ເຣື້ອງທີ່ເກັບບັນທຶກໄວ້
2013-04-15
ນາງ ອາເລັກແຊນດຣາ ບຸນຊ່ວຍ, ນັກຮ້ອງ ຊື່ດັງ ຂອງລາວ, ຖືກແຕ່ງຕັ້ງ ໃຫ້ເປັນ ທູດສັນທະວະໄມຕຣີ ຂອງ ໂຄງການ ພັທນາ ສະຫະປະຊາຊາດ ປະຈຳ ສປປລາວ.
2013-04-12
ປັຈຈຸບັນ ສະຫະພັນ ແມ່ຍິງລາວ ຕ້ອງໄດ້ ພຍາຍາມ ແກ້ໄຂ ດ້ານແນວຄິດ ຂອງ ແມ່ຍິງລາວ ໃນບາງ ທ້ອງຖິ່ນ ເພື່ອໃຫ້ ມີຄວາມ ເຊື່ອໝັ້ນ ໃນຕົນເອງ ຫລາຍຂຶ້ນ.
2013-04-10
ລາວແລະໄທ ພ້ອມທີ່ຈະ ຮ່ວມປະຊຸມ ຢ່າງບໍ່ເປັນ ທາງການ ເປັນ ຄັ້ງທີ 2 ໃນກາງເດືອນ ພຶສພາ ທີ່ ຈະມາເຖິງນີ້. ຕາມຣາຍງານ ຈາກ ບາງກອກ ປະເທດໄທ.
2013-04-10
ທາງການລາວ ປ່ອຍຄົນໄທ 8 ຄົນ ທີ່ລ່ວງລໍ້າ ເຂົ້າມາ ລ່າສັດ ໃນເຂດແດນ ຂອງລາວ ພາຍຫລັງ ທີ່ ຖືກຄຸມຂັງ ມາໄດ້ 6 ເດືອນ ແລະ ໄດ້ເສັຽຄ່າ ປັບໃໝ ຄົນລະ 3 ໝື່ນ ບາດ.
2013-04-09
ການສຶກສາ ໃນເຂດ ຫ່າງໄກ ສອກຫລີກ ຍັງຕ້ອງການ ການຊ່ອຍເຫລືອ ຂັ້ນພື້ນຖານ ເປັນຕົ້ນແມ່ນ ຫ້ອງຮຽນ, ນາຍຄຣູ ແລະ ອຸປກອນ ການຮຽນ ຕ່າງໆ ຢ່າງຫລວງຫລາຍ. ຈະເຣີນສຸຂ ມີຣາຍງານ ມາສເນີທ່ານ.
2013-04-08
ສປປລາວ ແລະ ສະຫະຣັຖ ອະເມຣິກາ ເສີມສ້າງ ຄວາມສຳພັນ ຣະຫວ່າງ ສອງປະເທດ ໃຫ້ ແໜ້ນແຟ້ນ.
2013-04-04
ເຖິງວ່າ ຈະມີການ ຮ່ວມມື ກັນດີຂື້ນ ຣະຫວ່າງ ລາວແລະໄທ ແຕ່ຍັງມີ ບັນຫາ ຈະຕ້ອງແກ້ໄຂ ຫລາຍຢ່າງ ເປັນຕົ້ນ ບັນຫາ ຊາຍແດນ ຢາເສພຕິດ ແລະ ບັນຫາ ຄົນງານລາວ ໄປເຮັດວຽກ ຢູ່ໄທ ແບບຜິດ ກົດໝາຍ.
2013-04-04
ຊາວລາວ ເປັນຫວ່ງ ນໍາການໃຊ້ ເຄື່ອງ ອີເລັກໂຕຣນິກ ແລະ ອິນເຕີແນັດ ຂອງ ນັກຮຽນ ວັຍລຸ້ນ ໜຸ່ມນ້ອຍ ແລະ ຊາວຫນຸ່ມ.
2013-04-03
ກອງປະຊຸມ ຮ່ວມ ການຮ່ວມມື ໄທ-ລາວ ທີ່ ຫົວຫີນ ແຂວງ ປະຈວບຄີຣີຂັນ ແຕ່ວັນທີ 31 ມິນາ ຫາ ວັນທີ 3 ເມສາ ໂດຍມີທ່ານ ສຸຣະພົງ ໂຕວິຈັກໄຊກຸນ ຮອງນາຍົກ ຣັຖມົນຕຣີໆ ຕ່າງປະເທດ ໄທ ແລະ ທ່ານ ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີໆ ຕ່າງປະເທດ ສປປລາວ ເປັນປະທານ ຮ່ວມ ໄດ້ສິ້ນສຸດລົງ ໃນວັນທີ 3 ເມສາ ນີ້.
2013-04-02
ຄວາມສຳພັນ ລາວ-ຈີນ ຈະເປັນຢ່າງໃດ ຫລັງຈາກ ຜູ້ນຳໃຫມ່ ຂອງຈີນ ຂຶ້ນ ກຳອຳນາດ, ນັກການທູດຈີນ ປະຈຳລາວ ເວົ້າວ່າ ບໍ່ມີຫຍັງ ປ່ຽນແປງ ທຸກສິ່ງ ທຸກຢ່າງ ຈະຍັງຄືເກົ່າ ແຕ່ ນັກວິເຄາະ ຈາກ ຫລາຍ ພາກສ່ວນ ເວົ້າວ່າ ອາດຈະມີການ ປ່ຽນແປງ ຫລາຍຢ່າງ ເພາະຈີນ ແລະ ວຽດນາມ ແຂ່ງກັນ ເຊື່ອມອຳນາດ ໃນລາວ. ສິດນີ ມີລາຍງານ
2013-04-02
ລາວ ແລະວຽດນາມ ຈະປັກຫລັກ ໝາຍເຂດ ຊາຍແດນ ຣະຫວ່າງກັນ ທີ່ມີຄວາມຍາວ 2 ພັນ ຫລັກກິໂລແມັຕ ນັ້ນ ໃຫ້ສໍາເຣັດ ໃນເດືອນ ມິຖຸນາ. ຕາມຣາຍງານຂ່າວ ຈາກ ນະຄອນຫລວງ ວຽງຈັນ ໃນວັນທີ 2 ເມສາ 2013.
2013-04-01
40 ປີ ຜ່ານໄປ ທີ່ ສະຫະຣັດ ໄດ້ຖີ້ມ ຣະເບີດ ໃສ່ລາວ ໃນສມັຍ ສົງຄາມ ວຽດນາມ ຊຶ່ງສ້າງ ຄວາມເສັຽຫາຍ ໃຫ້ຜືນແຜ່ນດິນ ລາວ ຢ່າງ ມະຫາສານ ແລະ ຈົນຮອດ ທຸກມື້ນີ້ ກໍຍັງມີ ຜູ້ຖືກ ເຄາະຮ້າຍ ຈາກ ຣະເບີດ ທີ່ ຕົກຄ້າງ ຍັງບໍ່ແຕກ ນັ້ນ ມາຢູ່ບໍ່ຂາດ.