານາງ Emilie Pradichit ຫວັງວ່າ ຣັຖບານລາວ ຈະມີຄໍາຕອບ ໃນກອງປະຊຸມ ທົບທວນ ເຣື່ອງການ ປະຕິບັດ ສິດທິມະນຸດ ກັບ ພົລເມືອງຂອງຕົນ ຄັ້ງຕໍ່ໄປ ຄືຄັ້ງທີ 3 ຢູ່ນະຄອນ Geneva ໃນປີ 2020 ວ່າ ທ່ານສົມບັດ ສົມພອນ ຢູ່ໃສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.