ອັຍການສານ ຂ.ຄໍາມ່ວນ ຖືກ ລັດຍິງ

ອຸ່ນແກ້ວ ສຸກສະຫວັນ
2019.08.15
F-Judge ສະພາບຣົດ ຂອງ ອັຍການສານ ທີ່ຖືກລັດຍິງ ຈົນເສັຽຊີວິດຄາທີ່
Screen captured from : State TV

ເຈົ້າໜ້າທີ່ຕຳຣວດ ແຂວງຄຳມ່ວນ ສັນນິຖານວ່າ ເຫດການຄົນຮ້າຍບຸກຍິງ ເຈົ້າໜ້າທີ່ອັຍການແຂວງ ເສັຽຊີວິດ ໃນຣົດ ຢູ່ເມືອງທ່າແຂກ ໃນວັນທີ 14 ສິງຫາ ທີ່ຜ່ານມາ ວ່າ ເປັນຍ້ອນບັນຫາສ່ວນຕົວ.

ປັດຈຸບັນ, ຕຳຣວດກຳລັງ ຄົ້ນຫາເຈົ້າຂອງທະບຽນ ທີ່ຖືກໃຊ້ກໍ່ເຫດຢູ່, ເຈົ້າໜ້າທີ່ຕຳຣວດ ແຂວງຄຳມ່ວນ ຜູ້ບໍ່ປະສົງອອກຊື່ທ່ານນຶ່ງ ໄດ້ກ່າວ ຕໍ່ເອເຊັຽເສຣີ ໃນວັນທີ 15 ສິງຫາ ວ່າ:

"ໂອ້ໂຕນີ້ເນາະ ຕັ້ງໃຈ ຫຼືວ່າ ເຈດຕະນາ ກໍແມ່ນແຫຼະ ມື້ວານນີ້ ກໍຈັບໄດ້ຣົດ ເຮົາໄດ້ຣົດແລ້ວ ຫາກແຕ່ວ່າ ມີປ້າຍຢູ່ ປ້າຍສວັນນະ ດຽວນີ້ ຍັງສືບສາວເຮົາຫາຢູ່ ດຽວນີ້ຫັ້ນນ່າ ເພາະວ່າ ເຫັນແຕ່ຣົດ ເພາະວ່າ ເຈົ້າຂອງ ທີ່ຍິງ ຍັງບໍ່ເຫັນເທື່ອນີ້ ຢ້ານແມ່ນ ເລື້ອງສ່ວນຕົວ ຂອງເຂົາເອງ ແຕ່ວ່າ ຍັງສືບຫາຢູ່."

ທ່ານກ່າວອີກວ່າ ຜູ້ຕາຍ ແມ່ນອັຍການສານ ແຂວງຄຳມ່ວນເຂດ 1 ເປັນຄົນບ້ານຊຽງຫວາງ ເມືອງໜອງບົກ ຖືກຍິງເສັຽຊີວິດ ຢູ່ຂົວນ້ຳງາມ ເວລາປະມານ 9 ໂມງ ເຊົ້າ ໃນຂນະທີ່ລາວ ກຳລັງຂັບຣົດ ໄປຫ້ອງການ ແລະ ການບຸກຍິງນັ້ນ ເປັນການຕັ້ງໃຈຂ້າ ໂດຍເຈຕນາ ຍ້ອນມີ ການໃຊ້ອາວຸດ ສົງຄາມ AK47.

ປັດຈຸບັນ, ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ ກຳລັງນຳຫາ ທີ່ມາຂອງຣົດ ຟໍຈູນເນີ ຊຶ່ງພົບແລ້ວວ່າ ເປັນທະບຽນຣົດ ແຂວງສວັນນະເຂດ ແລະ ຕອນນີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ກຳລັງປະສານຫາ ເຈົ້າຂອງຣົດ ມາສອບປາກຄຳ. ນອກຈາກນີ້ ເຈົ້າໜ້າທີ່ ຍັງຊອກຫາ ຜູ້ທີ່ເຫັນເຫດການ ແລະ ພາກສ່ວນອື່ນໆ ບໍຣິເວນ ຈຸດເກີດເຫດ ມາໃຫ້ປາກຄຳ ແລະ ລົງກວດກາ ເສັ້ນທາງ ທີ່ຄົນຮ້າຍໃຊ້ກໍ່ເຫດ ຈາກເສັ້ນທາງແຄມຂອງ ໄປຫາ ເມືອງໄຊບູລີ.

ສ່ວນສົບ ຂອງຜູ້ຕາຍ ຍາດພີ່ນ້ອງ ໄດ້ນຳກັບບ້ານ ເພື່ອເຮັດພິທີ ທາງສາສນາ, ດັ່ງທ່ານ ກ່າວຕື່ມອີກວ່າ:

"ຄອບຄົວເຮົາ ກະດຽວນີ້ ກໍຢູ່ນຳສົບນຳ ຫັ້ນແຫລະ ເຂົາກໍໂສກເສົ້າສລົດໃຈແຫລະ ເພາະວ່າ ຜົວເຂົາຕາຍເນາະ ເຂົາກໍມີແຕ່ຮຽກຮ້ອງ ຂໍຄວາມເປັນທຳຫັ້ນແຫລະ ກ່ຽວກັບ ເຈດຕະນາມາຍິງ."

ປັດຈຸບັນ ຍາດພີ່ນ້ອງ ຜູ່ເສັຍຊີວິດ ຮຽກຮ້ອງຄວາມເປັນທັມ ໃຫ້ຜູ່ຕາຍ ແລະ ຢູ່ໃນການເສົ້າສລົດໃຈ ຂະນະທີ່ຕຳຣວດ ທະຫານ ແລະ ພາກສ່ວນຕ່າງໆ ກຳລັງພາກັນເລັ່ງສືບ ຫາຄົນຮ້າຍ ມາລົງໂທດ.

ແຫຼ່ງຂ່າວ ທີ່ໃກ້ຊິດ ເຈົ້າໜ້າທີ່ ໃນອົງການອັຍການ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 15 ສິງຫາ ວ່າຜູ້ຕາຍເຄີຍມີບັນຫາ ເຣື່ອງເງິນ ກັບຄົນອື່ນ ແລະ ເຄີຍຖືກປອງຮ້າຍ ມາຫລາຍຄັ້ງ ກ່ອນທີ່ຈະຖືກຍິງເສັຍຊີວິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.