ຜູ້ນໍາຊຸດໃໝ່ຖືຣະບອບເກົ່າ

ອະວາຣີ
2016.04.21
F-MLDH ຂະບວນການລາວ ເພື່ອ ສິດທິມະນຸດ ທີ່ປະເທດຝຣັ່ງ ອອກຖແລງການ ວ່າ ຄນະຜູ້ນຳ ຣັຖບານລາວ ຊຸດໃໝ່ ຍັງຈະຮັບໃຊ້ ຣະບອບພັກດຽວ
MLDH

ຂະບວນການ ລາວ ເພື່ອ ສິດທິມະນຸດ ທີ່ ມີພື້ນຖານ ຢູ່ ປະເທດ ຝຣັ່ງ ອອກ ຖແລງການ ວ່າ ຄນະຜູ້ນຳ ຣັຖບານ ສປປລາວ ຊຸດໃໝ່ ກໍຄື ຊຸດເກົ່າ ທີ່ຍັງຈະ ຮັບໃຊ້ ຣະບອບ ພັກໂທນ ຕາມເຄີຍ.

ໃນຖແລງການ ຍັງ ຣະບຸວ່າ ຂະບວນການ ລາວ ເພື່ອ ສິດທິ ມະນຸດ ບໍ່ຕື່ນເຕັ້ນ ແລະ ບໍ່ແປກໃຈ ແນວໃດ ກັບຣາຍຊື່ ຂອງ ຄນະຜູ້ນຳ ຣັຖບານ ລາວ ຊຸດໃໝ່ ທີ່ຖືກ ເປີດເຜີຍ ຢ່າງເປັນ ທາງການ ເມື່ອ ວັນທີ 20 ຜ່ານມາ ຊຶ່ງ ສະພາ ແຫ່ງຊາດ ໄດ້ເລືອກເອົາ ທ່ານ ບຸນຍັງ ວໍຣະຈິດ ເປັນ ປະທານ ປະເທດ ຄົນໃໝ່, ເລືອກ ເອົາ ທ່ານ ທອງລຸນ ສີສຸລິດ ເປັນນາຍົກ ຣັຖມົນຕຣີ ຜູ້ໃໝ່ ແລະ ຍານາງ ປານີ ຢາທໍ່ຕູ້ ເປັນປະທານ ສະພາ ແຫ່ງຊາດ ຄືເກົ່າ.

ຂະບວນການ ລາວ ເພື່ອ ສິດທິມະນຸດ ຈະຕິດຕາມ ເບິ່ງການ ບໍຣິຫານ ວຽກງານ ຂອງຄນະ ຜູ້ນຳ ຣັຖບານ ຊຸດໃໝ່ນີ້ ຢ່າງໃກ້ຊິດ ວ່າ ພວກເພິ່ນ ຈະນັບຖື ສິດທິມະນຸດ ແລະ ສິດ ເສຣີພາບ ຂອງ ປະຊາຊົນ ລາວ ແນວໃດ. ດັ່ງ ຍານາງ ວະນິດາ ເທບສຸວັນ ປະທານ ຂະບວນການ ລາວ ເພື່ອ ສິດທິມະນຸດ ກ່າວໃນ ຕອນນຶ່ງວ່າ:

“ຂະບວນການ ລາວ ເພື່ອ ສິດທິມະນຸດ ຈະ ຄອຍຕິດຕາມ ຢ່າງໃກ້ຊິດ ຕໍ່ພາກ ປະຕິບັດ ຂອງຜູ້ນຳ ຊຸດນີ້ ໃນດ້ານ ອິສຣະພາບ ປະຊາທິປະໄຕ ໃນດ້ານ ການນັບຖື ສົນທິ ສັນຍາ ສາກົນ ວ່າດ້ວຍ ສິດທິ ມະນຸດ ຊຶ່ງ ສປປລາວ ໄດ້ເຊັນ ຮັບຮູ້; ນອກຈາກນີ້ ອົງການເຮົາ ຈະຄອຍ ຕິດຕາມ ເບິ່ງວ່າ ຜູ້ນຳຊຸດນີ້ ເພິ່ນ ຈະສາມາດ ເຮັດໃຫ້ ປະຊາຊົນ ເຫັນວ່າ ເພິ່ນຈະລົບລ້າງ ການສໍ້ໂກງ ໃນທຸກ ຣະດັບ ໄດ້ບໍ່ ເພິ່ນຈະ ສາມາດ ປົກປ້ອງ ສາຍນ້ຳ ລຳທານ ພູຜາປ່າໄມ້ ຊັພໃນດິນ ໄວ້ໃຫ້ ປະຊາຊົນ ລາວ ຮອດລຸ້ນລູກ ລຸ້ນຫລານ ໄດ້ບໍ່.”

ນອກຈາກນີ້ ຂະບວນການ ລາວ ເພື່ອ ສິດທິມະນຸດ ກໍໄດ້ຮຽກທວງ ເຖິງ ຄນະຜູ້ນຳ ສປປລາວ ຊຸດໃໝ່ ໃຫ້ປ່ອຍຕົວ ນັກໂທດ ການເມືອງ ແລະ ນັກໂທດ ຈິດສຳນຶກ ໂດຍດ່ວນ ໂດຍສະເພາະ ໃຫ້ປ່ອຍ ຄນະຜູ້ນຳ ຂະບວນການ 26 ຕຸລາ ປີ 1999, ຄນະປະທ້ວງ ປີ 2009, ໃຫ້ສືບສວນ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ, ແລະ ສຸດທ້າຍ ໃຫ້ ປະຕິຮູບ ໄປສູ່ ປະຊາທິປະໄຕ ທີ່ ມີຫຼາຍພັກ ການເມືອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.