ອາຫານເດັກນ້ອຍໃນໂຮງຮຽນ

ສົມເນ
2015.08.21
F-student ນັກຮຽນລາວ ຊັ້ນປະຖົມສຶກສາ ໃນເຂດ ຊົນນະບົດ
Citizen Journalist

ການຈັດຕັ້ງ ປະຕິບັດ ນະໂຍບາຍ ໂພສະນາການ ແກ່ ເດັກນ້ອຍ ອາຍຸ ຕຣຽມເຂົ້າ ໂຮງຮຽນ ປະຖົມ ຂອງ ຣັຖ, ເພື່ອ ໃຫ້ເດັກນ້ອຍ ເຕີບໃຫຽ່ ທາງ ຮ່າງກາຍ ແລະ ມັນ ສະໝອງ ເປັນ ນະໂຍບາຍ ທີ່ ຖືກຕ້ອງ, ແຕ່ໃນທາງ ປະຕິບັດ ແທ້ໆ ນັ້ນ ຄົງມີແຕ່ ໂຮງຮຽນ ເອກກະຊົນ ບາງແຫ່ງ ເທົ່ານັ້ນ, ທີ່ ຈະສາມາດ ເຮັດໄດ້, ຕາມ ຄໍາເຫັນ ຂອງ ອາດີດ ພະນັກງານ ກະຊວງ ສຶກສ າທິການ:

"ໂອ້ ອັນນີ້ ກໍຍາກເດີ ເພາະວ່າ ທຶນອັນນີ້ ລໍາບາກ ທຶນໄປ ປັບປຸງ ການຮຽນ ການສອນ ໂຮງຮຽນ ແລະ ຄູ ກ່າຍັງມີ ບັນຫາ ແລ້ວ. ຊົ່ວ ຊີ່ໄປເຮັດໂຕນີ້ນະ ກໍຍາກ ແຕ່ວ່າ ເພິ່ນ ອາດຈະເຮັດ ເນັ້ນໜັກ ໂຮງຮຽນ ທີ່ ຈັດຕັ້ງ ຂອງ ປຣາຍເວດ ໃດ໋, ພວກ ປຣາຍເວດ ເຂົາ ແຂ່ງກັນ ຂຶ້ນມາ ເຮັດໂຮງຮຽນ ອານຸບານ ໃຫ້ມີ ຄຸນນະພາບ".

ຍານາງ ຂໍເວົ້າ ໃນນາມ ສ່ວນຕົວ ວ່າ, ການສົ່ງເສີມ ໃຫ້ມີ ໂພສະນາການ ແກ່ ເດັກນ້ອຍ ຕຣຽມ ປະຖົມ, ນີ້ ຍາກທີ່ຈະ ປະຕິບັດ ໄດ້ ໃນ ໂຮງຮຽນ ທົ່ວໆໄປ ຂອງ ຣັຖ ເພາະ ມັນຕ້ອງໃຊ້ ທຶນຫຼາຍ, ປັດຈຸບັນ ນີ້ ກະຊວງ ສຶກສາ ເນັ້ນໜັກ ໃຫ້ ໂຮງຮຽນ ອານຸບານ ເອກກະຊົນ ສົ່ງເສີມໂພສະນາການ ແກ່ ເດັກນ້ອຍ ກິນນອນ ຕອນທ່ຽງ ແລະ ກັບບ້ານ ຕອນບ່າຍ ແລະ ທາງ ກະຊວງ ໄດ້ອອກ ຣະບຽບ ການ ຄຸ້ມຄອງ ຄັກແນ່, ເພື່ອໃຫ້ ຖືກຕ້ອງ ກັບ ຫລັກການ ການໃຫ້ ອາຫານ ທີ່ ມີ ຄຸນນະພາບ ແລະ ພະລານາໄມ ທີ່ດີ,

ສະມາຊິກ ສະພາ ແຫ່ງຊາຕ ທີ່ ຖົກຖຽງ ກົດໝາຍ ວ່າດ້ວຍ ການສຶກສາ ສະບັບ ປັບປຸງ ຢູ່ ທີ່ ກອງປະຊຸມ ສະພາ ຄັ້ງທີ 9 ໃນວັນ ພະຫັດ ຜ່ານມາ ວ່າ ການນໍາ ເອົາ ນະໂຍບາຍ ໂພສນາ ການ ສໍາລັບ ເດັກນ້ອຍ ນັກຮຽນ ຕຣຽມເຂົ້າ ຮຽນ ຊັ້ນປະຖົມ ແລະ ການ ສອນ ພາສາ ອັງກິດ ຢູ່ ລະດັບ ປະຖົມ ນີ້ ເປັນທິດທາງ ທີ່ດີ ຂອງການ ພັທນາ ການສຶກສາ ໃນ ພາກ-ຣັຖ ເພາະວ່າ ມັນເປັນ ວິທີການ ສ້າງ ຊັພຍາກອນ ມະນຸສ, ໃຫ້ມີ ຄຸນນະພາບ ທາງ ຮ່າງກາຍ ແລະ ສມອງປອດໂປ່ງ, ສະຫຼາດ ຫຼັກ ແຫຼມ.

ການໃຫ້ ອາຫານ ທີ່ ມີ ຄຸນນະພາບ ໃນຕອນ ທ່ຽງ, ແກ່ ເດັກນ້ອຍ ນັກຮຽນ ໃນລາວ ໃນ ປັດຈຸບັນ ນີ້ ແມ່ນສຸມໃສ່ ເຂດ ຊົນນະບົດ ທຸກຍາກ ໃນ ແຂວງ ພາກໃຕ້ ແລະ ພາກ ເໜືອສຸດ ໂດຍໄດ້ຮັບ ການຊ່ວຍເຫຼືອ ຈາກ ຫຼາຍໆ ອົງການ ຕ່າງປະເທດ ຜ່ານ ອົງການ ອາຫານ ໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.