ສະຫະຣັດຣາຍງານ ສິດທິ ມະນຸດ ໃນລາວ

ໄຊຍາ
2018.04.23
F-US ກະຊວງການຕ່າງປະເທດ ສະຫະຣັຖ ອາເມຣິກາ
Wikimedia

ກະຊວງການຕ່າງປະເທດ ສະຫະຣັຖ ອາເມຣິກາ ອອກຣາຍງານ ເຣື້ອງ ສິດທິມະນຸດ ໃນລາວ ປີ 2017 ໂດຍເວົ້າວ່າ ການເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ ຫລ້າສຸດມີຂຶ້ນ ເມື່ອເດືອນ ມິນາ 2016 ນັ້ນບໍ່ເປັນໄປ ຕາມຮູປແບບອິສຣະແລະທ່ຽງທັມ, ຣາຍງານແຈ້ງວ່າ ພັກປະຊາຊົນ ປະຕິວັດລາວ ໄດ້ເລືອກເອົາຜູ້ຮັບສມັກ ທຸກຄົນໄວ້ກ່ອນໜ້າແລ້ວ ແລະ ການປ່ອນບັດເລືອກຕັ້ງ ກໍຕ້ອງໃຫ້ເປັນໜ້າທີ່ ຂອງ ພົລເມືອງລາວທຸກຄົນ.

ຣາຍງານຂອງ ກະຊວງການຕ່າງປະເທດ ສະຫະຣັຖ ອາເມຣິກາ ປີ 2017 ລະບຸວ່າ ບັນຫາ ສິດທິມະນຸດ ທີ່ສຳຄັນທີ່ສຸດ ໃນນັ້ນ ຮວມທັງ ມີການຈັບກຸມຜູ້ຄົນ ແບບບໍ່ມີການໄຕ່ສວນ ການກັກຂັງ ແລະການລົງໂທດ ຂອງຣັຖບານ ສປປລາວ ເປັນການລະເມີດ ສິດທິສ່ວນຕົວ ຫລື ສ່ວນບຸກຄົນ ແລະການຈຳກັດ ເສຣີພາບ ໃນການປາກເວົ້າ ການຣາຍງານຂ່າວ ການຊຸມນຸມ ແລະການຈັດຕັ້ງສະມາຄົມ ການປະຕິເສດ ຄວາມສາມາດ ຂອງພົລເມືອງ ໃນການເລືອກຣັຖບານ ຂອງພວກເຂົາເຈົ້າ ການຄ້າມະນຸດ ແລະ ການຈຳກັດສິດທິ ຂອງຄົນງານ. ຮວມທັງ ບໍ່ສາມາດຈັດຕັ້ງ ສະຫະພາບແຮງງາານ ທີ່ເປັນເອກຣາດ ທີ່ບໍ່ກ່ຽວຂ້ອງ ຫລືຂຶ້ນກັບຣັຖບານ.

ຣາຍງານຍັງກ່າວເຖິງ ກໍຣະນີ ການຫາຍສາບສູນຂອງ ທ່ານ ສົມບັດ ສົມພອນ ເມື່ອປີ 2012 ນັກພັທນາທາງສັງຄົມ ທີ່ພົ້ນເດັ່ນແລະເປັນ ຜູ້ກໍ່ຕັ້ງ ສູນຝຶກອົບຮົມອາຊີບ ທີ່ບໍ່ຫວັງຜົນກຳໄລ, ຣາຍງານຍັງຢໍ້າອີກວ່າ ທາງການລາວ ບໍ່ມີຄວາມຄືບໜ້າ ໃນການສືບສວນສອບສວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.