ລາວ-ຄຣິສຕຽນປະກອບ ພິທີ ສາສນາ ໄດ້

ໄມຊູລີ
2019.04.16
ໂບດຂອງ ຊາວລາວຄຣິສຕຽນ ໃນ ສປປ ລາວ
RFA/LX

ປັຈຈຸບັນ ທາງການເມືອງພິນ ແຂວງສະຫວັນນະເຂດ ໄດ້ໃຫ້ສິດທິ ແກ່ຊາວລາວ ທີ່ນັບຖືສາສນາຄຣິສຕຽນ ສາມາດປະກອບພິທີສາສນາ ໄດ້ຫຼາຍຂຶ້ນແຕ່ຕ້ອງຂໍອະນຸຍາດ ຈາກທາງອໍານາດການປົກຄອງທ້ອງຖິ່ນ ແລະຕ້ອງເຄົາຣົບນັບຖື ຜູ້ນັບຖືສາສນາ ອື່ນໆຮວມທັງປະຊາຊົນ ທີ່ນັບຖືຜີນໍາ, ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ຄົນນຶ່ງກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ່ 16 ເມສາ ນີ້ວ່າ:

”ຫລັກບ້ານຫລັກເມືອງເຂົາເຈົ້າ ຄັນບໍ່ເຄົາຣົບໂຕນັ້ນ ມັນກໍຢາກຜິດບ້ານຜິດເມືອງ ຢູ່ນໍາກັນສິບໍ່ໄດ້ເນາະ ພວກເຢຊູ ຄັນເຂົາຢາກເຮັດວຽກ ກໍມາພົວພັນກັນແລ້ວເຮັດ ຄັນເຮັດຫຍັງບໍ່ພົວພັນກັນ ເຂົາກໍບໍ່ໄດ້ ຢ້ານເຂົາຮ້າຍເຂົາຕິເນາະ.”

ທ່ານກ່າວຕື່ມວ່າ ໃນຂນະດຽວກັນ ກ່ອນຊາວຄຣິສຕຽນ ຈະເຮັດພິທີ ທາງສາສນາແນວໃດກໍຕາມ ຈະຕ້ອງຂໍອະນຸຍາດ ຈາກເຈົ້າໜ້າທີ່ ຂັ້ນບ້ານ ເພື່ອຈະໄດ້ສົ່ງພະນັກງານໄປເບິ່ງແຍງ ຄວາມຮຽບຮ້ອຍໃນພິທີ ແຕ່ຫ້າມບໍ່ໃຫ້ ເຜີຍແພ່ສາສນາຢ່າງເດັດຂາດ ບໍ່ວ່າກໍຣະນີໃດ ກໍຕາມ.

ຢ່າງໃດກໍຕາມ ເມື່ອວັນທີ່ 29 ທັນວາ 2018 ຜູ້ນໍາໂບດຄຣິສຕຽນ ແລະຊາວລາວຄຣິສຕຽນ ຢູ່ບ້ານຄະນອງ ເມືອງພິນຈໍານວນ 7 ຄົນ ຖືກເຈົ້າໜ້າທີ່ ຕໍາຣວດເມືອງພິນກັກຕົວໄປ ຫ້ອງການຕໍາຣວດ ຍ້ອນພາກັນ ເຕົ້າໂຮມປະກອບພິທີ ເນື່ອງໃນວັນບຸນ ຄຣິສມາດ ໂດຍບໍ່ໄດ້ ຮັບອະນຸຍາດ ຈາກທາງການ ຈົນມາຮອດ ວັນທີ່ 2 ມົກກະຣາ 2019 ທັງໝົດ ຈິ່ງຖືກປ່ອຍຕົວ ກັບບ້ານ ຊຶ່ງເຈົ້າໜ້າທີ່ ບໍ່ໄດ້ປັບໃໝ ແຕ່ຢ່າງໃດ ພຽງແຕ່ ໃຫ້ການສຶກສາອົບຮົມເທົ່ານັ້ນ.

ເຈົ້າໜ້າທີ່ກ່າວຍໍ້າວ່າ ກ່ອນຊາວຄຣິສຕຽນ ຈະເຮັດພິທີສາສນາ ກໍຕ້ອງແຈ້ງໃຫ້ອໍານາດການປົກຄອງ ທ້ອງຖິ່ນຮູ້ກ່ອນ ເພື່ອຂໍອະນຸຍາດ ໃຫ້ເຮັດໄດ້ ແລະ ການຈັດພິທີໃດໆກໍຕາມ ຈະຕ້ອງຢູ່ໃນຄວາມຮຽບຮ້ອຍ ຕາມຮິດຄອງ ຂອງທ້ອງຖິ່ນ ບໍ່ໃຫ້ມີພິທີ ໃຫຍ່ໂຕ ດັ່ງທີ່ເຄີຍ ເກິດຂື້ນ. ສ່ວນສິດທິ ໃນການນັບຖື ສາສນາຄຣິສຕຽນ ທາງການບໍ່ໄດ້ຫ້າມ.

ຢ່າງໃດກໍຕາມ ອິງຕາມການບອກເລົ່າ ຂອງເຈົ້າໜ້າທີ່ ເມືອງພິນປັຈຈຸບັນ ທົ່ວເມືອງ ມີຊາວລາວນັບຖື ສາສນາຄຣິສຕຽນ ປະມານ 200 ຄົນ ແຕ່ບໍ່ມີໂບດ ຄຣິສຕຽນ ແບບເປັນທາງການ ສ່ວນໃຫຍ່ ຊາວຄຣິສຕຽນ ເຮັດພິທີສວດມົນ ຫຼື ຮ່າວມພິທີທາງ ສາສນາ ຢູ່ຕາມເຮືອນ ຂອງຜູ້ນໍາທາງສາສນາ ໃນແຕ່ລະເຂດ ໂດຍຕ້ອງຂໍອະນຸຍາດ ຈາກເຈົ້າໜ້າທີ່ ທ້ອງຖິ່ນກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.