ທ້າວອອດ ຄົນງານລາວ ຢູ່ໄທ ຫາຍໄປ

ຈໍາປາທອງ
2019.09.06
f-Ott ທ້າວອອດ ໄດ້ຂາດການຕິດຕໍ່ ກັບໝູ່ເພື່ອນ ເປັນເວລາ 2 ອາທິດແລ້ວ
ຮູບພາບຈາກ : ນັກຂ່າວພົລເມືອງ

ທ້າວ ອອດ ໄຊຍະວົງ, ອາຍຸ 34 ປີ, ຄົນລາວ ທີ່ເຮັດວຽກ ຢູ່ບາງກອກ ປະເທດໄທ ຊຶ່ງເຄື່ອນໄຫວປະທ້ວງ ທາງການລາວ ໃນບັນຫາ ສິດທິມະນຸດ ແລະ ປະຊາທິປະໄຕ ໄດ້ຫາຍໄປ -ຂາດການຕິດຕໍ່ ກັບໝູ່ເພື່ອນຂອງລາວ ມາຕັ້ງແຕ່ວັນທີ 26 ສິງຫາ ທີ່ຜ່ານມານີ້. ໝູ່ຂອງ ທ້າວອອດ ໄດ້ໄປແຈ້ງຄົນເສັຽ ຕໍ່ເຈົ້າໜ້າທີ່ຕຳຣວດ ຢູ່ສະຖານນີຕຳຣວດບຶ່ງກຸ່ມ ທີ່ບາງກອກ ໃນມື້ວັນທີ 27 ສິງຫາ.

ກ່ອນທີ່ຈະຂາດການ ຕິດຕໍ່ກັບໝູ່ເພື່ອນຂອງລາວ, ໃນມື້ວັນທີ 26 ສິງຫາ ເວລາປະມານ 6 ໂມງແລງ, ທ້າວ ອອດ ໄດ້ສົ່ງຂໍ້ຄວາມມາຫາໝູ່ ທີ່ພັກຢູ່ໃກ້ກັນ ໃນເຂດບຶ່ງກຸ່ມວ່າ ໃຫ້ໝູ່ຫຸງເຂົ້າໄວ້ຖ້າ ສິຊື້ອາຫານມາກິນ, ດັ່ງໝູ່ຂອງລາວຄົນນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 6 ກັນຍາ ນີ້ວ່າ:

"ເວລາປະມານ 6 ໂມງແລງ ເພິ່ນຂຽນຂໍ້ຄວາມເຂົ້າໄປຫາ [ຂ້ອຍ] ຫູງເຂົ້າອ້າຍລໍ່ ເພິ່ນຊິຊື້ຂອງກິນມາ ເພິ່ນບໍ່ຢາກກິນອາຫານໃນຕູ້ ຂ້ອຍລໍຖ້າຈົນຮອດ 11, 12 ທ່ຽງຄືນ ກະບໍ່ເຫັນ ຫລັງຈາກນັ້ນ ເສືອ [ໝູ່ຂອງລາວ] ກໍໂທຫາ, ໂທກະບໍ່ຕິດ ໄທຂ້ອຍກໍນັ່ງ ຢູ່ໂຮງຄົວ ລະພາກັນແຕ່ກິນ."

ໃນມື້ດັ່ງກ່າວ ກ່ອນທີ່ທ້າວ ອອດ ຈະຫາຍໄປນັ້ນ ໝູ່ຂອງລາວເຫັນລາວ ກຳລັງກຽມຕົວ ອອກໄປເຮັດວຽກນອກ, ດັ່ງ ທີ່ໝູ່ຂອງລາວອີກ ຄົນນຶ່ງ ທີ່ພັກຢູ່ໃກ້ກັນ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ກັນຍານີ້ວ່າ:

"ຂ້ອຍກະເຫັນມັນ ຂ້ອຍກໍບໍ່ໄດ້ຖາມ ຈັກຊິຖາມອີ່ຫຍັງເນາະ ຂອງຄົນເຄີຍເຫັນກັນທຸກມື້ ມັນ [ທ.ອອດ] ແຕ່ງໂຕຊິອອກໄປວຽກ ຫັ້ນນ່າ ຂ້ອຍກະບໍ່ໄດ້ຖາມ."

ກ່ຽວກັບເລື້ອງນີ້ ໝູ່ເພື່ອຂອງ ທ້າວ ອອດ ມີຄວາມກັງວົນວ່າ ທ້າວ ອອດ ຈະຖືກລັກພາຕົວໄປ ຍ້ອນວ່າລາວເຄື່ອນໄຫວ ເຣຶ່ອງບັນຫາ ການເມືອງ ຂອງປະເທດລາວ, ດັ່ງ ໝູ່ຂອງລາວເວົ້າຕື່ມອີກວ່າ:

"ກະເລື້ອງນີ້ແຫລະ ເລື້ອງການບ້ານການເມືອງ ນີ້ແຫລະ ເລື້ອງອື່ນກໍບໍ່ມີນ່າ ຢ່າງອື່ນມັນກະບໍ່ມີຫຍັງດອກ ມັນອອກມາຕໍ່ຕ້ານເລື້ອງ ພັກຣັຖ ນີ້ແຫລະ ຕອນວ່າງກອງປະຊຸມອາຊຽນ ຢູ່ປະເທດໄທ [ທ.ອອດ] ກະອອກຄລິປ ຫລ້າສຸດ [ວີດີໂອ ວິຈານພັກຣັຖ].

ແລະ ອົງການສິດທິມະນຸດ ຕ່າງກໍສະແດງຄວາມເປັນຫ່ວງ ໃນເລື້ອງນີ້ ຍ້ອນຢ້ານວ່າ ມັນຈະເປັນຄືກັນກັບ ຄົນງານລາວ 3 ຄົນ ທີ່ຖືກ ທາງການລາວ ຈັບຕົວ ແລະ ລົງໂທດໜັກ.

ຍານາງ ວະນິດາ ເທພສຸວັນ ປະທານຂະບວນການລາວ ເພື່ອ ສິດທິມະນຸດ ທີ່ມີຫ້ອງການຢູ່ ກຸງປາຣີ ປະເທດຝຣັ່ງເສດ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 5 ກັນຍາ ນີ້ວ່າ:

"ຂະບວນການລາວເພື່ອສິດທິມະນຸດ ເປັນຫ່ວງທີ່ສຸດ ໃນການຫາຍຕົວໄປຂອງ ອອດ ໄຊຍະວົງ ຊຶ່ງຄ້າຍຄຽງກັບ ການຫາຍຕົວແບບຖືກ ບັງຄັບ ມັນເຮັດໃຫ້ເຮົາຄິດຫາ ຫລອດຄຳ ສົມພອນ ແລະ ສຸການ ທີ່ເຈົ້າໜ້າທີ່ລາວ ລັກພາຕົວໄປ ກ່ອນທີ່ຈະໄປ ປະກົດຕົວ ຢູ່ສານ ແລ້ວ ຖືກຕັດສິນຈຳຄຸກ 20 ປີ ຫາ 12 ປີ ຍ້ອນຕິຕຽນ ຄວາມບໍ່ເປັນທັມຂອງລະບອບ  ."

ກ່ຽວກັບເຣຶ່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ໂທຣະສັບໄປຖາມ ເຈົ້າໜ້າທີ່ຢູ່ສະຖານນີ ຕຳຣວດ ບຶ່ງກຸ່ມ ທີ່ບາງກອກ, ທ່ານຕອບວ່າ ຂ້ອຍບໍ່ຮູ້, ບໍ່ເຫັນ, ໃຫ້ໄປຖາມ ພາກສ່ວນອື່ນເດີ.

ອີງຕາມຂໍ້ມູນ ຈາກອົງການສະຫະພັນສາກົນ ເພື່ອ ສິດທິມະນຸດ ແລະຂະບວນການລາວ ເພື່ອສິດທິມະນຸດ, ທ້າວ ອອດ ໄຊຍະວົງ ເປັນຄົນ ແຂວງສວັນນະເຂດ, ໄດ້ເຮັດວຽກຢູ່ປະເທດໄທ ແລະເຄື່ອນໄຫວ ເຣຶ່ອງສິດທິມະນຸດ ມາແຕ່ປີ 2015 ແລະເປັນ ສະມາຊິກ ຂອງ Free Lao ທີ່ເຄື່ອນໄຫວຢູ່ໄທ.

ທ້າວ ອອດ ເຄີຍໄປປະທ້ວງ ຢູ່ຕໍ່ໜ້າສະຖານທູດລາວ ທີ່ບາງກອກ ໃນມື້ວັນທີ 2 ທັນວາ ປີ 2015. ນອກຈາກນີ້ ລາວຍັງປະທ້ວງ ເພື່ອ ຮຽກຮ້ອງໃຫ້ ຣັຖບານລາວ ເຄົາຣົບສິດທິ ມະນຸດ ຜ່ານທາງເຟສບຸກ ອີກຫລາຍຄັ້ງ. ປັດຈຸບັນ ທ້າວ ອອດ ໄດ້ຖືກຮັບຮອງ ຈາກອົງການ ສະຫະປະຊາຊາດ ໃນສະຖານະ ຜູ້ລີ້ໄພການເມືອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.