ນ.ພອນສະຫວັນໄດ້ຄ່າ ທໍາຂວັນ

ສິດນີ
2016.05.26
F-student ສະພາບ ຂາ ຂອງນາງ ພອນສະຫວັນ ຜູ້ເຄາະຮ້າຍ
Citizen Journalist

ຈາກກໍຣະນີ ຄອບຄົວ ຂອງ ນາງ ພອນສະຫວັນ ອາຍຸ 17 ປີ ຢູ່ ບ້ານຂົວເຊ ເມືອງ ເຊບັ້ງໄຟ ແຂວງຄໍາມ່ວນ ຮຽກຮ້ອງ ຂໍຄວາມ ເປັນທັມ ຈາກທາງການ ແຂວງຄຳມ່ວນ, ພາຍຫລັງ ທີ່ ນາງ ພອນສະຫວັນ ຖືກ ຮ້ອຍເອກ ນິກສັນ ເຈົ້າໜ້າທີ່ ຕໍາຣວດ ຈະຣາຈອນ ທີ່ ສີດນໍ້າໃສ່ ນາງ ໃນຂນະທີ່ ນາງ ຂີ່ຣົດຈັກ ຈົນເຮັດໃຫ້ ນາງລົ້ມ ແລ້ວ ຖືກຣົດຈັກ ທີ່ ແລ່ນ ຕາມຫລັງມາ ຢຽບຊ້ຳອີກ ຈົນຂາຫັກ, ຊຶ່ງເຫດການ ດັ່ງກ່າວ ໄດ້ເກີດຂຶ້ນ ໃນວັນທີ 9 ເມສາ ປີ 2015.

ຫລ້າສຸດ ໃນວັນທີ 10 ພຶສພາ ຜ່ານມາ, ຮ້ອຍເອກ ນິກສັນ ຜູ້ກໍ່ເຫດ ກໍຍອມຈ່າຍ ຄ່າເສັຽຫາຍ ໃຫ້ແກ່ ນາງ ພອນສະຫວັນ ຜູ້ເສັຽຫາຍ ເປັນເງິນ 18 ລ້ານກີບ, ຕາມການເປີດເຜີຍ ຂອງ ຍາດພີ່ນ້ອງ ຂອງນາງ ພອນສະຫວັນ ຕໍ່ ເອເຊັຽເສຣີ:

"ກະໄດ້ວ່າງ ສອງທິດ ສາມທິດຫລັງ ຫັ້ນຫລະ ອາ 18 ລ້ານ ເພິ່ນກະເອີ ຮັບໃຊ້ຮັບເສັຽ, ເຈົ້າໜ້າທີ່ ເພິ່ນກະ ເອົາໃຈໃສ່ຢູ່ ເພິ່ນ ກະດຳເນີນ ຕລອດ ບໍ່ໄດ້ປະ ບໍ່ໄດ້ຖິ້ມ ເພິ່ນກະໂອເຄ ໄດ້ກະຊ່ຳຫັ້ນ ແຫຼະວະ ເຮົາກະໄດ້ ຊ່ຳຫັ້ນລະເດ້ ເພິ່ນ ກະຮ້ອງຂໍ ເຮົາ ກະຮ້ອງຂໍກັນ ຫັ້ນນະ ເພິ່ນກະວ່າ ຂໍໂທດຂໍພັຍ ເຮັດແນວໃດ ມັນຜິດໄປແລ້ວ".

ຫລັງຈາກ ເຈົ້າໜ້າທີ່ ຜູ້ກະທໍາຜິດ ຍອມຂໍໂທດ ຜູ້ເສັຽຫາຍແລ້ວ, ທາງຄອບຄົວ ຂອງຜູ້ເສັຽຫາຍ ກໍບໍ່ຄິດ ຈະເອົາ ເລື້ອງຫຍັງ, ດັ່ງ ຍາດພີ່ນ້ອງ ໄດ້ກ່າວຕໍ່ ເອເຊັຽເສຣີ ຕື່ມອີກວ່າ:

"ທາງຄອບຄົວ ເຂົາກະ ບໍ່ມີບັນຫາ ຖ້າວ່າ ຜູ້ກ່ຽວ ມາຮັບໃຊ້ຮັບເສັຽ ເຮົາກໍບໍ່ໄດ້ ເອົາເລື້ອງ ເອົາໂພຍຫຍັງ ທາງສະຫາຍ ນິສັນ ລາວ ກະມາຂໍໂທດ ຂໍໂພຍ ຫັ້ນລະ ກະມາຮັບໃຊ້ ຮັບເສັຍ ບໍ່ໆ ເພິ່ນກະບໍ່ມີ ບັນຫາຫຍັງ ເພາະວ່າ ຜູ້ກ່ຽວ ມາຂໍໂທດ ຂໍໂພຍ ມາຮັບໃຊ້ ຮັບເສັຽຫຍັງ ຫັ້ນນ່າ".

ການຕົກລົງກັນ ຣະຫວ່າງ ຄອບຄົວ ຂອງ ນາງ ພອນສະຫວັນ ກັບ ຮ້ອຍເອກ ຊິກສັນ ໄດ້ມີຂຶ້ນ ຢູ່ທີ່ ກອງບັນຊາການ ເມຶອງ ເຊບັ້ງໄຟ ໃນວັນທີ 10 ພຶສພາ ໂດຍ ການຊີ້ນຳ ຂອງ ທ່ານ ພັນໂທ ພົມມາ ເດດຂຸນຟອງ ຮອງ ກອງບັນຊາການ ແຂວງ ຄຳມ່ວນ ພ້ອມດ້ວຍ ຄນະຫ້ອງການ ເມືອງເຊບັ້ງໄຟ ແລະ ຄນະ ກອງບັນຊາການ ປກສ ເມືອງ ເຊບັ້ງໄຟ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.