ສາກົນຂໍໃຫ້ທາງການໄທ ສືບຫາ ທ.ອ໊ອດ ໄຊຍະວົງ

ຈໍາປາທອງ
2019.10.04
f-Ott ທ້າວອອດ ໄດ້ຂາດການຕິດຕໍ່ ກັບໝູ່ເພື່ອນ ເປັນເວລາ 2 ອາທິດແລ້ວ
ຮູບພາບຈາກ : ນັກຂ່າວພົລເມືອງ

ອົງການຈັດຕັ້ງສາກົນດ້ານສິດທິມະນຸດ ຫລາຍອົງການ ຮວມທັງບັນດາຜູ້ຊ່ຽວຊານ ດ້ານສິດທິມະນຸດສະຫະປະຊາຊາດ, ອົງການຕິດຕາມ ການປະຕິບັດສິດທິມະນຸດ Human Rights Watch ຮຽກຮ້ອງໃຫ້ທາງການໄທເລັ່ງສືບສວນກໍຣະນີ ທ້າວ ອ໊ອດ ໄຊຍະວົງ ນັກເຄື່ອນໄຫວ ເພື່ອສິດທິມະນຸດຢູ່ລາວ ທີ່ຫາຍໄປຢູ່ບາງກອກ ໃນທ້າຍເດືອນ ສິງຫາ ທີ່ຜ່ານມາ.

ຜູ້ຊ່ຽວຊານດ້ານສິດທິມະນຸດ ສະຫະປະຊາຊາດ ກັງວົນຢ່າງຍິ່ງນໍາ ທ້າວ ອ໊ອດ ໄຊຍະວົງ ທີ່ຫາຍໄປບໍ່ພໍເທົ່າໃດມື້ ພາຍຫຼັງທີ່ຜູ້ກ່ຽວໄດ້ເຂົ້າ ພົບ ທ່ານ Philip Alston ຜູ້ຣາຍງານພິເສດ ຂອງສະຫະປະຊາຊາດ ຢູ່ປະເທດໄທ.

ຕໍ່ຄວາມກັງວົນຂອງສະຫະປະຊາຊາດ ທ່ານ Phil Robertson ຮອງຜູ້ອໍານວຍການອົງການ Human Rights Watch ປະຈໍາເຂດເອເຊັຽ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 3 ຕຸລາ ນີ້ວ່າ, ສນັບສນູນຄຳເວົ້າຂອງບັນດາ ນັກຊ່ຽວຊານສະຫະປະຊາຊາດ ແລະ ຮຽກຮ້ອງໃຫ້ ທາງການໄທສືບສວນສອບສວນ ກໍຣະນີການຫາຍໄປຂອງ ທ້າວ ອ໊ອດ ຢ່າງຮີບດ່ວນ:

"ກໍເຫັນວ່າທາງ experts ຈາກສະຫະປະຊາຊາດ ກໍພູດຖືກຕ້ອງ ໄທກໍຕ້ອງຮັບເຣຶ່ອງ ນີ້ເປັນສິ່ງທີ່ເລັ່ງດ່ວນ ພຍາຍາມທີ່ຈະອອກໄປຊອກຫາ ທ້າວ ອ໊ອດ ໄຊຍະວົງ ເຂົາກໍໜ້າຈະມີ  CCTV ທີ່ຈະເບິ່ງໄດ້ວ່າ ໂອເຄ ທ້າວ ອ໊ອດ ອອກຈາກບ້ານ ແລ້ວໄປທີ່ ໄໜ, ເຈິໃຜບ້າງ, ຖືກອຸ້ມ ໂດຍໃຄຣ ຫລືປ່າວ. ທ່ານເວົ້າວ່າ ທາງການໄທ ຕ້ອງອອກມາໃຫ້ຄໍາຕອບຢ່າງຈະແຈ້ງ ວ່າເຫດການທີ່ໄດ້ເກີດຂຶ້ນເປັນແນວໃດ ເພື່ອສ້າງ ຄວາມເຊື່ອໝັ້ນວ່າ ຈະບໍ່ເກີດເຫດການ ໃນລັກສນະນີ້ ຂຶ້ນອີກ ກັບບຸກຄົນອື່ນໆ ທີ່ເຂົ້າມາ ລີ້ພັຍໃນປະເທດໄທ."

ທ່ານ Phil Robertson ເຊື່ອວ່າ ການຫາຍໄປຂອງ ທ້າວ ອ໊ອດ ໄຊຍະວົງ ຣັຖບານລາວ ອາຈມີສ່ວນຮູ້ເຫັນການເຄື່ອນໄຫວ ຂອງເຂົາ ທຸກຢ່າງ ແລະ ດຣ. ເອກກະພັນ ປິນທະວະນິດ ອາຈານສອນປະຈໍາ ສະຖາບັນສິດທິມະນຸດ ແລະສັນຕິສຶກສາ ມະຫະວິທຍາລັຍ ມະຫິດົນ ຂອງໄທ ໃຫ້ຄວາມເຫັນກ່ຽວກັບ ເຫດການທີ່ເກີດຂຶ້ນກັບ ທ້າວ ອ໊ອດ  ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 3 ຕຸລາ ນີ້ວ່າ ແນວທາງອັນຮີບດ່ວນ ທີ່ເໝາະສົມ ສໍາລັບທາງການໄທ ຄືຕ້ອງສືບ ສວນສອບສວນ ຫາ:

"ທ່ານກ່າວວ່າ ວິທີການເໝາະສົມທີ່ສຸດ ຄືທາງການໄທ ຕ້ອງດໍາເນີນການສືບສວນສອບສວນ ຢ່າງຮີບດ່ວນ ເພື່ອຫາຂໍ້ເທັດຈິງວ່າເກີດ ຫຍັງຂື້ນກັບຄົນນຶ່ງ ຢູ່ໆຄົງບໍ່ໄດ້ຫາຍໄປຢ່າງໄວວາ ຫລື ງ່າຍດາຍຂນາດນັ້ນ ເມື່ອເປັນຄືແນວນັ້ນ ກໍຕ້ອງມີທີ່ມາ ທີ່ໄປ."

ແລະເຈົ້າໜ້າທີ່ຝ່າຍ ປະຊາສໍາພັນ ຂອງອົງການນີຣະໂທດກັມ ຂອງໄທ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ເຈົ້າໜ້າທີ່ດ້ານ ສິດທິມະນຸດ ຫລາຍອົງການ ກໍພຍາຍາມເລັ່ງເກັບກໍາຂໍ້ມູນ ກ່ຽວກັບການຫາຍໄປຂອງ ທ້າວ ອ໊ອດ ໃຫ້ໄດ້ຫຼາຍທີ່ສຸດ ເພື່ອປຶກສາຫາລື ກັບອົງການສະຫະປະຊາຊາດ ອີກຕື່ມໃນໄວໆນີ້, ດັ່ງທີ່ທ່ານກ່າວວ່າ:

"ທ່ານກ່າວວ່າ ຕອນນີ້ເຈົ້າໜ້າທີ່ໃນປະເທດໄທ ກໍກໍາລັງລວບລວມເຮຶ່ອງນີ້ ແລ້ວຈະປຶກສາກັບຫ້ອງການ ຂ້າຫລວງໃຫຍ່ສະຫະປະຊາຊາດ ເພື່ອ ສິດທິມະນຸດ OHCHR ເຂົາຈະໄປຂຍາຍ ກັນຕໍ່ໃນເຣຶ່ອງນີ້ ວ່າຈະປ້ອງກັນຢ່າງໃດ ໃນອະນາຄົດ."

ແຕ່ເຖິງຢ່າງໃດກໍຕາມ ເຖິງແມ່ນຫຼາຍອົງການຈັດຕັ້ງ ດ້ານສິດທິມິນຸດ ທັງຢູ່ໃນປະເທດໄທແລະສາກົນ ຈະມີຄວາມກັງວົນນໍາການຫາຍໄປ ຂອງ ທ້າວ ອ໊ອດ ໄຊຍະວົງ ແລະ ຮຽກຮ້ອງໃຫ້ທາງການໄທ ເລັ່ງສືບສວນສອບສວນ ຢ່າງຮີບດ່ວນກໍຕາມ ແຕ່ກໍສັງເກດເຫັນວ່າທາງ ການໄທ ກໍຍັງບໍ່ທັນໄດ້ດໍາເນີນການ ຕໍ່ບັນຫາທີ່ເກີດຂຶ້ນນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.