ເສຣີພາບໃນການເຊື່ອຖື ສາສນາ ຢູ່ລາວ

ພູວົງສ໌
2019.05.03
F-USCIRF ຄນະກັມມາທິການສຫະຣັຖ ວ່າດ້ວຍ ສິທທິເສຣີພາບໃນການເຊື່ອຖືສາສນາໃນທົ່ວໂລກ ຫຼື USCIRF
RFA

ຄນະກັມມາທິການສຫະຣັຖ ວ່າດ້ວຍ ສິທທິເສຣີພາບໃນການເຊື່ອຖືສາສນາໃນທົ່ວໂລກ ໄດ້ຈັດພິທີຖແລງຂ່າວອອກບົດຣາຍງານ ສິທທິ ເສຣີພາບໃນການເຊື່ອຖືສາສນາໃນທົ່ວໂລກ ປະຈຳປີ 2018 ວ່າ  ຫຼາຍປະເທສຍັງຈຳກັດຮັດແຄບສິທທິເສຣີພາບໃນການເຊື່ອຖື ສາສນາຢູ່ ໃນນັ້ນ ມີປະເທສລາວນຳດ້ວຍ.

ທ່ານ ດຣ. ເທັນຊິນ, ປະທານຄນະກັມມາທິການສຫະຣັຖ ວ່າດ້ວຍ ສິທທິເສຣີພາບໃນການເຊື່ອຖືສາສນາໃນທົ່ວໂລກ ໄດ້ກ່າວໃນພິທີຖແລງ ຂ່າວຕອນນຶ່ງ ເຖິງຈຸດປະສົງຂອງພິທີຖແລງຂ່າວດັ່ງກ່າວ ໃນມື້ວັນຈັນ ວັນທີ 29 ເມສາ ທີ່ຜ່ານມານີ້, ທີ່ຫ້ອງການຣັຖສພາສຫະຣັຖ ອາເມຣິກາ, ນະຄອນຫຼວງວໍຊິງຕັນ ດີຊີ ວ່າ ບົດຣາຍງານນີ້ ໄດ້ສະທ້ອນ ສິທທິເສຣີພາບໃນການເຊື່ອຖືສາສນາໃນທົ່ວໂລກວ່າ ແຕ່ລະ ປະເທສ ມີສພາບການດີຂຶ້ນ ຫຼືຂີ້ຮ້າຍລົງແນວໃດ:

“ຕລອດປີທີ່ຜ່ານມາ, ພວກເຮົາໄດ້ຕິດຕາມສຖານະການຂອງສິທທິເສຣີພາບໃນການເຊື່ອຖືສາສນາໃນທົ່ວໂລກ ລວມທັງຄວາມຖີ່ໃນການເດີນ ທາງໄປມາ. ພາຍໃຕ້ພາຣະບົດບາດ ແລະ ຈຸດປະສົງຂອງພວກເຮົາ, ພວກເຮົາໄດ້ຈັດຕັ້ງຄນະໃນວັນທີ 1 ພຶສພາ ນີ້ ຕາມຄຳສເນີ ຂອງ ປະທານາທິບໍດີ, ຣັຖມົນຕຣີກະຊວງການຕ່າງປະເທສ ແລະ ຣັຖສພາແຫ່ງຊາຕ ເພື່ອການສົ່ງເສີມສິທທິເສຣີພາບໃນການເຊື່ອຖືສາສນາ ໃນທົ່ວໂລກ.”

ໃນບົດຣາຍງານນັ້ນ, ມີການຣາຍງານກ່ຽວກັບສິທທິເສຣີພາບໃນການເຊື່ອຖືສາສນາໃນລາວນຳດ້ວຍ, ເຊິ່ງທາງການສຫະຣັຖ ຍັງຈັດລຳດັບ ສິທທິເສຣີພາບໃນການເຊື່ອຖືສາສນາໃນລາວ ຢູ່ໃນຂັ້ນທີ 2 ຫຼື Tier 2: ຄືເປັນຍັງເປັນປະເທສທີ່ຢູ່ໃນຂັ້ນທີ່ຍັງມີການຈຳກັດຮັດແຄບ ຫຼາຍຢູ່.

ຍານາງ ເກລ ແມນຈິນ, ຮອງປະທານຄນະກັມມາທິການ ໄດ້ໃຫ້ສຳພາດແກ່ຜູ້ສື່ຂ່າວເອເຊັຽເສຣີວ່າ ສຖານະການໃນການເຊື່ອຖືສາສນາໃນ ທົ່ວໂລກ ຕລອດປີ 2018 ທີ່ຜ່ານມາ ສິທທິເສຣີພາບໃນການເຊື່ອຖືສາສນາໃນທົ່ວໂລກ ຍັງເຕັມໄປດ້ວຍຄວາມສັບສົນວຸ້ນວາຍ ແລະ ການຈຳກັດຮັດແຄບ ບໍ່ສະເພາະແຕ່ໃນປະເທສລາວເທົ່ານັ້ນ.

“ມັນເປັນສິ່ງເສົ້າໃຈຫຼາຍ ຕໍ່ສິ່ງທີ່ພວກເຮົາໄດ້ຄົ້ນພົບເມື່ອປີຜ່ານມາ ທີ່ຕລອດໄລຍະເວລາຂອງປີ 2018 ນັ້ນ, ໄດ້ເກີດມີການຈຳກັດຮັດແຄບ ໃນຫຼາຍປະເທສຕໍ່ສິທເສຣີພາບໃນການເຊື່ອຖືສາສນາ ບໍ່ສະເພາະແຕ່ປະເທສລາວ. ມີການຈຳກັດກິຈກຳທາງດ້ານສາສນາ, ກົດຣະບຽບຕ່າງໆ ມີຄວາມເຂັ້ມງວດຂຶ້ນ, ມີການປາບປາມກຸ່ມນັບຖືສາສນາ. ເຕັມໄປດ້ວຍຄວາມສັບສົນວຸ້ນວາຍ ແລະ ຄວາມໄຮ້ສຖຽນລະພາບໃນການ ນັບຖືສາສນາ.”

ເມື່ອເວົ້າເຖິງສຖານະການສິທທິເສຣີພາບໃນການເຊື່ອຖືສາສນາໃນລາວ ຕລອດປີ 2018 ທີ່ຜ່ານມາແລ້ວ ຖືວ່າເປັນປີທີ່ໜ້າເສົ້າໃຈຫຼາຍ ຍ້ອນຣັຖບານລາວຍັງສືບຕໍ່ຈຳກັດຮັດແຄບກຸ່ມຜູ້ທີ່ນັບຖືສາສນາຕ່າງໆໃນລາວຢູ່, ອີງຕາມຄວາມເວົ້າຂອງຍານາງ ອ່າຣິອ່າກ້າ, ຮອງປະທານ ຄນະກັມມາທິການອີກຄົນນຶ່ງ ທີ່ໄດ້ໃຫ້ສຳພາດແກ່ຜູ້ສື່ຂ່າວເອເຊັຽເສຣີ ກ່ຽວກັບສຖານະການໃນການເຊື່ອຖືສາສນາໃນລາວ ຕລອດປີ 2018 ນັ້ນ.

“ໃນປີ 2018 ພວກເຮົາຮັບຮູ້ນຳກັນວ່າ ຍັງຄົງສືບຕໍ່ມີການປາບປາມ ແລະ ຈຳກັດສິທທິເສຣີພາບໃນການເຊື່ອຖືສາສນາໃນລາວ. ລາວຍັງ ຖືກປົກຄອງດ້ວຍຣັຖບານແບບຜເດັດການ ທີ່ບໍ່ອະນຸຍາດໃຫ້ມີການສະແດງອອກຢ່າງເສຣີພາບ, ບໍ່ອະນຸຍາດໃຫ້ມີການໂຮມຊຸມນຸມ ຢ່າງເສຣີ ແລະ ບໍ່ອະນຸຍາດໃຫ້ມີການວິພາກວິຈານຣັຖບານຢ່າງກົງໄປກົງມາ. ມັນເປັນສິ່ງທີ່ໜ້າເສັຽດາຍ ທີ່ຜົລສຸດທ້າຍແລ້ວ ທຸກການເຊື່ອຖືສາສນາ ຍັງຄົງສືບຕໍ່ປະສົພພົບພໍ້ກັບການຈຳກັດຮັດແຄບ.”

ຍານາງກ່າວມ້ວນທ້າຍວ່າ ຄນະກັມມາທິການສຫະຣັຖພວກເຮົາ ຫວັງຢ່າງຍິ່ງວ່າ ຣັຖບານລາວຈະເປີດກວ້າງພຽງພໍ ເພື່ອອະນຸຍາດໃຫ້ ຄົນລາວທຸກຄົນໃນປະເທສ ໄດ້ໃຊ້ຊີວິຕຕາມຄວາມເຊື່ອອັນແຮງກ້າຂອງພວກເຂົາ.

ຕໍ່ຄວາມເວົ້າກ່າວອ້າງຂອງຄນະກັມມາທິການສຫະຣັຖ ທີ່ໄດ້ຣາຍງານກ່ຽວກັບສຖານະການໃນການເຊື່ອຖືສາສນາໃນລາວນັ້ນ ກໍພໍດີ ສອດຄ່ອງກັບຄວາມເວົ້າຂອງຊາວຄຣິສຕຽນລາວໃນແຂວງສວັນນະເຂດທ່ານນຶ່ງ ທີ່ໄດ້ກ່າວຜູ້ສື່ຂ່າວເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າສິທທິ ເສຣີພາບ ໃນການເຊື່ອຖືສາສນາໃນລາວຍັງຖືກຈຳກັດຮັດແຄບແທ້ ແລະ ບາງຄົນ ກໍຖືກເຈົ້າໜ້າທີ່ທ້ອງຖິ່ນຂົ່ມເຫັງໃນຫຼາຍໂອກາດນຳດ້ວຍ.

“ທາງຂັ້ນເທິງທາງຜູ້ໃຫຍ່ ເພິ່ນຊິປະຕິເສດວ່າບໍ່ໄດ້ຂົ່ມເຫັງເນາະ ລະພວກທີ່ຂົ່ມເຫັງລະແມ່ນພວກທ້ອງຖິ່ນ, ຫັ້ນນ່າ. ພວກບ້ານ ພວກທ້ອງຖິ່ນ. ລັກສະນະການຂົ່ມເຫັງມັນຈະເປັນແບບນີ້ເນາະ ໄລ່ຄຣິສຕຽນອອກຈາກໝູ່ບ້ານ, ບໍ່ເຊັນເອກະສານສັມໂນຄົວໃຫ້ ບໍ່ໃຫ້ຂຶ້ນທບຽນສັມໂນຄົວ, ບໍ່ເຊັນໃບຢັ້ງຢືນທີ່ຢູ່ໃຫ້. ໄປເຮັດຫັ້ນເຮັດນີ້ ເຂົາກະພະຍາຍາມທີ່ຈະຍັດຢຽດຂໍ້ຫາໃຫ້.”

ກ່ຽວກັບບັນຫາດັ່ງກ່າວ, ຜູ້ສື່ຂ່າວເອເຊັຽເສຣີ ໄດ້ຮັບການຢືນຢັນຈາກເຈົ້າໜ້າທີ່ ທີ່ພົວພັນວຽກງານສາສນາທີ່ແຂວງສວັນນະເຂດວ່າ ໂດຍ ລວມແລ້ວ ທາງການລາວຄຸ້ມຄອງພົລເມືອງຢ່າງເທົ່າທຽມ ຕາມຣະບຽບກົດໝາຍ, ໂດຍມີດຳຣັຖ 315 ເປັນບ່ອນອີງ ໃນການຄຸ້ມຄອງ ວຽກງານສາສນາ, ບໍ່ໄດ້ມີການຂົ່ມເຫັງຜູ້ໃດ ຫຼືຈຳກັດຮັດແຄບຕາມທີ່ສາກົນໄດ້ກ່າວອ້າງ.

“ພວກເຮົາປະຕິບັດກະ 315 ເວົ້າເຣື້ອງການຄຸ້ມຄອງການເຄື່ອນໄຫວຂອງສາສນາດຳຣັຖ 315 ເດີ້ ລະພວກເຮົາບໍ່ເຄີຍແຕະຕ້ອງເຖິງສິທທິ ທາງສາສນາຈັກເທື່ອ ພວກເຮົາຍຶດໝັ້ນດ້ານຫຼັກການ. ແຕ່ບຸກຄົນທີ່ກະທຳຜິດຕໍ່ຣະບຽບກົດໝາຍຂອງບ້ານເມືອງ, ຊິແມ່ນເຊື່ອຖືຫຍັງກໍ ບໍ່ກ່ຽວ ອັນນັ້ນ. ພວກເຮົາກະເວົ້າເຣື້ອງຣະບຽບຫຼັກການ.”

ສລຸບແລ້ວ, ຫຼາຍປີຜ່ານມານີ້ ສິທທິເສຣີພາບໃນການເຊື່ອຖືສາສນາໃນລາວ ຍັງຄົງບໍ່ດີຂຶ້ນ ຫຼື ຍັງຄົງຂີ້ຮ້າຍຢູ່ຄືເກົ່າ, ຖ້າອີງຕາມບົດຣາຍ ງານຂອງຄນະກັມມາທິການສຫະຣັຖ ວ່າດ້ວຍ ສິທທິເສຣີພາບໃນການເຊື່ອຖືສາສນາໃນທົ່ວໂລກ, ໃນຂນະທີ່ເຈົ້າໜ້າທີ່ກ່ຽວຂ້ອງກໍມັກ ຈະເວົ້າ ຕລອດວ່າ ການຈຳກັດຮັດແຄບສິທທິເສຣີພາບໃນການເຊື່ອຖືສາສນາໃນລາວ ບໍ່ມີມູນຄວາມຈິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.