ຊາວບ້ານຖືກຂັງເຣື້ອງດິນ ເສັຽຊີວິດ ໃນຄຸກ

ໄມຊູລີ
2019.05.20
f-salavan ສັນຍາລັກ ແຂວງສາລະວັນ
ຮູບພາບຈາກ : ນັກຂ່າວພົລເມືອງ

ປະຊາຊົນ ຢູ່ບ້ານດ່ານໃຫຍ່ ເມືອງແລະແຂວງສາລະວັັນ ທີ່ຖືກເຈົ້າໜ້າທີ່ ຕໍາຣວດຈັບໃນປີ 2011 25 ຄົນ, ຕໍ່ມາຖືກປ່ອຍຕົວ 23 ຄົນ ແລະ ອີກ 2 ຄົນ ຖືກກັກຂັງ ຍ້ອນບໍ່ຍອມເອົາທີ່ດິນ ຂອງຕົນໃຫ້ກັບໂຄງການ ສັມປະທານ ປູກຕົ້ນໄມ້ວິກ ຂອງ ບໍຣິສັດວຽດນາມ, ນຶ່ງ ໃນນັ້ນ ຄື; ທ້າວ ສີພອງ ອາຍຸ 55 ປີ ໄດ້ເສັຽຊີວິດໃນຄຸກແລ້ວ ແຕ່ບໍ່ມີການເປິດເຜີຍ. ສ່ວນ ທ່ານ ສົມນຶກ ດຽວນີ້ຍັງ ຖືກຂັງຄຸກຢູ່, ອິງຕາມຄໍາເວົ້າ ຂອງຊາວບ້ານ ຜູ້ນື່ງທີ່ຮູ້ເຫດການ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ພຶສພາ ນີ້:

“ກໍເຂົາ ກໍເອົາ ພາກຣັຖ ມາປາບປາມ ແລ້ວກໍເອົາ ປກສ ມາຈັບເວລາກາງຄຶນ ຈັບທັງໝົດ 25 ຄົນ ແຕ່ເວລາຕໍ່ມາ ເຂົາ 23 ຄົນ ແຕ່ຍັງອີກ 2 ຄົນ ທີ່ຖືກກັກຂັງຢູ່ ແຕ່ ທ້າວ ສີພອງ 1 ແກນນໍາ ນັ້ນເສັຽຊີວິດແລ້ວ ກໍຢາກຮູ້ສາເຫດໃດ໋ ວ່າເຈັບເປັນລົ້ມຕາຍ ແນວໃດແທ້.”

ຜູ້ຮູ້ເຫດການ ກ່າວວ່າ ເຣື້ອງການຈັບຊາວບ້ານ ເກີດຂຶ້ນ ເວລາ 7 ໂມງແລງ ຂອງວັນທີ່ 7 ເດືອນສິງຫາ ປີ 2011 ຫລັງຈາກຊາວບ້ານ ຮວມໂຕກັນ ບໍ່ຍອມຍົກດິນໄຮ່ ດິນນາ ຂອງເຂົາເຈົ້າ ໃຫ້ແກ່ນັກລົງທຶນວຽດນາມ ທີ່ລົງມາສໍາຣວດ ແລະ ວັດແທກດິນທີ່ຖືກບ້ານເຂົາເຈົ້າ ໃນ ເວລານັ້ນເພື່ອປູກຕົ້ນໄມ້ວິກ.

ທ່ານວ່າ ເຫດການເທື່ອນີ້ ຕໍາຣວດໄດ້ຈັບໂຕ ຊາວບ້ານ ໄປຂັງຢູ່ຄຸກ ນາໄຊ ຊຶ່ງຫ່າງຈາກ ຕົວເມືອງສາລະວັນ ປະມານ 30 ຫລັກ ແຕ່ ຕໍ່ມາເຈົ້າໜ້າທີ່ ກໍໄດ້ປ່ອຍ ປະຊາຊົນ ຈໍານວນ 23 ຄົນ, ບໍ່ປ່ອຍ 2 ຄົນ ເພາະເປັນແກນນໍາ 1 ໃນນັ້ນຄື; ທ້າວສີພອງ ຜູ້ເສັຽຊີສິດ ຢູ່ ໃນຄຸກ, ເຈົ້າໜ້າທີ່ ໄດ້ແຈ້ງໃຫ້ຍາດພີ່ນ້ອງໄປຮັບເອົາສົບ ແລະບອກວ່າຜູ້ກ່ຽວຕາຍຍ້ອນ ພຍາດຂອງຜູ້ກ່ຽວເອງ ແຕ່ບໍ່ມີການສັນນະສູດ ຈາກແພດ ແລະໝໍ.

ຢ່າງໃດກໍຕາມ ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ ບ້ານດ່ານໃຫຍ່ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ, ປກສ ໄດ້ຈັບແຕ່ 2 ຄົນຄື;6 ທ້າວສົມນຶກ ແລະ ທ້າວສີພອງ ເທົ່ານັ້ນ ບໍ່ແມ່ນ 25 ຄົນ ຕາມທີ່ ຜູ້ຮູ້ເຫດການເວົ້າ ແລະ ສາເຫດທີ່ຖືກຈັບ ນັ້ນບໍ່ແມ່ນເຣື້ອງທີ່ດິນ ແຕ່ເປັນຂໍ້ຫາການເມືອງ:

“ຖືກຫັ້ນຈັ່ງຊິ້ ມີແຕ່ສົມນຶກ ກັບ ສີພອງ ກາຍນັ້ນບໍ່ມີດອກ ຈັບຫັ້ນຈັບຢູ່ບ້ານ ດ່ານໃຫຍ່ ໄປດໍາເນິນຄະດີ ຝາກຂັງຢູ່ຄຸກນາໄຊ ເອົາໄປໃນ ເຣື້ອງວ່າ ບໍ່ແມ່ນ ສັມປະທານທີ່ດິນ ແຕ່ເວົ້າເຣື້ອງ ພວກອັນນີ້ ໄປເຮັດຢູ່ກັບພວກພັດຖີ່ນບໍ ແນວນັ້ນ.”

ແຕ່ປະຊາຊົນ ຜູ້ຮູ້ເຫດການອີກຜູ້ນຶ່ງ ໃຫ້ເຫດຜົນວ່າ ທ້າວສີພອງ ແລະ ທ້າວສົມນຶກ ຖືກຈັບໄປ ທໍຣະມານ ແລ້ວຖືກກ່າວຫາວ່າຕໍ່ຕ້ານ ແນວທາງ ພັກຣັຖ:

“ກໍເຮັດພິທີແລ້ວ ເອົາທາຢູ່ບ້ານເອງ ເຂົາສົ່ງມາບ້ານ ບ້ານດ່ານ ເຂົາບໍ່ຮັບເອົາ ໃຜກໍບໍ່ຢາກຮັບ ກໍເລີຍບ້ານເກິດເມືອງນອນ ຫັ້ນຮັບເອົາ ເຂົາຢ້ານ ເພາະວ່າຄະດີການເມືອງ.”

ກ່ຽວກັບເຣື້ອງນີ້ ປັຈຈຸບັນ ເຈົ້າໜ້າທີ່ ຕໍາຣວດ ຮວມເຖິງ ທ່ານ ທຶງ ຈອມມະນີ ເຈົ້າເມືອງ ເມືອງສາລະວັນ ປະຕິເສດ ຕໍ່ ວິທຍຸເອເຊັຍ ເສຣີວ່າ ບໍ່ເຄີຍມີ ເຣື້ອງແບບນີ້ເກິດຂື້ນ ແລະ ບໍ່ເຄີຍມີການຈັບ ຊາວບ້ານ. ສ່ວນ ທ່ານ ວິຊຽນ ນະວິກູນ ຮອງເຈົ້າແຂວງສາລະວັນ ກ່າວວ່າ ບໍ່ເຄີຍຮັບຣາຍງານ ກ່ຽວກັບເຣື້ອງນີ້ເທື່ອ ແຕ່ຈະໄປຕິດຕາມ ກັບທາງຂັ້ນເມືອງ ອີກກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.